ອອກພັນສາປະວໍຣະນາ

Image

ຄຳວ່າ: “ພັນສາ” ໄດ້ແກ່ “ປີ ຫຼື ລະດູຝົນ” ພາຍໃນໜຶ່ງປີມີ 4 ເດືອນ ແຕ່ຊົງອະນຸຍາດໃຫ້ພຣະສົງສາມະເນນຈຳພັນສາເປັນເວລາ 3 ເດືອນຄື ເລີ່ມແຕ່ແຮມ 1 ຄ່ຳເດືອນ 8 ລາວ ເຖິງຂຶ້ນ 15 ຄ່ຳເດືອນ 11.
ຄຳວ່າ: “ອອກ” ໄດ້ແກ່ “ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດໄປພັກແຮມບ່ອນອື່ນໄດ້” ຈິ່ງເອີ້ນວ່າບຸນອອກພັນສາ ເຊິ່ງເປັນບຸນປາງໜຶ່ງໃນຮີດ 12 ຂອງລາວເຮົາ. ເພື່ອເປີດໂອກາດໃຫ້ແກ່ພຣະສົງສາມະເນນໄດ້ກະທຳກິດຂອງພະສາສະນາ ເຊັ່ນ: ໄປເທດ, ໄປສັ່ງສອນປະຊາຊົນ, ບວດລູກຫຼານຊາວບ້ານເພື່ອສືບຕໍ່ອາຍຸພຸດທະສາສະນາ ແລະ ໄປຢ້ຽມຢາມຍາດຕິພີ່ນ້ອງ, ອຸປະຊາອາຈານເປັນຕົ້ນ.
ກ່ອນຈະອອກພັນສາພຣະສົງຕ້ອງປະວໍຣະນາຕົນເອງກ່ອນ ເຊິ່ງຄຳວ່າ: “ປະວໍຣະນາ” ແປວ່າ: “ການເປີດໂອກາດໃຫ້ພຣະສົງວ່າກ່າວຕັກເຕືອນກັນໄດ້” ເພາະວ່າເມື່ອອອກພັນສາແລ້ວຕ່າງຄົນຕ່າງໄປ ບາງເທື່ອອາດຈະມີຜູ້ເຮັດຜິດລະບຽບວິນັຍ! ພຣະສົງຜູ້ມີເຈຕະນາດີກໍ່ຈະສາມາດຕັກເຕືອນເຊິ່ງກັນ ແລະກັນໄດ້. ຂອບເຂດການປະວໍຣະນາ ກໍາໜົດແຕ່ແຮມ 1 ຄ່ຳເດືອນ 11 ຮອດມື້ຂຶ້ນ 15 ຄ່ຳເດືອນ 12 ລາວ.
ການເຮັດບຸນແມ່ນເລີ່ມແຕ່ພຣະສົງສາມະເນນ ຈະຕື່ນແຕ່ເຊົ້າ ຕີກອງເດິກ, ໄຫວ້ພຣະສູດມົນພ້ອມກັນ ແລ້ວກ່າວຄຳປະວໍຣະນາອອກພັນສາ ໃນມື້ຂຶ້ນ 15 ຄ່ຳເດືອນ 11 ສ່ວນຝ່າຍຄະລືຫັດ ສັດທາຊາວບ້ານກໍ່ກຽມຕົວມາກະທຳບຸນກຸສົນ ກຽມອາຫານຫວານຄາວ, ມາໃຫ້ທານ, ຮັກສາສິນ, ຟັງທັມຮ່ວມກັນທີ່ວັດ.
ໃນມື້ຂື້ນ 15 ຄ່ຳ ເດືອນ 11 ສັດທາຊາວບ້ານ ແລະ ພຣະສົງສາມະເນນຮ່ວມກັນສ້າງເຮືອໄຟຂຶ້ນໃນເຂດວັດບ່ອນທີ່ເຫມາະສົມ ພໍຮອດຕອນຄ່ຳກໍ່ນຳປະທີບນ້ຳມັນ, ດອກໄມ້ທູບທຽນມາຈູດໄຕ້ບູຊາພຣະຣັດຕະນະໄຕຣ ບາງບ່ອນຢູ່ໃກ້ແມ່ນ້ຳກໍ່ເຮັດເຮືອໄຟແລ້ວນຳໄປໄຫລນ້ຳ ຖືວ່າການບູຊາປະທີບນ້ຳມັນນັ້ນມີອານິສົງຫຼາຍ. ດັ່ງມີຕົວຢ່າງວ່າ: ພຣະອານຸຣຸດທະເຖຣະ ເປັນພຣະສາວົກທີ່ໄດ້ຮັບຍົກຍ້ອງວ່າເປັນພຣະອໍຣະຫັນຜູ້ມີຕາທິບ ເບິ່ງກ້ວາງເຫັນໄກໄດ້ ເພາະອານິສົງຖວາຍປະທີບໃນເມື່ອກ່ອນ. ນອກນັ້ນຍັງມີເລື່ອງເລົ່າຫຼາຍເລື່ອງທີ່ກ່ຽວກັບການບູຊາໄຟ ໄຕ້ປະທີບ, ໄຫຼເຮືອໄຟ ໃນມື້ອອກພັນສາ:
ເລື່ອງທີ 1 : ເພື່ອເປັນການສະແດງອອກເຊິ່ງຄວາມກະຕັນຍູຕໍ່ຜູ້ມີພະຄຸນ ເຊັ່ນ: ຕໍານານແມ່ກາເຜືອກ ເພື່ອລະນຶກເຖິງບຸນຄຸນແມ່ທີ່ໃຫ້ກຳເນີດເກີດມາ ເຮົາຈິ່ງນິຍົມຝັ້ນຝ້າຍຕີນກາ ຈູດບູຊາແມ່ກາເຜືອກ ແລະຮອຍພຣະບາດ.
ມີເລື່ອງເລົ່າກັນມາວ່າ: ເມື່ອຄັ້ງດຶກດໍາບັນຍັງມີພະຍາກາເຜືອກ ສອງຜົວເມຍ ເຮັດຮັງຢູ່ເທິງຕົ້ນໄມ້ໃນປ່າຫິມະພານ ຮີມຝັ່ງແມ່ນ້ຳ ຢູ່ມາມື້ໜຶ່ງພະຍາກາເຜືອກສອງຜົວເມຍ ໄດ້ອອກໄປຫາອາຫານ ຂະນະນັ້ນໄດ້ເກີດລົມພະຍຸມາພັດຮັງກາ ເຮັດໃຫ້ໄຂ່ກາຕົກກະຈັດກະຈາຍໄຫຼໄປຕາມແມ່ນ້ຳ ເມື່ອລົມພາຍຸສະຫງົບລົງ ແມ່ກາໄດ້ກັບມາຫາຮັງກໍ່ຮູ້ວ່າຮັງ ແລະ ໄຂ່ໄດ້ໄຫຼນ້ຳໄປໝົດແລ້ວ ດ້ວຍຄວາມອາໄລຮັກລູກແມ່ກາໄດ້ຂາດໃຈຕາຍແລ້ວໄປເກີດເປັນພຣົມ ຢູ່ໃນພຣົມມະໂລກ ມີນາມວ່າທ້າວພະກາພຣົມ ສ່ວນໄຂ່ກາທັງ 5 ໄຫຼໄປຕາມກະແສນ້ຳ ໜ່ວຍທີ 1 ແມ່ໄກ່ໄດ້ເອົາໄປຟັກ, ໜ່ວຍທີ 2 ແມ່ນາກເອົາໄປຟັກ, ໜ່ວຍທີ 3 ແມ່ເຕົ່າເອົາໄປຟັກ, ໜ່ວຍທີ 4 ແມ່ງົວເອົາໄປຟັກ ແລະ ໜ່ວຍທີ 5 ແມ່ຣາຊາສີ(ສິງຫ໌) ເອົາໄປຟັກ. ເມື່ອໄຂ່ທັງຫ້າເບາະອອກມາ ກໍ່ເປັນຄົນທັງໝົດ ເມື່ອໃຫຍ່ຂຶ້ນມາຕ່າງຄົນກໍ່ເຫັນໂທດຂອງການຄອງເຮືອນ ແລະ ເຫັນອານິສົງຂອງການອອກບວດ ຈິງໄດ້ລາແມ່ລ້ຽງຂອງຕົນອອກບວດເປັນລືສີຈະເຣີນຍານ ສະມາບັດຢູ່ປ່າຫິມະພານ ວັນໜຶ່ງລືສີທັງຫ້າໄດ້ພົບກັນ ແລະ ໄດ້ຖາມໄຖ່ຊື່ສຽງຮຽງນາມຂອງກັນ ແລະ ກັນ ກໍ່ຮູ້ວ່າຕ່າງຄົນຕ່າງມີແມ່ລ້ຽງທັງໝົດ ອົງທີໜຶ່ງຊື່ວ່າ: ‘ກະກຸສັນໂທ” ເພາະໄກ່ເອົາໄປລ້ຽງ; ອົງທີສອງຊື່ວ່າ: “ໂກນາຄະມະໂນ” ເພາະນາກເອົາໄປລ້ຽງ; ອົງທີສາມຊື່ວ່າ: “ກັສໂປ” ເພາະເຕົ່າເອົາໄປລ້ຽງ ອົງທີສີ່ຊື່ວ່າ: “ໂຄຕະໂມ” ເພາະງົວເອົາໄປລຽ້ງ; ອົງທີຫ້າຊື່ວ່າ: “ເມຕຕັຍໂຍ” ເພາະຣາຊະສີເອົາໄປລ້ຽງ ຕ່າງຄົນຕ່າງບໍ່ແມ່ນແມ່ແທ້ຂອງຕົນ ຈິ່ງອະທິຖານວ່າຖ້າຈະໄດ້ຕັສຮູ້ເປັນພຣະພຸດທະເຈົ້າໃນຂ້າງໜ້າ ຂໍໃຫ້ຮ້ອນໄປເຖິງມານດາຜູ້ໃຫ້ກຳເນີດ ແຮງອະທິຖານຮ້ອນໄປເຖິງທ້າວພະກາພຣົມ ຈິ່ງແປງຮ່າງເປັນກາເຜືອກລົງມາ ແລະ ບອກວ່າເປັນແມ່ຂອງລືສີທັງຫ້າ ຖ້າຫາກຄິດເຖິງມານດາ ເມື່ອຮອດເດືອນ 11 ເພັງໃຫ້ເອົາຟ້າຍມາຝັ້ນເປັນຮູບຕີນກາ ຈູດບູຊາເທີດ ຈິ່ງໄດ້ຊື່ວ່າຄິດຮອດແມ່ມານດາ ນັບຕັ້ງແຕ່ນັ້ນມາຈິ່ງມີການຈູດປະທີບຕີນກາບູຊາມາທຸກວັນນີ້.
