ມາຮູ້ຈັກກັບພາສາປາລີກັນເທາະ

ມາຮູ້ຈັກກັບພາສາປາລີເຊິ່ງເປັນພາສາຂອງພຣະພຸທຯດະເຈົ້າກັນເທາະ

ະບາຍດີທ່ານຜູ້ອ່ານທີ່ຮັກແພງທັງຫຼາຍ! ເນື່ອງຈາກວ່າ ຄໍລຳພາສາປາລີ ຫາກໍກຳລັງປະກົດແກ່ສາຍຕາທ່ານຜູ້ອ່ານເປັນເທື່ອທຳອິດ ຈິ່ງຂໍທັກທາຍສະບາຍດີມາຍັງທ່ານ ກ່ອນຈະເປີດປະຕູເຂົ້າສູ່ເນື້ອໃນໃນອັນດັບຕໍ່ໄປທັງໃນສະບັບນີ້ແລະສະບັບໜ້າ.

ກ່ອນອື່ນມາຮູ້ຈັກທີ່ໄປທີ່ມາຂອງພາສາປາລີສາກ່ອນ. ພາສາປາລີ ເມື່ອກ່ອນເປັນ ພາສາມາຄະທີ ເຊິ່ງບາງຄັ້ງກໍຖືກເອີ້ນໃນຊື່ທີ່ເປັນໄວພົຈນ໌ຕໍ່ກັນວ່າ ຕັນຕິພາສາ  ກຳເນີດຢູ່ໃນແຄວ້ນມະຄົດ. ເຖິງແມ່ນວ່າ ຖິ່ນກຳເນີດຂອງພາສານີ້ຍັງເປັນທີ່ຖົກຖຽງກັນຂອງບັນດານັກປາດທາງພາສາສາດຢູ່ບໍ່ນ້ອຍກໍຕາມ, ພາສາປາລີ ຖືໄດ້ວ່າເປັນພາສາເກົ່າແກ່ທີ່ພຣະພຸດທະອົງນຳໃຊ້ເຂົ້າໃນການເທດສະໜາສັ່ງສອນປະຊາຊົນເມື່ອພຣະອົງຍັງຊົງພຣະຊົນຢູ່, ສາດສະດາຈານ ຣິສ ເດວິສ (Professor Rhys Davids) ຜູ້ກໍ່ຕັ້ງສະມາຄົມປາລີປະກອນ(Pāḷi Text Society) ໃນປີ ຄ.ສ. 1881 ທີ່ປະເທດອັງກິດ ໄດ້ໃຫ້ທັດສະນະວ່າ ພາສາປາລີເປັນພາສາທີ່ຄ້າຍຄືກັບພາສາຢູ່ໃນແຄວ້ນໂກສົລ ເຊິ່ງເປັນສະຖານທີ່ໆພຣະພຸດທະອົງໄດ້ຊົງຈຳພັນສາຢູ່ຕະຫຼອດໄລຍະ 25 ພັນສາ ເປັນເວລາອັນຍາວນານພໍສົມຄວນ ເພື່ອເທດສະໜາສັ່ງສອນແກ່ປະຊາຊົນ. ແຕ່ທ່ານສາດສະດາຈານ ໂອລເດັນເບີຣ໌ກ (Professor Oldenberg) ໄດ້ອີງອາໃສຫຼັກຖານໃນພູເຂົາຂັນທະຄີີຣີຈາກແຄວ້ນກາລິງຄະ ມີທັດສະນະວ່າ ພາສາປາລີໄດ້ມີຕົ້ນກຳເນີດມາຈາກແຄ້ວນກາລິງຄະ. ແຕ່ວ່າຕາມການສັງເກດຈາກປະກົດການທາງພາສາສາດທີ່ໄດ້ຄົນພົບໃນພາສາປາລີແລະພາສາໄປສາຈີ, ທ່ານໂອດເຕ ແຟຼັງ (Otte Franke) ຄິດວ່າ ພາສາປາລີເປັນພາສາຂອງພາກຕາເວັນຕົກຂອງອິນເດຍ ບ່ອນທີ່ພາສາໄປສາຈີມີອິດທິພົນມາກ່ອນ. ຕໍ່ກັບທັດສະນະນີ້ ທ່ານສາດສະດາຈານ ກຣີເອີສັນ (Professor Grierson) ໄດ້ເຫັນດີກັບທ່ານ ແຟຼັງໃນຈຸດທີ່ວ່າພາສາປາລີມີສ່ວນພົວພັນທາງພາສາດສາດກັບພາສາໄປສາຈີ ແຕ່ມີຄວາມເຫັນແຕກຕ່າງຢູ່ບ່ອນວ່າ ພາສາປາລີມີຕົ້ນກຳເນີດມາຈາກແຄວ້ນມະຄົດ.

