ສາສະໜານານາທັດສະນະນິຍາມ

ສາສະໜາສັບນີ້ ຕາມທັດສະນະນິຍາມຂອງນັກປາດບັນດິດຜູ້ຮູ້ທັງຫຼາຍທັງໃນຝັ່ງຕາເວັນອອກແລະຕາເວັນຕົກຕ່າງກໍໃຫ້ຄຳຈຳກັດຄວາມທີ່ແຕກຕ່າງກັນອອກໄປ ບາງພວກກໍນິຍາມຄວາມໝາຍໄວ້ກວ້າງ ບາງກຸ່ມກໍໃຫ້ຄວາມໝາຍໄວ້ແຄບ ແລະຜູ້ຮູ້ບາງຄະນະກໍມີວະຈະນັດຖະອະທິບາຍຄວາມໝາຍຂອງສາສະໜາຄາດເຄື່ອນຈາກຄວາມໝາຍເດີມທີ່ສາສະໜານັ້ນໆ ຄວນຈະເປັນ ທັງນີ້ທັງນັ້ນເນື່ອງຈາກການໃຫ້ຄໍານິຍາມຄຳວ່າ “ສາສະໜາ” ເປັນເລື່ອງທີ່ຍາກກວ່າການນິຍາມຄໍາອື່ນໆ ດັ່ງ     ດຣ. ຈຳນົງ ອະດິວັດທະນະສິດ ກ່າວໄວ້ວ່າ:“ໃນບັນດາຄຳທີ່ຍາກທີ່ສຸດຕໍ່ການໃຫ້ຄຳນິຍາມຄວາມໝາຍແລະການອະທິບາຍຄົງຈະບໍ່ມີຄຳອື່ນໃດຢາກເກີນໄປກວ່າຄຳວ່າ ສາສະໜາ (Religio)”[1] ທ່ານກ່າວຕໍ່ວ່າ “ນັກປາດໃນສາຂາວິຊາການຕ່າງໆ ລ້ວນແຕ່ມີມຸມມອງຕໍ່ສາສະໜາບໍ່ຄືກັນແລະຄວາມລຳບາກໃນເລື່ອງນີ້ເກີດຂຶ້ນຈາກການທີ່ສາສະໜາເປັນເລື່ອງສະລັບຊັບຊ້ອນຍາກຕໍ່ການຊີ້ໃຫ້ເຫັນໄດ້ຊັດເຈນ ເພາະມີຄວາມກ່ຽວຂ້ອງກັບຊີວິດສ່ວນຕົວຂອງແຕ່ລະຄົນບໍ່ຄືກັນ”ເຊິ່ງຄຳຈຳກັດຄວາມໃນໝູ່ຜູ້ຮູ້ທັງຫຼາຍເຫຼົ່ານັ້ນມີປະເດັນໜ້າສົນໃຈທີ່ຜູ້ຂຽນຈະນຳສະເໜີດັ່ງຕໍ່ໄປນີ້

ສາສະໜາສັບຄຳນີ້ປາລີຂຽນວ່າ “ສາສະນະ”ສັນສະກິດຂຽນວ່າ“ຯຫາສະນະ” ສະກົດຄໍາແບບສຽງໂຣມັນວ່າ “Sãsanam” ຄຳສັບນີ້ມີຄວາມໝາຍຫຼາຍຢ່າງ ເປັນຄໍານາມນະປຸງສະກະລິງຄ໌ແຈກເໝືອນ ກຸລະ ສັບ ດັ່ງໃນປະທານຸກົມ ປາລີ-ໄທ-ອັງກິດ-ສັນສະກຣິຕ 2513 ໜ້າ 927 ກ່າວວ່າ  “ສາສະນັງ” ຄື ຄໍາສັ່ງສອນ, ຂ່າວ, ຄໍາສັ່ງ ເປັນໄປໃນຄວາມ ໝາຍ 4 ຢ່າງຄື:

1) ອານາ (ຄໍາສັ່ງ)

2) ອາຄະມະ (ພຸດທະພົຈນ໌)

3) ເລຂະ (ຂ່າວສານ)

4) ອະນຸສາສະນະ (ຄໍາສັ່ງສອນ) ເຊິ່ງສອດຄ້ອງກັບມະຕິໃນຄໍາພີອະພິທານັປປະທີປິກາຄາຖາ 354, 993 ວ່າ