ເລື່ອງທີ 2 : ເພື່ອເປັນການຕ້ອນຮັບການສະເດັດກັບມາຂອງພຣະພຸດທະເຈົ້າທີ່ໄປເທດໂຜດມານດາ ແລະ ຈຳພັນສາໃນສະຫວັນຊັ້ນດາວະດຶງ ໃນມື້ຂຶ້ນ 15 ຄ່ຳເດືອນ 11 ຊາວບ້ານຈິ່ງນິຍົມຈູດປະທີບໂຄມໄຟ ຂັ້ນໄດແກ້ວເພື່ອຕ້ອນຮັບ ແລະ ບູຊາພຣະພຸດທະເຈົ້າ.
ເລື່ອງທີ 3 : ເພື່ອບູຊາຮອຍພຣະພຸດທະບາດ ທີ່ເປັນສັນຍາລັກແຫ່ງຄວາມສະຫງົບ, ຄວາມສາມັກຄີ ຈິ່ງນິຍົມໄຫຼປະທີບໂຄມໄຟບູຊາ ແລະ ບູຊາແມ່ຄົງຄາ ເພື່ອເຄົາລົບ ແລະ ຮູ້ບຸນຄຸນຕໍ່ແມ່ນໍ້າ.
ເຖິງແມ່ນວ່າ ການບູຊາໃນວັນດັ່ງກ່າວນັ້ນຈະມີສາເຫດແຕກຕ່າງກັນຫຼາຍປະການກໍ່ຕາມ ແຕ່ຈຸດໝາຍກໍ່ຄື: ການບູຊາພຣະຣັດຕະນະໄຕຣ ທີ່ຊາວພຸດລາວບັນດາເຜົ່າມີຄວາມເຫຼື້ອມໃສສັດທາ ແລະ ນໍາເອົາຫຼັກທັມ ຄຳສອນມາປະຕິບັດໃຫ້ເກີດຜົນດີໃນຊີວິດປະຈຳວັນ ນອກຈາກນີ້ຍັງສະແດງອອກເຊິ່ງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ມີພະຄຸນ ເຊັ່ນ: ແມ່ພໍ່ ຄູບາອາຈານ ແລະ ທໍາມະຊາດທີ່ໃຫ້ຊີວິດ ອັນມີແມ່ນ້ຳເປັນຕົ້ນ.
ດັ່ງນັ້ນ, ການຈັດຕັ້ງປະຕິບັດຕາມຮີດຄອງປະເພນີ ໃນມື້ບຸນອອກພັນສານີ້ ແມ່ນເພື່ອການສະແດງອອກເຊິ່ງຄວາມສັດທາ, ຄວາມກະຕັນຍູ ແລະ ຄວາມສາມັກຄີຮັກແພງຂອງພໍ່ແມ່ປະຊາຊົນບັນດາເຜົ່າ. ການເຮັດບຸນສິນກິນທານ ແລະ ການບູຊານັ້ນ ຕ້ອງມີສະຕິລະວັງຕົວ! ບໍ່ຟູມເຟືອຍ! ບໍ່ປະໝາດ! ແລະ ຮູ້ຈັກຄຸນຄ່າທີ່ແທ້ຈິງຂອງການປະກອບກິດຈະກຳໃນບຸນດັ່ງກ່າວ.

ໂດຍ: ພຣະອາຈານ ບຸນທຽນ ລັດຕະນະປັນໂຍ
ຄໍລໍາພຸດທະທັມເພື່ອສັງຄົມລາວ
ໜັງສືພິມປະຊາຊົນວັນອາທິດ

Advertisements

ຕອບກັບ

Please log in using one of these methods to post your comment:

WordPress.com Logo

You are commenting using your WordPress.com account. Log Out /  ປ່ຽນ )

Google+ photo

You are commenting using your Google+ account. Log Out /  ປ່ຽນ )

Twitter picture

You are commenting using your Twitter account. Log Out /  ປ່ຽນ )

Facebook photo

You are commenting using your Facebook account. Log Out /  ປ່ຽນ )

w

Connecting to %s