ວິທີລະງັບອະທິກອນ

ອະທິກອນ ແປວ່າ ພາລະກິດທີ່ຄວນທຳໃຫ້ສະຫງົບ ໃຫ້ຮຽບຮ້ອຍເໝາະສົມ

ອະທິກອນ ໃນຄວາມໝາຍທາງພຣະວິນັຍ ໝາຍເຖິງສາເຫດ, ຄະດີ, ເລື່ອງລາວ, ບັນຫາ, ຄວາມຫຍຸ້ງຍາກ, ເຊິ່ງເປັນກິດຈະກຳທີ່ເກີດຂຶ້ນໃນໝູ່ສົງ ທີ່ສົງຕ້ອງຈັດການສະສາງ ຫລືດຳເນີນການເຮັດໃຫ້ສະຫງົບ ຫລືເປັນໄປດ້ວຍດີ.

ອະທິກອນ ໃນພຣະວິນັຍມີ ໔ ເລື່ອງຄື ເປັນຊື່ແຫ່ງເລື່ອງທີ່ເກີດຂຶ້ນແລ້ວຈະຕ້ອງຈັດການໃຫ້ລຸລ່ວງໄປ ມີ ໔ ປະການຄື:

໑. ວິວາທາທິກອນ ຄື ວິວາດ: ໄດ້ແກ່ການຖຽງກັນ ກ່າວເຖິງພຣະທັມວິນັຍນີ້ ຈະຕ້ອງໄດ້ຮັບຊີ້ຂາດວ່າ ຖືກ ວ່າຜິດ ຫລືເອີ້ນອີກຢ່າງວ່າ ເປັນການຖົກຖຽງກັນດ້ວຍເລື່ອງພຣະທັມວິນັຍ.
໒. ອະນຸວາທາທິກອນ: ຄື ຄວາມໂຈດກ່າວຫາກັນ ດ້ວຍການຍົກເອົາພຣະທັມວິນັຍນີ້ ຈະຕ້ອງໄດ້ຮັບການຊີ້ຂາດວ່າຖືກ ວ່າຜິດ ຫລືເອີ້ນອີກຢ່າງໜຶ່ງວ່າເປັນການຖົກກຽງກັນດ້ວຍເລື່ອງຂອງອາບັດ.
໓. ອາປັຕຕາທິກອນ: ຄື ກິຣິຍາທີ່ຕ້ອງອາບັດ ຫລື ຖືກປັບອາບັດນີ້ ຈະຕ້ອງເຮັດຄືນ ຄືເຮັດໃຫ້ພົ້ນໂທດ ຫລື ເອີ້ນອີກຢ່າງໜຶ່ງວ່າ ເປັນການຖົກຖຽງກັນດ້ວຍເລື່ອງການປັບອາບັດແລະວິທີອອກ ຫລື ພົ້ນຈາກອາບັດ.
໔. ກິຈຈາທິກອນ: ຄື ທຸລະທີ່ສົງຈະຄວນສາມັກຄີຮ່ວມກັນເຮັດ ເອີ້ນວ່າ ສັງຄະກັມ ເຊັ່ນ ໃຫ້ອຸປະສົມບົດ ນີ້ຈະຕ້ອງເຮັດໃຫ້ສຳເລັດ.

ອະທິກະຣະນະສະມະຖະ

“ອະທິກະຣະນະສະມະຖະ” ເປັນຊື່ແຫ່ງສິກຂາບົດ ຫລື ສິກຂາບົດ ຫລືແຫ່ງທັມ ແປວ່າ ສຳລັບອະທິກອນ ມີ ໗ ປະການຄື:

໑. ສັມມຸຂາວິນັຍ: ແປວ່າ ລະບຽບທີ່ຄວນປະຕິບັດໃນທີ່ພ້ອມໜ້າ ໔ ຢ່າງຄື:

◎ກ. ພ້ອມໜ້າສົງ ຄື ພິກຂຸເຂົ້າປະຊຸມຄົບອົງກຳໜົດເປັນສົງ
◎ຂ. ພ້ອມໜ້າບຸກຄົນ ຄື ບຸກຄົນທີ່ກ່ຽວຂ້ອງໃນເລື່ອງນີ້ ຢູ່ພ້ອມໜ້າກັນ
◎ຄ. ພ້ອມໜ້າວັດຖຸ ໄດ້ແກ່ຍົກເລື່ອງທີ່ເກີດຂຶ້ນນັ້ນວິນິດໄສ
◎ງ. ພ້ອມໜ້າທັມວິນັຍ ໄດ້ແກ່ວິນິດໄສຖືກຕາມທັມ ຕາມວິນັຍ.

