ສົມໂພດພຣະພຸດທະຮູບ ຫຼື ພຸດທາພິເສກ

ສົມໂພດພຣະພຸດທະຣູບ ພຸດທາພິເສກ 

ພຸດທາພິເສກ ມາຈາກຄຳວ່າ ພຸດທະ+ອະພິເສກ , ພຸດທະ – ຜູ້ຮູ້,ຜູ້ຕື່ນ,ຜູ້ເບີກບານ (ໃຊ້ສະເພາະພຣະພຸດທະເຈ້ົ້າ) ໃນທີ່ນີ້ໝາຍ ເຖິງພຣະພຸດທະຮູບ ສ່ວນຄໍາວ່າ ອະພິເສກ ແປວ່າ ການຫົດນ້ຳ ການໄດ້ບັນລຸ ການແຕ່ງ ຕັ້ງໂດຍການທໍາພິທີຫົດນຳ້ ເຊັ່ນ “ພິທີຣາຊາພິເສກ ໃນການຂຶ້ນສະເຫວີຍຣາຊຂອງເຈົ້າຊີວິດ”,  “ເຖຣາພິເສກ ການຫົດນ້ຳພຣະຜູ້ຄວນຍົກຍ້ອງ ເຊິ່ງພ້ອມດ້ວຍ ຄວາມຮູ້ຄວາມສາມາດແລະກາລພັນສາ” ເມື່ອແປໂດຍລວມ “ພຸດທາພິເສກ” ກໍ່ຄືການສະຖາປະນາຄວາມ ສັກສິດໃຫ້ກັບ ພຣະພຸດທະຮູບ ໂດຍການຫົດນຳ້ພຣະພຸດທະມົນຕ໌ ແຕ່ການປະຕິບັດຈິງໃນແຕ່ລະທ້ອງຖິ່ນອາດຄ້າຍຄືແລະແຕກຕ່າງ ກັນບາງປະການ ທາງລາວເຮົານິຍົມເອີ້ນວ່າ “ສົມໂພດ

ສົມໂພດ (ສັມໂຯຕຊະ) ການກິນຮ່ວມກັນ ງານລ້ຽງ ງານສະຫຼອງໃນພິທີມຸງຄຸນເພື່ອຄວາມຍິນດີມ່ວນຊື່ນ
ສົມໂພດ (ສັມໂພຯຯດະ)  ຮູ້ເອງ,ຕຣັສຮູ້,ຮູ້ໂດຍຊອບ, ຄວາມຮູ້ເອງ
ສົມໂພດ (ສັມໂພຯດິ) ປັນຍາເປັນເຄື່ອງຕຣັສຮູ້ເອງ

ທຳນຽມການປະກອບພິທີອະພິເສກນັ້ນ ສັນນິຖານວ່າ ໜ້າຈະມີຕົ້ນເຄົ້າມາຈາກສາສະໜາພຣາມ ເຊິ່ງໄດ້ປະກອບພິທີ      ຣາຊສູຍະ ຫຼື ອິນທຣາພິເສກແດ່ຜູ້ໄດ້ຮັບເລືອກເປັນກະສັດ ເຊິ່ງມີສະພາບສູງກວ່າບຸກຄົນທຳມະດາ ໂດຍມີການປະກອບ ພິທີສົງນ້ຳມູຣະທາພິເສກ[1] ເປັນສຳຄັນ ມີການສະຖາປະນາຄວາມສັກສິດໃຫ້ແກ່ເທວະຮູບໃນສາສະໜາພຣາມ ທີ່ເອີ້ນ ກັນວ່າ “ພິທີເທວາພິເສກ” ມີການຫົດນໍ້າແລະຄ້ອງສາຍທຸຣໍາມຸງຄຸນ[2]           ໃຫ້ກັບບຸກຄົນໃນວັນນະ ພຣາມທີ່ຜ່ານ ການ ສຶກສາໄຕຣເພດ[3]ໃນຣາຊສຳນັກຂອງອິນເດຍກໍ່ມີຄົນໃນວັນນະພຣາມ ທີ່ມີ ຄວາມຮູ້ແລະຄວາມຊຳນານ ເປັນຜູ້ປະກອບ ພຣະຣາຊພິທີຕ່າງໆ ພິທີເຫຼົ່ານີ້ເໝືອນວ່າເປັນອາຣະຍະທັມຂອງກຸ່ມຊົນທີ່ຢູ່ໃນຖານະຜູ້ປົກຄອງແລະນັກບວດຊັັ້ນສູງ ພິທີນີ້ຖື ປະຕິບັດກັນຢ່າງແພ່ຫຼາຍໃນປະເທດອິນເດຍ ອັນເປັນຕົ້ນແບບຂອງວັດທະນະທຳສ່ວນ ໜຶ່ງໃນແຖວພູມິພາກອາຊີຕາເວັນ ອອກສຽງໃຕ້ ເປັນຄະຕິນິຍົມປະສົມປະສານກັບປະເພນີພຸດທສາສະນິກະຊົນໄດ້ຖືເປັນແບບໃນການປະກອບພິທີພຸດທາພິເສກ ເປັນພິທີກໍາໃນການສະຖາປະນາຄວາມສັກສິດໃຫ້ແກ່ວັດຖຸທີ່ສ້າງຂຶ້ນ ເພື່ອເປັນຕົວແທນຂອງພຣະພຸດທະເຈົ້າ ຈຶ່ງມີຄວາມ ໝາຍວ່າ ທໍາໃຫ້ມີສະຖານະພາບສູງຂຶ້ນກວ່າປົກກະຕິ