“ອານາຍະມາຄະເມ ເລຂາ    ສາສະນັງ ອະນຸສາສະເນ”ສາສະນະສັບມີອັຖ 4 ຢ່າງຄື:

1) ອານາ (ຄໍາສັ່ງ)

2) ອາຄະມະ (ພຣະສາສະໜາ)

3) ເລຂະ (ຈົດໝາຍ ຫຼືສານ)

4) ອະນຸສາສະນະ (ຄໍາສັ່ງສອນ)

ເຊິ່ງໃນຄໍາພີສັທທະນີຕິ ທາຕຸມາລາ 2546 ປະຣິເສທທີ 16 ສະກາຣັນຕະທາຕ ໄດ້ອະທິບາຍບົດວ່າ ສາສະນັງ ເປັນຕົ້ນໄວ້ໃນໜ້າ 495-496 ມີໃຈຄວາມຕອນໜຶ່ງວ່າ“ສາສະນັງ ມີຄວາມໝາຍວ່າ ຄຳສັ່ງສອນສົງເຄາະດ້ວຍສິກຂາ 3 ມີອະທິສີລສິກຂາ ເປັນຕົ້ນ, ໄດ້ແກ່ຄຳເວົ້າທີ່ຜູ້ອື່ນສົ່ງໄປເໝືອນໃນຄຳເປັນຕົ້ນວ່າ ຣັນໂຍ ສາສະນັງ ເປເສຕິ (ຍ່ອນສົ່ງສານແກ່ພຣະຣາຊາ),   ອີກຢ່າງໜຶ່ງ ບົດວ່າ ສາສະນັງ ໄດ້ແກ່ ໂອວາດ ຄຳສອນ”ເປັນຕົ້ນ ໂດຍມີຮາກສັບມາຈາກ ສາສະ ອະນຸສິຕຖິຍັງ ໃນຄວາມໝາຍວ່າ ສັ່ງສອນ.

ສຳຫລັບການໃຊ້ຄຳວ່າ ສາສະໜາ ໂດຍກົງນັ້ນໃນພຣະໄຕຣປິດົກບໍ່ພົບວ່າພຣະພຸດທະເຈົ້າຊົງໃຊ້ຄຳນີ້ເລີຍເວັ້ນແຕ່ຊົງອ້າງຄຳກ່າວຂອງພິກຂຸອື່ນ ເຊັ່ນອ້າງຄວາມຄິດຂອງພຣະພັທທາລິ..ສະນັ້ນຄຳວ່າ ສາສະໜາ ຈຶ່ງພົບໄດ້ແຕ່ໃນຮ້ອຍກອງທີ່ເປັນຄຳກ່າວຂອງພຣະສາວົກເປັນສ່ວນໃຫຍ່ແຕ່ຄຳວ່າ ສາສະໜານີ້ ຫາກໍຈະນຳມາໃຊ້ໃນສະໄໝຕໍ່ມາເຊິ່ງຈະພົບຄຳນີ້ໄດ້ທົ່ວໄປໃນຄຳພີຊັ້ນອັດຖະກະຖາເຊິ່ງເລື່ອງນີ້ ພຸດທະທາດພິກຂຸ ກ່າວວ່າ“ໃນຄັ້ງພຸດທະການນັ້ນ ບໍ່ມີຄຳວ່າ ສາສະໜາ ໃຊ້ເລີຍບໍ່ແມ່ນໂວຫານ ບໍ່ແມ່ຄຳເວົ້າທີ່ໃຊ້ກັນຢູ່ຕາມທຳມະດາຫາກໍຈະມີໃນສະໄໝນີ້ ໃນສະໄໝພຸດທະການໃຊ້ຄຳວ່າ ທັມມະ ທັງນັ້ນ” (ອ້າງໃນ ວິທະຍານິພົນ…)

ຄຳວ່າ ສາສະໜາ ໃນວັດຈະນານຸກົມສະບັບຣາຊະບັນດິດຕະຍະສະຖານ ພ.ສ.2662 ໜ້າ 783ໄດ້ໃຫ້ຄຳຈັດຄວາມເອົາໄວ້ວ່າ “ສາສະໜາເປັນລັດທິຄວາມເຊື່ອຖືຂອງມະນຸດອັນມີຫຼັກ ຄືສະແດງກຳເນີດແລະຄວາມສິ້ນສຸດຂອງໂລກ ເປັນຕົ້ນອັນເປັນໄປໃນຝ່າຍປະຣະມັດປະການໜຶ່ງສະແດງຫຼັກທັມກ່ຽວກັບບຸນບາບອັນເປັນໄປໃນຝ່າຍສິນທັມປະການໜຶ່ງ ລວມທັງລັດທິພິທີການກະທຳຕາມຄວາມເຫັນ ຫຼືຕາມຄຳສັ່ງສອນໃນຄວາມເຊື່ອຖືນັ້ນ ໆ

