ຈົ່ງປະຕິບັດຫນ້າທີ່ຂອງຕົນໃຫ້ດີທີ່ສຸດ !

Image

ການທີ່ພວກເຮົາຈະປະສົບຜົນສໍາເລັດຢ່າງຫນ້າພາກພູມໃຈໃນຊີວິດວຽກງານໃດຫນຶ່ງໄດ້ນັ້ນ ສິ່ງສໍາຄັນ ຄືທຸກຄົນຕ້ອງຮູ້ຈັກຮັບຜິດຊອບຕໍ່ຫນ້າທີ່ຂອງຕົນ ດ້ວຍການເຮັດໄປຕາມຫນ້າທີ່ນັ້ນໆຢ່າງເຕັມກໍາລັງຄວາມສາມາດ ໂດຍຖືຫລັກວ່າ: ປະຕິບັດຫນ້າທີ່ເພື່ອຫນ້າທີ່, ເຮັດວຽກເພື່ອວຽກ, ສ້າງຄວາມດີເພື່ອຄວາມດີ..ຖ້າພວກເຮົາຖືຫລັກແນວນີ້ ບໍ່ວ່າຈະເປັນວຽກງານ ຫລື ຈິດໃຈຂອງພວກເຮົາກໍຈະມີຄວາມເບີກບານແຈ່ມໃຈ ເຊິ່ງສາມາດເຮັດໃຫ້ຄວາມທຸກ ຄວາມກັງວົນທີ່ມີຢູ່ໃນຈິດໃຈຂອງເຮົາລົດນ້ອຍຖອຍລົງ ແຕ່ທີ່ພວກເຮົາເປັນຢູ່ໃນຕອນນີ້ ຮູ້ສຶກວ່າສ່ວນໃຫຍ່ພວກເຮົາມັກຄິດເຖິງຜົນປະໂຫຍດທີ່ຈະເກີດຈາກການປະຕິບັດຫນ້າທີ່ນັ້ນເປັນສໍາຄັນ! ຈິ່ງເປັນເຫດໃຫ້ພວກເຮົາບໍ່ຄ່ອຍມີຄວາມສຸກກັບການປະຕິບັດຫນ້າທີ່ຂອງຕົນ; ເຮັດສິ່ງໃດລົງໄປກໍລໍຄອຍແຕ່ຜົນຕອບແທນ ເມື່ອບໍ່ໄດ້ຮັບຜົນຕອບແທນຕາມທີ່ຄາດຫວັງເອົາໄວ້ກໍເປັນທຸກ ເດືອດຮ້ອນຫວຸ້ນວາຍໃຈ.

ໃນສະໄຫມພຸດທະການມີຕົວຢ່າງກ່ຽວກັບເລື່ອງນີ້ຢູ່ຫລາຍ ເຊິ່ງຜູ້ຂຽນຂໍນໍາມາເລົ່າສູ່ຟັງຈັກເລື່ອງຫນຶ່ງເພື່ອຊີ້ໃຫ້ພວກເຮົາໄດ້ເຫັນຢ່າງແຈ່ມຊັດ:

ເມື່ອນັ້ນ ພະເຈົ້າພິມພິສານ ກະສັດຜູ້ຄອງແຄວ້ນມະຄົດ ໄດ້ຮັບຄວາມທຸກທໍລະມານຍ້ອນເປັນໂລກລິດສີດວງທະວານ.

ພວກນາງສະຫນົມກໍານັນເຫັນແລ້ວພາກັນຫົວຂວັນວ່າ: “ເວລານີ້ພະລາຊາຊົງມີລະດູ ອີກບໍ່ດົນກໍຈະປະສູດ(ຄອດລູກ)ແລ້ວ”.