ອີງຕາມຫຼັກພາສາສາດແລ້ວ ຖ້າຈະເວົ້າໃຫ້ເຂົ້າຫຼັກການ ນັກພາສາສາດໄດ້ແຈກແນກພາສາໃນສະໄໝພຸດທະການໄວ້ວ່າ ມີພາສາຢູ່ 2 ຕະກູນໃນປະເທດອິນເດຍຄື: ພາສາປຣາກຣິຕ ແລະ ພາສາສັນສະກຣິຕ. ໃນນັ້ນ ໃນຕະກູນພາສາປຣາກຣິຕໄດ້ແບ່ງອອກເປັນ 6 ພາສາຄື:

  1. ພາສາມາຄະທີ: ເປັນພາສາທີ່ໃຊ້ເວົ້າກັນໃນແຄວ້ນມະຄົດ
  2. ພາສາມະຫາຣາສະຕະຣີ: ເປັນພາສາທີ່ໃຊ້ເວົ້າໃນແຄວ້ນມະຫາຣາສຕຣ໌
  3. ພາສາອັດຖະມາຄະທີ: ເປັນພາສາເຄິ່ງມະຄົດ ເອີ້ນອີກຢ່າງໜຶ່ງວ່າ ພາສາອາຣະສະປຣາກຣິຕ
  4. ພາສາເສົາຣະນີ: ເປັນພາສາທີ່ໃຊ້ເວົ້າໃນແຄວ້ນສູຣະເສນ
  5. ພາສາໄປສາຈີ: ພາສາປີສາດ ຫຼືພາສາຊັ້ນຕໍ່າ
  6. ພາສາອະປະພະຣັງສະ: ເປັນພາສາທີ່ປາກົດຮຸ່ນຫຼັງທີ່ມີໄວຍາກອນໄດ້ປ່ຽນໄປເກືອບໝົດແລ້ວ.

ສະນັ້ນ, ເມື່ອອີງຕາມຂໍ້ມູນຂ້າງເທິງນັ້ນ ຖ້າຈະເອົາຕາມທິດທັດສະນະຂອງທ່ານສາດສະດາຈານ ກຣີເອີສັນ(Professor Grierson)  ກໍໝາຍຄວາມວ່າ ພາສາປາລີກໍາເນີດມາຈາກແຄວ້ນມະຄົດ ແລະເມື່ອກ່ອນເອີ້ນວ່າ ພາສາມາຄະທີ ແລະຫຼັງມາຈິ່ງເອີ້ນວ່າ ພາສາປາລີ. ອີງຕາມຫຼັກການທາງພາສາສາດແລ້ວ ພາສາປາລີເປັນພາສາໃນຕະກູນ ອິນໂດອາຣະຍັນຍຸກກາງ (Indo-European language)  ເຊິ່ງເປັນພາສາທີ່ມີຮາກສັບ, ເຄົ້າສັບ, ການແຈກຄຳສັບ ແລະມີຄວາມໝາຍເລິກເຊິ່ງ. ສະນັ້ນ, ຄຳສັບໃນພາສາປາລີຄຳໜຶ່ງໆ ສາມາດແປອອກໄດ້ຢ່າງຫຼາຍຄວາມໝາຍ ເນື່ອງຈາກວ່າປະກອບດ້ວຍຫຼາຍຢ່າງແລະມີທີ່ມາທີ່ໄປຢ່າງພິດສະດານແລະອັດສະຈັນ.