໒. ສະຕິວິນັຍ: ແປວ່າ ລະບຽບຍົກເອົາສະຕິຂຶ້ນເປັນຫລັກ ໄດ້ແກ່ກິຣິຍາທີ່ສົງສູດປະກາດໃຫ້ສົມມຸດ(ການຮັບຮູ້ຮ່ວມກັນ) ແກ່ພຣະອໍຣະຫັນຕ໌ວ່າ ເປັນຜູ້ມີສະຕິບໍລິບູນ ເພື່ອລະງັບອະນຸວາທາທິກອນ ທີ່ມີຜູ້ໂຈດທ່ານດ້ວຍສີລວິບັດ.

. ອະມູລະຫະວິນັຍ: ແປວ່າ ລະບຽບທີ່ໃຫ້ແກ່ພິກຂຸຜູ້ເຊົາເປັນບ້າແລ້ວ ໄດ້ແກ່ກິຣິຍາທີ່ສົງສູດປະກາດໃຫ້ສົມມຸດ(ການຮັບຮູ້ຮ່ວມກັນ) ແກ່ພຣະອໍຣະຫັນຕ໌ວ່າເປັນຜູ້ມີສະຕິບໍລິບູນ ເພື່ອລະງັບອະນຸວາທາທິກອນ ທີ່ມີຜູ້ໂຈດທ່ານດ້ວຍສີລວິບັດ.

. ປະຕິນຍາຕະກະຣະນະ: ແປວ່າ ເຮັດຕາມຮັບ ໄດ້ແກ່ການປັບອາບັດຕາມປະຕິນຍາຂອງຈຳເລີຍຜູ້ຮັບເປັນສັຕຍ໌ ການສະແດງອາບັດ ກໍຈັດວ່າທຳປະຕິນຍາໃນຂໍ້ນີ້ເຊັ່ນກັນ.

໕. ເຍພຸຍຍະສິກາ: ແປວ່າ ຕັດສິນຕາມຄວາມເຫັນຂອງຄົນສ່ວນໃຫຍ່ເປັນປະມານ ວິທີນີ້ ສຳລັບໃຊ້ໃນເມື່ອຄວາມເຫັນຂອງຄົນສ່ວນໃຫຍ່ແຕກຕ່າງກັນ ໃຫ້ຕັດສິນຕາມຄຳຂອງຄົນສ່ວນໃຫຍ່ເປັນປະມານ.

໖. ຕັສສະປາປິຍະສິກາ: ແປວ່າ ກິຣິຍາທີ່ລົງໂທດແກ່ຜູ້ຜິດມີ ໒ ນັຍ:

◎ ກ. ເພີ່ມໂທດແກ່ພິກຂຸຜູ້ປະພຶດຜິດຊໍ້າອີກ.
◎ ຂ. ຕັດສິນໂທດ ເຖິງແມ່ນບໍ່ຮັບເປັນສັຕຍ໌(ສັດຈະວາຈາ) ແຕ່ພິຈາຣະນາສົມຈິງດັງກ່າວໃນອະນິຍົຕສິກຂາບົດນັ້ນ.

໗. ຕິນະວັດຖາຣະກະວິນັຍ: ແປວ່າ ລະບຽບແບບປິດບັງຂອງເໜົ່າໄວ້ດ້ວຍຫຍ້າ ຫລືກິຣິຍາທີ່ໃຫ້ປະນີປະນອມກັນທັງ ໒ ຝ່າຍ.

