ອານິສົງຂອງການຮັກສາສີລໂດຍພຣະອາຈານໝັ້ນ ພູຣິທັດຕະເຖຣະ

       ຄຳວ່າ ສີລ ໄດ້ແກ່ສະພາບຢ່າງໃດ? ສີລຢ່າງແທ້ຈິງເປັນໄປດ້ວຍຄວາມມີສະຕິ ຮູ້ສິ່ງທີ່ຄວນຫລືບໍ່ຄວນ, ລະວັງການລະບາຍອອກທາງທະວານທັງສາມ ຄອຍບັງຄັບກາຍ ວາຈາ ໃຈ ໃຫ້ເປັນໄປໃນຂອບເຂດຂອງສີລທີ່ເປັນສະພາບປົກກະຕິ ສີລທີ່ເກີດຈາກການຮັກສາມີສະພາບປົກກະຕິ ບໍ່ຄະນອງທາງກາຍ, ວາຈາ, ແລະໃຈ ໃຫ້ເປັນທີ່ໜ້າລັງກຽດ. ນອກຈາກຄວາມປົກກະຕິງົດງາມທາງກາຍ, ວາຈາ, ແລະໃຈ ຂອງຜູ້ມີສີລວ່າເປັນສີລ ເປັນທັມ.

ເຮົາຄວນຮັກສາສີລ 5

  1. ສິ່ງທີ່ມີຊີວິດ ເປັນສິ່ງທີ່ມີຄຸນຄ່າ ຈິ່ງບໍ່ຄວນບຽດບຽນ ຂົ່ມເຫັງ ແລະທຳລາຍຄຸນຄ່າແຫ່ງຄວາມເປັນຢູ່ຂອງເຂົາໃຫ້ຕົກໄປ.
  2. ສິ່ງຂອງໆໃຜ ກໍຮັກແລະສະຫງວນ ບໍ່ຄວນທຳລາຍ ຫລື ຢິບລັກ, ປຸ້ນ, ຈີ້ ເປັນຕົ້ນ ອັນເປັນການທຳລາຍສົມບັດແລະທຳລາຍຈິດໃຈກັນ.
  3. ລູກ, ຫລານ, ສາມີ, ພັນລະຍາໃຜໆ ກໍຮັກສະຫງວນຢ່າງຍິ່ງ ບໍ່ປາຖະໜາໃຫ້ໃຜມາອາດເອື້ອມລ່ວງເກີນ ເປັນການທຳລາຍຈິດໃຈຂອງຜູ້ອື່ນຢ່າງໜັກ ແລະເປັນບາບ ບໍ່ມີປະມານ.
  4. ມຸສາ ການຂີ້ຕົວະ ເປັນການທຳລາຍຄວາມເຊື່ອຖືຂອງຜູ້ອື່ນ ໃຫ້ຂາດສະບັ້ນລົງຢ່າງບໍ່ມີດີ ແມ່ນແຕ່ສັດເດຍລະສານກໍບໍ່ພໍໃຈຫລອກລວງ ຈິ່ງບໍ່ຄວນຂີ້ຕົວະຫລອກລວງໃຫ້ຜູ້ອື່ນເສຍຫາຍ.
  5. ສຸຣາ ຢາເສບຕິດ ເປັນຂອງມຶນເມົາ ແລະໃຫ້ໂທດ ເມື່ອດື່ມເຂົ້າໄປ ຍ່ອມເຮັດໃຫ້ຄົນດີໆ ກາຍເປັນຄົນບ້າໆໄດ້ ລົດຄຸນຄ່າລົງໂດຍລຳດັບ ຜູ້ຕ້ອງການເປັນຄົນດີ ມີສະຕິປົກຄອງຕົວຢ່າງມະນຸດ ຈິ່ງບໍ່ຄວນດື່ມສຸຣາ ເຄື່ອງທຳລາຍສຸຂະພາບຮ່າງກາຍແລະໃຈຢ່າງຍິ່ງ ເປັນການທຳລາຍຕົວເອງແລະຜູ້ອື່ນໄປດ້ວຍໃນຂະນະດຽວກັນ.

