ມະໂຫສົດບັນດິດ

ຄັ້ງນຶ່ງ ນານມາແລ້ວ …

ຄັ້ງນັ້ນ, ພຣະເຈົ້າວິເທຫະຣາຊສະເວີຍຣາຊະສົມບັດ ຢູ່ໃນເມືອງມິຖິລາ ພຣະອົງມີ ນັກປາດປະຈໍາຣາຊະສໍານັກຢູ່ 4 ຄົນ ຄື : ເສນນະກະ, ປຸກກຸສະ, ກາມິນ ແລະ ເທວິນ ຄັນໃນ ເວລາທີ່ພຣະມະໂຫສົດ ຖືປະຕິສົນທິ ພຣະອົງໄດ້ຊົງພຣະສຸບິນແປກປະລາດໃນເວລາຈວນໃກ້ຮຸງວ່າ

“ມີໄຟ 4 ກອງ ສູງ ເທົ່າກໍາແພງວັງ ເກີດຂຶ້ນໃນມຸມກໍາແພງວັງທັງ 4 ແຕ່ອີກກອງນຶ່ງ ໄດ້ເກີດຂຶ້ນໃນຖາມກາງກອງໄຟເຫລົ່ານັ້ນ ແລະ ໄດ້ຮຸ່ງເຮືອງໂຊດຕະນາການ ຖ້ວມກອງໄຟ ເຫລົ່ານັ້ນ ໃນເວລາໜ້ອຍນຶ່ງ ແລ້ວກໍພຸ່ງສູງຂຶ້ນຈົນກະທັ່ງຊັ້ນພຣົມ ສະຫວ່າງສະໄຫວໄປທົ່ວຈັກກະວານ ເບິ່ງເຫັນແມ່ນແຕ່ເມັດຜັກກາດທີ່ຕົກລົງໄປໃນທີ່ທຸກສະຖານ ປວງປະຊາແລະເຫລົ່າເທວະດາ ມານ ພຣົມ ຕ່າງພາກັນບູຊາກອງໄຟນັ້ນ ແລ້ວພາກັນຍ່າງຜ່ານໄປມາ ລະວ່າງກອງໄຟນັ້ນໄດ້ຕາມສະບາຍ ບໍ່ມີຄວາມຮ້ອນຈັກໜ່ອຍເລີຍ”

ຄັນແລ້ວ ກໍສະດຸ້ງຕົກພຣະໄທຕື່ນ ພຣະອົງໄດ້ຕັດຖາມນັກປາດທັງ 4 ເຫລົ່ານັ້ນ ເສນນະກະ ທູນວ່າ .

“ພຣະອົງຈະໄດ້ນັກປາດຜູ້ມີປັນຍາອີກຄົນນຶ່ງ ຄົນນີ້ເປັນຄົນທີ່ມີປັນຍາຍິ່ງກ່ວາ ຂ້າພຣະເຈົ້າທັງ 4 ຂະນ້ອຍ”

“ນັກປາດ ຄົນນັ້ນຢູ່ທີ່ໃດເດ່? ທ່ານເສນນະກະ” ພຣະອົງຕັດຖາມດ້ວຍຄວາມດີໃຈ

“ນັກປາດຄົນໃຫມ່ນັ້ນຕ້ອງຖືປະຕິສົນທິ ໃນຄັນມາຣດາ ຫລື ປະສູດຈາກຄັນມາຣດາ ໃນເວລາທີ່ພຣະອົງຊົງພຣະສຸບິນ ຂະນ້ອຍ” ເສນນະກະທູນໃນທີ່ສຸດ …

ຈໍາເດີມແຕ່ນັ້ນມາ ….

ພຣະເຈົ້າວິເທຫະຣາຊ ກໍຊົງຣະລຶກເຖິງຖ້ອຍຄໍາພະຍາກອນຂອງເສນນະກະຢູ່ສະເໝີ ຈິງຢູ່ ໃນຂະນະທີ່ພຣະອົງຄ໌ຊົງພຣະສຸບິນນັ້ນ ເປັນເວລາທີ່ພຣະໂພທິສັດຈຸຕິຈາກສະຫວັນຊັ້ນດາວະດິງລົງມາຖືປະຕິສົນທິໃນຄັນຂອງນາງສຸມະນະເທວີ ພັນລະຍາຂອງສິຣິວັດທະນະກະ ເສດຖີໃນບ້ານປາຈີນວະຍະມັດຊະຄາມ ທາງປະຕູດ້ານທິດຕາເວັນອອກ ແຫ່ງກຸງມິຖິລາ ນະຄອນ ແລະພ້ອມກັນນັ້ນ ຍັງມີເທພະບຸດອີກນຶ່ງພັນອົງ ຈຸຕິລົງຖືປະຕິສົນທິໃນຄັນແຫ່ງ ອະນຸພັນລະຍາຂອງທ່ານເສດຖີດ້ວຍ…

ຄັນຄົບ 10 ເດືອນ ແລ້ວ ມະໂຫສົດກຸມານກໍ່ຄອດອອກມາຈາກຄັນມາຣດາ ພໍດີຂະນະ ນັ້ນ ພຣະອິນຊົງກວດເບິ່ງມະນຸສໂລກ ຊົງຊາບເຫດແລ້ວ ໄດ້ນໍາຕ່ອນທິພພະຍະໂອສົດມາວາງໄວ້ໃນມືຂອງກຸມານນ້ອຍ ໂດຍບໍ່ໃຫ້ຜູ້ໃດເຫັນ ແລ້ວສະເດັດນິວັດສູ່ສະຫວັນ ສ່ວນພຣະກຸມານໄດ້ກໍາຕ່ອນທິພພະຍະໂອສົດນັ້ນໄວ້ ເມື່ອມາຣດາເບິ່ງເຫັນ ຈຶ່ງຖາມວ່າ

“ເຈົ້າໄດ້ອັນໃດມານໍາດ້ວຍ ນະ ລູກ?”

