ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ

ສັພພາ ທິສາ ອະນຸປະຣິຄັມມະ ເຈຕະນາ ເນວັຊຊະຄາປິຍະຕະຣະມັຕ ຕະນາ ກະວະຈິ ເອວັງ ປິໂຍ ປຸຖຸ ອັຕຕາ ປະເຣສັງ ຕັສມາ ນະຫິງເສປະຣັງ ອັຕຖະກາໂມນຕິ.

ນະບັດນີ້ ອາຕະມາພາບຈັກສະແດງພົມມະວິຫາຣກະຖາ ພັນລະນາເລື່ອງທັມຂອງຜູ້ໃຫຍ່ໃຫ້ເປັນ ປະໂຫຍດ ແກ່ສາທຸຊົນພຸດທະບໍລິສັດ ທັງຫຼາຍສືບຕໍ່ໄປ ດຳເນີນເນື້ອຄວາມວ່າ ສົມເດັດພຣະຜູ້ມີພຣະພາກອະຣະຫັນ ຕະສັມມາສັມພຸດທະເຈົ້າ ໄດ້ຊົງສະແດງໄວ້ວ່າ ເມດຕາຄືຄວາມອິນດູກູນາຮັກກັນແລະກັນເປັນເຄື່ອງ ອຸປະຖັມຄ້ຳຊູໂລກໄວ້ ໃຫ້ຢູ່ດ້ວຍຄວາມສຸກສຳລານ ມີອັດຖະທິບາຍວ່າ: ໂລກຄືໝູ່ສັດ ຈະເປັນສັດມະນຸດ ຫລືສັດເດຍຣັຈສານ ອັນໄດ້ແກ່ ງົວ,​ຄວາຍ, ຊ້າງ, ມ້າ, ນົກ, ໜູ, ປູປີກກໍຕາມ ທີ່ຈະຢູ່ຮ່ວມກັນເປັນໝູ່ຄະນະ ເປັນຄອບຄົວເຮືອນຊານ ເປັນບ້ານເປັນເມືອງ ຫຼືຢູ່ກັນເປັນໝູ່ ເປັນຝູງເປັນພວກໄດ້ນັ້ນ ລ້ວນແຕ່ແມ່ນ ມີຄຸນທັມປະຈຳໃຈຄື ເມດຕາຄວາມຮັກແພງ ເຊິ່ງກັນແລະກັນທັງນັ້ນ ເມດຕານັ້ນມີ 2 ຢ່າງຄື: ເມດຕາທຽມ ແລະ ເມດຕາແທ້.

ເມດຕາທຽມເປັນຄວາມຮັກແພງຈຳເພາະເຈາະຈົງລູກຫຼານໃນຄອບຄົວດຽວກັນ. ສ່ວນເມດຕາແທ້ນັ້ນ ມີຄວາມຮັກແພງຕໍ່ສັພພະສັດທົ່ວໆໄປ ບໍ່ຈຳກັດວ່າເປັນພີ່ນ້ອງຄອບຄົວດຽວກັນ ຫຼືຮັກແພງປາຖນາດີໄປ ຮອດຄົນແລະສັດທົ່ວໆໄປ ໂດຍບໍ່ເລືອກໜ້າ ໂຮມຄວາມແລ້ວ ເມດຕາທັງສອງຢ່າງນີ້ ຍ່ອມເປັນເຄື່ອງ ອູ້ມຊູຜູກພັນຄົນຕໍ່ຄົນ, ຄະນະຕໍ່ຄະນະ, ຕະຫຼອດຮອດຈົນບ້ານເມືອງ ປະເທດຊາດ ມີຄວາມຮັກແພງ ຢູ່ຮ່ວມກັນດ້ວຍຄວາມຜາສຸກສຳລານ ບານໃຈປາສຈາກເວຣໄພ ອັນຕະຣາຍໃດໆໄດ້ໂດຍທ່ຽງແທ້.

