ບົດຮຽນລ້ຳຄ່າຈາກເຮືອນດີ

ບົດຮຽນລ້ຳຄ່າຈາກບຸນເຮືອນດີ

ຄວາມໝາຍ:

ຄຳວ່າ “ ເຮືອນດີ ” ເປັນຄຳເວົ້າທີ່ສັນສ້າງຂຶ້ນມາເພື່ອໃຫ້ຮູ້ສຶກດີ ເມື່ອໄດ້ຟັງ. ຜູ້ເຖົ້າຜູ້ແກ່ບາງຄົນກໍບອກວ່າ ຄຳວ່າ ເຮືອນດີ ໝາຍເຖິງ ດີແລ້ວທີ່ຜູ້ຈາກໄປ ໄດ້ໝົດທຸກ ໝົດໂສກ ໝົດກັມ ໝົດເວນແລ້ວ ເຊິ່ງເປັນຄວາມໝາຍທີ່ກົງ ກັນຂ້າມກັບ ຄວາມເປັນຈິງຂອງກົດແຫ່ງກັມແທ້ໆ. ດ້ວຍເຫດໃດຈິ່ງວ່າແນວນັ້ນ? ກໍຍ້ອນວ່າ ຖ້າເວົ້າເຖິງຫລັກການທາງພຸດທະສາສນາແລ້ວ ຄວາມຕາຍບໍ່ແມ່ນຈຸດສິ້ນສຸດຂອງມວນມະນຸດຫລືສັບພະສັດ, ເຖິງແມ່ນວ່າ ຊາດນີ້ຈະສີ້ນສຸດລົງແລ້ວ ແຕ່ພົບຊາດອື່ນຍັງມີຢູ່ຂ້າງໜ້າ, ດວງຈິດຂອງບຸກຄົນນັ້ນ ຍັງຈະລ່ອງລອຍໄປໃນວັດຕະສົງສານອີກນານແສນນານ ແລະຈະສະເຫວີຍຜົນກັມຕາມທີ່ຕົນໄດ້ກໍ່ໄວ້ໃນຄາວທີ່ເປັນມະນຸດອີກ.

            ໃນອີກທັດສະນະບອກວ່າ ຄຳວ່າ ເຮືອນດີ ແມ່ນພວກເຮົາພາກັນເອີ້ນ ເພື່ອໃຫ້ພໍ່ແມ່ຍາດຕິພີ່ນ້ອງຂອງ ຜູ້ທີ່ຢູ່ເບື້ອງຫລັງ ຮູ້ສຶກບໍ່ໂສກເສົ້າເກີນໄປ ຖືວ່າເປັນການຜ່ອນຄາຍແບ່ງເບົາຄວາມທຸກໂສກ ຈິ່ງໃສ່ຊື່ວ່າເຮືອນດີ.

 

ການສົ່ງສະການ

         ໝາຍເຖິງການສົ່ງຊາກສົບໄປປ່າຊ້າ ເພື່ອຈູດເຜົາຕາມປະເພນີ.ໃນການປະຕິບັດດັ້ງເດີມຕໍ່ຊາກສົບ ອາດຈະບໍ່ມີການຈູດເໝືອນກັບສະໄໝດຽວນີ້ ຖ້າເຮົາສຶກສາຍ້ອນຄືນໄປຍັງວິທີປະຕິບັດໃນອິນເດຍ ມີຫລາຍ ເລື່ອງລາວປາກົດໃນຄຳພີວ່າ ພຣະສົງໄດ້ໄປສູດບັງສຸກຸນເອົາຜ້າທີ່ເຂົາຫໍ່ສົບທີ່ວາງໄວ້ໃນປ່າຊ້າ ມາເຮັດເປັນຜ້າຄຸມ ກໍຍ້ອນວ່າ ເຂົາເຈົ້ານິຍົມເອົາຊາກສົບນັ້ນໄປວາງໄວ້ໃຫ້ແຮ້ງ ແລະ ສັດສາວາສິ່ງ ບາງຈຳພວກກິນ ແລະ ບາງທີ ກໍທຳການຝັງ. ແຕ່ຕໍ່ມາ ກໍໄດ້ມີວິວັດທະນາການເກີດຂຶ້ນ ໂດຍປ່ຽນຈາກການຝັງແລະປະໄວ້ຊະຊາຍ ກາຍມາ ເປັນການຈູດ ເນື່ອງຈາກວ່າ ການຝັງສົບ ອາດເປັນການແຜ່ເຊື້ອພະຍາດຈາກຜູ້ເສຍຊີວິດແລ້ວນັ້ນ ໃຫ້ລະບາດ ສູ່ຄົນທີ່ຍັງມີຊີວິດ ສະນັ້ນ ຈິ່ງພັດທະນາມາເປັນການຈູດ. ແລະອີກຢ່າງໜຶ່ງ ພວກເຮົາອາດ ຈະຮຽນແບບ ຈາກເລື່ອງລາວ ໃນພຸດທະປະຫວັດທີ່ວ່າ ແມ່ນແຕ່ສະຣີຣະສັງຂາຣຂອງ ພຣະພຸດທະເຈົ້າກໍຍັງຈູດນັ້ນເອງ.

