ຄວາມເປັນມາຂອງບຸນມາຄະບູຊາ

– ຄຳວ່າ ມາຄະບູຊາ ແມ່ນຊື່ຕາມດາວຣືກໜຶ່ງໃນຊາວ ໒໗ ດວງທີ່ພົວພັນກັບໂລກ ມີຊື່ວ່າ “ມາຄະ” ຄຳວ່າ “ບູຊາ“ແປວ່າໄຫວ້ ກໍໝາຍວ່າ ການທຳບຸນ ໄຫວ້ພຣະໃນວັນມາຄະ ໃນພາສາລາວແທ້ຮຽກວ່າ ເດືອນວສາາມເພັງ ຄຳວ່າເພັງ ອັນໝາຍເຖິງວັນພຣະຈັນເຕັມດວງ ໃນວັດ ທະນະທັມລາວວັນນີ້ ບາງຄັ້ງກໍວ່າວັນບຸນເຂົ້າຈີ່, ຄືຊາວພຸດຈະເອົາເຂົ້າຈີ່ມາໃສ່ບາດພຣະສົງ, ບາງທ້ອງຖິ່ນ ເຊັ່ນທາງຈຳປາສັກຮຽກວ່າ ບຸນເດືອນ ໓ ເພັງ, ບຸນກຸ້ມເຂົ້າ ຫຼືບຸນກອງເຂົ້າ, ບຸນວັດພູເປັນຕົ້ນ.
ຫຼັງຈາກທີ່ພຣະພຸດທະເຈົ້າຕັດສະຮູ້ມາໄດ້ 9 ເດືອນແລ້ວ ວັນໜຶ່ງກົງກັບວັນຂຶ້ນ 15 ຄ່ໍາເດືອນ 3 (ວັນມາຄະບູຊາ) ເຊິ່ງທາງສາດສະໜາພຼາມ ຖືວ່າເປັນວັນລອຍບາບ ຮຽກວ່າ ສີວະຣາຕີ
ວັນນັ້ນ ອົງສົມເດັດພຣະສຳມາສຳພຸດທະເຈົ້າ ທຼົງປະທັບຢູ່ນະເວລຸວະນາຮາມ(ວັດປ່າໃຜ່) ໃນຕອນບ່າຍພິກຂຸສາວົກຈຳນວນ 1250 ຮູບ ເຊິ່ງລ້ວນແຕ່ເປັນພຣະອໍຣະຫັນຂີນາສົບ ໄດ້ເດີນທາງມາທີ່ວັດນີ້ໂດຍບໍ່ໄດ້ນັດໝາຍກັນໄວ້ກ່ອນໜ້າເລີຍ ອັນເປັນເຫດການທີ່ໜ້າອັດສະຈັນແລະຫາຍາກການປະຊຸມຂອງພຣະສົງໃນວັນນັ້ນເອີ້ນວ່າ ຈາຕຸລົງຄະສັນນິບາດ ເພາະເປັນການປະຊຸມອັນປະກອບດ້ວຍອົງສີ່ຄື:

1.ເປັນມື້ເພັງເດືອນສາມພະຈັນສະເຫີວຍມາຄະລຶກ
2.ພຣະພິກຂຸຈຳນວນ 1250 ຮູບມາປະຊຸມພ້ອມກັນໂດຍບໍ່ໄດ້ນັດໝາຍ
3.ພຣະພິກຂຸເຫຼົ່ານັ້ນລ້ວນແຕ່ເປັນພຣະອໍຣະຫັນ ໄດ້ອະພິນຍາ 6
4.ພຣະພິກຂຸເຫຼົ່ານັ້ນລ້ວນແຕ່ເປັນພຣະທີ່ພຣະພຸດທະເຈົ້າບວດໃຫ້ທັງໝົດ(ເປັນເອຫິພິກຂຸອຸປະສຳປະທາ)
