ຄົ້ນພົບ: ສະຖານທີ່ປະສຸດຂອງພຣະພຸດທະເຈົ້າຢູ່ເນປານ

Image

 ຄົ້ນພົບ: ສະຖານທີ່ໆຈະປ່ຽນແປງທັດສະນະຄວາມເຊື່ອຂອງໂລກກ່ຽວກັບທີ່ມາຂອງພຣະພຸດທະເຈົ້າ

ການຄົ້ນພົບຫໍໂຮງທີ່ເຮັດດ້ວຍໄມ້ແບບທຳມະດາເຊິ່ງມີອາຍຸຍາວນານເຖິງ 2600 ກວ່າປີ ທີ່ອ້ອມຮອບຕົ້ນໄມ້ເກົ່າແກ່ໃນເນປານ ເຊິ່ງເປັນສະຖານທີ່ໆພຸດທະມານດາໄດ້ຈ່ອງໃນຂະນະທີ່ຊົງປະສູດ ຈະເປັນການປະຕິວັດຄວາມເຂົ້າໃຈໃໝ່ກ່ຽວກັບຕົ້ນກຳເນີດຂອງສາສະໜາໜຶ່ງຂອງບັນດາສາສະໜາສຳຄັນໃນໂລກ.

ນັກບູຮານນະຄະດີ ໄດ້ຂຸດຄົ້ນພາຍໃຕ້ຕົ້ນໄມ້ສັກສິດທີ່ວິຫານມາຍາເທວີ ທີ່ເມືອງລຸມພີນີໄດ້ຄົ້ນພົບຫລັກຖານທາງວັດຖຸທີ່ເຮັດໃຫ້ເຊື່ອມໂຍງຢ່າງຊັດເຈນເຖິງການປະສູດຂອງເຈົ້າຊາຍສິດທັດຖະໂຄຕະມະ ຜູ້ທີ່ຄຳສອນຂອງພຣະອົງໄດ້ຖືກນັບຖືປະຕິບັດເກືອບເຄິ່ງຕື້ຄົນໃນປັດຈຸບັນ.

ການຄົ້ນພົບແບບພິເສດນີ້ ຊີ້ໃຫ້ເຫັນວ່າ ຜູ້ນັບຖືສາສະໜາແຕ່ດັ້ງເດີມ-ເມື່ອ 600 ປີກ່ອນ ຄ.ສ.ນັ້ນເປັນນັກມັງສະວິຣັຕແລະຫຼີກເວັ້ນ ຈາກຄວາມຮັ່ງ ມີທາງດ້ານວັດຖຸ ເພື່ອສະແຫວງຫາ ຫົນທາງຈະເລີນທາງຈິດໃຈທີ່ໄດ້ວາງຮາກຖານໂດຍ ເຈົ້າຊາຍຜູ້ທີ່ໄດ້ສະລະຍົດສັກອັນ ສູງສົ່ງເພື່ອອອກສະແຫວງຫາເສັ້ນທາງສູ່ການຕັດສະຮູ້.

ວິຫາຣທີ່ກໍ່ດ້ວຍດິນຈີ່ຂະໜາດໃຫຍ່ ກ່ອນຍຸກໂຄງສ້າງປູຊະນິຍະສະຖານທາງພຣະພຸດທະສາສະໜາທີ່ເກົ່າແກ່ທີ່ສຸດກໍໄດ້ຖືກຄົ້ນພົບໃນສະຖານທີ່ດຽວກັນນີ້ ໄດ້ຊີ້ໃຫ້ເຫັນວ່າ ການເຟືອງຟູຂອງການນັບຖືພຣະພຸດທະສາສະໜາເປັນທີ່ຍິນດີພຸດທະມາມະກະທີ່ຮັ່ງມີແລະມີອຳນາດກ່ອນທີ່ການຍອມຮັບນັບຖືຂອງ
ພຣະເຈົ້າອະໂສກ ມະຫາຣາຊ ຜູ້ທີ່ມີອານາຈັກແຜ່ໄພສານທົ່ວທຸກພາກຂອງຊົມພູທະວີບໃນເວລານັ້ນ ແລະໂດຍດັ້ງເດີມແລ້ວ ຖືວ່າພຣະອົງເປັນບຸກຄົນສຳຄັນທີ່ສຸດໃນການຫັນປ່ຽນຈາກການເຊື່ອຖືແບບທ້ອງຖິ່ນດັ້ງເດີມ.