“ໄດ້ຢາມານໍາດ້ວຍ ນະ ແມ່” ກຸມານນ້ອຍຕອບ ແລ້ວສົ່ງຕ່ອນຢານັ້ນໃຫ້ ແມ່ ຈົ່ງໃຊ້ຮັກສາຜູ້ເຈັບໄຂ້ໄດ້ປ່ວຍ ເຖີດ ແມ່ ”

ມາຣດາໄດ້ຟັງດັ່ງນັ້ນກໍດີໃຈ ນໍາຕ່ອນທິພພະຍະໂອສົດໄປໃຫ້ ເສດຖີ ຊຶ່ງປ່ວຍເປັນໂລກເຈັບຫົວມາ 6 ປີແລ້ວ ພໍໄດ້ທິພພະຍະໂອສົດນັ້ນແລ້ວ ຈັດການຝົນທາໜ້າຜາກພຽງເລັກນ້ອຍ ເທົ່ານັ້ນ ອາການເຈັບປ່ວຍຂອງເສດຖີກໍຫາຍໄປເໝືອນປິດຖິ້ມ.

ຕໍ່ແຕ່ນັ້ນມາ ຊາວເມືອງຜູ້ເຈັບປ່ວຍ ເປັນໂຣຄຕ່າງໆ ກໍ່ມາຮັບການຮັກສາຈາກສິຣິ ວັດທະນະກະເສດຖີເປັນອັນມາກ ດັ່ງນັ້ນ ເມື່ອເຖິງຄາວຕັ້ງຊື່ ເສດຖີຈຶ່ງໃຫ້ຊື່ວ່າ “ມະໂຫສົດ ກຸມານ” ດ້ວຍເຫດໄດ້ຕ່ອນຢ່າຕິດມາແຕ່ກໍາເນີດ….

ຄັນຕັ້ງ ສຳເລັດແລ້ວ ທ່ານ ເສດຖີທີ່ຄິດວ່າ ລູກຂອງເຮົາມີບຸນມາກ ອອກມາຢາງນີ້ ຄົງ ບໍ່ເກີດມາລໍາພັງຜູ້ດຽວ ຄົງຈະມີເດັກອື່ນເກີດມາເປັນເພື່ອນແດ່ ເປັນແນ່ ແລ້ວໃຫ້ຄົນອອກທ່ຽວສໍາລວດເບິ່ງ ກໍພົບວ່າ ເດັກອີກພັນຄົນ ໄດ້ຖືກໍາເນີດໃນເວລາດຽວກັນກັບມະໂຫສົດກຸມານ ຈຶ່ງໃຫ້ນໍາເດັກ ເຫລົ່ານັ້ນມາແລ້ວມອບສິ່ງຂອງເຄື່ອງໃຊ້ຕ່າງໆໃຫ້ ພ້ອມທັງ ແມ່ນົມຄົນລະຄົນ ສັ່ງໃຫພໍ່ແມ່ຂອງເດັກເຫລົ່ານັ້ນໃຫເປັນບໍລິວານຂອງມະໂຫສົດ ແລ້ວສົ່ງກັບບ້ານ.

ມະໂຫສົດກຸມານ ແລະ ເດັກທັງພັນຄົນ ໄດ້ຮັບການລ້ຽງດູເປັນຢ່າງດີ ຈົນກະທັງມີ ອາຍຸຄົບ 7 ປີ.

ຄັ້ນວັນນຶ່ງ, ຂະນະທີ່ ມະໂຫສົດກັບບໍຣິວານນ້ອຍໆ ທັງພັນຄົນນັ້ນ ກໍາລັງແລ່ນຫລີ້ນຢູ່ກາງສະໜາມ ມະໂຫສົດໄດພິຈາຣະນາເຫັນຄວາມລໍາບາກດ້ວຍລົມແດ່ ແດດແດ່ ຝົນແດ່ ຈຶ່ງໄດ້ເກັບຊັບຈາກເພື່ອນໆ ຄົນລະພັນ ເພື່ອສ້າງສາລາໄວ້ສໍາລັບຫລີ້ນ ແລ້ວໄດ້ຈັດຫາຊ່າງມາຈັດການສ້າງສາລາ ມະໂຫສົດໄດ້ເປັນຜູ້ອໍານວຍການສ້າງສາລານັ້ນຈົນສໍາເລັດຮຽບຮ້ອຍ ປາກົດງົດງາມເໝືອນກັບສຸທັມມາເທວະສະພາໃນດາວະດຶງສະຫວັນນອກຈາກນັ້ນຍັງໃຫຂຸດສະ ສໍາລັບລົງ ອາບນໍ້າຫລີ້ນອີກ ສະມະນະພຣາມ ຄົນກໍພາອະນາຖາ ໄດ້ພາກັນອາໄສທີ່ສາລານັ້ນຕາມ ສະບາຍ ມີເຂົ້ານໍ້າສົມບູນທຸກຢ່າງ ເມື່ອມີການທະເລາະຜິດຖ່ຽງກັນຂຶ້ນ ມະໂຫສົດກໍຊໍາລະສະສາງໃຫ້ປາກົດເປັນຈິງ ແລະຜິດຊອບຕະລອດຈົນຄວນ ແລະບໍ່ຄວນສະ ເໝີມາ…..