ສິ່ງທີ່ຄວນສຶກສາຮຽນຮູ້ຈາກການໄປສົ່ງສະການກໍມີປະໂຫຍດມາກມາຍ. ທີ່ຈິງແລ້ວ ໃນເວລາສົ່ງສະການ ຫລືການໄປສູດເຮືອນດີ ເປັນຊ່ວງເວລາທີ່ພຣະສົງສາມະເນນ ລວມທັງຜູ້ຄົນທີ່ຍັງມີຊີວິດຢູ່ນີ້ ຄວນໄດ້ພິຈາຣະນາທັມ ໃຫ້ເຫັນເຖິງກົດເກນ ແຫ່ງຄວາມບໍ່ທ່ຽງຂອງຊີວິດ ວ່າທຸກຊີວິດເມື່ອເກີດມາແລ້ວ ກໍຍ່ອມມີການພັດພາກຈາກກັນ ໄປໃນທີ່ສຸດ ບໍ່ມີໃຜຜູ້ໃດຈະຫລີກເວັ້ນໄດ້. ທັມມະທີ່ຄວນນຳມາພິຈາຣະນາກໍຄື ຫລັກທັມແຫ່ງຄວາມເປັນໄຕຣລັກຄື: ອະນິຈຈັງ, ທຸກຂັງ, ອະນັດຕາ ເພື່ອໃຫ້ເກີດທັມມະສັງເວດໃນໃຈ ຄາຍຄວາມມ່ວນຊື່ນລື່ນເລີງ ແລະຄາຍຄວາມ ປະໝາດ ໃນການດຳເນີນຊີວິດ.

ແຕ່ໜ້າເສຍດາຍແທ້ໆ ສິ່ງທີ່ໜ້າສັງເວດທີ່ຖືກພົບເຫັນເປັນປະຈຳເວລາມີງານສົບຫລືເຮືອນດີ ກໍຄົງຈະຫລີກບໍ່ໄດ້ໃນເລື່ອງຂອງການຫລີ້ນການພະນັນ ໂດຍມີເຈຕະນາຕັ້ງວົງເກືອບຄົບວົງຈອນ. ເວລາໄປສົ່ງສະການ ກໍພາກັນມີສີໜ້າຍິ້ມແຍ້ມເບີກບານ ມ່ວນຊື່ນໂຮແຊວ, ຟ້າວໄປ ຟ້າວຈູດ ຟ້າວກັບຫລາຍກວ່າທີ່ຈະມີໂອກາດພິຈາຣະນາທັມ. ໃນເວລາທີ່ພຣະສົງໃຫ້ບຸນ ມີໜ້ອຍຄົນຈະຫັນມາປະນົມມື ສ່ວນໃຫຍ່ມົວແຕ່ໂສກັນ, ຢອກໄຍກັນ, ມ່ວນຊື່ນເຮຮາ ໂດຍທີ່ບໍ່ມີທັມມະໃດໆຊີຊອດ ເຂົ້າໄປໃນໃຈໃຫ້ເກີດ ການຕື່ນຮູ້ເບີກບານເລີຍ.

ຖ້າຫາກບຸກຄົນໃດມີບຸນປາຣະມີທີ່ໄດ້ສັ່ງສົມມາດີແລ້ວ ເມື່ອພິຈາຣະນາຊີວິດໂດຍການຖືເອົາ ມໍຣະນານຸດສະຕິ ຄືການລະນຶກ ເຖິງຄວາມຕາຍເປັນປະຈຳ ກໍຈະເປັນຜູ້ທີ່ບໍ່ປະໝາດໃນການດຳເນີນຊີວິດ. ແຕ່ຖ້າບຸກຄົນໃດ ບໍ່ຮູ້ສຶກສັງເວດໃດໆເລີຍໃນເມື່ອປະເຊີນໜ້າກັບຄວາມຕາຍຂອງບຸກຄົນອື່ນທີ່ຢູ່ອ້ອມຂ້າງ ສະແດງວ່າ ບຸກຄົນນັ້ນ ຍັງບໍ່ທັນມີບຸນປາຣະມີແກ່ກ້າ ຍັງອີກນານແສນນານຈະຕ້ອງວຽນວາຍຕາຍເກີດເລື້ອຍໄປ. ຖ້າບຸກຄົນໃດ ເຫັນຄວາມຕາຍເປັນບົດຮຽນ ສາມາດປົງທັມມະສັງເວດ ແໜ່ງໜ່າຍໃນຊີວິດ ເຫັນຄວາມບໍ່ທ່ຽງຂອງສັບພະສິ່ງໃນໂລກນີ້ໄດ້ ບຸກຄົນນັ້ນ ເປັນຜູ້ມີປັນຍາແຫ່ງການຮູ້ແຈ້ງທີ່ຢູ່ໃນໃຈ ແລະພ້ອມຈະເບັ່ງບານອອກມາໃນມື້ໃດມື້ໜຶ່ງແນ່ນອນ.

