Image 

      ມີຫລາຍຄົນທີ່ມີຄວາມເຊື່ອວ່າ ຍິ່ງມີເງິນຫລາຍເທົ່າໃດ ກໍຍິ່ງມີຄວາມສຸກຫລາຍເທົ່ານັ້ນ ! ຄວາມເຊື່ອດັ່ງກ່າວນີ້ ຖ້າເບິ່ງແບບຜິວເຜີນກໍຫນ້າຈະຖືກຕ້ອງໂດຍບໍ່ຈໍາເປັນຕ້ອງພິສູດໃຫ້ເສຍເວລາ! ແຕ່ຖ້າຄວາມເຊື່ອນີ້ເປັນຄວາມຈິງ ຄົນທີ່ມີເງິນຫລາຍໆກໍຄົງຈະມີຄວາມສຸກຢ່າງລົ້ນເຫລືອຈົນບໍ່ມີສິ່ງກັງວົນ(ທຸກໃຈ)ເຫລືອຢູ່ໃຫ້ຮ້ອນຮົນກະວົນກະວາຍ! ເມື່ອເປັນແນວນີ້ ຄວາມເຊື່ອດັ່ງກ່າວຈິ່ງບໍ່ແມ່ນຄວາມຈິງສະເຫມີໄປ.

ທ່ານຜູ້ອ່ານເຄີຍຕັ້ງຄໍາຖາມຂຶ້ນໃນໃຈຫລືບໍ່ວ່າເປັນຫຍັງຄົນທີ່ມີເງິນຫລາຍໆລະດັບມະຫາເສດຖີຂອງໂລກຈິ່ງບໍ່ຢຸດ
ເຊົາຊອກສະແຫວງຫາເງິນຈັກເທື່ອທັ້ງໆທີ່ມີເງິນຄໍາຊັບສົມບັດມະຫາສານເຊິ່ງສາມາດນັ່ງກິນນອນກິນໄປຫລາຍຊາດກໍຍັງບໍ່ຫມົດ ?

ຈາກຄໍາຖາມຂ້າງເທິງນີ້ ທ່ານຜູ້ອ່ານຄົງຈະໄດ້ຄໍາຕອບແດ່ເລັກນ້ອຍແລ້ວ ແຕ່ຖ້າຢາກຄົ້ນຫາຄໍາຕອບໃຫ້ພົບຫລາຍກວ່ານີ້ ທ່ານລອງຢ້ອນຖາມ
ຕົນເອງເບິ່ງວ່າ: ເປັນຫຍັງທ່ານຈິ່ງບໍ່ຢຸດເຊົາຊື້ເສື້ອຜ້າຈັກເທື່ອ ທັ້ງໆທີ່ມີຢູ່ແລ້ວຢ່າງຫລວງຫລາຍ ? ບາງໂຕຊື້ມາກໍໃສ່ຄັ້ງດຽວ ຫລື ບໍ່ໄດ້ໃສ່ກໍມີ ແຕ່ເປັນຫຍັງເຮົາຈິ່ງຢາກໄດ້ໂຕໃຫມ່ອີກບໍ່ຢຸດບໍ່ເຊົາ ?

ຖ້າຜູ້ຂຽນຕັ້ງບັນຫາຂຶ້ນວ່າ: ແມ່ນຫລືບໍ່ ວ່າສິ່ງທີ່ເຮົາມີຢູ່ແລ້ວໃນມືນັ້ນ ບໍ່ສາມາດເຮັດໃຫ້ຈິດໃຈຂອງເຮົາມີຄວາມສຸກໄດ້ຫລາຍກວ່າສິ່ງທີ່ໄດ້ມາໃຫມ່ ? ມີເສື້ອຜ້າຢູ່ໃນຕູ້ແລ້ວຫລາຍຮ້ອຍຕົວກໍບໍ່ເຮັດໃຫ້ຈິດໃຈຊື່ນບານໄດ້ເທົ່າກັບເສື້ອໂຕດຽວທີ່ໄດ້ມາໃຫມ່ ? ໃນລັກສະນະດຽວກັນ ມີເງິນຫລາຍຮ້ອຍລ້ານຢູ່ໃນທະນາຄານກໍຍັງບໍ່ສາມາດເຮັດໃຫ້ເຮົາຮູ້ສຶກອີ່ມເອີບເບີກບານໃຈໄດ້ເທົ່າກັບເງິນທີ່ໄດ້ມາໃຫມ່ພຽງ 1 ລ້ານກີບ ?

