ສຸປປະພຸດທະກຸຕຖິສູຕ ວ່າດ້ວຍຊາຍເປັນໂຣຄຂີ້ເຮືອນຊື່ ສຸປປະພຸດທະ

ສຸປປະພຸດທະກຸຕຖິສູຕຣ

ວ່າດ້ວຍຊາຍໂຣກຂີ້ເຮືອນຊື່ສຸປປະພຸດທະ

ຂ້າພະເຈົ້າໄດ້ສະດັບມາຢ່າງນີ້ ສະໄໝຫນຶ່ງ ພຣະຜູ້ມີພຣະພາກປະທັບ ຢູ່ ພຣະເວລຸວັນ ກລັນທະກະນິວາປະສະຖານ ເຂດກຸງຣາຊະຄຶຫ໌ ສະໄໝນັ້ນ ຜຊາຍຄົນໜຶ່ງຊື່ ສຸປປະພຸດທະ ເປັນໂຣກຂີ້ເຮືອນ ຍາກຈົນ ກຳພ້າ ຍາກໄຮ້ ວັນໜຶ່ງ ພຣະຜູ້ມີພຣະພາກ ມີບໍລິສັດໝູ່ໃຫຍ່ແວດລ້ອມ ປະທັບນັ່ງສະແດງທຳຢູ່ ຊາຍໂຣກຂີ້ເຮືອນຊື່ ສຸປປະພຸດທະໄດ້ເຫັນໝູ່ມະຫາຊົນນັ້ນນັ່ງປະຊຸມກັນແຕ່ທີ່ໄກ ໄດ້ມີຄວາມຄິດດັ່ງນີ້ວ່າ “ຊົນທັງຫຼາຍກຳລັງແຈກຂອງຄ້ຽວຫຼືຂອງບໍລິໂພກ ໃນທີ່ນີ້ແນ່ນອນ ທາງທີ່ດີເຮົາຄວນເຂົ້າໄປສູ່ໝູ່ມະຫາຊົນນັ້ນ ເພິງໄດ້ຂອງຄ້ຽວຫລືຂອງບໍລິໂພກໃນທີ່ນີ້”

ລຳດັບນັ້ນ ຊາຍໂຣກຂີ້ເຮືອນຊື່ ສຸປປະພຸດທະໄດ້ເຂົ້າໄປສູ່ໝູ່ມະຫາຊົນນັ້ນ ໄດ້ເຫັນພຣະຜູ້ມີພຣະພາກ ມີບໍລິສັດໝູ່ໃຫຍ່ແວດລ້ອມ ປະທັບນັ່ງສະແດງທຳຢູ່ ຈິ່ງມີຄວາມຄິດດັ່ງນີ້ວ່າ “ຊົນທັງຫຼາຍຄົງຈະບໍ່ແຈກຂອງຄ້ຽວຫຼືຂອງບໍລິໂພກໃນທີ່ນີ້ ພຣະສະມະນະໂຄດົມນີ້ສະແດງໃນບໍລິສັດ ທາງທີ່ດີເຮົາຄວນຟັງທຳແດ່” ຈິ່ງນັ່ງລົງ ຢູ່ທີ່ສົມຄວນໃນທີ່ນັ້ນ ດ້ວຍການຕັ້ງໃຈວ່າ “ເຮົາຈະຟັງທຳ”

ຂະນະນັ້ນ ພຣະຜູ້ມີພຣະພາກຊົງມະນະສິການກຳນົດຈິດຂອງບໍລິສັດທຸກໝູ່ເຫຼົ່າ ດ້ວຍພຣະໄທ(ໃຈ)ວ່າ ໃນບໍລິສັດນີ້ ໃຜໜໍຄວນຮູ້ແຈ້ງທຳ ພຣະຜູ້ມີພຣະພາກທອດພຣະເນດ(ສາຍຕາ) ເຫັນຊາຍໂຣກຂີ້ເຮືອນຊື່ ສຸປປະພຸດທະ ນັ່ງຢູ່ໃນບໍລິສັດນັ້ນ ຈິ່ງຊົງພຣະດຳຣິດັ່ງນີ້ວ່າ

“ໃນບໍລິສັດນີ້ຊາຍຄົນນີ້ແລຄວນຮູ້ແຈ້ງທຳ”