ເມື່ອພະອົງຊົງໄດ້ຍິນດັ່ງນັ້ນກໍຮູ້ສຶກລະອາຍ ຈິ່ງເລົ່າໃຫ້ເຈົ້າຊາຍອະໄພຟັງວ່າ: “ອະໄພ ! ພໍ່ປ່ວຍເປັນໂລກລິດສີດວງທະວານ ມີເລືອດໄຫລອອກມາເປິເປື້ອນຜ້າ ພວກນາງສະຫນົມກໍານັນພາກັນຫົວຂວັນພໍ່ ຂໍໃຫ້ເຈົ້າຊ່ວຍຫາຫມໍມາປິ່ນປົວໃຫ້ພໍ່ແດ່”

“ຊີວົກ ເປັນແພດປະຈໍາຕົວຂອງລູກ ຍັງຫນຸ່ມແຫນ້ນ ແຕ່ເປັນຜູ້ມີຄວາມຮູ້ ແລະ ມີຄວາມຊ່ຽວຊານທາງການແພດ ລູກຈະໃຫ້ຫມໍຊີວົກມາປິ່ນປົວຮັກສາພະອົງ”

“ຖ້າແນວນັ້ນ ບໍ່ຕ້ອງລໍຊ້າ ຈົ່ງຮີບໄປບອກຫມໍຊີວົກມາເບິ່ງພໍ່ໄວໆ”

ເຈົ້າຊາຍອະໄພຈິ່ງບອກຫມໍຊີວົກ ໂກມາຣະພັດ ວ່າ: “ຊີວົກ! ເຈົ້າຈົ່ງໄປປິ່ນປົວພະຍາດໃຫ້ພະລາຊາໂດຍໄວ”

ຈາກນັ້ນ ຫມໍຊີວົກກໍເຂົ້າໄປຫາພະລາຊາ ແລ້ວໃຊ້ເວລາປິ່ນປົວໃຫ້ຈົນຫາຍດີເປັນປົກກະຕິ.

ພະເຈົ້າພິມພິສານພໍໃຈກັບການປິ່ນປົວຂອງຫມໍຊີວົກ ຈິ່ງຊົງມອບເຄື່ອງຂອງທັງຫລາຍໃຫ້ເປັນການຕອບແທນ ໂດຍສັ່ງໃຫ້ນໍາເອົາເຄື່ອງຂອງທັງຫລາຍທີ່ຈະມອບໃຫ້ນັ້ນມາລວມກັນໄວ້ ແລ້ວຕັດວ່າ:

“ຊີວົກ ເຄື່ອງຂອງທັງຫມົດນີ້ມອບໃຫ້ເປັນສົມບັດຂອງເຈົ້າ”

ຫມໍຊີວົກ ໂກມາຣະພັດ ຂາບທູນວ່າ:

“ຢ່າເລີຍພະອົງ! ຂໍໃຫ້ພະອົງຈົ່ງລະນຶກວ່າ ນີ້ເປັນການປະຕິບັດຫນ້າທີ່ຂອງຂ້ານ້ອຍເຖີດ”

ຫນ້າທີ່ຂອງແພດຄືການປິ່ນປົວພະຍາດໃຫ້ຄົນເຈັບ ພະຍາດທີ່ໄດ້ຮັບການປິ່ນປົວຈົນຫາຍດີນັ້ນເອງເປັນຜົນທີ່ຫນ້າພາກພູມໃຈຂອງແພດ! ແພດກໍມີຄວາມສຸກເມື່ອເຫັນຄົນໄຂ້ຫາຍຈາກພະຍາດ ຖ້າເປັນພະຍາດທີ່ຮ້າຍແຮງເຊິ່ງສາມາດຈະເກັບເອົາຊີວິດຂອງຄົນໆນັ້ນໄປໄດ້ແລ້ວ ແຕ່ແພດຍັງຮັກສາຊີວິດໄວ້ໄດ້ທັນເວລາ ກໍເທົ່າກັບເປັນການໃຫ້ຊີວິດໃຫມ່ແກ່ຄົນໄຂ້. ຍ້ອນແນວນີ້ ແພດຈິ່ງໄດ້ຊື່ວ່າ ເປັນຜູ້ໃຫ້ຄວາມສຸກ, ໃຫ້ຊີວິດໃຫມ່..ນີ້ຄືຜົນສໍາເລັດທີ່ຫນ້າພາກພູມໃຈ ແລະ ເປັນຜົນສໍາເລັດທີ່ງົດງາມ ເປັນເປົ້າຫມາຍຫລັກຂອງວົງການການແພດກໍວ່າໄດ້. ຕາບໃດທີ່ແພດຫາກຖືຄະຕິວ່າ: “ການຮັກສາພະຍາດໃຫ້ຫາຍຄືເປົ້າຫມາຍຫລັກ ສ່ວນການຮັບວັດຖຸເງິນຄໍາເປັນເປົ້າຫມາຍສໍາຮອງ” ຄຸນຄ່າຂອງຄວາມເປັນແພດກໍຈະສູງສົ່ງ ສົມຄວນແກ່ການໄດ້ຮັບຄວາມເຄົາລົບນັບຖືຈາກຜູ້ຄົນໃນສັງຄົມ. ເນື່ອງຈາກວ່າ ແພດຢູ່ໃນຖານະເປັນຜູ້ດັບທຸກໃຫ້ຄົນທັງຫລາຍເຊິ່ງຄ້າຍຄືກັບພຣະພຸດທະເຈົ້າ ແລະ ບັນດາພຣະສາວົກ ຈະຕ່າງກັນແດ່ກໍຄື ພຣະພຸດທະເຈົ້າ ແລະ ບັນດາພຣະສາວົກນັ້ນປະຕິບັດຫນ້າທີ່ດັບທຸກທາງໃຈ ສ່ວນແພດເປັນຜູ້ດັບທຸກທາງກາຍ.

