ຄວາມສຸກຈາກການມີຊີວິດແບບລຽບງ່າຍ

ຄວາມສຸກເປັນສິ່ງທີ່ໃຫ້ຄຳນິຍາມຍາກຖ້າບໍ່ເຂົ້າໃຈ. ເຮົາຄວນຈະຖາມຕໍ່ໄປວ່າ ສຸກແບບໃດຈິ່ງເອີ້ນວ່າ ຄວາມສຸກ? ຖ້າຈະຕອບວ່າ ຄວາມສຸກເກີດຂື້ນຈາກຄວາມພໍໃຈ ສົມມຸດວ່າ ຄວາມພໍໃຈເກີດຈາກສິ່ງທີ່ໄດ້ເຮັດໃນທາງທີ່ບໍ່ຖືກຕ້ອງເດ ມັນຈະມີຜົນເປັນແນວໃດຕໍ່ໄປ ແນ່ນອນແລ້ວວ່າ ຖ້າເຮັດບໍ່ຖືກຕ້ອງຕາມຫຼັກສິນທັມ, ຮີດຄອງປະເພນີ ແລະກົດໝາຍບ້ານເມືອງ ມັນກໍຈະເປັນຄວາມສຸກແບບຊົ່ວຄາວທີ່ເກີດຈາກຄວາມເຂົ້າໃຈຜິດຂອງຜູ້ທີ່ກະທຳ  ເຖິງແມ່ນວ່າການກະທຳນັ້ນຈະບໍ່ດີ ແບບນີ້ເຂົາເອີ້ນວ່າ ມີຄວາມສຸກແບບບໍ່ມີບຸນຫຼືຄູນຄວາມດີຮັບປະກັນ.

ຄວາມສຸກໃນທາງພຣະພຸດທະສາສະໜາ ເພິ່ນຈຳແນກອອກເປັນ 2 ຢ່າງຄື: ກາຍິກະສຸຂ(bodily happiness): ໝາຍເຖິງຄວາມສຸກທາງກາຍ, ເຈຕະສິກະສຸຂ(mental happiness): ຄວາມສຸກທາງໃຈ.[1] ຄວາມສຸກທີ່ເວົ້າເຖິງທາງກາຍນີ້ ແມ່ນໝາຍເຖິງການເປັນຢູ່ທີ່ເນື່ອງດ້ວຍປັດໄຈ 4 ຢ່າງຄື: ເຄື່ອງນຸ່ງຫົ່ມ, ອາຫານ, ທີ່ຢູ່ອາໄສ ແລະຢາປົວພະຍາດ ສິ່ງທີ່ເປັນປັດໄຈພື້ນຖານເລົ່ານີ້ເອງ ເຮັດໃຫ້ການດຳລົງຊີວິດເປັນໄປຢ່າງປົກກະຕິໃນແຕ່ລະວັນ. ຖ້າຂາດສິ່ງນີ້ກໍຖືວ່າ ຄົນເຮົາຢູ່ຢ່າງລຳບາກ.