ພຣະອົງຄ໌ ຊົງປາຣົບຊາຍໂຣກຂີ້ເຮືອນຊື່ ສຸປປະພຸດທະ ຈິ່ງຕັດອະນຸປຸບພິກະຖາ ຄື ຊົງປະກາດ

໑. ທານກະຖາ (ເລື່ອງທານ)

໒. ສີລກະຖາ (ເຄື່ອງສີລ)

໓. ສັຄຄະກະຖາ (ເລື່ອງສະຫວັນ)

໔. ກາມາທີນະວະກະຖາ (ເລື່ອງໂທດຄວາມຕ່ຳຊາມ ຄວາມເສົ້າໝອງແຫ່ງກາມ)

໕. ເນກຂັມມານິສັງສະກະຖາ (ເລື່ອງອານິສົງແຫ່ງການອອກຈາກກາມ)

ເມື່ອຊົງຊາບວ່າຊາຍໂຣກຂີ້ເຮືອນຊື່ສຸປປະພຸດທະມີຈິດຄວນບັນລຸທຳ ສະຫງົບ ອ່ອນ ປາສະຈາກນິວອນ ເບີກບານ ຜ່ອງໃສ່ ຈິ່ງຊົງປະກາດສາມຸກກັງສິກະເທດສະນາຂອງພຣະພຸດທະເຈົ້າທັງຫລາຍ ຄື ທຸກ ສະມຸໄທ ນິໂຣດ ມັກ ທຳມະຈັກຂຸອັນໄຮ້ທຸລີ ປາສະຈາກມົນທິນ ໄດ້ເກີດແກ່ຊາຍໂຣກຂີ້ເຮືອນຊື່ສຸປປະພຸດທະ ຢູ່ທີ່ນັ່ງນັ້ນເອງວ່າ ‘ສິ່ງໃດສິ່ງໜຶ່ງມີຄວາມເກີດຂຶ້ນເປັນທຳມະດາ ສິ່ງນັ້ນທັງປວງລ້ວນມີຄວາມດັບໄປເປັນທຳມະດາ’ ປຽບເໝືອນຜ້າຂາວສະອາດປາສະຈາກມົນທິນ ຄວນຮັບນ້ຳຍ້ອມໄດ້ເປັນຢ່າງດີ

ຄັ້ງນັ້ນແລ ຊາຍໂຣກຂີ້ເຮືອນຊື່ສຸປປະພຸດທະໄດ້ເຫັນທຳ ຂ້າມພົ້ນຄວາມສົງໄສ ປາສະຈາກຄວາມເຄືອບແຄງ ເຖິງຄວາມແຄ້ວຄາດ(ກ້າຫານ) ປາສະຈາກຄວາມມີຜູ້ອື່ນເປັນປັດໄຈ ໃນສາສະນາຂອງພຣະສາສະດາ ລຸກຈາກບ່ອນນັ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິ່ງທີ່ປະທັບ ຖວາຍອະພິວາດແລ້ວນັ່ງ ຢູ່ທີ່ຄວນໄດ້ຂາບທູນພຣະຜູ້ມີພຣະພາກດັ່ງນີ້ວ່າ

ຂ້າແຕ່ພຣະອົງຜູ່ຈະເລີນ ພາສິດຂອງພຣະອົງຊັດເຈນມ່ວນຫລາຍ(ຍິ່ງນັກ) ຂ້າແຕ່ພຣະອົງຜູ້ຈະເລີນ ພາສິດຂອງພຣະອົງຊັດເຈນມ່ວນຫລາຍ ພຣະຜູ້ມີພຣະພາກປະກາດທັມແຈ່ມແຈ້ງໂດຍປະການຕ່າງໆ ປຽບເໝືອນບຸກຄົນຫງາຍຂອງທີ່ຄວຳ ເປີດຂອງທີ່ປິດ ບອກທາງແກ່ຜູ້ຫຼົງທາງ ຫຼືຕາມປະທີບໃນທີ່ມືດ ໂດຍຕັ້ງໃຈວ່າ “ຄົນມີຕາດີຈະເຫັນຮູບໄດ້” ຂ້ານ້ອຍນີ້ ຂໍເຖິງພຣະຜູ້ມີພຣະພາກ ພ້ອມທັງພຣະທຳແລະພຣະສົງ ເປັນສະຣະນະ(ທີ່ເພິ່ງ) ຂໍພຣະຜູ້ມີພຣະພາກ ຈົ່ງຊົງຈຳຂ້ານ້ອຍວ່າ ເປັນອຸບາສົກຜູ້ເຖິງສະຣະນະ ຕັ້ງແຕ່ວັນນີ້ເປັນຕົ້ນໄປຈົນຕະຫຼອດຊີວິດ