ການໃຫ້ບຸນ

ການໃຫ້ບຸນເປັນຄຳເວົ້າທີ່ຕິດປາກຂອງຄົນລາວເຮົາມາແຕ່ສະໄໝໃດກໍບໍ່ຮູ້. ຄຳວ່າ ການໃຫ້ບຸນ ໝາຍເຖິງການນິມົນຄູບາໄປສູດພຣະອະພິທັມເຈັດຄຳພີ ຫລື ກຸສະລານ້ອຍ ກຸສະລາໃຫຍ່. ຄົນສ່ວນໃຫຍ່ ພາກັນເຊື່ອກັນວ່າ ເປັນການສູດໃຫ້ຄົນທີ່ລ່ວງລັບໄປແລ້ວນັ້ນ ໃຫ້ໄປສູ່ພົບພູມທີ່ດີ ຫລືແມ່ນແຕ່ເວລາພຣະໃຫ້ສີນ ກໍຍັງພາກັນເຄາະໂຮງສົບ ເພື່ອບອກວ່າ ພໍ່ເອີຍ! ແມ່ເອີຍ! ຮັບສິນເດີ. ແທ້ຈິງແລ້ວ ຄູບາອາຈານ ທີ່ໄປສູດ ມາຕິການັ້ນ ແມ່ນມີຈຸດປະສົງສູດເພື່ອໃຫ້ຄົນທີ່ຍັງມີຊີວິດນີ້ໄດ້ຮຽນຮູ້ທັມມະ ເຊິ່ງເປັນສັດຈະທັມຂອງຊີວິດ ບໍ່ແມ່ນຈະມີຈຸດປະສົງສູດສົ່ງຄົນຕາຍແຕ່ຢ່າງໃດ. ໃນຫລັກແຫ່ງຄວາມເປັນຈິງແລ້ວ, ການສະມາທານສີນ ຄວນຈະຮັກສາເນື່ອງໆເມື່ອຍັງມີຊີວິດຢູ່ ບໍ່ແມ່ນຈະລໍຖ້າເຄາະຝາໂຮງສົບ ຕອນທີ່ຕາຍໄປແລ້ວ. ສະນັ້ນ, ຄົນທີ່ຄວນຮຽນຮູ້ເພື່ອໃຫ້ເກີດປະໂຫຍດໃນການສູດມາຕິການັ້ນ ຄວນແມ່ນໜ້າທີ່ຂອງຄົນທີ່ຍັງມີຊີວິດ ເປັນຜູ້ທີ່ຟັງແລ້ວນຳເອົາໄປປະຕິບັດ. ບໍ່ສະເພາະແຕ່ເທົ່ານັ້ນ, ພຣະສົງທີ່ຖືກນິມົນມາສູດນັ້ນ ກໍຖືວ່າເປັນການ ມາເພື່ອພິຈາຣະນາມໍຣະນານຸດສະຕິ ຫລື ການຈະເລີນກັມມະຖານທີ່ຖືເອົາຄວາມຕາຍເປັນອາຣົມ ເພື່ອໃຫ້ເກີດ ຄວາມແໜ່ງໃນໃນຊີວິດ ໃຫ້ຈາງຄາຍຈາກຕັນຫາທີ່ຍັງຫລົງໄຫລຢູ່ໃນຄວາມຈົບຄວາມງາມ ອັນເປັນ ເຫຍື່ອທີ່ຈະພາໃຫ້ຕິດຂ້ອງຢູ່ໃນໂລກນີ້.

ການຄົບງັນເຮືອນດີ

ຕາມການເລົ່າຂານສືບມາ ໃນສະໄໝກ່ອນ ເມື່ອມີເຮືອນດີເກີດຂຶ້ນ ຊາວບ້ານຈະນິຍົມຄົບ ງັນດ້ວຍ ການນິມົນພຣະສັງຄະເຈົ້າ ອ່ານໜັງສືຜູກໃບລານ ຟັງນິທານຊາດົກຮ່ວມກັນຢ່າງມ່ວນຊື່ນເບີກບານໃນທັມ ຖືໄດ້ວ່າເປັນໂອກາດແຫ່ງການສຶກສາຮຽນຮູ້ຫລັກຄຳສອນທາງພຣະພຸດທະສາສນາຈາກພຣະສົງອົງຄະເຈົ້າ. ສະນັ້ນ, ຄົນບູຮານຈິ່ງມັກມີນິທານເລົ່າສູ່ລູກຫລານຟັງ ເພື່ອເປັນຄະຕິທັມຄຳສອນ ອົບຮົມບົ່ມນິໄສເປັນຢ່າງດີ.

