ຄວາມອົດທົນເປັນຫົນທາງສູ່ຄວາມສຸຂແລະສຳເລັດ

 

ໃນທາງພຣະພຸທຯດະສາສນານັ້ນ ມີຯດັມມະຄຳສັ່ງສອນຫຼາຍຂໍ້ທີ່ແນະນຳໃຫ້ພວກເຮົາເລືອກປະຯຄິບັຕິເພື່ອຄວາມພົ້ນທຸກຂ໌. ພວກເຮົາສາມາດເລືອກຯດັມມະນັ້ນໆເພື່ອນຳມາໃຊ້ໃນການດຳເນີນຊີວິດໄດ້ ແລ້ວແຕ່ຄວາມ    ເໝາະສົມຂອງສະພາບເງື່ອນໄຂຂອງຕົນ.

ເປົ້າໝາຍແຫ່ງການດຳເນີນຊີວິດຂອງແຕ່ລະຄົນ ສ່ວນໃຫຍ່ກໍຢາກປະສົບຄວາມສຸຂ ປາສະຈາກທຸກຂ໌.  ແຕ່ວ່າ ຄວາມສຸຂຂອງແຕ່ລະຄົນ ກໍຂຯື້ນຢູ່ກັບຄວາມສຳເລັດຂອງຕົນທີ່ກຳໜົດໄວ້, ຄວາມສຸຂຂອງຊາວນາ ຄືການເຮັດນາແລ້ວໄດ້ເຂົ້າຫຼາຍ, ຄວາມສຸຂຂອງນັກທຸຯດະກິຈ ຄືການປະສົບຜົນສຳເລັດໃນການຄ້າຂາຍ, ຄວາມສຸຂຂອງນັກຮຽນຄືການໄດ້ມີໂອກາດໄດ້ຮຽນຈົບ, ຄວາມສຸຂຂອງນັກບວຊ ຄືການໄດ້ມີໂອກາດເຂົ້າເຖິງຯດັມມ໌ຂອງພຣະພຸທຯດະເຈົ້າ.  ແຕ່ກ່ອນທີ່ທຸກຄົນຈະເດີນທາງໄປສູ່ໝາກຜົລແຫ່ງຄວາມສຳເລັດນັ້ນ ກໍຕ້ອງໄດ້ມີຄວາມພາກພຽນພະຍາຍາມບໍ່ໜ້ອຍ ເພາະວ່າບໍ່ມີສິ່ງໃດດອກໃນໂລກນີ້ ຈະໄດ້ມາໂດຍງ່າຍ, ທຸກຢ່າງຍ່ອມຈະໄດ້ມາດ້ວຍຢາດເຮື່ອເທແຮງທັງໝົດ.