ເມື່ອຊາຍໂລກຂີ້ເຮືອນຊື່ສຸປປະພຸດທະ ໄດ້ຟັງພຣະດຳລັດ ທີ່ພຣະຜູ້ມີພຣະພາກ ຊົງຊີ້ແຈງໃຫ້ແຈ້ງ ສວນໃຈໃຫ້ຢາກຮັບເອົາໄປປະຕິບັດ ເລົ້າໃຈໃຫ້ອາດຫານແຄ້ວຄາດ ປອບໂຍນໃຈໃຫ້ສົດຊື່ນລ່າເລີງດ້ວຍທຳມິກະຖາແລ້ວກໍຊື່ນຊົມຍິນດີ ພຣະພາສິດທີ່ພຣະຜູ້ມີພຣະພາກຕັດແລ້ວ ຈຶ່ງລຸກຈາກບ່ອນນັ່ງ ຖວາຍອະພິວາທແລ້ວລຸກຂຶ້ນທຳປະທັກສິນຈາກໄປ ທັນໃດນັ້ນເອງ ງົວແມ່ລູກອ່ອນ ໄດ້ຂວິດຊາຍໂລກຂີ້ເຮືອນຊື່ສຸປະພຸດທະຜູ້ຈາກໄປ ບໍ່ດົນຈົນລົ້ມລົງເສຍຊີວິດ

ລຳດັບນັ້ນ ພິກຂຸຈຳນວນຫຼາຍເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖວາຍອະພິວາດແລ້ວນັ່ງຢູ່ທີ່ສົມຄວນ ໄດ້ຂາບທູນພຣະຜູ້ມີພຣະພາກວ່າ ” ຂ້າແຕ່ພຣະອົງຜູ້ຈະເລີນ ຊາຍໂຣກຂີ້ເຮືອນຊື່ສຸປປະພຸດທະຜູ້ໄດ້ຟັງ ພຣະດຳລັດ ທີ່ພຣະອົງຊົງຊີ້ແຈງໃຫ້ເຫັນແຈ້ງ ຊວນໃຈໃຫ້ຢາກຮັບເອົາໄປປະຕິບັດ ເລົ້າໃຈໃຫ້ອາດຫານແຄ້ວຄາດ ປອບໂຍນໃຈໃຫ້ສົດຊື່ນລ່າເລີງດ້ວຍທຳມິກະຖາ ເຂົາເສຍຊີວິດແລ້ວ ຄະຕິຂອງເຂົາເປັນຢ່າງໃດ ພົບໜ້າ(ຊາດຕໍ່ໄປ)ຂອງເຂົາເປັນຢ່າງໃດ ຂ້ານ້ອຍ”

ພຣະຜູ້ມີພຣະພາກຕັດວ່າ “ພິກຂຸທັງຫຼາຍ ຊາຍໂຣກຂີ້ເຮືອນຊື່ສຸປປະພຸດທະ ເປັນບັນດິດ ປະຕິບັດທຳສົມຄວນແກ່ທຳ ແລະບໍ່ບຽດບຽນເຮົາໃຫ້ລຳບາກ ເພາະທຳເປັນເຫດ ຊາຍໂຣກຂີ້ເຮືອນຊື່ ສຸປປະພຸດທະ ເປັນໂສດາບັນ ເພາະລະສັງໂຍດ 3 ປະການໝົດສິ້ນໄປ ບໍ່ມີທາງຕົກຕ່ຳ ມີຄວາມແນ່ນອນທີ່ຈະສຳເລັດສຳໂພທິ ໃນວັນຂ້າງໜ້າ

ເມື່ອພຣະຜູ້ມີພຣະພາກຕັດຢ່າງນີ້ ພິກຂຸອົງໜຶ່ງໄດ້ຂາບທູນ ພຣະຜູ້ມີພຣະພາກດັ່ງນີ້ວ່າ “ຂ້າແຕ່ພຣະອົງຜູ້ຈະເລີນ ແມ່ນຫຍັງໜໍເປັນເຫດ ແມ່ນຫຍັງເປັນປັດໄຈທີ່ເຮັດໃຫ້ຊາຍຊື່ສຸປປະພຸດທະ ເປັນໂຣກຂີ້ເຮືອນ ຍາກຈົນ ກຳພ້າ ຍາກໄຮ້, ຂ້ານ້ອຍ”