ເມດຕາທີ່ຈະເຜີຍແຜ່ເຖິງບຸກຄົນອື່ນນັ້ນ ຈະເກີດມີຂຶ້ນໄດ້ກໍຕ້ອງອາໄສ ການອົບຮົ່ມຕໍ່ເມດຕາໃຫ້ມີ ພາຍໃນຕົນເສຍກ່ອນ ຈິ່ງຈະແຜ່ເຖິງຄົນອື່ນໄດ້ ໂດຍວິທີພາວະນາວ່າ “ອະຫັງ ສຸຂິໂຕ ໂຫມິ ນິທຸກໂຂ ໂຫມິ” ແປວ່າ ຂໍໃຫ້ຂ້າພະເຈົ້າມີຄວາມສຸກ ຂໍໃຫ້ຂ້າພະເຈົ້າປາສະຈາກທຸກ ດັ່ງນີ້ເປັນຕົ້ນ. ທຳມະດາ ສັດໃນໂລກ ຍ່ອມມີຄວາມຮັກຕົນທີ່ສຸດ ແລະຮູ້ວິທີປະຕິບັດທີ່ຈະປະຕິບັດ ໃຫ້ສົມກັບວ່າຕົນເປັນທີ່ຮັກຂອງຕົນທີ່ສຸດ ນັ້ນ ກໍຫາໄດ້ຍາກເຫຼືອທີ່ສຸດ ສ່ວນຫຼາຍມີແຕ່ວ່າຮັກຜູ້ນັ້ນຜູ້ນີ້ ຮັກສິ່ງນັ້ນສິ່ງນີ້ຫຼາຍກວ່າຊີວິດ ສ່ວນຜູ້ທີ່ ເຂົ້າໃຈວ່າ ຕົນເປັນທີ່ຮັກຂອງຕົນ ແລ້ວກໍຄິດວ່າແຕ່ທີ່ຈະຫອບເອົາມາໃສ່ຕົນ ໂດຍບໍ່ຄຳນຶງເຖິງປະໂຫຍດ ແລະຄວາມທຸກຄວາມສຸກຂອງຜູ້ອື່ນ ການເຂົ້າໃຈແລະເຮັດແບບນີ້ ກໍຊື່ວ່າບໍ່ຮູ້ຈັກວ່າຕົນເປັນທີ່ຮັກຂອງ ຕົນ. ຕາມຫຼັກໃນທາງພຸດທະສາສນາ ການແຜ່ເມດຕາໃຫ້ຕົນກ່ອນຄົນອື່ນນີ້ ເປັນທາງທີ່ຈະໃຫ້ຄົນເຮົາ ຮູ້ຊາບ ເຊິ່ງວ່າເຮົາຕ້ອງການຄວາມສຸກ ຄວາມສຸກເປັນຄວາມດີ ເປັນທີ່ເຮົາຕ້ອງການ. ແລ້ວຈະເປັນຫົນ ທາງໃຫ້ຄົນເຮົາຮັບຮູ້ໃນຜົນປະໂຫຍດ ໃນຄວາມສຸກ ຄວາມທຸກຂອງຄົນອື່ນໃຫ້ຊັດເຈນຂຶ້ນ ແລ້ວຈະໄດ້ປະຕິ ບັດຕົນໃຫ້ຖືກຕ້ອງ ບໍ່ມີການບຽດບຽນຕໍ່ຕົນແລະຄົນອື່ນ ແລະການແຜ່ເມດຕາຕົນກ່ອນນີ້ ຖືກກັບຫຼັກ ຄວາມຈິງຂອງທຳມະຊາດທີ່ເພິ່ງປະຕິເສດບໍ່ໄດ້ ເພາະວ່າ ຖ້າເຮົາຈະເຜີຍແຜ່ສິ່ງໃດໃຫ້ຜູ້ອື່ນໄດ້ ເຮົາກໍຕ້ອງ ມີສິ່ງນັ້ນເສັຍກ່ອນ ອຸປະມາເໝືອນວ່າ ເຮົາຈະເອົາເຂົ້າໜົມໃຫ້ເດັກນ້ອຍ ເຮົາກໍຕ້ອງຫາເຂົ້າໜົມໃຫ້ມີເສັຍ ກ່ອນ ເຮົາຈິ່ງຈະໃຫ້ເຂົາໄດ້ສັນໃດ ການແຜ່ເມດຕາ ກໍມີອຸປະມາສັນນັ້ນ ຄື ກ່ອນຈະຮັກແພງຄົນອື່ນ ຕ້ອງ ຮັກແພງເຈົ້າຂອງກ່ອນ ແລະກ່ອນທີ່ຈະໃຫ້ຜູ້ອື່ນໄດ້ມີສຸກ ກໍຕ້ອງທຳຕົນໃຫ້ເປັນຄົນດີມີສຸກເສັຍກ່ອນ ເຫດນັ້ນ ພຣະພຸດທະອົງ ຈິ່ງຊົງສັ່ງສອນວາງຫຼັກໄວ້ວ່າ ກ່ອນທີ່ຈະແຜ່ເມດຕາໃຫ້ຄົນອື່ນ ຕ້ອງແຜ່ເມດຕາ ໃຫ້ຕົນເອງເສັຍກ່ອນ ຈິ່ງຈະເປັນສະມາທິແລະສຳເລັດຜົນທີ່ຕົນປາຖນາ ອຸປະມາເໝືອນໂຮງການໄຟຟ້າ ຈະຂະຫຍາຍກະແສໄຟຟ້າໄປໃຫ້ໃນສະຖານທີ່ຕ່າງໆໄດ້ນັ້ນ ກໍຕ້ອງຈຳເປັນທີ່ທາງໂຮງງານໄຟຟ້າ ຈະຕ້ອງມີ ກະແສໄຟຟ້າ ຫຼືອຸປະກອນເຄື່ອງສົ່ງໄຟນັ້ນພຽງພໍ ກະແສໄຟຈິ່ງຈະໄປເຖິງທີ່ອື່ນ ຫຼືສະຖານທີ່ຕ່າງໆ ຫຼືອີກຢ່າງໜຶ່ງ ການແຜ່ເມດຕາເຖິງຄົນ ຄືສາກໄຟເຂົ້າໃນໝໍ້ແບັດເຕີຣີ ຫຼື ໃນໝໍ້ໄຟລົດໂອໂຕ.