ການປະຕິບັດຫນ້າທີ່ວຽກງານຂອງພວກເຮົານັ້ນ ເປັນສິ່ງທີ່ສໍາຄັນທີ່ສຸດ! ພະພຸດທະອົງໄດ້ສັ່ງໄວ້ກ່ອນຈະຈາກພວກເຮົາໄປວ່າ: “ຫັນທະທານິ ພິກຂະເວ ອະມັນຕະຍະມິໂວ ວະຍະທັມມາ ສັງຂາຣາ ອັບປະມາເທນະ ສັມປະເທຖາຕິ…ສັງຂານທັງຫລາຍມີຄວາມເສື່ອມໄປເປັນທໍາມະດາ ຂໍໃຫ້ພວກທ່ານທັງຫລາຍຈົ່ງປະຕິບັດຫນ້າທີ່ຂອງຕົນໃຫ້ສໍາເລັດດ້ວຍຄວາມບໍ່ປະຫມາດເຖີດ”.

ການປະຕິບັດຫນ້າທີ່ຂອງຕົນໃຫ້ສໍາເລັດດ້ວຍຄວາມບໍ່ປະຫມາດນັ້ນ ກໍຄືການມີສະຕິລະນຶກຮູ້ວ່າ ເຮົາມີຫນ້າທີ່ຫຍັງ ? ມີສິ່ງໃດແດ່ທີ່ເຮົາຄວນປະຕິບັດ ? ເມື່ອຮູ້ຢ່າງແຈ່ມແຈ້ງແລ້ວ ກໍຕັ້ງຈິດຕັ້ງໃຈປະຕິບັດສິ່ງນັ້ນໆໃຫ້ດີທີ່ສຸດ ໂດຍບໍ່ຕ້ອງຖັດມື້ຖັດວັນ; ໃຊ້ທຸກວັນເວລາໃຫ້ຄຸ້ມຄ່າທີ່ສຸດ ເພາະຊີວິດນີ້ມັນບໍ່ທ່ຽງ ບໍ່ມີສິ່ງໃດແນ່ນອນ ເພາະສະນັ້ນ ເວລາທີ່ພວກເຮົາມີຢູ່ ຈົ່ງນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ. ສໍາລັບຜູ້ຂຽນເອງຖືຫລັກໃນການເຮັດວຽກງານວ່າ: “ເຮົາຈະປະຕິບັດຫນ້າທີ່ຂອງເຮົາໃນມື້ນີ້ໃຫ້ດີທີ່ສຸດໃຫ້ເຫມືອນກັບເປັນມື້ສຸດທ້າຍຂອງຊີວິດ!!” ຖ້າວ່າທ່ານຜູ້ອ່ານຫາກຖືຫລັກແນວນີ້ ວຽກງານທຸກຢ່າງຂອງເຮົາຈະໄດ້ຮັບການຈັດຕັ້ງປະຕິບັດ, ສິ່ງໃດ ຫລື ວຽກງານໃດທີ່ຍັງຄ້າງຄາເຮົາຈະປະຕິບັດໃຫ້ສໍາເລັດລຸລ່ວງໄປໄດ້ດ້ວຍດີ. ເມື່ອປະເມີນເບິ່ງວຽກງານທັງຫລາຍທີ່ໄດ້ປະຕິບັດມາກໍເກີດມີຄວາມພາກພູມໃຈ ມີຄວາມສຸກໃຈ! ແລະຍັງເປັນການເພີ່ມຄຸນຄ່າແຫ່ງຊີວິດໃຫ້ແກ່ຕົວເຮົາ ວ່າມື້ນີ້ ເຮົາບໍ່ໄດ້ປ່ອຍປະເວລາໃຫ້ເສຍໄປລ້າໆ! ເປັນການຕໍ່ເຕີມຄວາມສຸກ ຄວາມຊື່ນບານໃຫ້ເກີດຂຶ້ນແກ່ຊີວິດຈິດໃຈ, ເປັນການຕໍ່ອາຍຸໃຫ້ກັບຕົນເອງ ສາມາດເວົ້າໄດ້ວ່າ: “ວຽກງານກໍໄດ້ຜົນ ຄົນກໍໄດ້ຄວາມສຸກ”.