ຈະເຫັນໄດ້ວ່າ ຄົນເຮົານັ້ນມັກມີຄວາມສຸກຈາກການໄດ້ ຫລາຍກວ່າຄວາມສຸກຈາກການມີ! ມີຫລາຍປານໃດກໍຍັງຢາກໄດ້ມາໃຫມ່ ເພາະຄົນເຮົາມັກຄິດວ່າ ຂອງໃຫມ່ຈະໃຫ້ຄວາມສຸກແກ່ເຮົາໄດ້ຫລາຍກວ່າສິ່ງທີ່ມີຢູ່ແລ້ວ; ມີຫລາຍຄັ້ງ ສິ່ງຂອງທີ່ໄດ້ມາໃຫມ່ນັ້ນ ກໍເປັນສິ່ງດຽວກັນ ຫລື ຄ້າຍຄືກັນກັບຂອງທີ່ມີຢູ່ແລ້ວ ແຕ່ເນື່ອງຈາກວ່າມັນເປັນຂອງໃຫມ່ກໍເລີຍເຮັດໃຫ້ຈິດໃຈຂອງເຮົາມີຄວາມສຸກ ແລະ ຊື່ນບານ. ຖ້າທ່ານຜູ້ອ່ານຫາກສັງເກດໃຫ້ດີກໍອາດຈະນຶກສົງໄສໄດ້ວ່າ: ອາດຈະເປັນສັນຊາດຕະຍານທີ່ມີຢູ່ກັບສັດຫລາຍຊະນິດ ເຊິ່ງບໍ່ສະເພາະແຕ່ຄົນເຮົາເທົ່ານັ້ນ! ເພື່ອນຂອງຜູ້ຂຽນມີຫມາຢູ່ໂຕຫນຶ່ງ ເວລາເພິ່ນໂຍນຂາໄກ່ໃຫ້ຫມາ ຫມາກໍຈະແລ່ນໄປຄາບເອົາ ແຕ່ຖ້າໂຍນຂາໄກ່ຂາໃຫມ່ໄປໃຫ້ອີກ ມັນຈະຮີບຄາຍຂາເກົ່າ ແລ້ວຄາບເອົາຂາໃຫມ່ແທນ ທັ້ງໆທີ່ທັງສອງຂາເປັນຂາໄກ່ຕົວດຽວກັນ, ມີຂະຫນາດເທົ່າກັນ.

ຖ້າຫາກຂອງໃຫມ່ໃຫ້ຄວາມສຸກໄດ້ຫລາຍກວ່າຂອງເກົ່າດັ່ງທີ່ກ່າວມານັ້ນ ເລື່ອງກໍຫນ້າຈະຈົບລົງດ້ວຍດີ ແຕ່ບັນຫາກໍຄື ຂອງໃຫມ່ນັ້ນບໍ່ດົນບໍ່ນານກໍກາຍເປັນຂອງເກົ່າ ແລະ ຄວາມສຸກທີ່ໄດ້ມານັ້ນໃນທີ່ສຸດກໍຈາງຫາຍໄປ ຍັງເຫລືອພຽງ ຄວາມຮູ້ສຶກ“ເສີຍໆ”!! ເມື່ອເປັນເຊັ່ນນີ້ ຄົນເຮົາຈິ່ງວິ່ງເຕັ້ນຊອກສະແຫວງຫາຂອງໃຫມ່ມາອີກ ເພື່ອຫວັງຈະໃຫ້ມີຄວາມສຸກຫລາຍຂຶ້ນກວ່າເກົ່າ ແຕ່ແລ້ວກໍວົນວຽນມາສູ່ຈຸດເດີມ ເປັນແນວນີ້ບໍ່ຮູ້ຈົບບໍ່ຮູ້ສິ້ນ!! ທ່ານຜູ້ອ່ານເອີຍ ຊີວິດທີ່ວົນວຽນຢູ່ໃນສະພາບເຊັ່ນນີ້ ຈະຫາຄວາມສຸກທີ່ແທ້ຈິງໄດ້ແນວໃດນໍ ?

ເນື່ອງຈາກການດິ້ນຮົນຊອກສະແຫວງຫາແຕ່ລະຄັ້ງຕ້ອງໄດ້ແລກກັບຄວາມອິດເມື່ອຍ ບໍ່ວ່າຈະເປັນການຂົນຂວາຍຊອກສະແຫວງຫາເງິນ, ບໍ່ວ່າຈະແຂ່ງຂັນຍາດແຍ່ງກັບຄົນອື່ນເພື່ອໃຫ້ໄດ້ມາເຊິ່ງສິ່ງທີ່ຕ້ອງການ! ເມື່ອໄດ້ມາແລ້ວ ກໍບໍ່ໄດ້ຫມາຍຄວາມວ່າຊິນັ່ງນອນສະເຫວີຍສຸກ ຕ້ອງໄດ້ພະຍາຍາມປົກປ້ອງຮັກສາເອົາໄວ້ ບໍ່ໃຫ້ໃຜມາລັກຂະໂມຍຍາດແຍ່ງໄປ ນອກນັ້ນ ຍັງຕ້ອງເປືອງສະຫມອງກັບການຄົ້ນຄິດເພື່ອການນໍາໃຊ້ຊັບນັ້ນໃຫ້ຮູ້ສຶກວ່າຄຸ້ມຄ່າ ຍິ່ງມີຫລາຍກໍຍິ່ງຕ້ອງມີພາລະຫລາຍ ແຕ່ເຖິງປານນັ້ນ ຄົນເຮົາກໍຕ້ອງຍອມ ເພື່ອຄວາມສຸກອັນຈະເກີດຂຶ້ນໃນອະນາຄົດ.