ສາດສະດາຈານ ໂຣບິນ ຄອນນິງແຮມ ແຫ່ງມະຫາວິທະຍາໄລເດີຣ໌ຮາມ, ຜູ້ທີ່ເປັນຜູ້ຮ່ວມນຳພາການ ສຳຫຼວດນານາຊາດ ຮ່ວມກັບ ອາຈາຣຍ໌ ໂກສ໌ ປຣະສາດ ຈາກມູນນິທິພັດທະນາພື້ນທີ່ປະສູປະຕິ (the Pashupati Area Development Trust) ໃນເນປານ, ໄດ້ກ່າວວ່າ ຈົນກຮອດບັດນີ້ ບັນດານັກປາດທາງພຸດທະສາສະໜາໄດ້ຖືກບັງຄັບໃຫ້ອີງອາໄສໂດຍການເລົ່າສືບໆກັນມາແລະຕາມຄຳພີບູຮານທີ່ໄດ້ບອກວ່າວັນປະສູດຂອງ
ພຣະພຸດທະເຈົ້າແມ່ນໃນສະຕະວັດທີສາມຫຼືທີຫົກກ່ອນ ຄ.ສ.

“ການຄົ້ນພົບຄັ້ງນີ້ຈະເປັນການເລີ່ມຕົ້ນໃໝ່ໂດຍສິ້ນເຊີງໃສສິ່ງທີ່ເຮົາໄດ້ປະຕິບັດມາໃນຮູບແບບຂອງການປະຕິບັດແບບດັ້ງເດີມ”, ລາວໄດ້ກ່າວ. ການບໍ່ສອດຄ່ອງທາງວິຊາການເປັນຜົນມາຈາກຄວາມແຕກຕ່າງ ທາງ ປະຫວັດສາດທີ່ໄດ້ເກີດຂື້ນໃນປະຊາກອນຕ່າງໃນທົ່ວທະວີບອາຊີ.

ຄວາມຜິດພາດໃນການສຳຫຼວດຫຼັກຖານທາງວັດຖຸກ່ອນໜ້າທີ່ຍຸກເສົາຫີນອະໂສກໃນຍຸກ 249 ປີກ່ອນ ຄ.ສ. ທີ່ໝາຍສະຖານທີ່ປະສູດໃນລະຫວ່າງທີ່ພຣະອົງໄປຢ້ຽມຢາມ ໄດ້ປູກຝັງຄວາມສົງໄສມາຍາວນານໃນ ຫົວຂອງນັກປາດທີ່ມີຕໍ່ປະຫວັດພົງສາວະດານ.

ສາດສະດາຈານ ຄອນນິງແຮມ ໄດ້ກ່າວວ່າ ມັນເປັນທີ່ເຊື່ອໄດ້ວ່າ ວິຫາຣທີ່ເຮັດດ້ວຍໄມ້ ອາດຖືກສ້າງຂື້ນ ໂດຍຊາວບ້ານໃນທ້ອງຖິ່ນນັ້ນ ທີ່ກວມຫຸ້ມຕົ້ນໄມ້ບ່ອນທີ່ພຸດທະມານດາ ນາງມາຍາເທວີໄດ້ຊົງປະສູດໃນ ສວນອາດອຸທະຍານລຽບຕາມຕີນພູເຂົາຫິມາໄລໃນຂະນະທີ່ພຣະນາງຊົງສະເດັດຈາກນະຄອນຫລວງຂອງພຣະສວາມີໄປສູ່ກຸງເທວະທະຫາເຊິ່ງເປັນ
ບ້ານເກີດຂອງບິດາມານຂອງພຣະນາງ.