ເພາະສະນັ້ນ ຂໍໃຫ້ພວກເຮົາຈົ່ງປະຕິບັດຫນ້າທີ່ຂອງຕົນໃຫ້ດີທີ່ສຸດ! ຜູ້ໃດມີຫນ້າທີ່ອັນໃດກໍໃຫ້ປະຕິບັດຫນ້າທີ່ອັນນັ້ນ ເຊັ່ນ: ເປັນພໍ່ແມ່ກໍໃຫ້ປະຕິບັດຫນ້າທີ່ຂອງຄວາມເປັນພໍ່ແມ່ໃຫ້ດີທີ່ສຸດ, ເປັນລູກກໍປະຕິບັດຫນ້າທີ່ຂອງຄວາມເປັນລູກ, ເປັນຜົວ-ເມຍ, ເປັນແພດຫມໍ, ເປັນພະນັກງານລັດຖະກອນ, ເປັນພໍ່ຄ້າຊາວຂາຍ, ເປັນນັກຮຽນນັກສຶກສາ, ເປັນຄູບາອາຈານ, ເປັນພົນລະເມືອງຂອງຊາດ…ກໍຂໍໃຫ້ປະຕິບັດຫນ້າທີ່ຂອງຕົນ. ຖ້າພວກເຮົາທຸກຄົນທີ່ຢູ່ໃນສັງຄົມຫາກເອົາໃຈໃສ່ປະຕິບັດຫນ້າທີ່ຂອງຕົນໃຫ້ດີທີ່ສຸດດັ່ງທີ່ກ່າວມານີ້ ສັງຄົມຂອງພວກເຮົາຈະມີແຕ່ຄວາມສະຫງົບສຸກ, ມີແຕ່ຄວາມຈະເລີນຮຸ່ງເຮືອງສີວິໄລຕະຫລອດໄປ..!! ຜູ້ຂຽນຂໍໃຫ້ກໍາລັງໃຈກັບພວກເຮົາທຸກຄົນໃນການປະຕິບັດຫນ້າທີ່ວຽກງານ ແລະ ຂໍໃຫ້ມີຄວາມສຸກ ມີຄວາມສະບາຍໃຈ ທຸກທ່ານທຸກຄົນດ້ວຍເທີ້ນ.

   ໂດຍ: ພຣະບຸນເລີນ ມິ່ງສະຫມອນ

Advertisements

1 Comment

ຕອບກັບ

Please log in using one of these methods to post your comment:

WordPress.com Logo

You are commenting using your WordPress.com account. Log Out /  ປ່ຽນ )

Google+ photo

You are commenting using your Google+ account. Log Out /  ປ່ຽນ )

Twitter picture

You are commenting using your Twitter account. Log Out /  ປ່ຽນ )

Facebook photo

You are commenting using your Facebook account. Log Out /  ປ່ຽນ )

w

Connecting to %s