ການແຜ່ເມດຕານີ້ ເປັນກະແສເຄື່ອນທີ່ ແຜ່ກະຈາຍອອກຈາກບ່ອນກຳເນີດທີ່ຕົນຂອງເຮົາ ແລ້ວກໍໄປຫາ ຜູ້ທີ່ເຮົາຮັກເຮົາໂຄຣົບນັບຖື ໂດຍວິທີຕິດຕໍ່ເພັ່ງເລັງ ຄວາມດີຄວາມສັ່ງສອນຂອງເພື່ອນແລ້ວປາຖນາ ໃຫ້ເພື່ອນ ມີຄວາມສຸກຍິ່ງໆຂຶ້ນໄປ ແລ້ວກໍແຜ່ໄປຫາຜູ້ທີ່ເຮົາລຶ້ງແກ່ນທຳມະດາ ໂດຍວິທີພິຈາລະນາ ແຜ່ຜາຍຄວາມຮັກຄວາມປາຖນາດີໃນບຸກຄົນເຮົານັ້ນ ໃຫ້ເພີ່ມເຕີມທະວີຂຶ້ນ ເຫັນວ່າບຸກຄົນນັ້ນເປັນມິດ ເປັນພີ່ນ້ອງ ຮ່ວມເກີດ ແກ່ ເຈັບ ຕາຍ ດ້ວຍກັນ ໃຫ້ເປັນທີ່ຮັກແພງກັນແລະກັນຍິ່ງໆຂຶ້ນໄປ. ຕໍ່ໄປກໍແຜ່ ຄວາມຮັກ ຄວາມປາຖນາດີໄປຍັງຜູ້ທີ່ເປັນສັດຕູຂອງເຮົາ ໂດຍໃຫ້ວາງຕົນເປັນຄົນເສີຍໆ ບໍ່ຮັກພຸ້ນຊັງພີ້ ມີຄຸນນະທັມປະຈຳໃຈສະເໝີ. ຫາກບັງເອີນໃນຂະນະທີ່ແຜ່ເມດຕາໄປຫາຄົນທີ່ເປັນສັດຕູ ເກີດເປັນໂທສະ ຈະຣິຕຄຽດຊັງຢາກທຳລາຍຂຶ້ນມາ ກໍພະຍາຍາມຫາຊ່ອງທາງກຳຈັດປັດເຂ່ຍອອກ ໂດຍໃຊ້ຂັນຕິຄວາມ ອົດທົນ ແລະພະຍາຍາມນຶກຫາຄວາມດີຂອງເຮົາແລະຂອງເຂົາໃຫ້ໄດ້ຢູ່ສະເໝີ ແລ້ວຜູ້ທີ່ເປັນສັດຕູຂອງເຮົາ ກໍຈະເປັນທີ່ຮັກຂອງເຮົາເພີ່ມຕື່ມຂຶ້ນ ຈິດຂອງເຮົາກໍຈະລະງັບເຍືອກເຢັນເປັນນ້ຳທິບ ທີ່ຈະຫົດຄວາມຮ້ອນ ຮົນ ຄວາມຊົ່ວຊ້າ ທັງພາຍໃນໃຈຂອງເຮົາແລະຜູ້ອື່ນໄດ້ດີດ້ວຍ. ດັ່ງໃນເລື່ອງຂອງພຣະພຸດທະອົງວ່າ ໃນກາລະຄັ້ງໜຶ່ງ ພຣະເຈົ້າອະຊາຕະຊາຕູ ຄອງເມືອງຣາຊະຄຶຫະ ໂດຍການຍຸຍົງແນະນຳຂອງພຣະເທວະທັດ ຜູ້ເປັນສັດຕູຂອງພຣະພຸດທະອົງ ໄດ້ປ່ອຍຊ້າງຍ້ອຍເມົາມັນຊື່ວ່າ ນາຣາຄີຣິງໃສ່ ເພື່ອຈະໃຫ້ຂ້າງພຣະພຸດທະ ອົງ ໃນຂະນະທີ່ພຣະພຸດທະອົງກຳລັງສະເດັດບິນທະບາດໃນເມືອງຣາຊະຄຶຫະ ແຕ່ດ້ວຍພຣະປາຣະມີທັມ ຄືຄວາມເມດຕາອັນສູງສົ່ງຂອງພຣະພຸດທະອົງ ຊ້າງນັ້ນເຖິງຈະໂຫດຮ້າຍພຽງໃດກໍຕາມ ເມື່ອມາໃກ້ພຣະ ພຸດທະອົງແລ້ວ ກໍກັບກາຍຫາຍຄວາມໂຫດຮ້າຍ ໝອບຂາບລົງຕໍ່ພຣະບາດຄືຕີນ ຂອງພຣະພຸດທະອົງ ໂດຍທັນທີ ຢ່າງໜ້າງຶດງໍ້ອັດສະຈັນ ໃນທ່າມກາງຊຸມຊົນ. ນີ້ສະແດງໃຫ້ເຫັນວ່າ ການແຜ່ເມດຕາກໍຄືການ ກິນທານ ປົກປັກຮັກສາປ້ອງກັນໄພພິບັດ ກຳຈັດເສັຍເຊິ່ງຄວາມຊົ່ວຮ້າຍ ທັງພາຍໃນຕົນແລະຜູ້ອື່ນໄດ້ ເປັນຢ່າງດີ. ເຫດນັ້ນ ພຣະຈອມໄຕຣມຸນີສີສັນເພັດ ໄດ້ຕັດເທສນາສັ່ງສອນມະນຸດ ຄົນເຮົາບໍ່ໃຫ້ບຽດ ບຽນເຊິ່ງກັນແລະກັນ ດ້ວຍທາງກາຍ ວາຈາໃຈ ໃຫ້ມີຄວາມຈົ່ງຮັກພັກດີ ເໝືອນພີ່ຮ່ວມທ້ອງນ້ອງຮ່ວມໃສ້ ໃຫ້ມີເມດຕາຈິດເຊິ່ງກັນແລະກັນ. ຕາມຄວາມເປັນຈິງ ຄົນແລະສັດ ຕ່າງແຕ່ຄຸນສົມບັດເທົ່ານັ້ນ ສ່ວນສະ ພາວະທັມເໝືອນດຽວກັນ ມີການເກີດແກ່ເຈັບຕາຍເໝືອນກັນ, ມີກິນມີນອນ ມີຢ້ານມີກົວຕໍ່ໄພອັນຕະ ຣາຍ, ມີການຮັກຊີວິດຈິດໃຈເໝືອນກັນທັງນັ້ນ, ມີຄວາມປາຖນາສຸກ ຢ້ານຄວາມທຸກ, ຢາກມີອາຍຸຍືນ, ບໍ່ຢາກຕາຍ. ທີ່ມີປະຈຳໃຈຢູ່ຢ່າງນັ້ນ ຍ່ອມເກີດຂຶ້ນເປັນພິເສດທຸກໆຕົວສັດ ແມ່ນຕະຫຼອດເຖິງມົດດຳ ມົດ ແດງກໍຍ່ອມປາຖນາຫາຄວາມສຸກດ້ວຍກັນທັງນັ້ນ ແລ້ວນຶກປຽບທຽບໄປໃນສັດທັງຫຼາຍວ່າ ລ້ວນແຕ່ ມີຄວາມປາຖນາເຊັ່ນດຽວກັນກັບຕົນທຸກປະການ. ການລະນຶກປຽບທຽບລະຫວ່າງຕົນກັບຜູ້ອື່ນ ແລະສັດ ອື່ນນີ້ແຫຼະ ເປັນເຫດສຳຄັນທີ່ຈະຊ່ວຍໃຫ້ເມດຕາຈິດເກີດຂຶ້ນໄດ້ງ່າຍດ້ວຍຄວາມສົມບູນ ແລະຕັ້ງຢູ່ດ້ວຍ ຄວາມໝັ້ນຄົງ ດັ່ງນິພົນພຸດທະພາສິດ ທີ່ຍົກໄວ້ເບື້ອງຕົ້ນແຫ່ງການເທສນານັ້ນວ່າ: “ສັພພາ ທິສາ ອະນຸປະຣິຄັມມະ ເຈຕະສາ ເປັນຕົ້ນ”  ແປຄວາມວ່າ: ບຸກຄົນເອົາຈິດໃຈຄົ້ນຄວ້າພິຈາລະນາໄປທົ່ວທຸກ ທິດ ຍ່ອມບໍ່ເຫັນໃຜເປັນທີ່ຮັກກວ່າຕົນ ໃນທີ່ໃດໆກໍຕາມ ຕົນນັ້ນແຫຼະເປັນທີ່ຮັກຢ່າງຍິ່ງ, ຄົນອື່ນກໍເຊັ່ນ ດຽວກັນ ສະນັ້ນຜູ້ທີ່ຮັກຕົນ ບໍ່ຄວນບຽດບຽນຜູ້ອື່ນ ແມ່ນກະທັ້ງເຖິງມົດປວກ ດັ່ງນີ້. ໃນພຸດທະພາສິດນີ້ ສໍ່ສະແດງໃຫ້ເຫັນວ່າ: ເມື່ອເຫັນວ່າຕົນເປັນທີ່ຮັກຂອງຕົນຢ່າງຍິ່ງແລ້ວເຊັ່ນໃດ ຄົນອື່ນກໍຍ່ອມຮັກຕົນ ເຊັ່ນນັ້ນ ແລ້ວໃຫ້ມີຄວາມເມດຕາອີດູຮັກແພງໃນລະຫວ່າງກັນແລະກັນ ບໍ່ຄວນບຽດບຽນ ພະຍາບາດ ຈ່ອງເວນ ເຊິ່ງກັນແລະກັນ ເພາະວ່າ ເມື່ອໄປທຳລາຍຄົນອື່ນເຂົາ ກໍເທົ່າກັນກັບທຳລາຍຕົນເອງ. ຈິ່ງຢູ່ໃນ ໂລກຈະມີຄວາມຜາສຸກສຳລານບານໃຈ ກໍເພາະອາໄສຄວາມເມດຕາ ພົມວິຫາຣເປັນ ເຄື່ອງອູ້ມ ຊູໂລກໄວ້ ບໍ່ມີທຳມະຊາດສິ່ງໃດ ທີ່ຈະມອດກອງໄຟຄືໂທສະໄດ້ ມີແຕ່ເມດຕາທັມເທົ່ານັ້ນ ທີ່ຈະມອດຄວາມ ຮ້ອນໃຫ້ໄດ້ ເພາະເມດຕາ ເປັນທຳມະຊາດເຍືອກເຢັນ ອຸປະມາເໝືອນໄຟລຸກຂຶ້ນ ກໍຕ້ອງອາໄສນ້ຳເປັນ ເຄື່ອງມອດ ນີ້ສັນໃດ ເມດຕາທັມກໍອຸປະໄມສັນນັ້ນ, ຍ່ອມທຳບຸກຄົນຜູ້ມີເມດຕາປະຈຳໃຈ ໃຫ້ໄດ້ຮັບຄວາມສຸກ ຄວາມ ຈະເລີນ ທັງກາງເວັນແລະກາງຄືນ ຕະຫຼອດເຖິງການຢືນ, ເດີນ, ນັ່ງ, ນອນ ເປັນທີ່ນິຍົມຊົມເຊີຍ ຮັກແພງ ແລະໂຄຣົບບູຊາທັງເທວະດາແລະມະນຸດທັງຫຼາຍ. ເຖິງຜູ້ອື່ນຈະທຳລາຍດ້ວຍຢາພິດ ຫຼືສັດຕາອາ ວຸດຕ່າງໆ ກໍທຳລາຍບໍ່ໄດ້ ດັ່ງໃນບາລີເມດຕາສູດສະແດງໄວ້ວ່າ ຜູ້ມີເມດຕາຍ່ອມໄດ້ຮັບອານິສົງ ໑໑ ຢ່າງດັ່ງນີ້:

