ເມື່ອຕອນບ່າຍຂອງວັນທີ 3 ກັນຍາ ມື້ນີ້ ທີ່ວັດປ່ານາຄູນນ້ອຍ, ເມືອງນາຊາຍທອງ,ນະຄອນຫລວງວຽງຈັນ ໄດ້ມີພິທີອຸປະສົມບົດ(ບວດພຣະ) ໃຫ້ແກ່ພຣະສົງໜູ່ມຊາວຍີ່ປຸ່ນ ຈາກນິກາຍກຽວໂຕ້ໂຊໂຕ້ ຈຳນວນ 20 ອົງ ແລະຄົນລາວອີກ 2 ຄົນ ລວມເປັນ 22 ອົງ.
ຈຸດປະສົງຂອງການມາບວດຄັ້ງນີ້ ແມ່ນເພື່ອສຶກສາຮຽນຮູ້ປະເພນີວັດທະນະທຳແລະປະຕິບັດກັມມະຖານແບບຊາວພຸດລາວແລະເພື່ອເສີມສ້າງສາຍພົວພັນມິດຕະພາບລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂື້ນ. ພຣະບວດໃໝ່ແຕ່ລະອົງໃນຄັ້ງນີ້ ແມ່ນມີເຈົ້າພາບທີ່ເປັນຄົນລາວອຸປະຖຳ ຫລື ເປັນແມ່ຍົກທັງໝົດ ຖືໄດ້ວ່າເປັນໂອກາດອັນສຳຄັນ ແລະເປັນຄັ້ງປະຫວັດສາດທີ່ບໍ່ເຄີຍມີມາ.
ໃນການບວດຄັ້ງນີ້ ມີພຣະອາຈາຣຍ໌ໃຫຍ່ ດຣ.ມະຫາຜ່ອງ ສະມາເລີກ, ປະທານອົງການພຸດທະສາສນາສຳພັນລາວ ເປັນອຸປັດຊາ, ແລະມີພຣະອາຈາຣຍ໌ໃຫຍ່ ດຣ.ມະຫາເວດ ມະເສໄນ, ຮອງປະທານ ແລະຜູ້ປະຈຳການ ອພສ, ພຣະອາຈາຣຍ໌ ບຸນທະວີ ປະສິດທິສັກ(ເຈົ້າອາວາດວັດຈອມທອງ), ພຣະອາຈາຣຍ໌ ຄຳສຸກ (ເຈົ້າອາວາດວັດອິນແປງ), ພຣະອາຈາຣຍ໌ ປູ່ ຄຳເບົ້າ(ວັດນາຄູນ) ເປັນກຳມະວາຈາຈາຣຍ໌(ອາຈາຣຍ໌ສູດ).
ຫລັງຈາກບວດແລ້ວ ພຣະພິກສຸຜູ້ບວດໃໝ່ຈະໄດ້ຈຳສິນພາວະນາ, ສຶກສາແລະປະຕິບັດທັມທີ່ວັດນາຄູນນ້ອຍນີ້ເປັນເວລາ 7 ວັນຈິ່ງລາສຶກຂາ.
This is a profound undertaking. Laos is honored to have these Japanese monks ordained here. May I submit my concurrence. Sathu. Sathu. Sathu.