ນອກຈາກນີ້, ທ່ານ ວິລເຮລ໌ມ ໄກເກີຣ໌ (Wilhem Geiger) ນັກປາດທາງພາສາປາລີຊາວເຢຍຣະມັນໄດ້ໃຫ້ທັດສະນະວ່າ ພາສາປາລີມີວິວັດທະນາການແຕ່ງໄດ້ 4 ຍຸກຕາມລັກສະນະຂອງພາສາດັ່ງນີ້:

  1. ຍຸກຄາຖາ ຫຼືຍຸກຮ້ອຍກອງ(ຄໍາກອນ) ມີລັກສະນະໃຊ້ຄໍາທີ່ພົວພັນກັບພາສາໄວທິກະເຊິ່ງໃຊ້ບັນທຶກຄໍາພີພຣະເວດ.
  2. ຍຸກຮ້ອຍແກ້ວ(ຄໍາທໍາມະດາ) ເປັນພາສາອິນໂດອາຣະຍັນສະໄໝກາງ ເຊິ່ງແຕກຕ່າງຈາກພາສາສັນສະກຣິດແບບຄຳພີພຣະເວດຢ່າງຊັດເຈນໃນພຣະໄຕປິດົກໃນຍຸກນີ້.
  3. ຍຸກຮ້ອຍກອງໄລຍະຫຼັງ ເປັນໄລຍະເວລາຫຼັງພຣະໄຕປິດົກ ໝາຍເຖິງຄໍາພີທີ່ແຕ່ງຂື້ນຫຼັງພຣະໄຕປິດົກເຊັ່ນ ມິລິນທະປັນຫາແລະຄຳພີວິສຸດທິມັກເປັນຕົ້ນ.
  4. ຍຸກຮ້ອຍກອງແບບປະດິດ ເປັກການປະສົມປະສານລະຫວ່າງພາສາຍຸກເກົ່າແລະແບບໃໝ່ ຍ້ອນວ່າຄົນທີ່ແຕ່ງສ້າງຄຳສັບໃໝ່ໆຂື້ນມາໃຊ້ ຕົວຢ່າງເປັນຄຳປະສົມແບບຍາວໆໃນພຣະໄຕປິດົກ.

ເນື່ອງຈາກວ່າ ພຣະພຸດທະອົງອະນຸຍາດໃຫ້ພຣະສົງໃຊ້ພາສາປາລີບັນທຶກຄຳສອນ ເຊິ່ງໃນຕອນນັ້ນ ມີພຣະສົງສາວົກບາງອົງຂາບທູນພຣະອົງວ່າ ຢາກໃຫ້ນຳໃຊ້ພາສາສັນກຣິຕເຂົ້າໃນການເທດສະໜາແລະບັນທຶກຄຳສອນ ແຕ່ພຣະພຸດທະອົງບໍ່ອະນຸຍາດ ແລະປັບອາບັດທຸກກົດຖ້າໃຊ້. ສາເຫດທີ່ບໍ່ອະນຸຍາດໃຫ້ໃຊ້ພາສາສັນສະກຣິຕບັນທຶກຄຳສອນ ເນື່ອງຈາກວ່າ ເປັນພາສາຂອງຄົນຊັ້ນສູງໃຊ້ກັນເປັນສ່ວນໃຫຍ່ ແລະຢ້ານຄົນທົ່ວໄປບໍ່ເຂົ້າໃຈທົ່ວເຖິງເວລາສະແດງທັມ, ສ່ວນວ່າພາສາປາລີ ເປັນພາສາທີ່ເຂົ້າໃຈກັນກັບທຸກຊົນຊັ້ນວັນນະ.