ການໃຊ້ສະມະຖະລະງັບອະທິກອນ

       ໑. ສັມມຸຂະວິນັຍ: ເປັນເຄື່ອງລະງັບອະທິກອນໄດ້ທຸກຢ່າງ
໒. ສະຕິວິນັຍ, ອະມູລະຫະວິນັຍ,ຕັສສະປາປິຍະສິກາ ທັງ ໓ ຢ່າງນີ້ ເປັນເຄື່ອງລະງັບສະເພາະອະນຸວາທາທິກອນ.
໓. ປະຕິນຍາຕະກະຣະນະ, ຕີນະວັຕຖາຣະກະວິນັຍ ທັງ ໒ ຢ່າງນີ້ ທ່ານກ່າວວ່າເປັນເຄື່ອງລະງັບສະເພາະ ປັຕຕາທິກອນ ແລະໃຊ້ເປັນເຄື່ອງລະງັບອະນຸວາທາທິກອນກໍໄດ້.
໔. ເຍພຸຍຍສິກາ ໃຊ້ເປັນເຄື່ອງລະງັບສະເພາະວິວາທາທິກອນ.

ວິທີລະງັບວິວາທາທິກອນ

ເມື່ອເກີດວິວາທາທິກອນນີ້ຂຶ້ນແລ້ວ ພຣະພຸດທະເຈົ້າຕັດໄວ້ໃຫ້ລະງັບດ້ວຍສະມະຖະ ໒ ຢ່າງຄື:

໑. ສັມມຸຂາວິນັຍ: ວິທີລະງັບຕໍ່ໜ້າ ຄື ພຣະສົງໄດ້ເຂົ້າຮ່ວມກັນປະຊຸມ ຜູ້ວິວາດຍອມຮັບຄວາມເຫັນ ຍອມຢຸດ ບໍ່ວິວາດອີກຕໍ່ໄປ.ການລະງັບດ້ວຍສັມມຸຂາວິນັຍມີ ໔ ຢ່າງຄື:

◎ກ. ການລະງັບອະທິກອນໃນທີ່ພ້ອມໜ້າສົງ(ສັງຄະສັມມຸຂະຕາ)
◎ຂ. ການລະງັບອະທິກອນໃນທີ່ພ້ອມໜ້າທັມ(ທັມມະສັມມຸຂະຕາ)
◎ຄ. ການລະງັບອະທິກອນໃນທີ່ພ້ອມໜ້າວິນັຍ(ວິນັຍສັມມຸຂະຕາ)
◎ງ. ການລະງັບອະທິກອນໃນທີ່ພ້ອມໜ້າບຸກຄົນ(ບຸຄຄົລສັມມຸຂະຕາ)

໒. ເຍພຸຍຍະສິກາ: ວິທີລະງັບດ້ວຍຄະແນນສຽງຂ້າງຫລາຍ ເມື່ອອະທິກອນເກີດຂຶ້ນ ຫາກພິກຂຸເຂົ້າຮ່ວມປະຊຸມພິຈາລະນາລົງຄວາມເຫັນມີຫລາຍກວ່າ ກໍໃຫ້ຖືວ່າຂ້າງຝ່າຍນັ້ນຊະນະ.

ວິທີລະງັບອະນຸວາທາທິກອນ

ອະນຸວາທາທິກອນ ໝາຍເຖິງການກ່າວຫາກັນວ່າ ປະພຶດຜິດຈະຕ້ອງອາບັດຢ່າງນັ້ນ ພິກຂຸກ່າວຫາພິກຂຸດ້ວຍກັນວ່າ ທ່ານຕ້ອງອາບັດຢ່າງນັ້ນ ຫລືໂຈດຟ້ອງ ໃຫ້ຜູ້ອື່ນໄດ້ຮັບຊາບວ່າ ຜູ້ນັ້ນປະພຶດຜິດສີລ(ສີລວິບັດ) ມີຄວາມປະພຶດທີ່ບໍ່ເໝາະສົມ ເສຍມາລະຍາດ ປະພຶດຫຍໍ້ຢ່ອນ ມັກຕ້ອງອາບັດເລັກນ້ອຍ ຕັ້ງແຕ່ຖຸລລັຈຈັຍລົງມາ ຈົນເຖິງທຸພພາສິຕເປັນປະຈຳ(ອາຈາຣະວິບັຕ) ມີຄວາມເຫັນຜິດພາດ ຄາດເຄື່ອນຈາກພຣະທັມວິນັຍ ເປັນສາເຫດເຮັດໃຫ້ຄົນປະພຶດນອກແບບແຜນ ກຳທຳຄວາມຜິດຢູ່ສະເໝີ(ທິດຖິວິບັຕ) ນອກຈາກນີ້ແລ້ວ ຍັງໂຈດວ່າ ມີການຫາລ້ຽງຊີບໃນທາງທີ່ບໍ່ດີ ບໍ່ເໝາະສົມ ມີການຫລອກລວງ ປຸ້ນຈີ້, ລັກຂະໂມຍເປັນຕົ້ນ(ອາຊີວະວິບັດ).