ນອກຈາກນັ້ນ ຄຳວ່າ ສາສະໜາ ຕາມວັດຈະນານຸກົມສະບັບ ປະມວນສັບ ຂອງ ພຣະພຣົມຄຸນາພອນ (ປ.ອ.ປະຍຸດໂຕ) ໜ້າ 390 ໄດ້ໃຫ້ຄຳຈຳກັດຄວາມສາສະໜາໄວ້ຢ່າງໜ້າສົນໃຈວ່າ“ໝາຍເຖິງຄຳສອນ, ຄຳສັ່ງ, ປັດຈຸບັນໃຊ້ ໝາຍເຖິງລັດທິຄວາມເຊື່ອຢ່າງໜຶ່ງໆ ພ້ອມດ້ວຍຫຼັກຄຳສອນ ລັດທິ ອົງການແລະກິດຈະກຳທົ່ວໄປຂອງໝູ່ຊົນຜູ້ນັບຖືຄວາມເຊື່ອຖືຢ່າງນັ້ນໆ ທັງໝົດ”

ສະຫລຸບແລ້ວ ສາສະໜາສັບຕາມທັດສະນະນິຍາມໃນພຸດທະສາສະໜານັ້ນ ລວມຄວາມແລ້ວໝາຍເຖິງຄຳສັ່ງ, ສາສະໜາ, ຈົດໝາຍ ຫຼືສານ ແລະຄຳສັ່ງສອນ ມີຮູບວິເຄາະວ່າ “ສາສະຕິ ກິເລເສຕິ ສາສະນັງ” ແປວ່າ: ຄໍາສັ່ງສອນທີ່ບຽດບຽນກິເລດ (ມີເຄົ້າສັບມາຈາກ ສະສຸ ທາຕຸໃນຄວາມໝາຍວ່າບຽດບຽນ, ຍຸ ປັດໄຈ, ພຶດ ອະ ເປັນ ອາ, ແປງ ຍຸ ເປັນ ອະນະ)[2] ແລະຖ້າຈະໃຫ້ຄໍາຈັດກັດຄວາມໝາຍສົມບູນຍິ່ງຂຶ້ນ ສາສະໜາ ສັບນີ້ ຍັງໝາຍເຖິງ ສາສະດາ (ຜູ້ສັ່ງສອນ), ສາສຕຣ໌ ແລະຄຳພີ ອີກດ້ວຍ[3] ທີ່ສໍາຄັນ ສາສະໜາສັບນີ້ ມີໃຊ້ຢູ່ທົ່ວໄປໃນຄັ້ງສະໄໝພຸດທະການ ແລະມີໃຊ້ຢູ່ທົ່ວໄປໃນພຣະໄຕຣປິດົກ ເຊັ່ນ ໃນມະຫາປະທານະສູຕ ພຣະຜູ້ມີພຣະພາກຊົງສະແດງພຣະໂອວາທະປາຕິໂມກຂ໌ຄາຖາບາດສຸດທ້າຍວ່າ “ເອຕັງ ພຸທທານະ ສາສະນັງ” (ນີ້ຄືຄໍາສັ່ງສອນ ຫຼື ສາສະໜາຂອງພຣະພຸດທະເຈົ້າທັງຫຼາຍ)[4]