ພຣະຜູ້ມີພຣະພາກຕັດດວ່າ ພິກຂຸທັງຫຼາຍ ຊາດກ່ອນ ຊາຍໂຣກຂີ້ເຮືອນຊື່ສຸປປະພຸດທະເປັນບຸດເສດຖີໃນກຸງຣາຊະຄຶນີ້ເອງ ເຂົາອອກໄປສວນສະທາລະນະ ໄດ້ເຫັນພຣະປັດເຈກະພຸດທະເຈົ້ານາມວ່າ ຕຄຣສິຂີ ກຳລັງເດີນບິນດະບາດໃນພຣະນະຄອນ ເຂົາຄັນເຫັນແລ້ວ ຈຶ່ງໄດ້ມີຄວາມຄິດຢ່າງນີ້ວ່າ ‘ໃຜນີ້ ເປັນໂຣກຂີ້ເຮືອນຫົ່ມຜ້າເປື້ອນທ່ຽວໄປ’ ແລ້ວຖົ່ມນ້ຳລາຍເດີນແຊງໄປທາງດ້ານຊ້າຍ ເພາະຜົນແຫ່ງກຳນັ້ນ ເຂົາໄໝ້ຢູ່ໃນນະຣົກຫລາຍ ໑໐໐ ຫລາຍ ໑,໐໐໐ ຫລາຍ ໑໐໐,໐໐໐ ປີ ເພາະເສດແຫ່ງວິບາກກຳນັ້ນຍັງເຫລືອຢູ່ ເຂົາຈິ່ງເກີດເປັນຊາຍໂຣກຂີ້ເຮືອນ ຍາກຈົນ ກຳພ້າ ຍາກໄຮ້ໃນກຸງຣາຊະຄຶນີ້ເອງ ເຂົາອາໄສທຳວິໄນທີ່ຕະຖາຄົດປະກາດໄວ້ແລ້ວ ຍຶດໝັ້ນສັດທາ ສີນ ສຸຕະ ຈາຄະ ປັນຍາ, ເຂົາຄັນໄດ້ອາໄສທຳວິໄນທີ່ຕະຖາຄົດປະກາດໄວ້ແລ້ວ ຍຶດໝັ້ນສັດທາ ສີນ ສຸຕະ ຈາຄະ ປັນຍາ ຫລັງຈາກເຂົາຕາຍແລ້ວ ເຂົາຈຶ່ງໄປເກີດໃນສຸຄະຕິໂລກສະຫວັນ ເຂົ້າເຖິງຄວາມເປັສຜູ້ຢູ່ຮ່ວມກັບເທວະດາຊັ້ນດາວະດຶງ ແລະຮຸ່ງເຮືອງ(ຣຸ່ງໂຣຈ)ເໜືອກວ່າເທວະດາເຫລົ່າອື່ນ ໃນຊັ້ນດາວະດຶງນັ້ນ ດ້ວຍວັນນະ ແລະຍົດ”

ລຳດັບນັ້ນ ພຣະຜູ້ມີພຣະພາກຊົງຊາບເນື້ອຄວາມນັ້ນແລ້ວ ຈຶ່ງເປັ່ງອຸທານນີ້ ໃນເວລານັ້ນວ່າ

#ພຸດທະອຸທານ

ບັນດິດໃນໂລກນີ້ ເມື່ອຍັງມີຄວາມບາກບັ່ນຢູ່ ຄວນລະເວັ້ນບາບທຸກຢ່າງ ເໝືອນຄົນຕາດີລະເວັ້ນທາງບໍ່ດີ ສະນັ້ນ.

ພຣະໄຕຣປິດົກພາສາໄທ(ມຈຣ) ເຫຼັ້ມ ໒໕ ໜ້າ ໒໕໕ ຂໍ້ ໔໓.

ນຳສະເໜີໂດຍ: ພຣະອາຈາຣຍ໌ຄຳແພງ ປະວັດທະໂນ

Ekaggacitto Bhikkhu

Lao Buddhism is a website designed for Lao Buddhist Community.

Ekaggacitto Bhikkhu has 81 posts and counting. See all posts by Ekaggacitto Bhikkhu

This site uses Akismet to reduce spam. Learn how your comment data is processed.