ຖ້າເຮົາຮູ້ຈັກ ຫລື ໃສ່ໃຈສະແຫວງຫາຄວາມສຸກຈາກສິ່ງທີ່ມີຢູ່ແລ້ວ ເຊື່ອວ່າ ຊີວິດຄົງຈະພົບຄວາມຫຍຸ້ງຍາກຫວຸ່ນວາຍຫນ້ອຍລົງ ແລະ ປອດໂປ່ງເບົາສະບາຍຫລາຍຂຶ້ນ. ຄວາມຈິງແລ້ວ ການຝຶກໃຈໃຫ້ພໍໃຈໃນສິ່ງທີ່ເຮົາມີຢູ່ແລ້ວນັ້ນບໍ່ແມ່ນເລື່ອງຍາກ ແຕ່ທີ່ເປັນບັນຫາກໍເພາະ ເຮົາມັກເບິ່ງອອກໄປນອກຕົວ ແລະ ເອົາສິ່ງໃຫມ່ມາປຽບທຽບກັບສິ່ງຂອງທີ່ເຮົາມີຢູ່ ຫລືບໍ່ ກໍເອົາຕົນເອງໄປປຽບທຽບກັບຄົນອື່ນ ເມື່ອເຫັນເຂົາມີຂອງໃຫມ່ ກໍຢາກມີຄືເຂົາ! ຍ້ອນແນວນີ້ລະ ຊີວິດຂອງເຮົາຈິ່ງມີທຸກເປັນຂອງແຖມຢູ່ຕະຫລອດເວລາ.

ວິທີການຄິດແບບນີ້ ເຮັດໃຫ້ຄົນເຮົາຂາດທຶນສອງສະຖານ ຄື ນອກຈາກຈະບໍ່ມີຄວາມສຸກ ບໍ່ມີຄວາມພໍໃຈກັບສິ່ງທີ່ມີຢູ່ແລ້ວ ຍັງເປັນທຸກເພາະບໍ່ໄດ້ສິ່ງທີ່ຢາກ ເວົ້າງ່າຍໆກໍຄື ບໍ່ມີຄວາມສຸກກັບປັດຈຸບັນ ເພາະໄປຝາກຄວາມສຸກໄວ້ກັບອະນາຄົດທີ່ຍັງບໍ່ທັນມາຮອດມາເຖິງ. ກ່ຽວກັບເລື່ອງນີ້ ຖ້າໃຜທີ່ໄດ້ອ່ານນິທານເລື່ອງ: “ຫມາຄາບຕ່ອນຊີ້ນ” ແບບຮຽນຊັ້ນປະຖົມ ຄົງຈະຈື່ໄດ້ວ່າ: ມີຫມາໂຕຫນຶ່ງຄາບຕ່ອນຊີ້ນຢູ່ໃນປາກ ໃນຂະນະທີ່ກໍາລັງຍ່າງຂ້າມຂົວ ມັນເບິ່ງລົງໄປທີ່ແມ່ນໍ້າ ເຫັນເງົາຂອງຫມາຕົວຫນຶ່ງ(ເຊິ່ງກໍຄືຕົວມັນເອງ) ກໍາລັງຄາບຕ່ອນຊີ້ນໃຫຍ່ ເຊິ່ງຕ່ອນຊີ້ນທີ່ຢູ່ໃນປາກຫມາຕົວນັ້ນໃຫຍ່ກວ່າຕ່ອນທີ່ມັນກໍາລັງຄາບຢູ່ ດ້ວຍຄວາມໂລບ(ແລະ ຫລົງ) ມັນຈິ່ງຄາຍຕ່ອນຊີ້ນທີ່ກໍາລັງຄາບຢູ່ເພື່ອຈະລົງໄປຄາບເອົາຕ່ອນຊີ້ນໃຫຍ່ທີ່ເຫັນຢູ່ໃນນໍ້າ ໃນທີ່ສຸດ ເມື່ອຫມາກະໂດດລົງໄປໃນນໍ້າ ຕ່ອນຊີ້ນໃຫຍ່ທີ່ມັນເຫັນນັ້ນກໍຫາຍໄປ ມັນຈິ່ງສູນເສຍທັງຕ່ອນຊີ້ນທີ່ຄາບຢູ່ ແລະ ຕ່ອນທີ່ເຫັນຢູ່ໃນນໍ້າ.