ເມື່ອເວົ້າເຖິງການທີ່ພຣະພຸດທະອົງໃຫ້ນຳໃຊ້ພາສາປາລີເຂົ້າໃນການເທດສະໜາສັ່ງສອນ ໂດຍບໍ່ອະນຸຍາດໃຫ້ໃຊ້ພາສາສັນສະກຣິຕນັ້ນ ກໍບໍ່ໝາຍຄວາມວ່າຈະບໍ່ໃຫ້ໃຊ້ພາສາອື່ນ ເຊັ່ນພາສາທ້ອງຖິ່ນຂອງແຕ່ລະປະເທດ. ຖ້າເທດຢູ່ໃນບ້ານເຮົາ ແລ້ວໃຊ້ພາສາປາລີ ກໍຄົງຈະເປັນການຍາກທີ່ຄົນລາວເຮົາຈະເຂົ້າໃຈ ຖ້າຫາກບໍ່ໄດ້ສຶກສາຮ່ຳຮຽນ ຍົກເວັ້ນບົດສູດມົນໄຫວ້ພຣະ ພວກເຮົາຕ້ອງຮັກສາພາສາປາລີເອົາໄວ້ ເຖິງແມ່ນວ່າບາງວັດຈະມີບົດສູດມົນແປກໍຕາມ. ແນວໃດກໍຕາມ ເພື່ອຈຸດປະສົງເປົ້າໝາຍຂອງການເຜີຍແຜ່ພຣະສັດທັມຄຳສອນ ພຣະພຸດທະອົງກໍຍັງມີພຸດທານຸຍາດໃຫ້ສຶກສາຮ່ຳຮຽນພຸດທະວະຈະນະໃນພາສາແຕ່ລະທ້ອງຖິ່ນ ຫຼືປະເທດຂອງຕົນໄດ້ ດັ່ງປະກົດໃນພຣະໄຕປິດົກ ຈຸລະວັກກ່າວວ່າ: “ອະນຸຊານາມິ ພິກຂະເວ ສະກາຍະ ນິຣຸຕຕິຍາ ພຸດທະວະຈະນັງ ປະຣິຍາປຸນິຕຸງ ມີຄວາມໝາຍວ່າ: “ດູລາພິກຂຸທັງຫຼາຍ! ເຮົາອະນຸຍາດໃຫ້ພວກທ່ານທັງຫຼາຍສຶກສາພຸດທະວະຈະນະ-ຄຳສອນຂອງພຣະພຸດທະເຈົ້າໃນພາສາຂອງຕົນເອງໄດ້”.

ວິທີການຖ່າຍທອດຄໍາສອນຂອງເພິ່ນກໍເປັນວິທີຈື່ຈໍາສືບທອດກັນແບບປາກຕໍ່ປາກຕະຫຼອດມາເປັນພາສາປາລີ ຕໍ່ມາໃຊ້ບັນທຶກຄຳສອນຂອງພຣະພຸດທະອົງໃນພຣະໄຕຣປິດົກເຊິ່ງເປັນຄຳພີທີ່ບັນຈຸຄຳຂອງທາງພຸດທະສາສະໜາຝ່າຍນິກາຍເຖຣະວາດໃນປະເທດລາວ, ໄທ, ພະມ້າ, ກຳປູເຈຍ, ສີລັງກາ ແລະໄດ້ຖືກຂຽນລົງໃນຄຳພີໃບລານເທື່ອທຳອິດໃນ ພ.ສ.443 ກ່ອນ ຄ.ສ.ໃນປະເທດສີລັງກາໂດຍການໃຊ້ອັກສອນສິງຫົນບັນທຶກ, ສ່ວນພຸດທະສາສະໜາຝ່າຍມະຫາຍານແມ່ນໃຊ້ພາສາສັນສະກຣິຕ. ນອກຈາກພາສາປາລີຈະໃຊ້ບັນທຶກຄຳສອນທາງພຸດທະສາສະໜາແລ້ວ ນັກປາດແລະນັກວິຊາການທີ່ຮູ້ພາສານີ້ ກໍຍັງໄດ້ນຳໃຊ້ເຂົ້າໃນການບັນທຶກວິຊາການທາງການແພດແລະບັນທຶກວັນນະຄະດີອີກດ້ວຍ.