            ຈາກການຄົ້ນຄວ້າ ປາກົດວ່າສະໄໝພຸດທະກາລເລື້ອຍມາ ຈົນເຖິງຍຸກເລີ່ມມີພຣະພຸດທະຮູບໃນສະໄໝຄັນທາຣະ,   ມະຖຸຣາ ບໍ່ປາກົດວ່າມີການປະກອບພິທີພຸດທາພິເສກໃຫ້ແກ່ພຣະພຸດທະຮູບທີ່ສ້າງຂຶ້ນ ອາດເປັນເພາະວ່າພຸດທະບໍລິສັດ ທັງ ຫຼາຍມີຄະຕິນິຍົມວ່າພຣະພຸດທະຮູບທີ່ສ້າງຂຶ້ນແລ້ວຍ່ອມເປັນຕົວແທນຂອງພຣະພຸດທະເຈົ້າຕາມຄວາມມຸ່ງໝາຍ ຖືເປັນຮູບເຄົາລົບໃນພຣະພຸດທະສາສະໜາ[4]

            ແຕ່ດ້ວຍ ສະຖານທີ່ພຣະພຸດທະສາສະໜາມີຈຸດກຳເນີດໃນປະເທດອິນເດຍ ຈຶ່່ງຢູ່ໃນປະເທດທີ່ເຕັມ ໄດ້ລັດທິຄວາມ ເຊື່ອແລະສາສະໜາຕ່າງໆ ຄວາມປະສົມກົມກືນກັນລະຫວ່າງສາສະໜາ ຄວາມເຊື່ອປະເພນີ ແລະວັດທະນະທຳຍ່ອມ ເກີດຂຶ້ນເປັນທຳມະດາ ແລະທີ່ເຫັນໄດ້ຢ່າງຊັດເຈນ ພຣະພຸດທະສາສະໜາມີຄວາມຈະເລີນຮຸ່ງເຮືອງ ຄຽງຄູ່ໄປກັບສາສະໜາ ພຣາມ-ຮິນດູ ເຊິ່ງເປັນສາສະໜາດັ້ງເດີມຂອງອິນເດຍ ແລະນິກາຍຕ່າງໆທີ່ເກີດຂຶ້ນມີນິກາຍ ໜຶ່ງ ຊື່ວ່າ   ມັນຕຣະຍານ ເປັນນິກາຍທີ່ໃຊ້ອຸບາຍເອົາການດຶງດູດຄົນທີ່ມີພື້ນເພຈາກສາສະໜາພຣາມ ເຊິ່ງເນັ້ນການສາທະຍາຍສູດມົນຕ໌ ເນັ້ນເລື່ອງ ເວດມົນກັນຄາຖາ ເພື່ອໃຫ້ເກີດຄວາມສັກສິດໃນເວລາປະກອບພິທີກຳ ຈົນກາຍເປັນສ່ວນໜຶ່ງຂອງສາສະໜາພິທີໃນພຣະ ພຸດທະສາສະໜາ ໂດຍການປັບປຸງການສາທະຍາຍມົນຕ໌ໃນສາສະໜາພຣາມ ມາເປັນການຈະເລີນພຸດທະມົນຕ໌ ລວມໄປເຖິງ ການພົມນໍາ້ພຸດທະມົນຕ໌ຈາກຫຍ້າຄາແທນການຫຼັ່ງນຳ້ມົນຕ໌ຈາກຫອຍສັງຂ໌ ເມື່ອພິທີພຸດທາພິເສກແພ່ກະຈາຍໄປໃນຫຼາຍ ປະເທດຕ່າງໆ ກໍ່ມີການປັບປຸງໃຫ້ເໝາະສົມກັບຂະໜົບທຳນຽມຂອງທ້ອງຖິ່ນນັ້ນໆ

 ພິທີພຸດທາພິເສກຕາມແນວຄິດຂອງພຣະພຸດທະສາສະໜານິກາຍເຖຣະວາທ

  1. ພິທີພຸດທາພິເສກປະເທດລາວ

ປະເທດລາວເຮົາ ເປັນປະເທດທີ່ມີຄວາມພາກພູມໃຈໃນວັດທະນະທຳປະເພນີອັນດີງາມ ສືບທອດກັນມາຈາກຍຸກຮຸ່ງເຮືອງ ແຫ່ງອານາຈັກລ້ານຊ້າງ ແລະເປັນປະເທດທີ່ມີອານາເຂດຕິດຕໍ່ກັບປະເທດເພື່ອນບ້ານ ຄື ປະເທດໄທປະເພນີວັດທະນະທຳ ສ່ວນໃຫຍ່ມີສ່ວນຄ້າຍຄືກັນ ເມືອງຫຼວງພະບາງຈະມີວິຖີຊີວິດຄ້າຍຄືກັບລ້ານນາ ເມືອງວຽງຈັນຈະມີວິຖີຊີວິດຄ້າຍຄືກັບພາກ ອີສານ ນັບຖືພຣະພຸດທະສາສະໜາເປັນສ່ວນໃຫຍ່ ຈຶ່ງທຳພິທີກຳຕ່າງໆໃນສາສະໜາຄ້າຍຄືກັນ