ໃນການປະຊຸມຄັ້ງນີ້ພຣະພຸດທະເຈົ້າໄດ້ສະແດງໂອວາທະປາຕິໂມກ ອັນເປັນຫຼົກຄຳສອນທີ່ເປັນຫົວໃຈທາງພຣະພຸດທະສາດສະໜາໂດຍຕັດເປັນພຼະຄາຖາດັ່ງນີ້
ສັພພະປາປັສສະ ອະກະຣະນັງ, ການບໍ່ເຮັດບາບທັງປວງ (ລະຊົ່ວ)
ກຸສະລັສສູປະສັມປະທາ, ການກະທຳກຸສົນໃຫ້ເຖິງພ້ອມ (ເຮັດດີ)
ສະຈິຕຕະປະຣິໂຍທະປະນັງ, ການຊຳລະຈິດຂອງຕົນໃຫ້ບໍຣິສຸດຜ່ອງໃສ
ເອຕັງ ພຸທທານະສາສະນັງ, ທັມ 3 ຢ່າງນີ້ເປັນຄໍາສັງສອນຂອງພຣະພຸດທະເຈົ້າທັງຫຼາຍ
ຂັນຕີ ປາຣະມັງ ຕະໂປ ຕີຕິກຂາ, ຂັນຕິຄືຄວາມອົດທົນ ອົດກັ້ນ ເປັນເຄື່ອງເຜົາກິເລດຢ່າງຍິ່ງ
ນິພພານັງ ປະຣະມັງ ວະທັນຕິ ພຸທທາ, ຜູ້ຮູ້ທັງຫຼາຍກ່າວພຼະນິບພານວ່າເປັນທັມອັນຍິ່ງ
ນະ ຫິ ປັພພະຊິໂຕ ປະຣູປະຄາຕີ, ຜູ້ກຳຈັດສັດອື່ນຢູ່ບໍ່ຊື່ວ່າເປັນບັນພະຊິດເລີຍ
ນະ ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ,ຜູ້ກະທຳສັດອື່ນໃຫ້ລຳບາກຢູ່ບໍ່ຊື່ວ່າເປັນສຳມະນະເລີຍ
ອະນູປະວາໂທ ອະນູປະຄາໂຕ, ການບໍ່ເວົ້າຮ້າຍ ການບໍ່ທໍາຮ້າຍ
ປາຕິໂມກເຂ ຈະ ສັງວະໂຣ, ການສຳລວມໃນປາຕິໂມກຂ໌
ມັຕຕັນຍຸຕາ ຈະ ພັດຕັສມິງ, ຄວາມເປັນຜູ້ປະມານໃນການບໍລິໂພກ
ປັນຕັນຈະ ສະຍະນາສະນັງ, ການນອນ ການນັ່ງໃນທີ່ອັນສະຫງົບ
ອະທິຈິຕເຕ ຈະ ອາໂຍໂຄ, ຄວາມໝັ່ນປະກອບໃນການທຳຈິດໃຫ້ບໍຣິສຸດຍິ່ງ
ເອຕັງ ພຸທທານະສາສະນັງ, ທັມ 6 ຢ່າງນີ້ເປັນຄຳສັງສອນຂອງພຣະພຸດທະເຈົ້າທັງຫຼາຍ
ຂໍ້ຄວາມໃນໂອວາທະປາຕິໂມກຂ໌ນີ້ ບາງຂໍ້ກໍ່ສະເພາະພຣະສົງ ບາງຂໍ້ກໍ່ນຳໄປປະຕິບັດໄດ້ທັງພຣະແລະຊາວບ້ານ
ໂອວາທະປາຕິໂມກນີ້ ເປັນຫຼັກຄຳສອນຂອງພຣະພຸດທະສາສະໜາ ອັນເປັນໄປເພື່ອປ້ອງກັນ ແລະແກ້ໄຂປັນຫາຕ່າງ ໆ ໃນຊີວິດ ແລະເພື່ອຄວາມຫຼຸດພົ້ນໃນທີ່ສຸດ