ສະຖານທີ່ນີ້ໄດ້ຖືກສ້າງຂື້ນກວມຕື່ມອີກດ້ວຍສີລາປະມານ 26 ຄູນ 20 ແມັດ ສ້າງຕໍ່ຕື່ມໃນນ້ຳໜັງ 20 ກິໂລກຣາມ ເຊິ່ງມີຕົ້ນໄມ້ໃນສູນການທີ່ຖືກຮັກສາໄວ້ເປັນຢ່າງດີ. ສິ້ນສ່ວນເສດເຫຼືອຂອງຖ່ານໄຟແລະດິນຊາຍໄດ້ຖືກທົດລອງ ໃນຂະນະດຽວກັນກັບຮາກຂອງຕົ້ນໄມ້ບູຮານທີ່ເນັ່ງອອກໄປເດີ່ນກາງແຈ້ງຂອງວິຫາຣກໍໄດ້ຖືກກວດສອບໂດຍນັກວິທະຍາສາດທີ່ມະຫາວິທະຍາໄລ
ສະເຕີລິງໃນສະກອ໊ດແລນ.

ການຜິດພາດໃນການຄົ້ນພົບຫຼັກຖານທາງຄວາມມັ່ງມີຫຼືການຕັດກະດູກສັດໃນສະຖານທີ່ນີ້ ໄດ້ຊີ້ໃຫ້ເຫັນວ່າຫຼັກການຖືປະຕິບັດແບບບໍ່ກິນຊີ້ນແລະການສະລະອອກຈາກສິ່ງທີ່ເປັນວັດຖຸເຂົ້າຂອງພ້ອມດ້ວຍການຂ້າສັດບູຊາຍັນ ໄດ້ມີແຕ່ສະໄໝຕົ້ນໆຂອງສາສະໜາແລ້ວ.

“ນີ້ເປັນຍຸກທີ່ເກີດມີການປ່ຽນແປງທາງເສດຖະກິດແລະສັງຄົມຂະໜາດໃຫຍ່- ການຈະເລີນເຕີບໂຕຂອງບັນດາແຄວ້ນແລະຕົວເມືອງແລະການເພີ່ມຂື້ນຂອງປະຊາກອນ. ຄຳສອນຂອງພຣະພຸດທະເຈົ້າໄດ້ກ່າວວ່າ ເຈົ້າບໍ່ຈຳເປັນຕ້ອງເປັນພຣາມດ້ວຍການເກີດ ແລະຍັງມີຫຼາຍຢ່າງສຳລັບຊີວິດຫຼາຍກວ່າສິ່ງທີ່ເປັນວັດຖຸນິຍົມ. ນີ້ເປັນສິ່ງດຶງດູດຈັບໃຈຕໍ່ການເພີ່ມຂື້ນຂອງຈຳນວນພໍ່ຄ້າຊາວຂາຍ ຜູ້ທີ່ບໍ່ແມ່ນຄົນຊົນຊັ້ນພຣາມໂດຍກຳເນີດ,” ກ່າວໂດຍສາດສະດາຈານ ຄອນນິງແຮມ.

ເມືອງລຸມພີນີ, ປັດຈຸບັນນີ້ໄດ້ກາຍເປັນເມືອງມໍລະດົກໂລກຂອງອົງການຍູເນສໂກ, ເປັນໜຶ່ງໃນບັນດາສະຖານທີ່ທີ່ສັກສິດທາງພຸດທະສາສະໜາຄຽງຄູ່ກັບພຸດທະຄະຍາ, ສະຖານທີ່ພຣະພຸດທະເຈົ້າຕັດສະຮູ້, ສາຣະນາດ, ສະຖານທີ່ສະແດງປະຖົມເທສະໜາ, ແລະກຸສິນາຄະຣາ(ນາຣາ) ສະຖານທີ່ປະຣິນິບພານ.