ສາສະໜາສັບນີ້ ຜູ້ສຶກສາຍັງບໍ່ພົບການອະທິບາຍແບບແຍກຮາກສັບໂດຍຈາກວັນນະກຳຊັ້ນຕົ້ນ

ຂອງສາສະໜາອິສລາມ ແຕ່ເມື່ອຈະນິຍາມຄວາມໝາຍຄຳວ່າ ສາສະໜາ ຄຳນີ້ແລ້ວ ຜູ້ສຶກສາຂໍອະນຸຍາດນິຍາມສັບໃນມຸມມອງຄົນນອກມອງອິສລາມມິກະຊົນວ່າ“ສາສະໜາ ຄື ສໍາພັນແຫ່ງຄວາມຍິນດີທີ່ຍຳເກງໃນຜູ້ອະພິບານທີ່ຢູ່ເໜືອທຳມະຊາດແລະຊີວິດ”ດັ່ງຂໍ້ຄວາມໃນ ພຣະມະຫາຄໍາພີອັລກຸຣະອານສະບັບພາສາໄທ 2519 ແປໂດຍ ທ່ານຕ່ວນ ສຸວັນນະສານຈຸລາຣາດໍະມົນຕຣີ ໂອງການທີ 109-129 ໜ້າ 912-926 ມີໃຈຄວາມຕອນໜຶ່ງວ່າ “ຜູ້ກໍ່ຕັ້ງສະຖານອັນໝັ້ນຄົງທາງສາສະໜາແຫ່ງຕົນຢູ່ໃນຄວາມຍຳເກງອັນເລາະຫ໌ແລະເພື່ອຄວາມຍິນດີຈາກພຣະອົງ, ພຣະອົງນັ້ນຊົງເປັນອົງອະພິບານອັລ-ອຣັຊ (ຟ້າຊັ້ນທີ 9)ແລະກຸຣຊີຍ໌ (ຟ້າຊັ້ນທີ 8) ອັນໃຫຍ່ຫຼວງ”

ນອກເໜືອຈາກຄຳຈຳກັດຄວາມຂ້າງຕົ້ນແລ້ວຄຳວ່າ ສາສະໜາ ຍັງສາມາດນິຍາມໄດ້ອີກຫຼາຍໄນຍະເຊັ່ນ “ສາສະໜາ ຄື ປາກົດການຂອງສັດທາຊົນທີ່ເຊື່ອໝັ້ນໃນຫຼັກຄຳສອນ ແລະຜູ້ຊົງອໍານາດດົນບັນດານທີ່ຢູ່ເໜືອການພິສູດເຊີງປະຈັກຕໍ່ສາທາລະນະຊົນ ແລ້ວມີການມອບຄວາມຈົງຮັກພັກດີຂອງຕົນໃຫ້ດ້ວຍໃຈອັນບໍລິສຸດ ຕໍ່ສິ່ງມີອຳນາດທີ່ສາມາດປະທານລາງວັນແກ່ຜູ້ໝັ້ນຄົງໃນຄວາມສັດທາແລະລົງໂທດແກ່ຜູ້ບໍ່ໄດ້ສັດທາ”[5] ດັ່ງຂໍ້ຄວາມທີ່ປາກົດຢູ່ທົ່ວໄປຕາມວັນນະກຳຂອງອິສລາມເຊັ່ນໃນ ຊູເຣາະຮ໌ ອາລິອິມຣອນ, ອາຍະຮ໌ 68 ກ່າວໄວ້ຕອນໜຶ່ງວ່າ “ຜູ້ສັດທາຕ່າງຫາກທີ່ມີສິດໃນຄວາມສຳພັນນີ້ແລະອັນເລາະຮ໌ ເປັນຜູ້ຊົງຄຸ້ມຄອງຜູ້ສັດທາທັງຫຼາຍ”[6]ແລະໃນພຣະມະຫາຄຳພີອັລກຸຣະອານໂອງການທີ 17 ໜ້າ 1000 ກ່າວໄວ້ວ່າ“ປວງຜູ້ສັດທາເຫຼົ່ານັ້ນແຫຼະທີ່ສັດທາຕໍ່ພຣະຄຳພີອັນກຸຣະອານພວກເຂົາຈຶ່ງໄດ້ເຂົ້າສູ່ສະຫວັນຝາກຟ້າຝ່າຍຜູ້ໃດໃນໝູ່ກາຟີຣ໌ທີ່ບໍ່ໄດ້ສັດທາຕໍ່ພຣະຄຳພີແລ້ວໄຊ້

ຂຸມນາຮົກຄືສັນຍາຂອງເຂົາ”