            ພິທີພຸດທາພິເສກພຣະພຸດທະຮູບ ມີຮູບແບບຄ້າຍຄືກັບລ້ານນາແລະພາກອີສານ ກ່າວຄື ຈັດຕັ້ງພຣະພຸດທະຮູບອົງ ທີ່ຈະປະກອບພິທີໄວ້ເທິງແທ່ນພິທີ ຫຼື ສະຖານທີ່ທີີ່ເໝາະສົມຕາມທີ່ກຳໜົດ ແລ້ວໃຊ້ຜ້າຂາວ ພັນອ້ອມອົງພຣະພຸດທະຮູບໄວ້ ໃຊ້ດ້າຍຜ້າຍມຸງຄຸນພັນອ້ອມຮອບອີກເທື່ອໜຶ່ງ ແລ້ວໂຍງສາຍມຸງຄຸນໃຫ້ເປັນຣັຕນະຊາລາ ຄື ຂ່າຍແກ້ວເຕັມທົ່ວບໍລິເວນມົນ ທົນພິທີໃນທີ່ນັ້ນໆ

            ພິທີຈະເລີ່ມໃນຕອນຄຳ່ເວລາປະມານ 19.00 ນາທີ ເປັນຕົ້ນໄປ ພຣະສົງ 9 ອົງຂຶ້ນໄປສູດປະລິດຕະມຸງຄຸນ ຄົບທຸກບົດໂດຍສະເພາະບົດທັມມະຈັກ ແລະບົດມະຫາສະມັຍສູດ ເມື່ອຈົບແລ້ວພຣະສົງ 4 ອົງ ສູດຄາຖາພຸດທາພິເສກ 4 ວາລະ   ໄປຈົນຊອດແຈ້ງ

            ໃນຊ່ວງເຊົ້າມືດຈະມີການເບີກພຣະເນດ ໂດຍສົງອົງໜຶ່ງເຊິ່ງມີພັນສາບໍ່ຫຼາຍປານໃດ ຈະຂຶ້ນໄປແກ້ຜ້າຍມຸງຄຸນ ແລະຜ້າຂາວທີ່ພັນອ້ອມພຣະພຸດທະຮູບໄວ້ ພຣະສົງສູດຊັຍມຸງຄຸນຄາຖາ ພຣະມະຫາເຖຣະປະທານສົງຫົດນ້ຳພຣະພຸດທະມົນ   ຈາກນັ້ນ ມີການຖວາຍເຂົ້າມະທຸປາຍາດ ແດ່ພຣະພຣະພຸດທະຮູບແລະຕັກບາດເຂົ້າມະທຸປາຍາດແດ່ພຣະສົງສາມະເນນ.

  1. ພິທີພຸດທາພິເສກປະເທດລັງກາ

          ພົບວ່າບໍ່ຄ່ອຍເນັ້ນຮູບແບບພິທີກຳປານໃດ ເມື່ອມີການສ້າງພຣະພຸດທະຮູບໃໝ່ ພຣະສົງລັງກາຈະປະກອບພິທີພຸດທາ ພິເສກດ້ວຍການຈະເລີນພຣະພຸດທະມົນຕ໌ໂດຍພຣະສົງຈຳນວນ 5 ອົງ ຫຼື 9 ອົງ ນັ່ງສູດມົນຕ໌ເທິງ ອາສະນະໄມ້ ແປດຫຼ່ຽມ ມີເສົາແລະມີຫຼັງຄາມຸງ ພຣະສົງຈະຈະເລີນພຣະພຸດທະມົນຕ໌ແລະເສກນຳ້ ພຣະພຸດທະມົນຕ໌ບົດທີ່ໃຊ້ສູດນັ້ນສ່ວນໃຫຍ່ ເປັນ ຄາຖາໃນພຸດທະປະຫວັດ ຄັດເອົາຕອນທີ່ພຣະສັມມາສັມພຸດທະເຈົ້າເປັ່ງອຸທານ ມີບົດ “ອເນກຊາຕິສັງສາຣັງ” ແລະ               ບົດ  “ປຯຄິຈຈະສມຸປບາທ” (ບົດປະຕິດຈະສະມຸບບາດ) ເປັນຕົ້ນ ເມື່ອພຣະສົງຈະເລີນພຣະພຸດທະມົນຕ໌ຈົບແລ້ວ ພຣະມະຫາ ເຖຣະຜູ້ເປັນປະທານສົງຈະເຊີນນຳ້ພຣະພຸດທະມົນຕ໌ຈາກຫອຍສັງຂ໌ ນຳໄປຫຼັ່ງລົງທີ່ພຣະອັງສາທັງສອງຄື ບ່າຂວາແລະຊ້າຍ ຂອງພຣະພຸດທະຮູບຕາມລຳດັບ ມີການໃຊ້ຂີ້ຜຶ້ງປິດພຣະເນດ (ຕາ) ຂອງພຣະພຸດທະຮູບໄວ້ ແລະມີການສູດເບີກເນດ ເໝືອນ ລາວເຮົາ ທັງນີ້ບາງແຫ່ງອາດມີການປະໂຄມດົນຕີປະກອບກໍ່ມີ.