working-hard-win-two-young-260nw-1067101688

ໃນທາງພຸທຯດະສາສນາ ພຣະພຸທຯດະອົງຄ໌ໄດ້ສອນຫຼັກຯດັມມ໌ກ່ຽວກັບຄວາມສຳເລັດເອົາໄວ້ດ້ວຍພຸທຯດະພາສິຕທີ່ວ່າຯ ຂັນຕິ ປະຣະມັງ ຕະໂປຕິຕິກຂາ ເຊິ່ງມີຄວາມຄວາມໝາຍວ່າຯ ຂັນຕິຄືຄວາມອົດທົນອົດກັ້ນຢ່າງຍິ່ງ ເຊິ່ງເປັນຯດັມມະທີ່ເປັນຍອດສຳຫລັບຜູ້ທີ່ມີຄວາມຫວັງຢາກປະສົບຜົລສຳເລັດຄວນເລືອກນຳມາປະຯຄິບັຕິ. ປົກກະຕິທົ່ວໄປແລ້ວ ຄົນທົ່ວໄປມັກສະໜຸກສຸກສະບາຍ ຢາກປະສົບຜົນສຳເລັດໃນຊີວິດ ແຕ່ບໍ່ຢາກທຸກຂ໌ ຈິ່ງເຮັດໃຫ້ມີຫຼາຍຄົນບໍ່ຄ່ອຍປະສົບຜົນສຳເລັດ, ເຄັດລັບຂອງຄວາມສຳເລັດກໍຕ້ອງສວນກະແສກັບຄວາມມັກສະບາຍ ຄືຯ ຈະຕ້ອງມີຄວາມບາກບັ່ນພະຍາຍາມໃນການສ້າງຕົນ ຝຶກຝົນຕົນເອງດ້ວຍການຂົນຂວາຍຫາຄວາມຮູ້ ແລະປະສົບການ ບໍ່ຍອມທໍ້ຖອຍຕໍ່ໂຊກຊະຕາ ຈິ່ງຈະເຮັດໃຫ້ຄົນໆນັ້ນປະສົບຜົລສຳເລັດໄດ້, ຖ້ານັ່ງລໍຄອຍຖ້າແຕ່ໝໍດູມາທັກທ້ວງວ່າຈະລວຍ ແລະລໍຖ້າບຸນວາດສະໜາມາອຳນວຍ ກໍຄົງຈະບໍ່ມີວັນເຮັດໃຫ້ປະສົບຜົນສຳເລັດໄດ້ໂດຍງ່າຍຢ່າງແນ່ນໍ.

ນອກຈາກນີ້ ພຣະພຸທຯດະອົງຄ໌ຍັງຊົງສອນໃຫ້ຄົນມີຄວາມພາກພຽນ ເພື່ອເປັນພື້ນຖານທີ່ດີງາມ ກ່ອນຈະຜ່ານພົ້ນຄວາມທຸກຂ໌ແລະບັນຫາອຸປະສັຄຄ໌ຕ່າງໆໄດ້ ເໝືອນດັ່ງພຸດທະສາສນາສຸພາສິດທີ່ວ່າຯ ວິຣິເຍນະ ທຸກຂະມັຈເຈຕິ ເຊິ່ງມີຄວາມໝາຍວ່າ ບຸຄຄົລຈະພົ້ນທຸກຂ໌ໄດ້ກໍເພາະຄວາມພຽນ. ເມື່ອເວົ້າເຖິງຄວາມທຸກຂ໌ ພວກເຮົາທຸກຄົນກໍມີຫຼາຍທີ່ມາຂອງຄວາມທຸກຂ໌ທີ່ແຕກຕ່າງກັນ ແຕ່ສ່ວນໃຫຍ່ແລ້ວ ແມ່ນມາຈາກອາຍະຕະນະພາຍໃນແລະພາຍນອກກະທົບກັນຄື ຕາ ກະທົບກັບຮູບ, ຫູກະທົບກັບສຽງ, ດັງກະທົບກັບກິ່ນ, ລີ້ນກະທົບກັບຣົສ, ກາຍກະທົບກັບຯດັມມາຣົມຯຍ໌, ໃຈກະທົບກັບຯດັມມ໌. ໃນທີ່ນີ້ ຖ້າຈະຈຳແນກສິ່ງທີ່ມາກະທົບກໍພໍມີໄດ້ຢູ່ ໒ ຢ່າງຄື ໑. ສິ່ງທີ່ໜ້າພໍໃຈ, ໒. ສິ່ງທີ່ບໍ່ໜ້າພໍໃຈ. ຄົນສ່ວນໃຫຍ່ຈະມີຄວາມສຸຂກັບສິ່ງທີ່ພໍໃຈ ແລະມີຄວາມທຸກຂ໌ກັບສິ່ງທີ່ບໍ່ພໍໃຈ.