ນິຍາມສັບ ສາສະໜາ ທີ່ຜູ້ສຶກສາສະເໜີມານັ້ນສ່ວນຫຼາຍເປັນມຸມມອງຂອງສາສະໜາອື່ນທີ່ບໍ່ແມ່ນຄຣິຕສ໌ສາສະໜາ ໃນທີ່ນີ້ ຜູ້ສຶກສາຈະພາລ້ວງຄວາມຄິດຈາກຄິດຕະຊົນຊັ້ນນຳທີ່ໃຫ້ທັດສະນະນິຍາມຈຳກັດຄວາມຄຳວ່າ ສາສະໜາຢ່າງໜ້າສົນໃຈ ເຊັ່ນ ບາດຫຼວງວຸດທິໄຊ ອ່ອງນາວາ ໄດ້ໃຫ້ຄໍາຈຳກັດຄວາມສາສະໜາໄວ້ໃນໜັງສື “ປຣັຊຍາສາສະໜາ” 2551 ໜ້າ 18 ວ່າ“ສາສະໜາ ເປັນການເນັ້ນປະສົບການການດຳລົງຢູ່ຂອງມະນຸດ ໃນຖານະມະນຸດມີຢູ່ (Being)ເພື່ອສະແຫວງຫາຄວາມສົມບູນສູງສຸດຂອງຊີວິດຈະຢ່າງໃດກໍຕາມ ມະນຸດສໍານຶກຕົນວ່າຄວາມສົມບູນຂອງຊີວິດບໍ່ໄດ້ຢູ່ໃນສະພາບຊີວິດທີ່ຕົນເປັນຢູ່ໃນພາວະປັດຈຸບັນມະນຸດບໍ່ສາມາດບັນລຸເຖິງຄວາມສົມບູນນີ້ໃນຕົວເອງແລະດ້ວຍສັກກະຍະພາບຂອງຕົນເທົ່ານັ້ນມະນຸດຕ້ອງສະແຫວງຫາ ຄວາມສົມບູນນັ້ນດ້ວຍການສ້າງສຳພັນກັບຄວາມເປັນຈິງສູງສຸດ (ຄືພຣະເຈົ້າ)”

ທັດສະນະນິຍາມຄຳວ່າ ສາສະໜາ ທັງໝົດທີ່ຜູ້ສຶກສານພມາສະເໜີເປັນຕົວຢ່າງຂ້າງເທິງນັ້ນ ເປັນການໃຫ້ຄຳຈຳກັດຄວາມແບບຈຳເພາະຂອງຜູ້ຮູ້ທີ່ເປັນສາສະນິກໃນແຕ່ລະສາສະໜາບັດນີ້ ຜູ້ສຶກສາຈະພາທ່ານຜູ້ອ່ານມາຮູ້ຈັກຄວາມໝາຍຄຳວ່າ Religion ທີ່ເຮົາແປກັນວ່າ ສາສະໜາເຊິ່ງເປັນການແປທີ່ບໍ່ກົງກັບຄຳວ່າ ພຸດທະສາສະໜາໃນເອເຊຍເຮົາ ຕາມທັດສະນະນິຍາມຂອງຟຣັງດັ່ງຕໍ່ໄປນີ້

  1. ໄທເລີຣ໌(Tylor)ໃຫ້ຄຳນິຍາມໃຈຄວາມຕອນໜຶ່ງວ່າ “ສາສະໜາຄືຄວາມເຊື່ອໃນພຣະເຈົ້າ (Being) ທາງຈິດ”
  2. ແມກ ມຶລເລີຮ໌ (Max Mueller) ໃຫ້ຄຳຈຳກັດຄວາມວ່າ“ສາສະໜາຄືສະມັດຖະນະຂອງຈິດ ເຊິ່ງຊ່ວຍໃຫ້ຄົນສາມາດເຂົ້າໃຈຄວາມເສລີອັນໄຮ້ຂອບເຂດແຫ່ງຄວາມເຂົ້າໃຈເຫດຜົນ”
  3. ເອັດເວີຣ໌ດ ສະເປີຣ໌(Edward Spir)ຈຳກັດຄວາມວ່າ“ສາສະໜາຄືຄວາມພະຍາຍາມຂອງມະນຸດທີ່ຈະເອົາຊະນະອຸປະສັກແລະອັນຕະລາຍໃນຊີວິດປະຈຳວັນ”