3. ພິທີພຸດທາພິເສກປະເທດມຽນມາ

            ພຣະອາຈານພັທທັນຕະທັມມານັນທະມະຫາເຖຣະ ສາສະນະທົດ ສິຣິບໍວຣທັມມາຈະຣິຍະ ອັຄຄະມະຫາບັນດິດ ໄດ້ກ່າວໄວ້ວ່າ

            “ຊາວພຸດມັກສຳຄັນວ່າ ຕ້ອງທຳພິທີພຸດທາພິເສກພຣະພຸດທະຮູບ ຫຼືເຈດີກ່ອນຈຶ່ງເປັນພຣະພຸດທະເຈົ້າທີ່ແທ້ຈິງ ທີ່ຈິງບໍ່ເປັນເຊັ່ນນັ້ນ ຕັ້ງແຕ່ສ້າງພຣະພຸດທະຮູບ ຫຼືເຈດີສຳເລັດ ສິ່ງເຫຼົ່ານີ້ຈັດວ່າເປັນພຣະພຸດທະເຈົ້າແລ້ວ ຈະທໍາພິທີພຸດທາ  ພິເສກ ຫຼືບໍ່ນັ້ນ ບໍ່ສຳຄັນປານໃດ ພຸດທະບໍລິສັດຈຶ່ງບໍ່ຄວນສະແດງຄວາມບໍ່ເຄົາລົບນັບຖື ຄວນເຄົາລົບບູຊານ້ອມ ຈິຕໃຫ້ເໝືອນ ເປັນອົງພຣະພຸດທະເຈົ້າຜູ້ຍັງຊົງພຣະຊົນຢູ່.

            ປະເພນີການທຳພິທີພຸດທາພິເສກນີ້ ບໍ່ແມ່ນມີມາໃນສະໄໝພຸດທະກາລ ແຕ່ໄດ້ອຸບັດຂຶ້ນປະມານ ພ.ສ 2122 ໃນຂະນະທີ່່ລັດທິອື່ນມີພິທີບູຊາດາວນົບພະເຄາະ ພຣະສົງໃນຍຸກນັ້ນໄດ້ປຶກສາກັນທຳພິທີບູຊາພຣະພຸດທະເຈ້ົາ 9 ພຣະອົງ ແລະປັບປ່ຽນມາເປັນພິທີພຸດທາພິເສກແທນ…”

            ຈາກຄຳບອກເລົ່າຂອງພຣະອາຈານພັທທັນຕະທັມມານັນທະມະຫາເຖຣະ ແລະພຣະມະຫາຄຸຣຸຄຣູບາ ຄັນຯດຣສະວັງ ສະ[5] ໃຫ້ຂໍ້ມູນກົງກັນວ່າພິທີພຸດທາພິເສກພຣະພຸດທະຮູບໃນປະເທດມຽນມາ ເຊັ່ນເມືອງຣ້າງກຸ້ງນັ້ນ ນໍາຮູບແບບແລະ ພິທີກໍາໄປຈາກຊຽງໃໝ່ (ລ້ານນາ)

4. ພິທີພຸດທາພິເສກປະເທດໄທ

          ພິທີພຸດທາພິເສກໃນລ້ານນາ  (ທາງພາກເໜືອຂອງໄທ)

ໃນລ້ານນາຮຽກພິທີພຸດທາພິເສກນີ້ວ່າ “ການອົບຮົມສົມໂພດພຣະເຈົ້າ” ຫຼື “ການບວດພຣະເຈົ້າ” ພິທີພຸດທາພິເສກນີ້ມັກ ຈັດຂຶ້ນໃນໂອກາດທຳບຸນສະຫຼອງຖາວອນວັດຖຸ ທີ່ຮຽກກັນວ່າ “ປອຍຫຼວງ” ເຊັ່ນປອຍຫຼວງພຣະອຸໂບສົດ ເຊິ່ງມັກຈະມີ ການສ້າງ ຫຼື ຊ້ອມແຊມພຣະພຸດທະຮູບຂຶ້ນໃໝ່ ວັດຖຸປະສົງຂອງການທຳພິທີພຸດທາພິເສກກໍ່ເພື່ອອາລາດທະນາພຣະພຸດທະ ຄຸນແລະຄວາມສັກສິດໃຫ້ເຂົ້າມາປະດິດສະຖານໃຫ້ອົງພຣະພຸດທະຮູບ ຕ້ອງທຳພິທີເພີ່ມພະລານຸພາບ ຫຼືພຸດທານະພາບ ຄືຈະຕ້ອງເຂົ້າສູ່ພິທີພຸດທາພິເສກເໝືອນກັບເທວາພິເສກຂອງຊາວອິນເດຍ ພິທີດັ່ງກ່າວນຳເອົາສິ່ງທີ່ກ່ຽວຂ້ອງກັບພຣະພຸດ ທະເຈົ້າມາໄວ້ໃນພິທີ ເຊັ່ນເຄື່ອງອາສນາ ເປັນຕົ້ນ ຕະຫຼອດເຖິງມານັ່ງບໍລິກຳພາວະນາ ໃຫ້ອຳນາດມົນຕ໌ ທັງຫຼາຍ “ໄຫຼ” ເຂົ້າໄປສູ່ພຣະພຸດທະຮູບນັ້ນ ການສົມໂພດຫຼື ອົບຮົມພຣະເຈົ້າ ຕອນກາງຄືນຈະມີການເທດແລະສູດມົນຕ໌ຕະຫຼອດເຊົ້າ ມີການສູດທຳນອງທີ່ໄພເລາະ ຮຽກວ່າ “ສູດເບີກ” ຫຼັງຈາກນັ້ນ ເວລາຕາເວັນຂຶ້ນ ຈະທໍຳພິທີເບີກພຣະເນດພຣະເຈົ້າ ຫຼື           “ເປີດຕາພຣະເຈົ້າ” ໃນເວລາຕອນເຊົ້າຈະມີການຖວາຍເຂົ້າພຣະເຈົ້າຫຼວງ ຫຼືເຂົ້າມະທຸປາຍາດຕໍ່ໄປ ນີ້ເພື່ອເປັນ ສັນຍະ ລັກແທນອົງສົມເດັດພຣະສັມມາສັມພຸດທະເຈົ້າຢ່າງສົມບູນ ການທໍຳພິທີນີ້ຈຶ່ງຖືເປັນປະເພນີ ແລະພິທີກຳສຳຄັນຢ່າງໜຶ່ງ ຂອງຄົນລ້ານນາ.

 ພິທີພຸດທາພິເສກໃນພາກກາງ

ພິທີພຸດທາພິເສກໃນພາກກາງ ແຕ່ລະຂັ້ນຕອນໃຫ້ຄວາມສຳຄັນແກ່ໂຫນຜູ້ທຳນາຍ ໂດຍມີໜ້າທີ່ກຳໜົດເວລາ ຂັ້ນຕອນ ສະຖານທີ່ ເບື້ອງຕົ້ນດຳເນີນການຈັດເຄື່ອງສັງເວີຍເທວະດາອາຮັກປະຈຳເລີກກ່ອນ ທໍາໜ້າທີ່ພຣາມກ່າວສະໂຫຼກ ບູຊາເທວະ ດາໂດຍສະເພາະເວລາເທທອງຫຼໍ່ພຣະ ເລີກຍາມເປັນສ່ວນສຳຄັນທີ່ສຸດ ເມື່ອໄດ້ເລີກຍາມແລ້ວໃຫ້ລັ່ນຄ້ອງຂຶ້ນພຣາມເປົ່າສັງ ແກວ່ງບັນເດາະ ຄະນະພຣະສົງໃນພິທີສູດປະລິດຕະມຸງຄຸນ ຊ່າງເທທອງທຳການເທນັບຕັ້ງແຕ່ເວລາປະຖົມມະເລີກ ເປັນ ຕົ້ນໄປ ພິທີ່ສ່ວນໃຫຍ່ຈະເນັ້ນຈຸດນີ້ເປັນສຳຄັນ

            ເມື່ອຫຼໍ່ແລະແກະພິມອອກ ຕົບແຕ່ງຂັດຮຽບຮ້ອຍແລ້ວ ກໍ່ອາລາດທະນາພຣະພຸດທະຮູບໄປປະດິດສະຖານໃນຫໍແຈກ ສິມ ຫຼືວິຫານ ຕາມທີ່ກຳໜົດໄວ້ ແລ້ວຈະຫາເລີກຍາມທຳການສົມໂພດພຣະພຸດທະຮູບໃໝ່ ໂດຍອາລາດທະນາພຣະສົງສູດ ປະລິດຕະມຸງຄຸນ ຈູດທຽນຊັຍມຸງຄຸນ ທຽນນະວະຫະຣະຄຸນ ສູດຄາຖາພຸດທາພິເສກ ເບີດພຣະເນດ ແລະພົມນຳ້ພຣະພຸດ ທະມົນ ເປັນອັນສຳເລັດພິທີ ສ່ວນການພິທີທາງພາກໃຕ້ ການປະກອບພິທີສ່ວນໃຫຍ່ເໝືອນກັບພາກກາງ.

ພິທີພຸດທາພິເສກໃນພາກອີສານ

ການຈັດຮູບແບບແລະການປະກອບພິທີກຳມີສ່ວນຄ້າຍກັບພິທີພຸດທາພິເສກຂອງລາວ ໂດຍເລີ່ມຕັ້ງແຕ່ການອາລາດທະນາພຣະພຸດທະຮູບທີ່ຈະທຳພິທີນັ້ນໃຫ້ປະດິດສະຖານຢູ່ເທີງແທ່ນອັນສົມຄວນແກ່ການຍົກຍ້ອງ ແລ້ວໃຊ້ຜ້າຂາວພັນຫຸ້ມອົງພຣະໂດຍຮອບ ພັນດ້ວຍສາຍມຸງຄຸນອີກຄັ້ງໜຶ່ງ ຈັດບໍລິເວນໃຫ້ຮຽບຮ້ອຍ ລ້ອມດ້ວຍຮົ້ວຣາຊະວັດ ໃຫ້ເປັນທີ່ກຳໜົດເຂດມົນທົນພິທີ ຈະເລີ່ມພິທີຕັ້ງແຕ່ເວລາ 20.49 ນາທີ ເປັນຕົ້ນໄປ ມີການຈູດທຽນຊັຍມະຫາມຸງຄຸນ ພຣະສົງສູດຄາຖາຈູດທຽນຊັຍ ແລະສູດປະລິດຕະມຸງຄຸນ 7 ຕຳນານ 12 ຕຳນານ ຕັ້ງແຕ່ບົດ “ນະ ໂມ ເມ” ເລື້ອຍໄປ ຈົນຮອດບົດເມຕຕາພຣົມມະວິຫານ ໂດຍບໍ່ຕັດຕອນ ຈາກນັ້ນຈະອາລາດທະນາພຣະມະຫາເຖຣະ  4 ອົງ ນັ່ງປົກຈະເລີນສະ ມາທິອະທິດຖານຈິຕເທີງທຳມາດ ເຊິ່ງຕັ້ງຢູ່ 4 ມຸມຂອງມົນທົນພິທີ ຈາກນັ້ນອາລາດທະນາພຣະພິທີທັມ 4 ຮູບ ສູດ ຄາຖາພຸດທາພິເສກ 3 ວາລະໃນລະຫວ່າງພັກສູດພຸດທາພິເສກແຕ່ລະວາລະນັ້ນ ອາດມີການບັນຍາຍທັມກ່ຽວກັບພຸດທະ ປະຫວັດເລື່ອງພຸດທາພິເສກ ພິທີຈະດໍາເນີນໄປເລື້ອຍຕາມລຳດັບໄປຈົນເຖິງເວລາ 04.49 ນາທີ ຈຶ່ງທຳພິທີເບີກເນດ ໂດຍໃຫ້ພຣະພິກຂຸອົງໜຶ່ງຂຶ້ນໄປແກ້ສາຍມຸງຄຸນອອກ ແລະຜ້າຂາວທີ່ຫໍ່ພຣະພຸດທະຮູບອອກ ພຣະມະຫາເຖຣະປະທານສົງ ຈະໃຊ້ໄມ້ໃຜ່ເຊິ່ງພັນສຳລີໄວ້ທີ່ປາຍດ້ານໜຶ່ງ ຈຸ່ມນ້ໍາໝາກພ້າວແລ້ວເຊັດພຣະເນດຂອງພຣະພຸດທະຮູບ ພ້ອມທັງພົມນ້ຳພຣະ ພຸດທະມົນໄປຍັງພຣະພຸດທະຮູບ ແລະວັດຖຸມຸງຄຸນທັງໝົດ ພຣະສົງສູດຊັຍມຸງຄຸນຄາຖາມອດທຽນຊັຍ ຖວາຍໄທຍະທານ ແກ່ພຣະສົງຜູ້ປະກອບພິທີ ຫຼັງຈາກນັ້ນພຣະສົງຜູ້ປະກອບພິທີຮັບບິນທະບາດ ສັນພັດຕາຫານເຊົ້າເປັນອັນສຳເລັດພິທີພຽງ ເທົ່ານີ້.

            ໃນບາງທ້ອງຖິ່ນພຸດທະສາສະນິກຊົນມີເຊື້ອສາຍຂະເໝນ ຈະປະກອບພິທີພຸດທາພິເສກຮຽກວ່າ “ບູເປຣຍະ” ເຊິ່່ງເນັ້ນການເບີກເນດເປັນສຳຄັນ ພິທີ່ດັງກ່າວຈະມີການຈັດມົນທົນພິທີແບບງ່າຍໆ ມີເຄື່ອງປະກອບພິທີບໍ່ຫຼາຍປາຍໃດ ມີການສູດປະລິດຕະມຸງຄຸນສົມໂພດແລະການເບີກເນດພຣະພຸດທະຮູບເປັນອັນສຳເລັດພິທີ.