ການໂຈດ ຫລືຮ້ອງຟ້ອງ ດ້ວຍວິທີ ໔ ຢ່າງນີ້ ລ້ວນແຕ່ເປັນອະນຸວາທາທິກອນທັງນັ້ນ ແມ່ນແຕ່ການສະໜັບສະໜຸນຄົນອື່ນໂຈດ ກໍຈັດເປັນອະນຸວາທາທິກອນເຊັ່ນກັນ. ເມື່ອອະນຸວາທາທິກອນນີ້ເກີດຂຶ້ນແລ້ວ ທ່ານອະນຸຍາດໃຫ້ກະທຳການລະງັບດ້ວຍສະມະຖະ ໔ ຢ່າງຄື:

໑. ສັມມຸຂາວິນັຍ: ຄືການລະງັບອະທິກອນໃນທີ່ພ້ອມໜ້າຄະນະສົງ, ພ້ອມໜ້າທັມ, ພ້ອມໜ້າວິນັຍ ແລະພ້ອມໜ້າບຸກຄົນ ຕາມທີ່ໄດ້ບັນຍາຍມາແລ້ວ.

໒. ສະຕິວິນັຍ: ຄືການລະງັບອະນຸວາທາທິກອນທີ່ຍົກເອົາສະຕິຂຶ້ນເປັນຫລັກປັບ ເມື່ອທີ່ປະຊຸມພິຈາລະນາເບິ່ງແລ້ວວ່າ ທ່ານຜູ້ເປັນຈຳເລີຍ ເຊິ່ງຖືກຟ້ອງວ່າເປັນອາບັດ ເພາະທຸສີລນັ້ນ ທ່ານເປັນພຣະອໍຣະຫັນຕ໌ ທາງຄະນະສົງເຫັນວ່າ ຄົງຈະເປັນໄປບໍ່ໄດ້ທີ່ພຣະອໍຣະຫັນຕ໌ຈະກະທຳການລ່ວງລະເມີດພຣະວິນັຍ ດັ່ງຄຳທີ່ໂຈດຟ້ອງ ຈິ່ງສູດວາຈາປະກາດໃຫ້ ສົມມຸຕແກ່ພຣະອໍຣະຫັນຕ໌ວ່າ ເປັນຜູ້ມີສະຕິສົມບູນ ຮຽກວ່າໃຫ້ວິນັຍ ແລ້ວຍົກຟ້ອງຄຳຂອງໂຈດເສຍ. ພາຍຫລັງ ຖ້າຫາກຈຳເລີຍ ຖືກຜູ້ອື່ນໂຈດດ້ວຍອາບັດໃນລັກສະນະນີ້ອີກ ກໍຈະບໍ່ມີການພິຈາລະນາອະທິກອນ.

໓. ອະມູລະຫະວິນັຍ: ການລະງັບອະທິກອນໃຫ້ແກ່ພິກຂຸ ທີ່ຫາຍຈາກເປັນບ້າແລ້ວ ເຊັ່ນ ມີພິກຂຸຮູບໜຶ່ງເສຍສະຕິ ໄດ້ປະພຶດຄວາມເສຍຫາຍເປັນອັນມາກ ເຊິ່ງເປັນສິ່ງທີ່ບໍ່ຄວນແກ່ສະມະນະ ທັງການເວົ້າ ແລະການກະທຳ ຕໍ່ມາເມື່ອເພິ່ນຫາຍເປັນປົກກະຕິແລ້ວ ກໍມີໂຈດເພິ່ນວ່າ ທ່ານໄດ້ປະພຶດຢ່າງນີ້ ໄດ້ເປັນອາບັດແລ້ວເປັນຕົ້ນ. ເພິ່ນຍອມຮັບວ່າ ທີ່ຕົນກະທຳໄປນັ້ນ ເພາະຄວາມຫລົງ ເພາະວ່າຕອນນັ້ນເສຍສະຕິ ບໍ່ມີເຈຕະນາທີ່ຈະກະທຳ ເມື່ອອະທິກອນເຂົ້າສູ່ທີ່ປະຊຸມສົງແລ້ວ ຄະນະສົງຈິ່ງໄດ້ຮັບອະນຸວາທາທິກອນນັ້ນ ດ້ວຍການສູດປະກາດສົມມຸຕໃຫ້ເພິ່ນເປັນພິກຂຸຫາຍຈາກເປັນບ້າແລ້ວ. ອາບັດທີ່ເພິ່ນປະພຶດລ່ວງມານັ້ນ ເຖິງແມ່ນວ່າຈະເປັນຈິງ ກໍບໍ່ເປັນອາບັດ ເພາະເພິ່ນເປັນບ້າ ຄະນະສົງຈິ່ງສູດກັມມະວາຈາ ປະກາດ ຂໍ້ຄວາມນີ້ໄວ້ ຮຽກວ່າ ອະມູລະຫະວິນັຍ ແລ້ວຍົກຟ້ອງຄຳຂອງໂຈດເສຍ ພາຍຫລັງມີຜູ້ມາໂຈດອາບັດທີ່ເພິ່ນກະທຳໃນຂະນະທີ່ເປັນບ້າອີກ ກໍບໍ່ມີການພິຈາລະນາ ເພາະຖືວ່າ ໃຫ້ອະທິກອນລະງັບແລ້ວດ້ວຍອະມູລະຫະວິນັຍ.