ຄຳວ່າ Religion  ຄຳນີ້ ເປັນພາສາອັງກິດມາຈາກພາສາລາຕິນວ່າ religare ຫຼື relegere ກົງກັບຄຳວ່າ together  ຄືການລວມເຂົ້າດ້ວຍກັນ (ລະຫວ່າງສິ່ງສອງສິ່ງ) ເຊິ່ງມີຄວາມໝາຍວ່າ ຜູກພັນ ຫຼືພັນທະລວມລະຫວ່າງສິ່ງສອງສິ່ງໃຫ້ເປັນສິ່ງດຽວກັນ ໃນທີ່ນີ້ເຮົາອາດຈະອະທິບາຍຄຳວ່າ religion ໄດ້ວ່າ ຄືຄວາມສຳພັນຂອງມະນຸດກັບອຳນາດເໜືອວິໄສປັນຈະທະວານທີ່ມະນຸດຈະສຳຜັດໄດ້ ອັນໄດ້ແກ່ ການສຳພັນທາງວິນຍານລະຫວ່າງມະນຸດກັບພຣະເຈົ້າແລະໂດຍໄນແຫ່ງສັບນີ້ຄຳວ່າ religion ທີ່ຄົນສ່ວນຫຼາຍເອົາມາແປວ່າ ສາສະໜາ ໃນທີ່ນີ້ຈຶ່ງເປັນເລື່ອງຂອງຄວາມສຳພັນໂດຍສັດທາລະຫວ່າງມະນຸດກັບພຣະເຈົ້າ ເຊິ່ງກົງກັນຂ້າມກັບຄວາມໝາຍຂອງ ສາສະໜາ ໃນພຸດທະສາສະໜາ[7] ແລະ religion ຄຳນີ້ເປັນຄຳທີ່ເກີດຂຶ້ນໃນຍຸກໂຣມັນຊົງອຳນາດ ດັ່ງທ່ານໝໍສຸວັດ ຈັນທະຣະຈຳນົງ ກ່າວໄວ້ໃນໜັງສືປຣັດຊະຍາແລະສາສະໜາ ໜ້າ 257 ວ່າ:

“ສຳຫຼັບທາງຕາເວັນຕົກ ຊາວກຣີກຮຽກຄວາມໝາຍຂອງ ສາສະໜາ ວ່າ Threskeia ເຊິ່ງແປວ່າ ການສະແຫວງຫາ, ການຄົ້ນຫາ, ການສອບຖາມ ອັນໝາຍເຖິງການສະແຫວງຫາຫຼືການຄົ້ນຫາພຣະເຈົ້າຫຼືອຳນາດເບື້ອງບົນ (ທີ່ສັກສິດເໜືອວິຖີຈິດມະນຸດຈະຮັບຮູ້) (Seek for God or Higher power) ແລະຕໍ່ມາໃນຍຸກທີ່ຊາວໂຣມັນຊົງນາດຈຶ່ງຮຽກສາສະໜາວ່າ Religion ເຊິ່ງມາຈາກພາສາລາຕິນວ່າRe ກັບ legereແປວ່າ ການອ່ານຊ້ຳ (To read again) ການເພ່ງພິຈາລະນາ (to reflect upon) ການມັດດຶງກັບ (to bind back) ໝາຍເຖິງການຜູກມັດມະນຸດໄວ້ກັບພຣະເຈົ້າ ຫຼືເທບພະເຈົ້າ  ຊາວຍິວໃຊ້ຄຳວ່າ ອາໂບດາຫ໌(a. boh. dah.)ແທນຄຳວ່າ ສາສະໜາ ເຊິ່ງແປວ່າ ການຮັບໃຊ້ພະເຈົ້າ ຊາວເຢຍລະມັນໃຊ້ຄຳວ່າ ການຮັບໃຊ້ພະເຈົ້າ ຫຼື Gottesdienst(Go = ພະເຈົ້າ, Dienst =ຮັບໃຊ້ ຫຼືບໍລິການ) ໃນຄວາມໝາຍວ່າ ສາສະໜາ ເຊັ່ນດຽວກັບຊາວຍິວ”

ສະຫລຸບໂດຍລວມແລ້ວ ການໃຫ້ຄຳຈັດກັດຄວາມ “ສາສະໜາ” ຈາກຜູ້ຮູ້ສາຂາຕ່າງໆ ທີ່ຜູ້ຂຽນສະເໜີມາແລ້ວໃນເບື່ອງຕົ້ນນັ້ນ ເມື່ອວິເຄາະສາສະໜາຕາມນານາທັດສະນະນິຍາມແລ້ວ ສາມາດລຳດັບກຸ່ມນິຍາມຄຳວ່າ ສາສະໜາ ເຂົ້າໄວ້ດ້ວຍກັນໄດ້ 5 ລັກສະນະ[8] ດັ່ງນີ້:

  1. ການນິຍາມສາສະໜາດ້ວຍການກຳໜົດຄວາມໝາຍມະໂນພາບຂອງຄຳ (Term)ທີ່ເປັນອັດຕະລັກສະເພາະຂອງແຕ່ລະສາສະໜາໂດຍເນັ້ນຄວາມແຕກຕ່າງຂອງສາສະໜາກັບວິຊາສາດອື່ນໆ
  2. ການນິຍາມສາສະໜາແບບວັດຈະນານຸກົມ ດ້ວຍການກຳໜົດຄວາມໝາຍແລະການນຳຄຳວ່າ ສາສະໜາ ໄປໃຊ້ກັບສ່ວນທີ່ກ່ຽວຂ້ອງ ໂດຍເນັ້ນຄວາມໝາຍເພື່ອການນຳຄຳໄປໃຊ້
  3. ການນິຍາມສາສະໜາດ້ວຍການເນັ້ນຈຸດປະສົງ ຈຸດມຸ່ງໝາຍຂອງສາສະໜາ
  4. ການນິຍາມສາສະໜາດ້ວຍການເນັ້ນຄວາມກ່ຽວຂ້ອງ ສຳພັນກັບສິ່ງອື່ນ (ໃນຖານະສາສະໜາເທົ່າທຽມແລະສຳພັນກັບວິຊາສາດສາຂາອື່ນໆ)
  5. ການນິຍາມສາສະໜາ ດ້ວຍການປຽບທຽບ ຫຼືດ້ວຍການຍົກຕົວຢ່າງເຖິງຄວາມຄ້າຍຄືກັນລະຫວ່າງສາສະໜາກັບສິ່ງທີ່ນຳມາປຽບທຽບ

ຄົ້ນຄວ້າໂດຍ: ພຣະບັນດິດຕາຈາຣຍ໌

ແຮ່ສະຫວັນ ສີລາຈັນທນ໌

ທີ່ມະຫາວິທະຍາໄລມະຫິດົນ

3/10/2018

ອ້າງອິງ :

[1]ຈາກໜັງສືສັງຄົມວິທະຍາ ໜ້າ 14

[2]ພຣະມະຫາໂພທິວົງສາຈານ ທອງດີ ສຸຣະເຕໂຊ, 931

[3]ທາຕຸປປະທີປິກາ, ຫຼວງເທບດະຣຸນານຸສິດ 2528 ຫນ້າ 403

[4]ທີ.ມ.(ແປ) ຂໍ້ 90 ໜ້າ 50

[5]ຜູ້ໝັ້ນຄົງໃນຄວາມສັດທາຄໍານີ້ ພາສາອາຣັບອ່ານວ່າ “ຫະນີຟ” ໝາຍເຖິງ ຄົນທີ່ເລືອກຈະປະຕິບັດຕາມແນວທາງໜຶ່ງແນວທາງໃດໂດຍສະເພາະຫຼັງຈາກທີ່ປະຕິເສດແນວທາງອື່ນໆ ທັງໝົດແລ້ວຈຶ່ງໝາຍເຖິງຜູ້ໝັ້ນຄົງໃນຄວາມສັດທາ.ອ້າງຈາກ: ອັດຖາທິບາຍອັນກຸຣະອານ 2661 ຂໍ້ 59 ໜ້າ 262

[6]ຕັຟຮີມຸລກຸຣະອານ ຄວາມໝາຍ ຄຳພີອັນກຸຣະອານ ເຫຼັ້ມ 1 ແປໂດຍ ບັນຈົງ ບິນກາຊັນ ພ.ສ. 2551

[7]ອ້າງໃນ ສາສະໜາປຽບທຽບ ໂດຍ: ສາດສະດາຈານພິເສດສະຖຽນ ພັນທະຣັງສີ. ມຈຣ ຈັດພິມ ພ.ສ.2554 ໜ້າ 9

[8]ຕາມແບບການຈັດປະເພດສາສະໜາຂອງ William B.Williamson

ຂອບໃຈພາບ

https://www.berlin.de/willkommenszentrum/en/everyday-life/religion/

P.M.Singha Khai Amphone

Venerable Phramahā Singha Khai Amphone, Pāli Grade IX, MA candidate at Mahidol University

P.M.Singha Khai Amphone has 8 posts and counting. See all posts by P.M.Singha Khai Amphone

This site uses Akismet to reduce spam. Learn how your comment data is processed.