ໃນລະຫວ່າງນີ້ ພຣະເຈົ້າວິເທຫະຣາຊໄດ້ຊົງສົ່ງອໍາມາດທັງ 4 ອອກສໍາລວດກວດຄົ້ນ ຫາຕົວນັກປາດຄົນທີ 5 ຕາມທີ່ເສນນະກະພະຍາກອນໄວ້ ເມື່ອໄດ້ໄປພົບສາລານັ້ນ ໄດ້ຕັ້ງຂໍ້ສັງເກດວ່າ

“ມະໂຫສົດ ຜູ້ອໍານວຍການສ້າງສາລາຫລັງນີ້ ຈະຕ້ອງເປັນນັກປາດຕາມ ພຣະສຸບິນ ຂອງພຣະມະຫາກະສັດນັ້ນເປັນແນ່”

ຈຶ່ງໃຫທູດກັບໄປກາບທູນແດ່ ພຣະເຈົ້າວິເທຫະຣາຊ ໃຫ້ຊົງຊາບພຣະອົງຄ໌ໂປດໃຫສັງ ເກດການໃຫ້ເປັນທີ່ແນ່ນອນ ເສັຍກ່ອນ ຈຶ່ງນໍາເຂົ້າເຝົ້າ ອໍາມາດໄດ້ເຝົ້າສັງເກດການຢູ່ ນະ ທີ່ນັ້ນເປັນອັນເຫິງນານ ຊຶ່ງຕລອດ ເວລານັ້ນ ມະໂຫສົດໄດ້ສະແດງສະຕິປັນຍາໃຫ້ອໍາມາດ ນັກສືບຂອງພຣະເຈົ້າວິເທຫະຣາຊເຫັນ ໂດຍຕັດສິນຄວາມຕ່າງໆ ທີ່ເກີດຂຶ້ນ ຮວມ 19 ເລື່ອງດ້ວຍກັນ ດັ່ງຈະນໍາມາເລົ່າຕໍ່ໄປນີ້ … ໆລໆ

ວັນນຶ່ງ ມະໂຫສົດພ້ອມທັງບໍລິວານ ພາກັນຫລີ້ນຢູທີ່ສະໜາມຫລີ້ນ ໄດ້ເຫັນແຫລວຕົວນຶ່ງ ຄາບຕ່ອນຊີ້ນບິນຜ່ານມາພວກເດັກໆໄດ້ພາກັນ ແລ່ນຕິດຕາມ ຫວັງຈະໃຫ້ ແຫລວປອຍຊີ້ນລົງມາ ໂດຍແຫງນຫນ້າ ແລ່ນໄປຕາມ ໄດ້ສະດຸດຕີນກັນ ແລະກັນ ລົ້ມລຸກ ຄຸກຄານໄປ ຝ່າຍພຣະມະໂຫສົດບັນດິດໄດ້ບອກໃຫເດັກໆ ເຫລົ່ານັ້ນ ຄ່ອຍເບິ່ງຄວາມສາມາດຂອງຕົນ ແລ້ວອອກແລ່ນໄປ ໂດຍໄວ ໂດຍສັງເກດເງົາແຫລວເລື້ອຍໄປ ບໍ່ແຫງນຫນ້າຂຶ້ນເບິ່ງ ແຫລວ ເມື່ອແລນທັນເງົາແຫລວເຂົ້າແລ້ວ ກໍຕົບມືຮ້ອງຂຶ້ນ ທໍາໃຫ້ແຫລວຕົກໃຈປ່ອຍກ້ອນຊີ້ນລົງມາ ຄົນທັງຫລາຍຕ່າງເຫັນເປັນອັດສະຈັນ ຕ່າງພາກັນໂຫ່ຮ້ອງ ສະແດງຄວາມຍິນດີ ຕໍ່ສະຕິປັນຍາຂອງມະໂຫສົດໂດຍທົ່ວກັນ….

ຕໍ່ມາອີກອັນນຶ່ງ ຊາຍຄົນນຶ່ງເປັນຊາວບ້ານປາຈີນວະຍະມັດຊະຄາມນັ້ນເອງ ໄດຊື້ງົວ ມາຈາກບ້ານນອກຕົວນຶ່ງ ແລ້ວຈູງມາຕາມຫົນທາງ ຂະນະທີ່ແວະນອນ ນະ ໃຕ້ຕົ້ນໄມ້ ຖືກ ໂຈນຄົນນຶ່ງລັກເອົາໄປ ເມື່ອເຂົາຕື່ນຂຶ້ນແລ້ວ ຈຶ່ງອອກແລ່ນຕາມໄປ ຄັນທັນເຂົາແລ້ວເກີດໂຕ້ຖຽງກັນຂຶ້ນ ໂຈນບໍ່ຍອມສົ່ງງົວໃຫ້ໂດຍດີ ດ້ວຍອ້າງວ່າ ເປັນຂອງຕົນ ຈຶ່ງໄດ້ພາກັນໄປຫາ ມະໂຫສົດ ເລົ່າເລື່ອງໃຫ້ຟັງໂດຍຕະລອດ ແລ້ວຂໍໃຫ້ມະໂຫສົດຕັດສິນຊີ້ຂາດ ມະໂຫສົດຖາມ ໂຈນວ່າ

“ທ່ານໃຫ້ງົວກິນຫຍັງ?”

ໂຈນຕອບວ່າ

“ໃຫ້ກິນແປ້ງ ປົນກັບງາ ແລະເຂົ້າໜົມສົດຕ່າງໆ”

ເມື່ອໄດ້ຟັງດັ່ງນັ້ນ ມະໂຫສົດກໍຫັນມາຖາມເຈົ້າຂອງງົວວ່າ

“ທານໃຫ້ງົວກິນຫຍັງ?” ເຈົ້າຂອງງົວຕອບວ່າ

“ໄດ້ໃຫ້ກິນສະເພາະຫຍ້າເທົ່ານັ້ນ”

ຄັນແລ້ວ ມະໂຫສົດໃຫ້ຄົນໄປຫາໃບປະຍົງມາທໍາຢາລ້າງ ເອົາຫຍ້າອອກມາໃຫ້ປາກົດ ແກ່ຄົນທັງຫລາຍ ແລ້ວສັງສອນໂຈນບໍ່ໃຫປະພຶດເຊັ່ນນັ້ນອີກ ປະຊາຊົນຕາງພາກັນລົງປະຊາ ທັນແກໂຈນນັ້ນ ຕາມສົມຄວນ…

ຢູ່ຕໍ່ມາອີກ …….

ມີຍິງຍາກຈົນຄົນນຶ່ງ ໄດ້ແກ້ເຄື່ອງປະດັບເຮັດດ້ວຍດ້າຍສີຕ່າງໆ ໄວ້ທີ່ສະໂບກຂະຣະນີ ແລ້ວລົງໄປອາບນໍ້າ ຍິງສາວຄົນນຶ່ງມາພົບເຂົ້າແລ້ວ ຂໍອະນຸຍາດຫຍິບຊົມເບິ່ງ ເມື່ອເຈົ້າຂອງ ອະນຸຍາດກໍເອົາສວມຄໍຂອງຕົນແລ້ວໜີໄປ ຝ່າຍຍິງຜູ້ເປັນເຈົ້າຂອງຮີບຂຶ້ນຈາກນໍ້າ ໄລ່ຕິດຕາມໄປ ເມື່ອທັນເຂົ້າແລ້ວ ຍິງນັ້ນບໍ່ຍອມໃຫ້ໂດຍດີ ຈິ່ງໄດ້ພາກັນໄປໃຫ້ມະໂຫສົດຕັດສິນ …

ມະໂຫສົດໄດ້ຖາມຍິງຂີ້ຂະໂມຍວ່າ

“ເຄື່ອງປະດັບຂອງທ່ານອົບດ້ວຍສິ່ງໃດ?”

ຍິງຂະໂມຍຕອບ ວາ

“ອົບດ້ວຍເຄື່ອງ ອົບຫລາຍຊະນິດກວຍກັນ“

ຄັນແລ້ວ ກໍຫັນມາຖາມຍິງເຈົ້າຂອງເຄື່ອງປະດັບ ຊຶ່ງຍິງເຈົ້າຂອງເຄື່ອງປະດັບຕອບວ່າ

“ອົບດ້ວຍກິນດອກປະຖົງຢາງດຽວ”

ເມື່ອໄດ້ຊາບຈາກສຽງຂອງທັງສອງຝ່າຍດັ່ງນັ້ນ ມະໂຫສົດກໍໃຫຜູ້ຮູ້ຈັກກິ່ນພິສູດເບິ່ງວ່າ ມີແຕ່ກິ່ນດອກປະຖົງຢ່າງດຽວ ຈິ່ງສັ່ງໃຫ້ຍິງຂະໂມຍຄືນເຄື່ອງປະດັບໃຫ້ ແກ່ຍິງເຈົ້າຂອງໄປ ພ້ອມທັງໃຫ້ໂອວາດ ພໍຫອມປາກຫອມຄໍແລ້ວ ປ່ອຍຕົວໄປ…

ເຫລື້ອງຕໍ່ມາ………

ມີຍິງເຝົ້າໄຮ່ຝ້າຍຄົນນຶ່ງ ໄດ້ຖືກຸ່ມດ້າຍ ເອົາເມັດໝາກພັບໃສໄວ້ຂ້າງໃນ ມາຈາກໄຮ່ຂອງຕົນ ເມື່ອມາເຖິງສະ ໄດ້ວາງໄວ້ທີ່ຮິມຝັ່ງສະ ແລ້ວລົງໄປອາບນໍ້າ ມີຍິງຄົນນຶ່ງຍ່າງມາພົບເຂົ້າ ຈຶ່ງສວຍເອົາໄປ ຍິງຜູ້ເປັນເຈົ້າຂອງເຫັນເຂົ້າ ຮີບຂຶ້ນຈາກນໍ້າແລ້ວ ໄລ່ຕິດຕາມໄປ ເມື່ອຍິງນັ້ນບໍ່ຍອມຄືນໃຫ້ຈຶ່ງພາກັນໄປໃຫ້ມະໂຫສົດຕັດສິນ

ມະໂຫສົດໄດຖາມຍິງມີໄວຂຶ້ນເປັນປະໂຍກທຳອິດວ່າ

”ທານເອົາສິ່ງໃດ ໃສໄວຂາງໃນ ແດ?”

“ກໍເມັດຝ່າຍນັ້ນລະຕີ!”

ຍິງມີໄວຕອບແລ້ວ….ກໍ່ຫັນມາຖາມຍິງເຈົ້າຂອງ ຊຶ່ງໄດ້ຮັບຄໍາຕອບວ່າ

“ເອົາ ເມັດໝາກພັບໃສໄວຂາງໃນ”

ມະໂຫສົດໃຫ້ເຄັ່ຍອອກເບິ່ງ ເຫັນເມັດໝາກພັບແລ້ວ ໃຫຍິງມີໄວຄືນກຸ່ມດ້າຍໃຫ້ຜູ້ເປັນເຈົ້າຂອງໄປ.