໔. ຕັສສະປາປິຍະສິກາ: ກັມທີ່ຄະນະສົງລົງໂທດແກ່ພິກຂຸ ຜູ້ທີ່ຕ້ອງອາບັດແລ້ວ ເມື່ອມີໂຈດທ້ວງຂຶ້ນ ຄະນະສົງປະຊຸມກັນສອບສວນ ທ່ານໄດ້ໃຫ້ການກັບໄປກັບມາ ບາງທີກໍຍອມຮັບ, ບາງທີກໍປະຕິເສດ ເວົ້າກັບໄປກັບມາ ເວົ້າແບບມີເງື່ອນງຳເຊື່ອງຊ້ອນຂໍ້ທີ່ຖືກຊັກຖາມ ເວົ້າມຸສາໃນທີ່ໜ້າພິກຂຸເຊັ່ນນີ້ ຄະນະສົງສາມາດລົງໂທດແກ່ຜູ້ນັ້ນໄດ້ ເຖິງແມ່ນວ່າຈະບໍ່ຍອມຮັບຕາມໂທດທີ່ຕ້ອງ ຫລື ເພີ່ມໂທດກໍໄດ້ ໂດຍຂັ້ນທຳອິດນັ້ນ ໃຫ້ໂຈດພິກຂຸຮູບນັ້ນເສຍກ່ອນ ແລະໃຫ້ເພິ່ນໃຫ້ການ ແລ້ວຈິ່ງປັບອາບັດຕໍ່ຈາກນັ້ນ ໃຫ້ສູດຕໍ່ດ້ວຍຍັຕຕິຈະຕຸຕຖະກັມວາຈາ ໃຫ້ຄະນະສົງທັງໝົດໄດ້ຮັບຊາບດ້ວຍ.

ວິທີລະງັບອາປັຕຕາທິກອນ:

ອາປັຕຕາທິກອນ ໝາຍເຖິງເລື່ອງທີ່ກ່ຽວກັບການຕ້ອງອາບັດແລະຖືກປັບອາບັດຕາມທີ່ຕົນກະທຳທີ່ທ່ານຈັດເປັນອະທິກອນນັ້ນ ກໍເພາະວ່າເປັນເລື່ອງທີ່ຈະຕ້ອງລະງັບດ້ວຍການແກ້ໄຂປົດເປື້ອງພິກຂຸຜູ້ຕ້ອງອາບັດນັ້ນ ອອກຈາກອາບັດທີ່ຕ້ອງ ດ້ວຍວິທີການປົງອາບັດ ຫລືການຢູ່ກັມຕາມທີ່ທ່ານກຳໜົດໄວ້ ຈະລະງັບໄດ້ດ້ວຍສະມະຖະ ໓ ປະການຄື:

໑. ສັມມຸຂາວິນັຍ: ລະງັບຕໍ່ໜ້າ ຄື ອະທິກອນທີ່ເກີດຂຶ້ນ ມີພຣະສົງເຂົ້າປະຊຸມວິນິຈສັຍ ຄົບອົງສົງ ຄູ່ວິວາດກັນ ຍອມຮັບຄວາມເຫັນຂອງທີ່ປະຊຸມ ຍອມຢຸດຈະບໍ່ວິວາດກັນອີກຕໍ່ໄປ ການລະງັບດ້ວຍສັມມຸຂາວິນັຍນີ້ ມີ ໔ ລັກສະນະຄື ລະງັບພ້ອມໜ້າສົງ, ລະງັບພ້ອມໜ້າທັມ, ລະງັບພ້ອມໜ້າວິນັຍ, ແລະລະງັບພ້ອມໜ້າບຸກຄົນ.

໒. ປະຕິນຍາຕະກະຣະນະ: ກະທຳຕາມຮັບ ໄດ້ແກ່ພິກຂຸຮູບໜຶ່ງ ຕ້ອງອາບັດແລ້ວ ມີຜູ້ໂຈດທ້ວງຂຶ້ນ ເມື່ອຄະນະສົງເຂົ້າປະຊຸມກັນ ວິນິຈສັຍພິກຂຸຜູ້ເປັນຈຳເລີຍຍອມຮັບຢ່າງໃດ ກໍປັບອາບັດຕາມທີ່ຍອມຮັບນັ້ນ ຫລືການປົງອາບັດກໍຈັດເປັນ ປະຕິນຍາຕະກະຣະນະເໝືອນກັນ.

໓. ຕິນະວັຕຖາຣະກະ: ການລະງັບອະທິກອນໄວ້ ດ້ວຍການປະນີປະນອມກັນໄວ້ທັງ ໒ ຝ່າຍ ໂດຍບໍ່ຕ້ອງຊຳຮະສະສາງຫາຄວາມກັນ ເໝືອນການປົກຂອງວັດດ້ວຍຫຍ້າ ເປັນວິທີລະງັບອາບັດທີ່ໃຊ້ໃນເມື່ອຈະລະງັບລະຫຸກາບັຕ ເຊິ່ງກ່ຽວກັບພິກຂຸຈຳນວນຫລາຍ ຕ່າງຄົນກໍປະພຶດບໍ່ເໝາະສົມ ແລະໂຈດກັນ ຊັກທອດກັນໄປມາ ເປັນເລື່ອງທີ່ສັບຊ້ອນ ເປັນເຫດທີ່ເຮັດໃຫ້ເກີດການຜິດຖຽງວິວາດກັນ ບໍ່ຢຸດບໍ່ຢ່ອນ ທັງສອງຝ່າຍຈະບໍ່ມີຝ່າຍໃດຍອມ ເມື່ອເປັນເຊັ່ນນີ້ ກໍມີແຕ່ຈະເຮັດໃຫ້ອະທິກອນ ແຮງຂຶ້ນເລື້ອຍໆ ດັ່ງນັ້ນ ຈິ່ງຕ້ອງລະງັບເສຍດ້ວຍຕິນະວັຕຖາຣະກະ ແບບປິດບັງຂອງເໜົ່າໄວ້ດ້ວຍຫຍ້າ ຕົວອະທິກອນ ຍົກເລີກຖິ້ມເສຍທັງສອງຝ່າຍຈະບໍ່ສາວຫາຄວາມຫລັງຂອງກັນແລະກັນອີກ.

ກິຈຈາທິກອນ ແລະວິທີລະງັບດ້ວຍນິຄະຫະ

ຜູ້ປົກຄອງຄະນະສົງ ຕ້ອງມີຄຸນນະທັມ ໒ ຢ່າງຄື:

ນິຄະຫະ: ການຂົ່ມ ການກຳຮາບ ການລົງໂທດ
ປັຄຫະ : ການຍົກຍ້ອງ,ການເຊີດຊູ.

ທີ່ມາ: http://www.phuttha.com

 

Advertisements

ຕອບກັບ

Please log in using one of these methods to post your comment:

WordPress.com Logo

You are commenting using your WordPress.com account. Log Out /  ປ່ຽນ )

Google+ photo

You are commenting using your Google+ account. Log Out /  ປ່ຽນ )

Twitter picture

You are commenting using your Twitter account. Log Out /  ປ່ຽນ )

Facebook photo

You are commenting using your Facebook account. Log Out /  ປ່ຽນ )

Connecting to %s