ຄຳສອນທີ່ເປັນຫົວໃຈຂອງພຣະພຸດທະສາສະໜາຄື ຫຼັກທັມປະກອບດ້ວຍ ຫຼັກການ 3 ອຸດົມການ 4 ວິທີການ 6 ດັ່ງນີ້

ຫຼັກການ 3

1, ສັພພະປາປັສສະ ອະກະຣະນັງ,ການບໍ່ເຮັດບາບທັງປວງ ໄດ້ແກ່ການງົດເວັ້ນ ການລົດ ການລະເລີກ ການກະທຳບາບທັງປວງ ເຊິ່ງໄດ້ແກ່ອະກຸສົນລະກັມມະບົດ 10 ທາງແຫ່ງຄວາມຊົ່ວສິບປະການ ອັນເປັນຄວາມຊົ່ວທາງກາຍ ວາຈາ ແລະໃຈດັ່ງນີ້
-ຄວາມຊົ່ວທາງກາຍໄດ້ແກ່ ການຂ້າສັດ ການລັກຊັບ ການປະພຶດຜິດໃນກາມມຄຸນ
-ຄວາມຊົ່ວທາງວາຈາໄດ້ແກ່ ເວົ້າຕວະ ເວົ້າສໍ້ສຽດ ເວົ້າຄຳຫຍາບ ເວົ້າເພີ້ເຈີ້ເຟີ້ຝັນ
-ຄວາມຊົ່ວທາງໃຈໄດ້ແກ່ ການຢາກໄດ້ສົມບັດຂອງຜູ້ອື່ນ ການຜູກພະຍາບາດມາດຮ້າຍ ແລະຄວາມເຫັນຜິດຈາກທຳນອງຄອງທັມ
2,ກຸສະລັສສູປະສັມປະທາ, ການກະທຳກຸສົນໃຫ້ເຖິງພ້ອມ ໄດ້ແກ່ການເຮັດຄວາມດີທຸກຢ່າງ ເຊິ່ງໄດ້ແກ່ການປະຕິບັດຕາມກຸສົນລະກັມມະບົດ 10 ທາງແຫ່ງຄວາມດີສິບປະການ ອັນເປັຮຄວາມດີທາງກາຍ ວາຈາ ແລະໃຈດັ່ງນີ້
-ຄວາມດີທາງກາຍໄດ້ແກ່ ການບໍ່ຂ້າສັດ ບໍ່ທຳຮ້າຍບຽດບຽນຜູ້ອື່ນ ມີແຕ່ຊ່ອຍເຫຼືອເກື້ອກູນ ການໍບໍ່ລັກຊັບສິ່ງຂອງ ຂອງຄົນອື່ນມາເປັນຂອງຕົນເອື້ອເຟື້ອເພື່ອແພ່ ແບ່ງປັນ ການບໍ່ປະພຶດຜິດໃນກາມມະຄຸນ ບໍ່ຫຼົງໄຫຼໃນມົວເມົາ ຮັກດຽວໃຈດຽວ
-ຄວາມດີທາງວາຈາໄດ້ແກ່ ບໍ່ເວົ້າຕວະ ບໍ່ເວົ້າສໍ້ສຽດ ບໍ່ເວົ້າຄຳຫຍາບ ບໍ່ເວົ້າເພີ້ເຈີ້ເຟີ້ຝັນ ເວົ້າແຕ່ຄວາມເປັນຈິງຕາມເຫດຜົນ ເວົ້າແຕ່ຄຳອ່ອນຫວານ ເວົ້າໃຫ້ເກີດຄວາມສາມັກຄີ