ເມື່ອເວົ້າເຖິງການນຸ່ງຫົ່ມ ທີ່ເປັນໜຶ່ງໃນປັດໄຈສີ່ ກໍເປັນສິ່ງທີ່ຄວນເອົາໃຈໃສ່ຕື່ມ. ຖ້າພວກເຮົາລອງຫຼັບຕາແລະນຶກເຖິງພຣະສົງ ຜູ້ໃສ່ເຄື່ອງແບບຕາມຮອຍພຣະພຸດທະເຈົ້າມາຕະຫຼອດໄລຍະເວລາສອງພັນກວ່າປີແລ້ວ ເຮົາຈະເຫັນວ່າ ເປັນແບບຢ່າງທີ່ດີສຳຫຼັບການນຸ່ງຫົ່ມໃນຍຸກນີ້, ເພິ່ນບໍ່ໄດ້ຟູມເຟືອຍໃນການນຸ່ງຖື ແຕ່ກໍຍັງເປັນຊຸດທີ່ຍັງມີມົນຂັງແລະທັນສະໄໝຕະຫຼອດການ. ເມື່ອເວົ້າມາຮອດນີ້ ຫຼາຍຄົນກໍຄົງຄິດວ່າ ມັນເປັນຄົນລະເລື່ອງກັນກັບການນຸ່ງຖືແບບຊາວບ້ານ. ແມ່ນແທ້ ມັນເປັນຄົນລະຢ່າງກັນ ແຕ່ສິ່ງສຳຄັນ ເຮົາຄວນຈະຮຽນຮູ້ຈາກວາດວິຖີຊີວິດແບບພຣະສົງເບິ່ງຈັກເທື່ອໜຶ່ງວ່າເພິ່ນນຸ່ງຜ້າຄູມຈັກຜືນ ຫຼືບໍ່ກໍລອງນຶກເຖິງຄົນດັງທ່ານໜຶ່ງ ທີ່ເປັນນັກປະດິດທີ່ລືຊື່ ນັ້ນຄື ສະຕີຟຈອບສ໌ Steve Jobs ຜູ້ທີ່ໃສ່ສົ້ງຢີນ ແລະເສື້ອຢືດແຂນຍາວສີດຳ ທີ່ພວກຊາວສາວົກໄອໂຟນ ແລະໄປແພັດເຫັນເລື້ອຍ ອາດຈະມີຫຼາຍຊຸດແຕ່ວ່າເຂົາໃສ່ເປັນເຄື່ອງແບບເລີຍ.  ອັນນີ້ກໍບົ່ງບອກເຖິງຄວາມລຽບງ່າຍອີກແບບໜຶ່ງທີ່ຄວນພິຈາລະນາ.  ທີ່ຈິງແລ້ວໃນໄລຍະຜ່ານມາ ຄົນລາວເຮົາ ກໍອາດຈະບໍ່ໄດ້ນຸ່ງເຄື່ອງຫຼາຍຊຸດດອກ ແຕ່ເມື່ອວັດທະນະທັມຂອງການນຸ່ງຖືພາຍນອກມັນປ່ຽນໄປ ຈິ່ງເຮັດໃຫ້ພວກເຮົາພາກັນໃສ່ຊຸດໃໝ່ເລື້ອຍໆ ບາງຄົນປ່ຽນມື້ລະຫຼາຍຊຸດ ແລະພາກັນມັກແລ່ນນຳກະແສສະໄໝນິຍົມແບບບໍ່ຮູ້ຈັກປະຢັດມັດທະຍັດ ຍົກເວັ້ນມີງານສຳຄັນບາງໂອກາດຈິ່ງນຸ່ງຫົ່ມໃຫ້ເຂົ້າກັບສະຖານະການ.  ທີ່ຈິງແລ້ວ ເຄື່ອງນຸ່ງຫົ່ມແບບບ້ານເຮົາກໍບໍ່ຈໍາເປັນຕ້ອງໄດ້ປ່ຽນຫຼາຍໂຕຕາມແບບສະໄໝນິຍົມທີ່ແລ່ນໄປເລື້ອຍໆ ໂດຍສະເພາະແມ່ນແບບວິຖີສັງຄົມໃນເມືອງ ຈົນເຮັດໃຫ້ໄວລຸ້ນຕາມນຳບໍ່ທັນ ແລະເສຍເງິນໃນການປ່ຽນຊຸດໃໝ່ຕະຫຼອດ ຄັນບໍ່ປ່ຽນກໍຢ້ານຕົກຍຸກແລະອາຍໝູ່ເພື່ອນ.

ຖ້າເວົ້າເຖິງອາຫານ ພວກເຮົາກໍຈະມັກນຶກເຖິງສຸຂະພາບອະນາໄມ ໝາຍເຖິງການກິນຢູ່ຢ່າງຖືກສຸຂະລັກສະນະ ແຕ່ໃນຍຸກປັດຈຸບັນນີ້ ຍາກທີ່ຄົນເຮົາຈະຫຼີກລຽງຈາກການກິນອາຫານທີ່ບໍ່ກ່ຽວຂ້ອງກັບສານປົນເປຶ້ອນຕິດມານຳ ໂດຍສະເພາະແມ່ນເລື່ອງຂອງຜັກທີ່ໃຊ້ຜຸຍເຄມີ, ການກິນອາຫານທີ່ສັກຢາກັນບູດເຂົ້າໄປ ອັນເປັນອັນຕະລາຍຕໍ່ສຸຂະພາບແລະຊີວິດ. ຖ້າເວົ້າເຖິງອາຫານແບບບ້ານນອກຂອກຄາເມບ້ານເຮົາ ຍັງມີຫຼາຍຢ່າງທີ່ຄວນເວົ້າເຖິງ ເຊັ່ນການໜຶ້ງຜັກ, ໜຶ້ງປາ ຈ້ຳແຈ່ວແລະຫຼາຍຢ່າງທີ່ຊາວບ້ານຮັບປະທານແບບພື້ນເມືອງ ພ້ອມທັງການຢູ່ກັບທຳມະຊາດທີ່ສົດໃສແລະມີຜັກບາງປະເພດເມື່ອຮັບປະທານໄປກໍກາຍເປັນຢາສະໝຸນໄພໄປໃນໂຕ. ສະນັ້ນ, ການກິນຢູ່ແບບຮຽບງ່າຍແບບພື້ນເມືອງ ກໍຄວນຈະຕ້ອງຖືກນຳມາໃຊ້ໃນເພື່ອການດຳເນີນຊີວິດແບບລຽບງ່າຍແລະພໍພຽງ ໂດຍສະເພາະແມ່ນອາຫານແບບພື້ນເມືອງລາວເຮົາເອງເປັນສ່ວນໃຫຍ່ ເພື່ອຫຼີກລຽງການໃຊ້ຈ່າຍໃນການຊື້ອາຫານແບບຟຸມເຟືອຍ ແຕ່ກໍບໍ່ໝາຍວ່າ ເຮົາຈະບໍ່ທົດລອງສຳຜັດກັບອາຫານໃໝ່ ແຕ່ກໍບໍ່ໃຫ້ຟຸມເຟືອຍເກີນໄປ.