ອີກເລື້ອງນຶ່ງ

ມີຍິງຄົນນຶ່ງອູ້ມລູກມາວາງໄວຮີມສະໂບກຂະຣະນີ ແລ້ວລົງໄປອາບນ້ໍາ ນາງຍັກສີນີຕົ້ນນຶ່ງໄດ້ແປງຮ່າງເປັນຍິງມະນຸດມາຂໍອູ້ມເດັກນັ້ນ ພໍມາຣດາອະນຸຍາດກໍອູ້ມເດັກນັ້ນໜີໄປ ມາຣດາຮີບຂຶ້ນຈາກສະແລ້ວ ໄລ່ຕິດຕາມໄປ ເມື່ອນາງຍັກສີນີບໍ່ຍອມຄືນໃຫ້ໂດຍດີ ຈຶ່ງໄປຂໍໃຫ້ມະໂຫສົດຄົນເກ່ງຊີ້ຂາດ ມະໂຫສົດໄດ້ໃຫຍິງທັງສອງ ແຍ່ງບຸດນັ້ນ ໃຜແຍ່ງໄດ້ກໍເປັນຂອງຜູ້ນັ້ນ

ເມື່ອເດັກນ້ອຍຖືກແຍ່ງຍີ້ຍຸດສຸດກັນໄປມາກໍຮ້ອງໄຫ້ ຍິງຜູເປັນມາຣດາເກີດສົງສານບຸດສຸດໃນຫົວໃຈ ຈຶ່ງປອຍມື ແລ້ວຢືນຮ້ອງໄຫ້ຢູ່ ມະໂຫສົດເຫັນດັ່ງນັ້ນ ຈຶ່ງຖາມຄົນທັງຫລາຍວ່າ

“ທັມມະດາຫົວໃຈຂອງຍິງຜູ້ເປັນແມ່ ກັບຍິງຜູ້ບໍ່ແມ່ນແມ່ນັ້ນ ຂ້າງໃດຈະອ່ອນ”

ທຸກຄົນຕອບເປັນສຽງດຽວກັນວ່າ

“ຂ້າງມາຣດານັ້ນແຫລະອ່ອນ”

ມະໂຫສົດ ຈຶ່ງຕັດສີນໃຫ້ຍິງຜູ້ປ່ອຍ ເດັກເປັນມາຣດາ ແລ້ວຊັກຖາມນາງຍັກສີນີໃຫ້ສາຣະພາບໂທດ ແນະນໍາໃຫ້ຕັ້ງຢູ່ໃນສີລ 5 ແລ້ວປ່ອຍຕົວໄປ…

ເລື່ອງທີ່ 6 …

ຄວາມເປັນໄປມີຢູ່ວ່າ ນາຍໂຄທະການ ມີຮູບຮ່າງຕ່ໍາເຕ້ຍ ຜີວດໍາ ໄປທໍາການອາສາ ນະ ບ້ານເຈົ້ານາຍຜູ້ນຶ່ງ ເປັນເວລາ 7 ປີ ນາຍໄດ້ຕົບແຕ່ງພັນລະຍາໃຫ້ນາມວ່າ ທີຄະຕາຫະ ລະ ຄັນຕໍ່ມາໄດ້ພາພັນລະຍາອອກເດີນທາງໄປຢ້ຽມພໍ່ແມ່ ຄັນເຖິງແມ່ນໍ້າແຫ່ງນຶ່ງ ຊຶ່ງມີນໍ້າ ເຕັມປ່ຽມ ຈຶ່ງເກີດຢ້ານຂຶ້ນມາບໍ່ກ້າຂ້າມໄປ ຂະນະນັ້ນ ບັງເອີນມີຊາຍເຂັນໃຈຜູ້ນຶ່ງ ຊື່ ນາຍ ທີຄະປິດຖິ ຮູບຮ່າງສູງໃຫຍ່ເດີນຜ່ານມາ ເມື່ອສອງຜົວເມຍຖາມເຖິງແມ່ນ້ໍາ ນາຍທີຄະປິດຖິ ລ່ວງວ່າ

“ແມ່ນໍ້ານີ້ເລິກຈິງເລີຍ ທັງປາແລະແຂ້ຮ້າຍ”

ພ້ອມກັບຄຸຍອວດຕໍ່ໄປວາ

“ປາ ແລະແຂກັບເຮົາຄຸ້ນເຄີຍກັນເສັຽແລ້ວ ມັນບໍ່ທໍາຮ້າຍເຮົາດອກ”

ແລ້ວອາສາທັງສອງຜົວເມຍຂ້າມ ແມ່ນໍ້າ

ເມື່ອເປັນທີ່ຕົກລົງກັນ ແລ້ວ ເຂົາໄດ້ພານາງ ທີຄະຕາຫະລະຂ້າມໄປກ່ອນ ພໍເດີນໄປນ້ອຍນຶ່ງ ເຂົ້າກໍ່ຄຸເຂົ່າລົງ ແລ້ວເດີນຄຸເຂົ່າໄປເລື້ອຍໄປ ຈົນຂ້າມແມ່ນໍ້າໄປ ຂະນະທີ່ຢູ່ກາງແມແມ່ນໍ້າເຂົາໄດກຽວພາຣາສີນາງທີຄະຕາຫະລະ ຈົນນາງຕົກລົງປົງໃຈ ຈະຍອມໄປເປັນເມຍ ເມື່ອໄປແລ້ວ ເອົາເຂົ້າຫນົມອອກສູ່ກັນກິນເຍີ້ຍ ນາຍໂຄທະການວ່າ