-ຄວາມດີທາງໃຈໄດ້ແກ່ ການບໍ່ໂລບມາກຢາກໄດ້ສົມບັດຂອງຜູ້ອື່ນ ມີແຕ່ຄວາມເສຍສະລະ ການບໍ່ຜູກພະຍາບາດມາດຮ້າຍ ມີແຕ່ຄວາມເມດຕາປານີ ປາຖະໜາດີກບຜູ້ອື່ນ ແລະຄວາມບໍ່ເຫັນຜິດຈາກທຳນອງຄອງທັມ ມີຄວາມເຫັນທີ່ຖືກຕ້ອງຕາມຄວາມເປັນຈິງ ເຊັ່ນ ເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ
3,ສະຈິຕຕະປະຣິໂຍທະປະນັງ, ການກະທຳຈິດໃຈໃຫ້ຜ່ອງໃສ ໄດ້ແກ່ການກະທຳຈິດຂອງຕົນໃຫ້ປາສະຈາກນິວອນ ອັນເປັນເຄື່ອງຂັດຂວາງຈິດໃຈຂອງຕົນບໍ່ໃຫ້ເຂົ້າເຖິງຄວາມສະຫງົບ ມີ 5 ປະການຄື
ກາມມະສັນທະ ຄວາມພໍໃຈໃນກາມມະຄຸນ 5 ໄດ້ແກ່ຮູບ ສຽງ ກິ່ນ ລົດ ສຳຜັດ
ພະຍາບາດ ຄວາມອາຄາດພາບາດຈອງກັມຈອງເວນ
ຖີນະມິດທະ ຄວາມຫົດຫູ່ທໍ້ຖອຍ ງ່ວງເຫງົາຫາວນອນ
ອຸທັດຈະກຸກຸດຈະ ຄວາມຟຸ່ງສ່ານ ລຳຄານ
ວິຈິກິດສາ ຄວາມລັງເລສົງໃນ ບໍ່ໝັ້ນໃຈໃນການເຮັດດີເຮັດຊົ່ວວ່າມີຜົນຫຼືບໍ່

ອຸດົມການ 4

1.ຂັນຕີ ປາຣະມັງ ຕະໂປ ຕີຕິກຂາ, ຄວາມອົດທົນເປັນເຄື່ອງເຜົາກິເລດ ເປັນຕະບະ ເຄື່ອງທໍລະມານກິເລດ ເພື່ອຄວາມປະຕິບັດທັມທີ່ເຄັ່ງຄັດ ເລື່ອງທີ່ຕ້ອງອົນທົນມີຫຼາຍຢ່າງເຊັ່ນ
-ອົດທົນຕໍ່ຄວາມທຸກຍາກຕາກຕຳ ອົດທົນຕໍ່ຄວາມຢາກ ຄວາມຫິວ ຄວາມຫິວເປັນໂຣກຢ່າງຍິ່ງ ອົດທົນຕໍ່ຄວາມຮ້ອ ຄວາມໜາວ ຕໍ່ສະພາບດິນຟ້າອາກາດ ແດດຮົ່ມລົມພັດຕ່າງ ໆ
-ອົດທົນຕໍ່ທຸກຂະເວທະນາ ອັນເກີດຈາກການເຈັບໄດ້ໄດ້ພະຍາດ ການເຈັບຫົວມົວຕາ ອັນເປັນເລື່ອງຂອງກົດທຳມະຊາດສັງຂາຣາປຸງແຕ່ງໄປຕາມການເວລາວ ມັນມີເກິດມີແກ່ມີເຈັບ ມີຕາຍ ເປັນທຳມະດາ