ສະຖານທີ່ພັກເຊົາ ຫຼືເຮືອນທີ່ຢູ່ຂອງເຮົາ ກໍຖືວ່າເປັນປັດໄຈສຳຄັນເຊັ່ນກັນ ແຕ່ເພື່ອການດຳລົງຊີວິດແບບສະດວກສະບາຍຂັ້ນພື້ນຖານ ກໍບໍ່ຈຳເປັນຕ້ອງໃຫຍ່ໂຕມະໂຫຖານ ແຕ່ກໍບໍ່ໝາຍຄວາມວ່າຢູ່ຢ່າງອັດຕະຄັດຂັດສົນ, ຄວນຢູ່ໃນສະຖານທີ່ທີ່ມີອາກາດຜ່ານປອດໂປ່ງ ສະດວກສະບາຍ ເຖິງແມ່ນວ່າຈະເປັນເຮືອນຫຼັງນ້ອຍ ແຕ່ການອອກແບບມີລັກສະນະລຽບງ່າຍ ແບບກຸຕິກັມມະຖານຂອງພຣະສົງກໍຖືວ່າໃຊ້ໄດ້ ແຕ່ວ່າມັນກໍເປັນການຍາກສຳລັບຄົນເຮົາທີ່ຈະມັກແບບນັ້ນ ເພາະສ່ວນໃຫຍ່ ມັກເຮືອນຫຼັງໃຫຍ່ ມັກລົດຄັນງາມເປັນຕົ້ນ.  ຖ້າວ່າຍັງບໍ່ທັນໄດ້ຮູ້ແບບວິຖີຊີວິດແບບນີ້ ກໍລອງພາກັນໄປເຂົ້າຫຼັກສູດປະຕິບັດທັມ ຢູ່ຢ່າງສັນໂດດລຽບງ່າຍເບິ່ງຈັກເທື່ອໜຶ່ງ ແລ້ວທ່ານຈະມີຄຳຕອບກ່ຽວກັບເລື່ອງນີ້ເອງ.

ສ່ວນສິ່ງສຳຄັນທີ່ເປັນປັດໄຈອັນສຸດທ້າຍນັ້ນກໍຄື ຢາປົວພະຍາດ. ຖ້າຈະເວົ້າແທ້ ຖ້າຫາກເຮົາຮັກສາສຸຂະພາບໄດ້ດີ ເຊັ່ນ ຫົ່ມເສື້ອຜ້າທີ່ສະອາດ, ກິນອາຫານທີ່ຖືກສຸຂະລັກສະນະຕາມແບບບູຮານ, ຢູ່ໃນສະຖານທີ່ໆປອດໂປ່ງເໝາະສົມ ປະກອບດ້ວຍການອອກກຳລັງກາຍແລະພັກຜ່ອນພຽງພໍ ອັນທີ່ເປັນຢາປົວພະຍາດກໍບໍ່ຈຳເປັນ.

ສິ່ງທີ່ເປັນປັດໄຈພື້ນຖານທີ່ກ່າວມາຂ້າງເທິງນັ້ນ ມີຄວາມສຳຄັນຕໍ່ຮ່າງກາຍແລະຈະເກື້ອກູນຕໍ່ຈິດໃຈ ເພາະວ່າຖ້າຫາກເມື່ອໃດກາຍໄດ້ພັກຜ່ອນພຽງພໍ ແລະໄດ້ຮັບປະທານອາຫານທີ່ດີແລ້ວ ກໍຈະເປັນກຳລັງອັນກໍ່ໃຫ້ເກີດຄວາມສຸກທາງກາຍ. ຂັ້ນຕອນທີ່ສຳຄັນຕໍ່ໄປກໍຄືການພັດເຮັດໃຫ້ເກີດຄວາມສຸກທາງໃຈ. ຄວາມສຸກປະເພດນີ້ ບາງຄັ້ງອາດຈະບໍ່ເກີດມາຈາກຄວາມສະດວກສະບາຍທາງນອກກໍໄດ້ ແຕ່ເກີດຈາກການຮູ້ເທົ່າທັນເຫດການ, ຮູ້ຈັກປ່ອຍວາງບັນຫາທີ່ອາດເກີດຂື້ນໃນຊີວິດປະຈຳວັນ ໂດຍການເຂົ້າໄປຮັບຮູ້ສາເຫດ ແລະປົດທຸກອອກຈາກໃຈ.