ຖ້າເວົ້າຕາມຄຳສັບແລ້ວ ສາເຫດທີ່ເອີ້ນວ່າພາສາປາລີ ຍ້ອນມີການວິເຄາະຄຳສັບວ່າ:  ພຸດທະວະຈະນັງ ປາເລຕີຕິ ປາລີ ມີຄວາມໝາຍວ່າ: ພາສາໃດຍ່ອມຮັກສາໄວ້ເຊິ່ງພຸດທະວະຈະນະ ເຫດນັ້ນພາສານັ້ນຊື່ວ່າ: ປາລີ ແລະເປັນພາສາທີ່ບໍ່ມີອັກສອນ ເຖິງແມ່ນວ່າບາງຄັ້ງຈະຖືກໃຊ້ອັນສອນເທວະນາຄຣີ (Devanagari) ແລະອັນກສອນພຣາມໝີ ແຕ່ນັກວິຊາການບໍ່ໄດ້ຢັ້ງຢືນໄວ້ວ່າເປັນອັນສອນພາສາປາລີ. ສະນັ້ນ, ເມື່ອເວລາພຣະພຸດທະສາສະໜາເຜີຍແຜ່ໄປແຫ່ງຫົນໃດໃນໂລກ ກໍຈະນຳໃຊ້ອັກສອນປະເທດນັ້ນໆບັນທຶກຖ່າຍທອດສຽງຂອງພາສາປາລີ ເຊັ່ນ ເມື່ອໄປທາງອັງກິດ ຫຼືຢູໂຣບກໍໃຊ້ອັກສອນໂຣມັນທີ່ບັນຍັດຂື້ນເພື່ອນຳໃຊ້ໂດຍສະເພາະ, ເມື່ອມາປະເທດລາວ ກໍໃຊ້ອັກສອນລາວ ເຊິ່ງເມື່ອກ່ອນແມ່ນໃຊ້ອັກສອນທັມລາວ ແລະໃນຍຸກມະຫາສີລາ ວິຣະວົງກໍໄດ້ມີການປັບຕົວອັກສອນລາວບາງຕົວໃຫ້ເຂົ້າກັບພາສາປາລີແລະສັນສະກຣິຕ ເພື່ອນຳໃຊ້ເຂົ້າໃນການສິດສອນພຣະສົງໃນໂຮງຮຽນປາລີ,​ເມື່ອໄປຮອດໄທກໍໃຊ້ອັກສອນໄທ, ໄປຮອດພະມ້າກໍໃຊ້ອັກສອນພະມ້າ,​ເມື່ອໄປຮອດສີລັງກາກໍໃຊ້ອັກສອນສິງຫົນ.