ທີ່ມາຂອງຄວາມທຸກຂ໌ທີ່ໄດ້ບອກໄວ້ຂ້າງເທິງນັ້ນ ຄືທີ່ມາໂດຍແທ້ຈິງ ທີ່ຄົນສ່ວນໃຫຍ່ສັງເກດບໍ່ອອກ ແລະບອກບໍ່ຖືກ ຈິ່ງເຮັດໃຫ້ເປັນທຸກຂ໌. ວິຯດີທາງແກ້ໄຂບັຯຍຫານີ້ ກໍຄື ເຮົາຈະຕ້ອງເຮັດໃຫ້ໃຈຂອງເຮົາເຂັ້ມແຂງ ດ້ວຍກຳລັງສະຕິ,ສະມາຯດິ ແລະປັຯຂຯຂາ. ສະຕິປັຯຂຯຂາທີ່ເກີດຂຯື້ນຈາກການຝຶກອົບຮົມສະມາຯດິຈິຕນັ້ນ ສາມາດເຮັດໃຫ້ຕ້ານທານຕໍ່ສິ່ງທີ່ມາກະທົບນັ້ນໄດ້ຢ່າງສະຫຼາດ. ເຫດໃດຈິ່ງວ່າສະຫຼາດ? ກໍຍ້ອນວ່າ ຖ້າມີສະຕິປັຯຂຯຂາ ກໍຈະຮູ້ຈັກພິຈາຣະຯຍາຫຼັກຯດັມມ໌ໃນສິ່ງທີ່ມາກະທົບ ແລ້ວຈະຮູ້ຈັກປ່ອຍວາງ ໃຫ້ທຸກຢ່າງເປັນຯດັມມະຊາຕທີ່ມັນຄວນຈະເປັນໄປ, ເຂົ້າໃຈວ່າ ເຮົາທຸກຄົນບໍ່ສາມາດຜ່ານພົ້ນອາການຂອງຄວາມສຸຂແລະທຸກຂ໌ໄດ້ ຍົກເວັ້ນພຣະອະຣິຍະເຈົ້າ ແຕ່ທຸກຄົນສາມາດຝຶກຕົນເອງໄດ້ ແລະຈະສາມາດເຂົ້າໃຈຊີວິດໄດ້ໃນທີ່ສຸດ.

ຖາມວ່າ ຖ້າເຮົາຢາກຜ່ານພົ້ນຄວາມທຸກຂ໌ໄປໄດ້ ພວກເຮົາຄວນເຮັດແນວໃດ? ວິຯດີກໍຄືການເຂົ້າເຖິງຯດັມມ໌ຂອງພຣະພຸດທະເຈົ້າ. ແລ້ວຈະມີຄວາມຖາມຕໍ່ໄປອີກວ່າ ຈະເຂົ້າເຖິງຯດັມມະອັນສູງສຸດແຫ່ງການຫຼຸດພົ້ນໄດ້ຢ່າງໃດ? ຄຳຕອບຄື ຕ້ອງມີຄວາມອົດທົນອົດກັ້ນຢ່າງສູງ ເພື່ອຈະແລກມາກັບຄວາມສຸຂແລະປະສົບຜົນສຳເລັດ. ແນ່ນອນ, ຄວາມອົດທົນ ຄວາມພາກພຽນພະຍາຍາມນັ້ນ ບໍ່ແມ່ນຈະເຮັດໄດ້ງ່າຍບາດດຽວໂລດ ພວກເຮົາຈະຕ້ອງໄດ້ໃຊ້ເວລາໃນການຝຶກຝົນຕົນເອງດົນນານພໍສົມຄວນ ບໍ່ຕ່າງຫຍັງກັບນັກກິລາ ກ່ອນຈະໄດ້ຫຼຽນໄຊ ກໍບໍ່ແມ່ນໄດ້ມາໂດຍງ່າຍເຊັ່ນກັນ ຍ່ອມຕ້ອງທຸ້ມເທທັງເວລາ, ຊີວິດແລະຈິຕໃຈດົນນານພໍສົມຄວນ ຈິ່ງເຖິງຈຸດໝາຍແຫ່ງໄຊຊະນະ.

This site uses Akismet to reduce spam. Learn how your comment data is processed.