໑. ສຸຂັງ ສຸປະຕິ : ນອນຫຼັບສະບາຍຄ້າຍກັບການເຂົ້າສະມາບັດ
໒. ສຸຂັງ ປະຕິພຸດສະຕິ: ເມື່ອຕື່ນຂຶ້ນກໍສະບາຍ ຄ້າຍກັນກັບການອອກສະມາບັດ
໓. ນະປາປະກັງ ສຸປິນັງ ປັສສະຕິ : ບໍ່ຝັນເຫັນທີ່ຊົ່ວແລະເລື່ອງທີ່ໜ້າຊັງ, ໜ້າຢ້ານ. ຝັນເຫັດແຕ່ສິ່ງທີ່ດີໆ ທີ່ໜ້າປະທັບໃຈ.
໔. ມະນຸສສານັງ ປິໂຍ ໂຫຕິ: ເປັນທີ່ຮັກແພງຂອງຄົນທັງຫຼາຍ
໕. ອະມະນຸສສານັງ ປິໂຍ ໂຫຕິ: ເປັນທີ່ຮັກແພງຂອງເທວະດາທັງຫຼາຍ ມີເທວະດາເປັນຕົ້ນ
໖. ເທວະຕາ ຣັກຂັນຕິ: ເທວະດາທັງຫຼາຍ ຍ່ອມຮັກສາ
໗. ນາສສະ ອັຄຄິ ວາ ວິສັງ ວາ ສັຕຖັງ ວາ ກະມະຕິ : ໄພ ຫຼືຢາພິດ ຫຼື ສາດຕາວຸດຕ່າງໆ ທຳລາຍບໍ່ໄດ້
໘. ຕຸວະຕັງ ຈິຕຕັງ ສະມາທິຍະຕິ : ຍ່ອມມີຈິດໃຈສະຫງົບໄດ້ໄວ
໙. ມຸຂະວັນໂນ ວິປະສິທະຕິ : ຍ່ອມມີໜ້າຕາອັນຜ່ອງໃສ
໑໐. ອະສັມມູລະໂຫ ກາລັງ ກະໂຣຕິ : ເມື່ອເວລາຕາຍ ຈິດໃຈບໍ່ວາຍຫຼົງໄຫຼ
໑໑. ອຸຕຕະຣິງ ອັປປະຕິ ວິຊຊັນໂຕ ພຣັມມະໂລກຸ ປະໂຄ ໂຫຕິ: ແມ່ນວ່າຍັງບໍ່ໄດ້ບັນລຸມັກຜົນ ອັນປະເສີດໃນພົບນີ້ກໍຕາມ ຖ້າໄດ້ຮູບຊານກໍຈັກໄດ້ບັງເກີດໃນພຣົມມະໂລກ.