ຈຸດປະສົງແລະແກ່ນສານ ງານສົມໂພດພຣະ (ພຸດທາພິເສກ)

  1. ເພື່ອລວມໃຈໃຝ່ຄວາມດີ

ພີທີກຳໃດໆກໍ່ຕາມ ເປັນລະບຽບປະຕິບັດໃຫ້ເກີດການທຳຄວາມດີໂດຍພ້ອມພຽງກັນ ແລະເປັນໄປໃນທິດທາງດຽວກັນ ດ້ວຍ ການປາລົບສິ່ງໜຶ່ງຂຶ້ນມາ ພິທີສົມໂພດພຣະ ເປັນໜຶ່ງໃນກໍລະນີນີ້  ທີ່ຄົນບູຮານກຳໜົດຂຶ້ນມາ ຖືເປັນສິ່ງດີ ງາມ ປະຕິສືບມາ (ປະເພນີ) ດ້ວຍອຸບາຍອັນສະຫຼາດໃນການຊັກຈູງຄົນ.

  1. ພິທີກຳ ເປັນການເລົ່າເລື່ອງລາວດ້ວຍຕົວມັນເອງ

ເປັນກຸສະໂລບາຍ ໃນການເລົ່າເລື່ອງຂອງຄົນບູຮານ ດ້ວຍການທຳໃຫ້ເຫັນເປັນສັນຍະລັກ ແຝງດ້ວຍປິດສະໜາທັມ ພ້ອມ ເຕີມແຕ່ງສີສັນ ວິທີການໜ້າສົນໃຈ ສາມາດເຂົ້າເຖິງກຸ່ມຄົນທຸກເພດທຸກໄວ.

  • ການຫໍ່ພຣະພຸດທະຮູບດ້ວຍຜ້າຂາວ ເປັນສັນຍະລັກໝາຍເຖິງ ເຈົ້າຊາຍສິດທັດຖະກ່ອນທີ່ຈະຕຣັສຮູ້ ມີດວງຕາເຫັນ ແຈ້ງນັ້ນ ໄດ້ຖືກຫຸ້ມຫໍ່ດ້ວຍຄວາມມືດ ຄື ອະວິຊຊາ ປິດບັງດວງຕາໄວ້ ການແກ້ຜ້າຂາວອອກ ຈຶ່ງໝາຍເຖິງການ ກຳຈັດຄວາມມືດໄດ້ແລ້ວ ປາດສະຈາກເຄື່ອງຫຸ້ມຫໍ່ຄືອະວິຊຊາ.
  • ການເບີກພຣະເນດ ໄດ້ເລົ່າເຖິງຕອນທີ່ເຈົ້າຊາຍສິດທັດຖະອຸທານປະກາດຕົນເປັນອິດສະຫຼະຈາກເຫຼົ່າກິເລສມານ ທັງ ປວງ ມີຈັກຂຸດວງຕາແຈ່ມແຈ້ງໃນສິ່ງທັງປວງ.
  • ການຖວາຍເຂົ້າມະທຸປາຍາດແກ່ພຣະພຸດທຮູບ ໄດ້ເລົ່າເຖິງຕອນນາງສຸຊາດາຖວາຍພັດຕາຫານ ມື້ທຳອິດຫຼັງໄດ້ ຕຣັສຮູ້ໃໝ່ຂອງຕອນເຊົ້າມື້ນັ້ນ ຖືເປັນໜຶ່ງໃນອາຫານເລີດທີ່ສຸດ.
  1. ບົດທີ່ນຳມາສູດໃນພິທີ ລ້ວນແຕ່ເປັນເລື່ອງລາວໃນພຸດທະປະຫວັດ ແຕ່ການບຳເພັນບາລະມີ 30 ທັດ ເພື່ອເປັນ ພຣະພຸດທະເຈົ້າ ໂດຍເອົາຊີວິດເປັນເດີມພັນ ຫຼາຍພົບຫຼາຍຊາດນັບບໍ່ຖ້ວນ
  • ບົດສູດ ອເນກະຊາຕິສັງສາຣັງ …ຕອນພິທີເບີກເນດ ເລົ່າເຖິງຕອນຕຣັສຮູ້ ກຳຈັດມານໄດ້ໝົດສິ້ນ
  • ບົດສູດທັມມະຈັກ ເລົ່າເຖິງຕອນຫຼັກຕຣັສຮູ້ແລ້ວ ໄປສະແດງປະຖົມມະເທສະໜາ ໃຫ້ກັບປັນຈະວັກຄີ
  • ບົດ ອິຕິປິ ໂສ 108 ຈົບ ເປັນບົດສັນລະພຣະປັນຍາທິຄຸນບໍລິສຸດທິຄຸນ ແລະພຣະມະຫາກະລຸນາທິຄຸນ                   ຂອງພຣະພຸດທະເຈົ້າ ຕະຫຼອດເຖິງການກ່າວສັນລະເສີນຄຸນຂອງພຣະທັມແລະພຣະສົງ ໂດຍມີການສະແດງ ທັມເປັນໄລຍະໆ ເລົ່າພຸດທະປະຫວັດ ຊີ້ແຈງໃຫ້ເຂົ້າໃຈ ໃຫ້ເລິກເຊິ່ງ ແລະຄວາມສຳ ຄັນຂອງ ພິທີ ກຳຕາມລຳດັບ
  • ບົດແຜ່ເມຕຕາໃຫຍ່ ເປັນການແຜ່ເມຕຕາ ປາດຖະໜາດີຕໍ່ກັນ ເປັນຕົ້ນວ່າ ຕົນຢາກພົ້ນທຸກ ປາດຖະໜາສຸກ ສັນໃດ ຄົນອື່ນ ຍ່ອມຢາກພົ້ນທຸກຂ໌ ປາດຖະນາສຸກສັນນັ້ນ ດ້ວຍການແຜ່ທັງເຈາະຈົງແລະບໍ່ເຈາະຈົງແລະກ່າວເຖິງ ອານິສົງການແຜ່ເມຕຕາ ເປັນທີ່ຮັກຂອງເທວະດາແລະມະນຸດທັ້ງຫຼາຍ ຫຼັບເປັນສຸກ ຕື່ນກໍ່ເປັນສຸກ ເປັນຕົ້ນ.
  1. ເປັນການມາທົບທວນສັດທາຕົນເອງຕໍ່ພຣະພຸດທະເຈົ້າໂດຍແທ້