ອານິສົງຂອງການຮັກສາສີລ 5

  1. ເຮັດໃຫ້ອາຍຸຍືນ ປາສະຈາກໂຣຄໄພບຽດບຽນ
  2. ຊັບສົມບັດທີ່ຢູ່ໃນຄວາມປົກຄອງ ມີຄວາມປຽດໄພ ຈາກໂຈນຜູ້ຮ້າຍມາຮາວີບຽດບຽນທຳລາຍ
  3. ລະຫວ່າງລູກ, ຫລານ,​ສາມີ, ພັນລະຍາ, ຢູ່ດ້ວຍກັນເປັນຜາສຸກ ບໍ່ມີຜູ້ຄອຍລ່ວງລ້ຳກ້ຳກາຍ ຕ່າງຄອງກັນຢູ່ດ້ວຍຄວາມຜາສຸກ.
  4. ເວົ້າຈາອັນໃດ ມີຄົນເຄົາລົບເຊື່ອຖື ຄຳເວົ້າມີສະເໜ່ເປັນທີ່ຈັບໃຈໄພເລາະ ດ້ວຍສັຈຈ໌ ດ້ວຍສີລ
  5. ເປັນຜູ້ມີສະຕິປັນຍາດີ ສະຫລຽວສະຫລາດ ບໍ່ຫລົງໜ້າຫລົງຫລັງ ຈັບນັ້ນຊົນນີ້ເໝືອນຄົນບ້າບໍ ຫາສະຕິບໍ່ໄດ້. ຜູ້ມີສີລ ເປັນຜູ້ປູກແລະສົ່ງເສີມຄວາມສຸກໃນຫົວໃຈຄົນແລະສັດທົ່ວໂລກ ໃຫ້ມີແຕ່ຄວາມອົບອຸ່ນ ບໍ່ເປັນທີ່ລະແວງສົງໄສ. ຜູ້ບໍ່ມີສີລ ເປັນຜູ້ທຳລາຍຫົວໃຈຄົນແລະສັດໃຫ້ໄດ້ຮັບຄວາມທຸກເດືອດຮ້ອນທຸກຫຍ່ອມຫຍ້າ.

ສີລ ນັ້ນຢູ່ແຫ່ງໃດ? ມີຕົວຕົນເປັນຢ່າງໃດ? ໃຜເປັນຜູ້ຮັກສາແລ້ວກໍຮູ້ວ່າ ຜູ້ນັ້ນເປັນຕົວສີລ. ສີລກໍຢູ່ທີ່ຕົນນີ້ ເຈຕະນາເປັນຕົວສີລ, ເຈຕະນາຄື ຈິດໃຈ ຄົນເຮົາຖ້າຈິດໃຈບໍ່ມີ ກໍບໍ່ຮຽກວ່າຕົນ ມີແຕ່ກາຍຈະເຮັດຫຍັງໄດ້. ຮ່າງກາຍກັບຈິດ ຕ້ອງອາໄສເຊິ່ງກັນແລະກັນ ເມື່ອຈິດບໍ່ເປັນສີລ ກາຍກໍຈະປະພຶດໄປຕ່າງໆ. ຜູ້ມີສີລແລ້ວ ບໍ່ມີໂທດ ຈະເປັນປົກກະຕິແນບນຽນບໍ່ຫວັ່ນໄຫວ ບໍ່ມີເລື່ອງຫລົງຫາ ຫລົງຂໍຄົນທີ່ຫາ, ຄົນທີ່ຂໍ ຕ້ອງເປັນທຸກ ຂໍທໍ່ໃດຍິ່ງບໍ່ມີ, ຍິ່ງອຶດຢາກ ຍາກເຂັນຍິ່ງບໍ່ມີ.

ກາຍກັບຈິດເຮົາໄດ້ມາແລ້ວ ມີຢູ່ແລ້ວ ໄດ້ຈາກບິດາມານດາພ້ອມບໍລິບູນແລ້ວ ຈະເຮັດໃຫ້ເປັນສີລກໍຮີບເຮັດ, ສີລມີຢູ່ທີ່ເຮົານີ້ແລ້ວ ຮັກສາໄດ້ບໍ່ມີກາລ, ໄດ້ຜົນບໍ່ມີກາລ.

ຜູ້ມີສີລ ຍ່ອມເປັນຜູ້ອົງອາດກ້າຫານ, ຜູ້ມີສີລ ຍ່ອມມີຄວາມສຸກ, ຜູ້ຈັກມັ່ງຄັ່ງບໍລິບູນ, ສົມບູນ,​ບໍ່ອຶດ, ບໍ່ຢາກ, ບໍ່ຈົນ, ກໍເພາະຮັກສາສີລໄດ້ບໍລິບູນ. ຈິດດວງດຽວ ເປັນສີລ, ເປັນສະມາທິ, ເປັນປັນຍາ.

ຜູ້ມີສີລແທ້ ເປັນຜູ້ໝົດເວນ ໝົດໄພ.

ທີ່ມາ: ຄະຕິທັມຄຳສອນ ຂອງຫລວງປູ່ໝັ້ນ ພູຣິທັດຕະເຖຣະ  http://www.palungjit.com

 

 

Advertisements

ຕອບກັບ

Please log in using one of these methods to post your comment:

WordPress.com Logo

You are commenting using your WordPress.com account. Log Out /  ປ່ຽນ )

Google+ photo

You are commenting using your Google+ account. Log Out /  ປ່ຽນ )

Twitter picture

You are commenting using your Twitter account. Log Out /  ປ່ຽນ )

Facebook photo

You are commenting using your Facebook account. Log Out /  ປ່ຽນ )

Connecting to %s