-ອົດທົນຕໍ່ການກະທົບກະເທືອນເຊິ່ງກັນແລະກັນ ມັນເປັນທຳມະດາ ຖືກໃຈຄົນໜຶ່ງແຕ່ຂັດໃຈຄົນໜຶ່ງ ຖືກໃສ່ຮ້າຍປ້າຍຄວາມ ມັນເປັນເລື່ອງທຳມະດາ ເຮົາຄວນເຂົ້າໃຈຄົນໃນສັງຄົມ ທຳດີໄວ້ໃຜບໍ່ຍໍກ່າຕາມຊ່າງ ທຳຊົ່ວນັ້ນໃຜຊິຍ້ອງກໍ່ຢ່າທຳ ເມື່ອເຂົາໃສ່ຄວາມ ເຮົາບໍ່ສູ້ ເຮົາບໍ່ໜີ ເຮົາເຮັດດີເລື້ອຍໄປ
-ອົດທົນຕໍ່ອຳນາດຂອງກິເລດຕັນຫາ ເຂົາປ້ອຍດ່າວ່າເລວ ຫຼືເຂົາຍ້ອງຍໍສໍລະເສີນ ເຮົາກໍ່ບໍ່ເຫີມເກີມ ເຮົາເຮັດຜິດພາດ ເຂົາຈິ່ງຕິສິນ ເຮົາເຮັດດີ ເຂົາຈິ່ງຍ້ອງ
2. ນິພພານັງ ປະຣະມັງ ວະທັນຕິ ພຸທທາ, ຜູ້ຮູ້ທັງຫຼາຍກ່າວພຼະນິບພານວ່າເປັນທັມອັນຍິ່ງ ນິບພານຄືການດັບແຫ່ງກິເລດ ເປັນສະພາບທີ່ສຸດແຫ່ງຄວາມສຸກ ເປັນທັມທີ່ຮູ້ໄດ້ສະເພາະຕົນ ຜູ້ໃດປາຖະໜາກໍ່ປະຕິບັດເອງ ອົດທົນຕໍ່ການກຳຈັດກິເລດຕັນຫາ ສ້າງສົມປາຣະມີໄປຈົນທີ່ສຸດຈະຮູ້ໄດ້ເອງ ພຣະພຸດທະເຈົ້າກໍ່ເປັນພຽງຜູ້ບອກທາງເທົ່ານັ້ນ
3. ນະ ຫິ ປັພພະຊິໂຕ ປະຣູປະຄາຕີ, ຜູ້ກຳຈັດສັດອື່ນຢູ່ບໍ່ຊື່ວ່າເປັນບັນພະຊິດເລີຍບັນພະຊິດ ແປວ່ານັກບວດ ຜູ້ອອກບວດນັ້ນງົດເວັ້ນການກຳຈັດ ການຂ້າສັດຕັດຊີວິດ ຂ້າເນື້ອເບືອປານັ້ນສິ່ງທີ່ນັກບວກບໍ່ສົມຄວນເຮັດ ຫຼືຜູ້ທີ່ປາຖະໜາອາຍຸຍືນຍາວກໍ່ຈົ່ງລະເວັ້ນການຂ້າເທີ້ນ ແຕ່ກ່ອນພຼາມທັງຫຼາຍກໍ່ວ່າໂຕເອັງເປັນນັກບວດ ແຕ່ກໍ່ຍັງຂ້າສັດບູຊາຍັນ ບູຊາເທວາອາຮັກຢູ່ ພຣະພຸດທະເຈົ້າວ່ານັ້ນບໍ່ແມ່ນພຣະບໍ່ແມ່ນນັກບວດ ລາວເຮົານັ້ນງົດເລີກມາແຕ່ສະ ໄໝພຣະເຈົ້າໂພທິສາລາດແລ້ວ ພຣະອົງສັງໃຫ້ງົດເລີກການຖືຜີສາງນາງໄມ້ ໃຫ້ຢູ່ໃນສິນໃນທັມທາງພຸຸດທະສາດສະໜາ