ແຕ່ເຖິງຢ່າງໃດກໍຕາມ ລະຫວ່າງພາສາປາລີແລະສັນສະກຣິຕ ກໍມີຄວາມໃກ້ຄຽງກັນທີ່ສຸດ ມີບາງຄຳກໍຄືກັນ ແລະເປັນພາສາທີ່ມີອິດທິພົນຕໍ່ພາສາລາວເຮົາພໍສົມຄວນ. ມີນັກປາດທາງພຸດທະສາສະໜາແລະທັງເປັນນັກພາສາສາດ ຄືທ່ານອາຈານມະຫາຈັນຫອມ ເທບຄຳວົງ ໄດ້ໃຫ້ຄວາມເຫັນວ່າ: ພາສາລາວເຮົາມີຄຳສັບພາສາປາລີປົນຢູ່ປະມານ 65 % ແລະ ດ້ວຍເຫດນີ້ເອງ ການນຳສະເໜີບົດຮຽນພາສາປາລີໃນຄໍລຳວາລະສານນີ້ ຈິ່ງເຫັນວ່າມີຄວາມຈຳເປັນຢູ່ 2 ປະການຄື: 1. ເພື່ອສຶກສາພື້ນຖານພາສາປາລີທີ່ຫຼາຍຄົນຄິດວ່າເປັນພາສາຕາຍແລ້ວ (dead language) ໃຫ້ກັບກາຍມາເປັນພາສາມີຊີວິດຊີວາຂື້ນ(living language) ເພື່ອນນໍາໄປສູ່ການເຂົ້າໃຈພຸດທະວະຈະ ອັນເປັນຄໍາສອນຂອງພຣະພຸດທະເຈົ້າ ເມື່ອພວກເຮົາມີໂອກາດໄດ້ຟັງເທດຈາກຄູບາອາຈານ ຖ້າບັງເອີນວ່າ ເພິ່ນແຊກຊ້ອນພາສາປາລີເຂົ້າໄປນຳ ກໍຈະໄດ້ເຂົ້າໃຈງ່າຍຂື້ນ, 2. ເພື່ອເປັນການສຶກສາຮຽນຮູ້ເທື່ອລະນ້ອຍໃນຮາກເຫງົ້າແລະທີ່ໄປທີ່ມາຂອງຄຳສັບໃນພາສາລາວທີ່ໄດ້ຮັບອິດທິພົນ ຫຼືຢືມມາຈາກພາສາປາລີ.

ສະນັ້ນ, ການເປີດປະຕູສູ່ການຮຽນຮູ້ພາສາປາລີຜ່ານຄໍລຳຂອງວາລະສານນີ້ ຈະນຳເອົາຜົນປະໂຫຍດຢ່າງໃຫຍ່ຫຼວງແກ່ທ່ານຜູ້ອ່ານທີ່ຮັກຫອມໃນພາສາສາດ ເຊິ່ງເປັນໜຶ່ງໃນຊັບສົມບັດທາງວັດທະນະທັມທີ່ຂາດບໍ່ໄດ້, ຈະເປັນການຟື້ນຟູໃຫ້ຮູ້ທີ່ໄປທີ່ມາຂອງເຄົ້າສັບທາງພາສາລາວເຮົານຳອີກ, ແລະຈະໄດ້ຮຽນຮູ້ການນຳໃຊ້ພາສາປາລີພື້ນຖານໂດຍບາງທີອາດຈະໄດ້ນຳສະເໜີປະໂຫຍກສົນທະນາພາສາປາລີຂັ້ນພື້ນຖານ, ການອະທິບາຍແລະວິເຄາະຄຳສັບສູ່ທ່ານຜູ້ອ່ານເພື່ອໃຫ້ເຂົ້າໃຈເຖິງພຸດທະວະຈະນະ ອັນເປັນຄຳສອນຂອງພຣະພຸດທະເຈົ້າ ແລະໃນຂະນະດຽວກັນ ຜູ້ຂຽນເອງກໍບໍ່ໄດ້ເກັ່ງກ້າຊຳນິຊຳນານທາງພາສານີ້ພໍປານໃດດອກ ແຕ່ຫາກມີໃຈຮັກທີ່ຈະແບ່ງປັນຕາມກຳລັງຄວາມສາມາດ ແລະຈະໄດ້ມີໂອກາດສຶກສາຄົ້ນຄວ້າພັດທະນາຕົນເອງ ເພື່ອນຳເອົາບົດຮຽນອັນລ້ຳຄ່ານີ້ມາສູ່ສາຍຕາຂອງພວກທ່ານ ໂປດໄດ້ຕິດຕາມອ່ານໃນສະບັບຕໍ່ໄປເລື້ອຍໆ.

_____
ເຄີຍອອກວາລະສານຄວາມສຸກ

Ekaggacitto Bhikkhu

Lao Buddhism is a website designed for Lao Buddhist Community.

Ekaggacitto Bhikkhu has 82 posts and counting. See all posts by Ekaggacitto Bhikkhu

This site uses Akismet to reduce spam. Learn how your comment data is processed.