ເມື່ອສະຫຼຸບເນື້ອຄວາມແລ້ວ ບຸກຄົນເຮົາຖ້າພິຈາລະນາໄປໃຫ້ເຫັນວ່າ ບໍ່ມີໃຜເປັນທີ່ຮັກຍິ່ງກວ່າ ຕົນແລ້ວ, ກໍບໍ່ຄວນບຽດບຽນຜູ້ອື່ນແລະສັດອື່ນໆ ຕະຫຼອດເຖິງມົດດຳ ມົດແດງເປັນຕົ້ນ, ໂລກກໍຈະເຕັມ ໄປດ້ວຍຄວາມເຍືອກເຢັນເປັນສຸກ ພົ້ນຈາກທຸກໄພເວນຕ່າງໆ ດ້ວຍອຳນາດຂອງເມດຕາ ຈິ່ງມີຄວາມເອັນ ດູເຊິ່ງກັນແລະກັນ. ເຫດນັ້ນ ເມື່ອສາທຸຊົນພຸດທະບໍລິສັດທັງຫຼາຍ ໄດ້ສະດັບຮັບຟັງ ພຣະສັດທັມມະເທສະ ໜາ ທີ່ອາດຕະມາພາບໄດ້ສະແດງຊີ້ແຈງໄປແລ້ວນັ້ນ, ຖ້າຫາກທ່ານທັງຫຼາຍກຳນົດຈົດຈຳ ນຳເອົາໄປ ປະພຶດປະຕິບັດ ດັດກາຍ, ວາຈາ ແລ້ວຫວັງ ແລ້ວຫວັງວ່າຈະໄດ້ຮັບຄວາມສຸກບໍ່ຫຼາຍກໍນ້ອຍ. ເທສນາວະສາເນ ໃນທີ່ສຸດແຫ່ງເທສະໜານີ້ ອາດຕາຂໍ້ອ້າງອີງເອົາຄຸນພຣະຣັຕນະໄຕມາບັນດັນບ້ານ ໃຫ້ທ່ານສາທຸຊົນ ສົມບູນໄປດ້ຍ ພອນທັງ ໔ ປະການ ຄື: ອາຍຸ, ວັນນະ, ສຸຂະ, ພະລະ ດັ່ງທີ່ໄດ້ສະແດງມາ ນິຖິຕາ ກໍເຫັນວ່າສົມຄວນແກ່ເວລາພຽງທໍ່ນີ້.

_________________
ບົດປາຖະກະຖາໂດຍ: ພຣະອາຈານໃຫຍ່ມະຫາປານ ອານັນໂທ
ຈາກປຶ້ມ: ປະມວນໂອວາດ :ຊີວິດແລະຜົນງານ , ພສ. ໒໕໑໒

 

 

Ekaggacitto Bhikkhu

Lao Buddhism is a website designed for Lao Buddhist Community.

Ekaggacitto Bhikkhu has 64 posts and counting. See all posts by Ekaggacitto Bhikkhu

This site uses Akismet to reduce spam. Learn how your comment data is processed.