4. ນະ ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ,ຜູ້ກະທຳສັດອື່ນໃຫ້ລຳບາກຢູ່ບໍ່ຊື່ວ່າເປັນສຳມະນະເລີຍ ຜູ້ມັກສະຫງົບສັນຕິນັ້ນ ບໍ່ຄວນໄປບຽດບຽນຜູ້ອື່ນ ສັດອື່ນໃຫ້ລຳບາກ ບໍ່ຄວນໄປທຳຮ້າຍທີ່ຢູ່ອາໃສ ເຮືອນຮັງຂອງເພິ່ນ ຫຼືວັດຖຸສິ່ງຂອງສ່ວນລວມ ຫາແຕ່ທາງສະດວກສະບາຍໃຫ້ຜູ້ອື່ນດ້ວຍການໃຫ້ອາຫານ ທີ່ຢູ່ ການຂຸດນ້ຳບໍ່ກໍ່ສາລາ ປູກປ່າປູກໄມ້ອັນນີ້ເປັນການເຮັດໃຫ້ສັດອື່ນໄດ້ຮັບຄວາມສຸກ

ວິທີການ 6

1.ອະນູປະວາໂທ ການບໍ່ວ່າຮ້າຍ ເມື່ອເຮົາຈະເຮັດສິ່ງໃດສິ່ງໜຶ່ງທີ່ເປັນປະໂຫຍດໃຫ້ແກ່ຕົນແລະສັງຄົມ ປະເທດຊາດ ສາດສະໜາ ຂໍ້ນີ້ສຳຄັນ ການເວົ້າຈາອ່ອນຫວານມີເນື້ອຫາສາລະ ບໍ່ຂົ່ມເພິ່ນຍໍໂຕ ບໍ່ໂຈມຕີລັດທິອື່ນ ສາດສະໜາອື່ນ ແຕ່ໃຫ້ບອກວ່າສາສະໜາພຸດນີ້ດີຢ່າງນີ້ ມີຄຳສອນຢ່າງນີ້
2.ອະນູປະຄາໂຕ ການບໍ່ທຳຮ້າຍ ຢ່າໄປທຳຮ້າຍຄົນທີ່ບໍ່ເຫັນດີນຳ ຫລືໃຊ້ກຳລັງບັງຄັບໃຫ້ເຂົາມາສົນໃຈເຮົາ ປະຫວັດສາດພຣະພຸດທະສາດສະໜານັ້ນ ເປັນສາດສະໜາດຽວທີ່ບໍ່ມີສົງຄາມທາງສາດສະໜາ ບໍ່ຕໍ່ສູ້ກັນເອງ ບໍ່ຕໍ່ຕ້ານກັບລັດທິຫຼັກການໃດ ແມ່ນແຕ່ທາງການບ້ານການເມືອງ ຍ້ອນຄຳສອນຂໍ້ນີ້ເຮັດໃຫ້ສາດສະໜາພຸດໝັ້ນຄົງມາທຸກວັນ
3.ປາຕິໂມກເຂ ຈະ ສັງວະໂຣ ການສັງລວມໃນປາຕິໂມກ ງົດເວັ້ນຂໍ້ທີ່ຫ້າມ ເຮັດຕາມຂໍ້ທີ່ສັ່ງ ສິນຂອງພຣະກໍ່ 227 ຂໍ້ ພໍ່ອອກແມ່ອອກກໍ່ສິນ 5 ສິນ 8 ມີມາລະຍາດ ສຳລວມ ຕະຫຼອດເຖິງການປະຕິບັດຕາມກົດໝາຍບ້ານເມືອງ ປະເພນີອັນດີງາມຂອງບ້ານເມືອງ
4.ມັຕຕັນຍຸຕາ ຈະ ພັຕຕັສມິງ ຮູ້ຈັກປະມານໃນການກິນ ການບໍ່ລິໂພກ ການໃຊ້ສອຍສິ່ງຂອງຕ່າງ ໆ ບໍ່ຟູ້ມເຟີ້ ຮູ້ຈັກຄຸນຄ່າແທ້ ຄຸນຄ່າທຽມໃນສິ່ງຂອງຕ່າງ ໆ ບໍ່ເຫັນແກ່ແຕ່ກິນ ເຫັນແກ່ລາບສັກກາລະຈົນລືມເຮັດຕາມໜ້າທີ່ຂອງຕົນ