ໃນສະໄໝທີ່ຜູ້ຂຽນຍັງນ້ອຍ ເຄີຍຈື່ຈຳໄດ້ວ່າ ເວລາມີເຮືອນດີ ຊາວບ້ານມັກມານັ່ງອົບອຸ່ນກັນ ແລະ ມີຄູບາທີ່ເປັນເຈົ້າຫົວພາຍໃນວັດບ້ານນັ້ນມາອົບອຸ່ນນຳ ຫລືບໍ່ກໍມີຈົວທີ່ບວດຈູງໃຫ້ຍາດພີ່ນ້ອງທີ່ລ່ວງ ລັບໄປແລ້ວນັ້ນ ໄດ້ພາກັນມາອົບອຸ່ນໃນແຕ່ລະຄືນ ໂດຍທີ່ບໍ່ຮີບດ່ວນສິກຂາລະເພດໄປໄວວາເໝືອນດັ່ງໃນປັດຈຸບັນນີ້. ຖ້າເວົ້າເລື່ອງອາຫານ ເຂົ້າປຽກ,ວິ່ກວ໋າງ, ບັ໋ນກັ໋ນ, ຕຳໝາກຮຸ່ງ, ຂົ້ວໃນໝາກຂາມແລ້ວແຊ່ນ້ຳເກືອ ມັກຈະຖືກຍໍມາເສີບໃນຍາມເດິກ ເຊິ່ງເປັນອຸບາຍໃຫ້ຄົນທີ່ມາງັນເຮືອນດີໄດ້ຢູ່ອົບອຸ່ນຈົນຮອດເດິກ ແລະການພະນັນກໍບໍ່ມີຫລາຍ.

ຖ້າເວົ້າເຖິງກິດຈະກັມໃນການເຮັດບຸນເຮືອນດີແລ້ວ ຊາວບ້ານທີ່ຢູ່ເຂດຊົນນະບົດທີ່ຂ້າພະເຈົ້າຈາກມາ ຈະມີຄວາມສາມັກຄີຊ່ວຍເຫລືອກັນຫລາຍ, ສົມມຸດວ່າມື້ອື່ນຈະເປັນມື້ສັງຄະທານແຈກເຂົ້າ, ມື້ນີ້ພໍ່ແມ່ພີ່ນ້ອງ ເພື່ອນມິດສະຫາຍ ຫລືປະຊາຊົນໃນບ້ານດຽວກັນນັ້ນ ຈະມາເຮັດຜາສາດເຜີ້ງ, ຫຍິບໝາກເບັງ, ກະກຽມເຄື່ອງ ເຮັດບຸນຊ່ວຍກັນ ເຊິ່ງເຫັນແລ້ວອົບອຸ່ນ ບົ່ງບອກເຖິງຄວາມສາມັກຄີມີນ້ຳໃຈແບ່ງເບົາສຸກທຸກຮ່ວມກັນ.

ສະຫລຸບ

ສະຫລຸບຄື ຄວາມຕາຍເປັນບົດຮຽນຊີວິດທີ່ຍິ່ງໃຫຍ່ໃຫ້ເຮົາພິຈາຣະນາ ເຖິງແມ່ນວ່າເຮົາຈະມັກຫລືບໍ່ມັກ ມັນກໍຈະມາເຖິງວາລະຂອງເຮົາບໍ່ມື້ໃດກໍມື້ໜຶ່ງຢູ່ດີ. ການໃຊ້ຊີວິດຢູ່ຢ່າງປະໝາດ ໂດຍບໍ່ຮູ້ຈັກປະມານໃນການດຳເນີນຊີວິດ ແລະບໍ່ຮູ້ຈັກພິຈາຣະນາໃຫ້ເກີດປັນຍາຈາກຄວາມພັດພາກ ກໍໄດ້ຊື່ວ່າເປັນຜູ້ທີ່ຍັງຫລົງໄຫລໃນໂລກ. ສະນັ້ນ, ບົດຮຽນຈາກເຮືອນດີ ຫລືຄວາມພັດພາກ ຈິ່ງຄວນເປັນບົດຮຽນສຳຄັນໃນຊີວິດ ທີ່ທຸກຄົນຄວນມີໄວ້ພິຈາຣະນາ ເພື່ອທີ່ຈະບໍ່ໄດ້ດຳເນີນຊີວິດຢູ່ຢ່າງປະໝາດ.

 

 

 

 

This site uses Akismet to reduce spam. Learn how your comment data is processed.