ປັດຈຸບັນນີ້ ໄດ້ມີນັກສະແຫວງບຸນເກືອບລ້ານຄົນຕໍ່ປີໄດ້ມາທ່ອງທ່ຽວ. ທ່ານ ໄອຣິນາ ບົກໂກວາ ຜູ້ອຳນວຍການຂອງອົງການຍູເນສໂກ ໄດ້ຮຽກຮ້ອງຕື່ມ, “ໃຫ້ມີການຄົ້ນຄວ້າທາງບູຮານນະຄະດີ, ວຽກງານອະນຸລັກແລະສົ່ງເສີມການບໍລິຫານສະຖານທີ່ຢ່າງເຂັ້ມງວດຕື່ມ” ເພື່ອຮັບປະກັນການປົກປັກຮັກສາລຸມພີນີ. ນັກວິຊາການເຊື່ອວ່າ ການຄົ້ນພົບອາດສາມາດ ປະກາດສັກກະລາດໃໝ່ໃນວົງການນັກປາດທາງພຸດທະສາສນາ.

ກຸມາຣ ເສຣດຖາ, ລັດຖະມົນຕີທາງກະຊວງວັດທະນະທຳ, ທ່ອງທ່ຽວແລະການບິນຂອງເນປານ ໄດ້ກ່າວວ່າ: “ ການຄົ້ນພົບຄັ້ງນີ້ມີຄວາມສຳຄັນຫຼາຍຕໍ່ຄວາມເຂົ້າໃຈຕື່ມອີກກ່ຽວກັບສະຖານທີ່ປະສູດຂອງພຣະພຸດທະເຈົ້າ. ລັດຖະບານຂອງເນປານຈະບໍ່ນິ້ງນອນໃຈທີ່ຈະປົກຮັກສາສະຖານທີ່ສຳຄັນນີ້.”

ຕົ້ນໄມ້ທີ່ຢູ່ໃຈກາງຂອງວິຫາຣບໍ່ປະກົດເຫັນຢູ່ຫັ້ນອີກແລ້ວກ່ອນ ຄ.ສ. 400 ປີ ແຕ່ເຖິງຢ່າງໃດກໍຕາມ ນັກສະແຫວງບຸນຊາວຈີນໄດ້ລາຍງານວ່າຍຸກສະຕະວັດຕໍ່ມາກໍມີເຊິ່ງມັນສະແດງໃຫ້ເຫັນວ່າໄດ້ມີການປູກຕື່ມຕະຫຼອດເວລາທີ່ຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ ມັນກໍບໍ່ໄດ້ກາຍເປັນສະຖານທີ່ຂອງນັກສະແຫວງບຸນກ່ອນສະຕະວັດທີ 15 ແລະໄດ້ຖືກປ່ອຍປະລະໄລຈົນກວ່າຈະໄດ້ຖືກຄົ້ນພົບຈາກທ່ານ ອາລົວສ໌ ອັນຕັນ ຟຸຍເຣີ ນັກບູຮານນະຄະດີຊາວເຢຍຣະມັນໃນປີ 1896 ທ່າມກາງປ່າດົງພົງໄພ.

Source:

http://www.independent.co.uk/incoming/unearthed-the-shrine-set-to-revolutionise-world-view-of-buddhas-origins-8962817.html

Advertisements

ຕອບກັບ

Please log in using one of these methods to post your comment:

WordPress.com Logo

You are commenting using your WordPress.com account. Log Out /  ປ່ຽນ )

Google+ photo

You are commenting using your Google+ account. Log Out /  ປ່ຽນ )

Twitter picture

You are commenting using your Twitter account. Log Out /  ປ່ຽນ )

Facebook photo

You are commenting using your Facebook account. Log Out /  ປ່ຽນ )

w

Connecting to %s