ບໍ່ເກີດແຫ່ງຄວາມສຸກມີຢູ່ກັບພວກເຮົາທຸກຄົນ ພຽງແຕ່ພວກເຮົາເບິ່ງຂ້າມ ຫລື ບໍ່ເຄີຍເບິ່ງຫາເທົ່ານັ້ນເອງ. ຕໍ່ໄປນີ້ ເມື່ອໃດເຮົາມີຄວາມທຸກ ແທນທີ່ຈະເບິ່ງຫາ ຫລື ຊອກສະແຫວງຫາສິ່ງນອກຕົວ ຂໍໃຫ້ລອງພິຈາລະນາສິ່ງທີ່ເຮົາມີຢູ່ ແລະ ເປັນຢູ່ ບໍ່ວ່າຈະເປັນມິດຕະພາບ, ຄອບຄົວ, ສຸຂະພາບ, ຊັບສິນ ລວມທັງຈິດໃຈຂອງເຮົາ ສິ່ງຕ່າງໆເຫລົ່ານີ້ ລ້ວນແຕ່ສາມາດບັນດານຄວາມສຸກໃຫ້ແກ່ເຮົາໄດ້ທັງນັ້ນ ຂໍພຽງແຕ່ເຮົາຮູ້ຈັກຍິນດີ, ຮູ້ຈັກຄິດໃຫ້ເປັນ ແລະ ຮູ້ຈັກຈັດການຢ່າງຖືກຕ້ອງ. ແທນທີ່ຈະສະແຫວງຫາແຕ່ຄວາມສຸກຈາກການໄດ້ ຂໍໃຫ້ລອງຫັນກັບມາສະເຫວີຍສຸກຈາກການມີ ຫລື ສິ່ງທີ່ມີຢູ່ແລ້ວ ຂັ້ນຕໍ່ໄປຄືການສະແຫວງຫາຄວາມສຸກຈາກການໃຫ້. ເປັນຄວາມສຸກທີ່ເກີດຈາກຄວາມປິຕິຊື່ນໃຈ ອີ່ມໃຈທີ່ໄດ້ເຮັດຄຸນງາມຄວາມດີ, ເປັນຄວາມສຸກທີ່ສໍາຜັດໄດ້ໃນປັດຈຸບັນ ໂດຍບໍ່ຈໍາເປັນຕ້ອງລໍຄອຍຄວາມສຸກຈາກອະນາຄົດ ຖ້າເຮົາມີຄວາມສຸກໃນປັດຈຸບັນ ອະນົດຄົດຂ້າງຫນ້າເຮົາກໍມີຄວາມສຸກ ແລະ ເຮົາຈະມີຄວາມສຸກຕະຫລອດໄປ ເປັນຄວາມສຸກທີ່ຫາໄດ້ງ່າຍໆຈາກຕົວເຮົາ ດ້ວຍການຢູ່ກັບປັດຈຸບັນ ເລື່ອງການຢູ່ກັບປັດຈຸບັນນີ້ເປັນເລື່ອງທີ່ສໍາຄັນຫລາຍ ຜູ້ຂຽນເປັນຄົນຫນຶ່ງທີ່ໃສ່ໃຈກັບເລື່ອງນີ້ເປັນພິເສດ ເພາະມານດາຂອງຜູ້ຂຽນມັກເວົ້າຢູ່ຕະຫລອດວ່າ “ໃຫ້ຢູ່ກັບປັດຈຸບັນ” ສຽງນີ້ດັງຢູ່ໃນຫູ ຂອງຜູ້ຂຽນຕະຫລອດເວລາ..!! ຂໍອວຍພອນໃຫ້ທ່ານຜູ້ອ່ານທັງຫລາຍຈົ່ງປະສົບແຕ່ຄວາມສຸກ ຄວາມສົດຊື່ນແຈ່ມໃສ ເບີກບານໃຈ ດ້ວຍການພໍໃຈໃນສິ່ງທີ່ເຮົາມີ ຍິນດີໃນສິ່ງທີ່ເຮົາໄດ້ ແລະ ຕັ້ງຫນ້າພັດທະນາຕົນເອງໃຫ້ຊີວິດຮູ້ສຶກວ່າມີຄຸນຄ່າຢູ່ຕະຫລອດເວລາ.

ໂດຍ: ທັມມະວາທີ

Ekaggacitto Bhikkhu

Lao Buddhism is a website designed for Lao Buddhist Community.

Ekaggacitto Bhikkhu has 64 posts and counting. See all posts by Ekaggacitto Bhikkhu

This site uses Akismet to reduce spam. Learn how your comment data is processed.