” ອ້າຍເຕ້ຍເອີຍ ! ມຶງຢູຫັ້ນເຖິດ ກູໄປລະ ” ແລ້ວກໍພາກັນອອກເດີນທາງຕໍ່ໄປ

ຝ່າຍນາຍໂຄທະການ ເຫັນດັ່ງນັ້ນ ກໍເດືອດດານເປັນກໍາລັງ ຂະຍັບຈະແລ່ນລົງໄປໃນ ນ້ໍາ ຄັ້ງແລ້ວຄັ້ງເລົ່າ ແຕ່ກໍຢ້ານ ຈົນໜັກເຂົ້າ ຄວາມຮັກເມຍເສຍດາຍເມຍມັນຮຸນເຮົ້າລົບກວນ ທໍາໃຫ້ລືມຄວາມກົວຕາຍໄປ ເຂົາຕັດສິນໃຈໂດດໂຄມໄປໃນແມ່ນ້ໍາ ເມື່ອຮູ້ວ່ານໍ້າຕື້ນພຽງແຕ່ເຂົາ ເທົ່ານັ້ນ ແລ້ວ ຮີບແລ່ນກວດຍິງຊາຍຄູ່ນັ້ນໄປໂດຍໄວ

ຄັນທັນເຂົ້າແລ້ວ ນາຍທີຄະປິດຖິບໍ່ຍອມຄືນເມຍໃຫ້ໂດຍດີ ເກີດໂຕ້ຖຽງກັນ ຄັນຕົກລົງກັນບໍ່ໄດ້ ຈຶ່ງໄດໄປໃຫ້ມະໂຫສົດຕັດສີນ ຊີ້ຂາດ

ມະໂຫສົດໃຫຄົນເຫລົ່ານັ້ນ ແຍກກັນແລ້ວ ຮຽກເຂົ້າໄປສອບສວນທີ່ລະຄົນ ທໂດຍຖາມຊື່ ຕົວ ຊື່ພັນລະຍາ ຊື່ພໍ່ ແມ່ ພໍ່ຕາ ແມ່ຍາຍ ນາຍໂຄທະການໃຫ້ການໄປຕາມຄວາມສັດ ແລະ ຖືກຕ້ອງທຸກປະການ ສ່ວນນາຍທີ່ຄະປິດຖິໃຫ້ການບໍ່ຖືກຕ້ອງ ເພາະຕົນບໍ່ຮູ້ຈັກ.

ມະໂຫສົດຈຶ່ງ ຕັດສີນໃຫ້ນາຍທີ່ຄະປິດຖິເປັນຝ່າຍແພ້ ແລະໃຫ້ຄືນຍິງນັ້ນ ແກ່ນາຍໂຄທະການຜູ້ເປັນສາມີໄປ

ເລື່ອງຕໍ່ມາ ເປັນເລື່ອງ ….

ພຣະອິນຜູ້ເປັນໃຫຍໃນສວງສະຫວັນ ປາຖະນາຈະເຊີດຊູປັນຍາຂອງມະໂຫສົດ ຈິງຈໍາແລງ ເພດເປັນຫນຸ່ມນ້ອຍໄປຂະໂມຍຣົດຂອງຊາຍຜູ້ນຶ່ງ ຊຶ່ງຈອດຣົດໄວ້ແລ້ວໄປຖ່າຍອຸດຈາຣະ ຝ່າຍຜູ້ ຊາຍເປັນເຈົ້າຂອງ ເມື່ອເສັດທຸຣະແລ້ວ ຈຶ່ງອອກມາຍັງທີ່ຈອດຣົດ ເມື່ອເຫັນຜູຮາຍມືດີຂັບຣົດ ໄປ ຈຶ່ງໄລກວດຕິດຕາມໄປໂດຍໄວ ຄັນທັນເຂົ້າແລ້ວ ເກີດໂຕ້ຖຽງກັນໃນເຫລື້ອງກໍາມະສິດ ຂອງຣົດຂຶ້ນ ເມື່ອບໍ່ເປັນທີ່ຕົກລົງ ຈຶ່ງພາກັນໄປຫາມະໂຫສົດ ໃຫ້ຕັດສີນຊີ້ຂາດ

ມະໂຫສົດໄດໃຫ້ຄົນຂອງຕົນຂັບຣົດໄປ ແລ້ວສັ່ງໃຫ້ຄົນທັງສອງວາ.

“ຖ້າໃຜແລ່ນຕາມຣົດໄປໄດ້ທັງຂາໄປແລະຂາກັບ ຣົດຕ້ອງເປັນຂອງຜູ້ນັ້ນ”

ຄົນທັງສອງຈຶ່ງອອກແລ່ນຕາມຣົດໄປ ຝ່າຍຜູ້ເປັນເຈົ້າຂອງແລ່ນໄປໜ້ອຍນຶ່ງ ພໍເມື່ອຍ ແລ້ວທອດອາໄລຍຸດຍືນເສັຽ ສ່ວນຫນຸ່ມນ້ອຍຄົນນັ້ນໄດ້ແລ່ນຕາມຣົດໄປໄດ້ຂາໄປແລະຂາກັບ ເມືອຣົດຍຸດແລ້ວ ມະໂຫສົດຈຶ່ງວິນິສັຍວາ

“ຄົນທີ່ຍຸດນັ້ນແຫລະຄືເຈົ້າຂອງຣົດ ສ່ວນທີ່ແລ່ນໄປຕາມໄດ້ທັງຂາໄປແລະຂາກັບ ນັ້ນເປັນຂະໂມຍ ແລະເປັນເທວະດາເສັຽອີກດ້ວຍ ເພາະ ແປກດວຍອາການ 3 ຢ່າງ ຄື ບໍ່ມີ ອາການເມື່ອຍຫອບ ບໍ່ມີເຫື່ອແມ້ແຕ່ຍົດດຽວ ບໍ່ມີກະພິບຕາ”

ພຣະອິນສາຣະພາບວ່າໄດ້ຈໍາແລງເປັນຫນຸ່ມນ້ອຍຂະໂມຍຣົດ ເພື່ອຕ້ອງການທົດລອງ ສະຕິປັນຍາຂອງມະໂຫສົດໂດຍແທ້ ແລ້ວເຫາະກັບສູສວັນ…..