5.ປັນຕັນຈະ ສະຍະນາສະນັງ ການນັ່ງການນອນ ໃນທີ່ອັນສະຫງົບ ຢູ່ຕາມຄວາມພໍປະມານບໍ່ຫຼູຫຼາ ພຣະສົງນັ້ນພຣະພຸດທະເຈົ້າອະນຸຍາດໃຫ້ນອນໃນກ້ອງຕົ້ນໄມ້ ໃຫ້ຖືເປັນນິໃສ ຖ້າເຮົາຖືຄະຕິວ່າກິນເພື່ອອີ່ມ ນອນເພື່ອຫຼັບແລ້ວຢູ່ໃສກໍ່ສະບາຍ
6.ອະທິຈິຕເຕ ຂະ ອາໂຍໂຄ ການປະກອບຄວາມພຽນ ເຝິກຈິດຂອງຕົນໃຫ້ສະຫງົບ ໃຫ້ບໍລິສຸດ ມີສຸຂະພາບ ມີຄຸນນະພາບ ເພື່ອນຳໄປສູ່ການບັນລຸມັກຜົນນິບພານ
– ສຳລັບທີ່ມາຂອງຄຳວ່າບຸນເຂົ້າຈີ່ ມີທີ່ມາດັ່ງນີ້
– ສະໄໝພຣະພຸດທະເຈົ້າຊົງພຣະຊົນຢູ່ນັ້ນ ມີນາງທາສີທຸກໄຮ້ເຂັນໃຈໄຮ້ຊັບອັບປັນຍາຄົນໜຶ່ງ ຊື່ ປຸນນະທາສີ ນຶກເຫັນວ່າຕົນເອງນີ້ ເປັນຄົນທຸກໃນຊາດນີ້ ອາດບໍ່ເຄີຍທຳບຸນມາກ່ອນໃນຊາດທີ່ແລ້ວ ຄວນເຮົາຈະຂົນຂວາຍ ຫາຂອງທານໃຫ້ໄດ້ແຕ່ນາງກໍຈົນປັນຍາທີ່ຈະຫາຂອງທານ ໄປທານແກ່ພຣະສົງ ພຽງແຕ່ລ້ຽງຊີວິດຕົນເອກໍຍັງບໍ່ມີອັນຈະກິນ ນາງວັນນັ້ນ ນາງໄດ້ເອົາເຂົ້າໜຽວໜຶ່ງປັ້ນ ໄປເກືອກກັບຮຳອ່ອນ ແລ້ວກໍເອົາມາຈີ່ໄຟ ແລ້ວກໍພົກໃສ່ຫົວສິ້ນໄວ້, ແລ້ວກໍອອກໄປເຮັດວຽກໃຫ້ເຈົ້າ ນາຍ ໃນຂະນະທີ່ກຳລັງເດີນທາງໄປຢູ່ນັ້ນ ນາງເຫັນຄົນສ່ວນຫຼາຍທບຸນກັນໃນວັນມາຄະ ນາງກໍໄດ້ແຕ່ຄິດຢາກທຳບຸນ ກໍຫາວິທີຄິດເຮັດຢູ່ກໍບໍ່ເຫັນ ທາງ ໃນຂະນະນັ້ນເອງພຣະພຸດທະເຈົ້າຮູ້ໂດຍພຣະຍານ ຂອງພຣະອົງແລ້ວວ່າ “ນາງທາສີຄົນນີ້ ຈັກໄດ້ສິ້ນຊີວິດໃນວັນນີ້ ດ້ວຍແຮງສັດທາຂອງນາງທີ່ຢາກທຳບຸນ ຫາກນາງໄດ້ທຳບຸນ ກໍຈະໄດ້ໄປເກີດໃນສະຫວັນ ພຣະອົງຈຶ່ງສະເດັດໄປໂຜດນາງ ຫາກໄດ້ທານເຂົ້າຈີ່ກ້ອນໜຶ່ງ ກໍຈະມີອານິສົງ ນຳຕົນຂື້ນສູ່ຫວັນ” ແລະແລ້ວທັນໃດນັ້ນພຣະພຸດທະເຈົ້າກໍສະເດັດມາ ເຊິ່ງໜ້ານາງ ທາງຕົກໃຈ ເຫັນພຣະພຸດທະເຈົ້າກໍາລັງເດິນບິນທະບາດ ນາງກໍຄິດວ່າພຣະພຸດທະເຈົ້າກໍຕ້ອງການອາຫານ ນາງກໍ ຄິດໄດ້ວ່າອາຫານເຮົາມີເຂົ້າຈີປັ້ນດຽວ ຫາກເຮົາທານເຮົາກໍຫິວ ແຕ່ຖ້າເຮົາທານໃຫ້ພຣະພຸດທະເຈົ້າ ເຮົາກໍຈັກໄດ້ບຸນ ເກີດຊາດໜ້າເຮົາຈະບໍຣິບູນດ້ວຍໂພຄະຊັບ ນາງຈຶ່ງຄິດວ່າ “ເຖິງຫິວໃນຊາດນີ້ ແຕ່ຊາດໜ້າເຮົາຈະບໍ່ຫິວ” ຈຶ່ງຕັດສິນໃຈເອົາກ້ອນເຂົ້າຈີ່ໃນພົກສິ້ນນາງຖວາຍສົງ ລົງໄປໃນບາດພຣະພຸດທເຈົ້າ ພຣະພຸດທະເຈົ້າ ຮັບແລ້ວໃຫ້ພອນນາງ ເມື່ອນາງໃຫ້ທານໄປແລ້ວກໍດີໃຈ ປິຕິໂສມະນັດ ໃນຂອງທານຕົນ ແຕ່ເມື່ອພຣະພຸດທະເຈົ້າຮັບແລ້ວ ນາງຄິດວ່າພຣະອົງຈະສັນຂອງເຮົາບໍນໍ ນາງຄິດເຊັ່ນນັ້ນ ພຣະພຸດທະອົງກໍຊົງຮູ້ຄວາມຄິດນາງ ຈຶ່ງສະໜອງສັດທານາງທາສີຄົນນັ້ນໃຫ້ບໍຣິບູນ ພຣະອົງກໍສະເດັດເຂົ້າໄປປະທັບນັ່ງ ທີ່ຕ້ອງຕົ້ນໄມ້ຂ້າງທາງນັ້ນ ນາງທາສີເຫັນແລ້ວກໍຊື່ນໃນ ກໍກັບເມື່ອຢູ່ທີ່ຢູ່ຂອງຕົນດ້ວຍຄວາມປິຕິ ວັນນັ້ນເອງ ນາງກໍໄດ້ມໍນະກັມຕາມກຳນົດ ພຣະພຸດທະອົງຊາບແລ້ວກໍເທດສະໜາບອກພິກຂູສົງວ່າ “ນາງທາສິຄົນນັ້ນໄດ້ໄປເກີດ ເປັນນາງເທວະດາ ຊື່ປຸນນະເທບພະດາ” ຢູ່ຊັ້ນຕາວະຕິງສາ.
– ນັບແຕ່ນັ້ນມາ ຊາວພຸດຈຶ່ງນະຍົມເອົາເຂົ້າຈີ່ມາທານໃນວັນເດືອນ ໓ ເພັງນີ້.

ຮຽບຮຽບໂດຍ:
ສາທຸບຸນທຽນ ພຸດທະວະໂຣ, MA
ປະທານ ອພສ ແຂວງໄຊຍະບູລີ,
ກຳມະການສູນກາງ ອພສ
ເຈົ້າອາວາດວັດສີສະຫວ່າງວົງ.

.jpg

This site uses Akismet to reduce spam. Learn how your comment data is processed.