ຄວາມສຸກທີ່ແທ້ຈິງນັ້ນ ບໍ່ຈຳເປັນຕ້ອງລົງທຶນໃຫ້ຟຸມເຟືອຍກໍໄດ້ ມັນຢູ່ໃນຕົວເຮົາຢູ່ແລ້ວ ນັ້ນກໍຄື ຄວາມຮູ້ຈັກພໍພຽງດ້ວຍການລ້ຽງຊີວິດຢູ່ຢ່າງລຽບງ່າຍ ເໝືອນດັ່ງພຸດທະພາສິດທີ່ພຣະພຸດທະອົງຊົງຕັດໄວ້ວ່າ: ສັນຕຸດຖີ ປະຣະມັງ ທະນັງ :ຄວາມຮູ້ຈັກພໍພຽງເປັນຊັບຢ່າງຍິ່ງ ໝາຍຄວາມວ່າ ການຮູ້ຈັກໃຊ້ຊີວິດຢູ່ຕາມຖານະທີ່ຕົນມີ ຍິນດີໃນສິ່ງທີ່ຕົນໄດ້ ຈະເປັນຜູ້ມີຄວາມສຸກທີ່ສຸດ ກົງກັນຂ້າມກັບຜູ້ທີ່ບໍ່ຮູ້ຈັກພໍ ເຖິງແມ່ນວ່າຈະຮັ່ງມີປານໃດກໍຕາມ ກໍຍັງດີ້ນຮົນຂົນຂວາຍດ້ວຍຄວາມລຳບາກ ບາງຄັ້ງກໍສໍ້ໂກງຕື່ມອີກ ອັນນີ້ ຖືໄດ້ວ່າ ລວຍນອກແຕ່ທຸກໃນ.

ສະນັ້ນ, ຈິ່ງຂໍສະຫຼຸບວ່າ ການມີຄວາມສຸກຈາກການດຳລົງຊີວິດທີ່ລຽບງ່າຍນັ້ນ ຕ້ອງຮູ້ຈັກບໍລິຫານເລື່ອງປັດໄຈ 4 ຢ່າງສະຫຼາດ ແລະຮູ້ຈັກຮັກສາສະພາວະຈິດໃຈຂອງຕົນບໍ່ໃຫ້ຕົກຢູ່ໃນອຳນາດແຫ່ງຄວາມໂລບແລະຄວາມໂຫດຮ້າຍເຂົ້າຄອບງຳ,  ຢູ່ກັບພໍ່ແມ່ ເພື່ອນມິດຍາດພີ່ນ້ອງຢ່າງມີຄວາມສຸກ ແລະທີ່ສຳຄັນແມ່ນການຝຶກອົບຮົມຈິດໃຈໃຫ້ເຂັ້ມແຂງ ແລະຍອມຮັບກັບສະພາບຄວາມເປັນຈິງຂອງຊີວິດ ໂດຍການດຳລົງຊີວິດໄປຕາມໜ້າທີ່ຂອງຕົນຢ່າງເຂັ້ມງວດ ເພື່ອງົດເວັ້ນຈາກອະບາຍະມຸຂທັງປວງ. ເທົ່ານີ້ກໍຖືໄດ້ວ່າ ພວກເຮົາເດີນທາງເສັ້ນທາງແຫ່ງການເປັນຢູ່ແບບລຽບງ່າຍແລະເປັນແບບຢ່າງທີ່ດີແລ້ວ.

—ຂຽນໂດຍ: ພຣະອາຈານໄຊຍະເດດ ວົງໂສພາ—

________________________________

[1] ພົດຈະນານຸກົມ ພຸດທະສາສນາ ສະບັບປະມວນທັມ, ປ.ອ.ປະຍຸດໂຕ, ພິມທີ່ບໍລິສັດ ສະຫະທັມຈຳກັດ, ກຸງເທບ: 2545

Ekaggacitto Bhikkhu

Lao Buddhism is a website designed for Lao Buddhist Community.

Ekaggacitto Bhikkhu has 64 posts and counting. See all posts by Ekaggacitto Bhikkhu

This site uses Akismet to reduce spam. Learn how your comment data is processed.