ເລື່ອງທີ 8 ຄາວນີ້ ພຣະເຈົ້າວິເທຫະຣາຊ ໂປດໃຫ້ກິງໄມ້ຕະຄຽນທ່ອນໜຶ່ງ ຍາວໜຶ່ງຄືບ ນ້ອຍໃຫຍ່ສະເໝີຕົ້ນສະເໝີປາຍ ສົ່ງໄປໃຫ້ຊາວບ້ານວະຍະມັດຊະຄາມ ທວາຍວ່າ

“ຂ້າງໃດຕົ້ນ ຂ້າງໃດປາຍ?” ຫາກທວາຍບໍ່ໄດ້ ຈະໃໝ່ຊັບພັນຕຳລຶງ”

ຊາວບ້ານປະຊຸມກັນພິຈາລະນາເບິ່ງແລ້ວ ບໍ່ມີໃຫ້ຜູ້ໄດ້ເລີຍ ຈຶ່ງແຈ້ງໃຫ້ເສດຖີບິດາຂອງມະໂຫສົດ ແລະ ໃຫ້ໄປຕາມມະໂຫສົດມາຈາກສະໜາມຫຼິ້ນ ບໍ່ມີໃຜຮູ້ໄດ້ເລີຍ ຈຶ່ງແຈ້ງໃຫ້ເສດຖີບິດາຂອງມະໂຫສົດ ແລະ ໃຫ້ໄປຕາມມະໂຫສົດມາຈາກສະໜາມຫຼິ້ນ ມະໂຫສົດຈັບສັ່ງເບິ່ງດ້ວຍມືກໍຮູ້ໄດ້ທັນທີ ແຕ່ເພື່ອໃຫ້ປະຈັກແກ່ປະຊາຊົນ ຈຶ່ງໄຊ້ດ້າຍຜູ້ກທ່ອນຕະຄຽນເຂົ້າຕົງກາງ ແລ້ວໃຫ້ຄ່ອຍຍ່ອນລົງໄປໃນຖາດນ້ຳ ຂ້າງຕົ້ນກໍຈົມລົງໄປກ່ອນ ຈຶ່ງຖາມຄົນທັງຫຼາຍວ່າ

“ທັມມະດາ ທ່ອນໄມ້ຂ້າງໃດ ໜັກກວ່າກັນ? “

ຄົນທັງຫຼາຍຕອບເປັນສຽງດຽວກັນວ່າ

“ຂ້າງຕົ້ນໜັກກວ່າ”

ແລ້ວຈຶ່ງບອກວ່າ

“ຖ້າເຊັ່ນນັ້ນ ພວກທ່ານຈົ່ງທຳເຄື່ອງໝາຍບ່ອນນີ້ ແລ້ວສົ່ງໄປກາບທູນວ່າ ຂ້າງນີ້ແຫຼະເປັນຂ້າງຕົ້ນ ຂ້າງນັ້ນເປັນຂ້າງປາຍ”

ພວກຊາວບ້ານທັງຫຼາຍໄດ້ປະຕິບັດຕາມຄຳສັ່ງຂອງມະໂຫສົດແລ້ວ ສົ່ງໄປກາບທູນກໍເປັນອັນຖືກຕ້ອງ ເມື່ອພຣະອົງຊົງຊາບວ່າ ເປັນຄວາມຄິດຂອງມະໂຫສົດ ກໍຊົງໂສມະນັດພຣະທັຍຍິ່ງໜັກ…

ແລະ ເພື່ອຈະທົດລອງສະຕິປັນຍາຂອງມະໂຫສົດ “ໃຫ້ແນ່ໃຈຍິ່ງຂຶ້ນ ຄາວນີ້ພຣະອົງຈຶ່ງສົງກະໂຫຼກຫົວຂອງຂອງມະນຸດສອງອັນໄປໃຫ້ຊາວບ້ານພິສູດວ່າ

“ກະໂຫຼກຫົວອັນໃດເປັນຫົວຂອງຊາຍ ແລະ ຍິງ?

ຄົນທັງຫຼາຍນຳຄວາມແຈ້ງແກ່ບິດາມະໂຫສົດ ໃຫ້ຕາມມະໂຫສົດມາຈາກສະໜາມຫຼິ້ນ ແລະ ແຈ້ງມະໂຫສົດໄດ້ຊີແຈ້ງວ່າ

“ທັມມະດາ ກະໂຫຼກຫົວຂອງຍິງຍ່ອມມີເສັ້ນເອັນຄົດ ສ່ວນຂອງຊາຍມີເສັ້ນເອັນຊື່ ຄົນທັງຫຼາຍໄດ້ທຳເຄື່ອງໝາຍມີກະໂຫຼກທັງສອງນັ້ນໄວ້ວ່າ ອັນໃດເປັນຂອງຊາຍຂອງຍິງ ແລ້ວສົ່ງໄປກາບທູນພຣະອົງຄ໌ ຊົງໂສມະນັດຍິ່ງ”…

ວັນຕໍ່ມາ…

ພຣະເຈົ້າວິເທຫະຣາຊ ໄດ້ໂປດສົ່ງງູໄປໃຫ້ຊາວບ້ານພິສູດເບິ່ງວ່າ

“ຕົວໃດເປັນຕົວຜູ້ ຕົວໃດເປັນຕົວແມ່ ຖ້າບໍ່ຮູ້ຈະປັບໃໝ່ເງິນພັນຕໍາລຶງ”