ດ້ວຍການທຳໃຫ້ຄົນທີ່ມີສັດທານ້ອຍ ໃຫ້ມີສັດທາຫຼາຍຂຶ້ນ ທີ່ມີສັດທາຢູ່ແລ້ວ ໃຫ້ສັດທາຍິ່ງໆຂຶ້ນໄປ (ຕະຖາຄະຕະໂພ ຯດິສັທຯດາ[6]) ເມື່ອສັດທາຢ່າງເຂົ້າໃຈແລ້ວ ເປັນທາງແຫ່ງສັມມາທິດຖິ (ເຫັນຖືກຕ້ອງ) ຍ່ອມກໍ່ໃຫ້ເກີມສັມມປະຕິບັດ (ປະຕິບັດຖືກຕ້ອງ ) ແລ້ວບັນລຸຜົນ (ປະຕິເວຯຯດ) ຕາມພຸດທະວິຖີໃຫ້ໜັກແໜ້ນຍິ່ງໆຂຶ້ນໄປ.

______________________________

ຮຽບຮຽງໂດຍ :

ພຣະມະຫາສິງຫາ ໄຂ່ອຳພອນ ປ.ທ. 9

ພ້ອມຄະນະ

ພຣະມະຫາດຳ ພົມມະສານ ປ.ທ. 8
ພຣະມະຫາຕົ້ນ ສີສອງເມືອງ ປ.ທ.7
ສາມະເນນນິຕິທັດ ສິຣິວັງ ປ.ທ. 8

————————————

[1] ການຫົດສົງສີສະກ່ອນຣາຊາພິເສກ ດ້ວຍນຳນ້ຳຈາກແມ່ນ້ຳສາຍສຳຄັນ ຄື ຄົງຄາ ຍະມຸນາ ອະຈິຣະວະດີ ສະຣະພູ ມະຫີ  ມາຫົດສົງທົ່ວທັງຕົວຕັ້ງແຕ່ສີສະລົງມາ
[2] ສັນຍະລັກວ່າ ເປັນນັກບວດພຣາມ
[3] ໄຕຣເພດ ເປັນຄຳພີສັກສິດຂອງສາສະໜາພຣາມ ມີ 3 ຄື 1.ຣຶຄະເວດ ປະມວນບົດສູດສັນລະເສີນເທບພະເຈົ້າ

2.ຍະຊຸຣະເວດ ປະກອບບົດສູດອ້ອນວອນໃນພິທີບູຊາຍັນ 3.ສາມເວດ ປະມວນບົດຂັບຮ້ອງເປັນທໍຳນອງໃນພິທີ

ຕໍ່ມາເພີ່ມອາຖັນເວດ ວ່າດ້ວຍຄາຖາອາຄົມທາງໄສຍະສາດເຂົ້າມາອີກເປັນ 4

[4] ພຣະພັນທັນຕະທັມມານັນທະມະຫາເຖຣະ
[5] ເຈົ້າອະທິການວັດມະຫາຣາຊສັນຖານຫຼວງຫົວຂ່ວງ ເຈົ້າຄະນະເມືອງວຽງຍອງ ປະເທດມຽນມາ
[6] ຕະຖາຄະຕະໂພຯດິສັທຯດາ (ຕະຖາຄະຕະໂພທິສັດທາ) ຄື ຄວາມເຊື່ອໃນປັນຍາຕຣັສຮູ້ຂອງພຣະສັມມາສັມພຸດທະເຈົ້າ

P.M.Singha Khai Amphone

Venerable Phramahā Singha Khai Amphone, Pāli Grade IX, MA candidate at Mahidol University

P.M.Singha Khai Amphone has 8 posts and counting. See all posts by P.M.Singha Khai Amphone

This site uses Akismet to reduce spam. Learn how your comment data is processed.