ມະໂຫສົດ ໄດ້ຊີ້ແຈ້ງແກ່ຊາວບ້ານວ່າ

“ທຳມະດາ ງູຍ່ອມຕ່າງກັນທີ່ຫາງ ຫົວ ແລະ ລາຍຄື ງູຕົວຜູ້ຫາງໃຫຍ່ ງູຕົວແມ່ຫາງນ້ອຍຮຽວ ງູຕົວຜູ້ຫົວໃຫຍ່ ງູຕົວແມ່ຫົວນ້ອຍ ລາຍທີ່ຫົວຂອງງູຕົວຜູ້ວຽນຫົວ ງູຕົວແມ່ລາຍຂາດ”

“ຊາວບ້ານໄດ້ທຳເຄື່ອງໝາຍໄວ້ຕາມທີ່ມະໂຫສົດບອກ ແລ້ວສົ່ງໄປຕາມກາບທູນ ກໍເປັນອັນຖືກຕ້ອງຕາມເປັນຈິງ”

ວັນຕໍ່ມາອີກ…

ພຣະເຈົ້າວິເທຫະຣາຊຊົງຮັບສັ່ງໃຫ້ຊາວບ້ານສົ່ງງົວເຜືອກ ມີເຂົາທີ່ຕີນ ມີໜອກທີ່ຫົວຮ້ອງວັນລະ 3 ເວລາໄປໃຫ້ຖ້າຫາກບໍໄດ້ ຈະປັບໃໝ ເປັນເງິນໜຶ່ງພັນຕຳລຶງທອງ.

ມະໂຫສົດໄດ້ໃຫ້ຄຳແນະນຳແກ່ຊາວບ້ານວ່າ

“ຕາມພຣະກະແສຮັບສັ່ງນີ້ ໝາຍເຖິງໄກ່ຂາວ ເພາະທັມມະດາໄກ່ຂາວຍ່ອມມີຫອນ ຢູ່ທີ່ຫົວ ເໝືອນກັບໜອກງົວ ແລະ ຂັນວັນລະ 3 ເວລາ”

ຊາວບ້ານໄດ້ຟັງເຊັ່ນນັ້ນ ຈຶ່ງຈັດການສົ່ງໄກ່ຂາວໄປຖວາຍ ກໍເປັນອັນຖືກຕ້ອງຕາມພຣະປະສົງເໝືອນຫົນຫຼັງ…

ເລື່ອງທີ່ 12 ພຣະເຈົ້າວິເທຫະຣາຊ ຮັບສັ່ງໃຫ້ສົ່ງແກ້ວມະນີ 8 ຄົດ ມີເຊືອກຮ້ອຍເກົ່າຂາດອອກໄປ ໃຫ້ຊາວບ້ານຈັດການເອົາເຊືອກຮ້ອຍເກົ່າອອກ ແລ້ວຮ້ອຍເສຍໃໝ່ ຖ້າທໍາບໍ່ໄດ້ຈະປັບໃໝພັນຕຳລຶງທອງ

ມະໂຫສົດຮັບອາສາທຳໂດຍເອົາດ້າຍທີ່ຈະຮ້ອຍໃໝ່ນັ້ນ ຈຸ່ມລົງໄປໃນນ້ໍາເຜີ້ງເສຍຂ້າງໜຶ່ງ ແລ້ວແຫຍ່ເຂົ້າໄປໃນຊ່ອງແກ້ວມະນີແລ້ວ ເອົານ້ໍາເຜິ້ງທາດວງແກ້ວມະນີອີກຂ້າງໜຶ່ງສຳເລັດແລ້ວ ເອົາໄປວາງໄວ້ ໃກ້ຮັງມົດແດງ ມົດແດງໄດ້ກິ່ນນ້ຳເຜິ້ງ ກໍດຶງເຊືອກໃໝ່ ເຂົ້າໄປຕາມຊ່ອງແກ້ວ ແລ້ວຄາບເອົາເຊືອກເກົ່າອອກເສຍ ດຶງເຊືອກໃໝ່ເຂົົ້າແທ່ນທີ່ ເມື່ອຮຽບຮ້ອຍແລ້ວ ໃຫ້ຊາວບ້ານນຳເຂົາໄປຖວາຍ ກໍເປັນທີ່ໂປດປານຢ່າງຍິ່ງ…

ເຖິງຢ່າງນັ້ນ ຍັງບໍ່ເປັນທີ່ແນ່ພຣະທັຍ…

ວັນຕໍ່ມາ ພຣະເຈົ້າວິເທຫະຣາຊ ຮັບສັ່ງໃຫ້ພະນັກງານເອົາຖົ່ວມາໃຫ້ງົວອຸສຸພຣະຣາຊກິນຈົນທ້ອງໃຫຍ່ ແລ້ວກໍໃຫ້ທາເຂົາດ້ວຍນ້ຳມັນ ທາຕົວດ້ວຍເຂົ້າໝິ້ນແລ້ວ ສົ່ງໄປໃຫ້ຊາວບ້ານໂດຍຮັບສັ່ງວ່າ

“ຈົ່ງທຳໃຫ້ງົວອຸສຸພະຣາຊນີ້ຄອດໃຫ້ໄດ້ ແລ້ວສົ່ງຄືນໄປໃຫ້ເຮົາ ຖ້າທຳບໍ່ໄດ້ ຈະປັບ ໃໝ ເງິນພັນຕຳລຶງ”

ມະໂຫສົດໃຫ້ຫາຄົນສະຫຼາດໃນການເວົ້າ ເຂົ້າມາສັ່ງສອນວ່າ

“ທ່ານ ຈົ່ງສະຫຍາຍຜົມ ຮ້ອງໄຫ້ເຂົ້າໄປເຝົ້າ ພຣະມະຫາກະສັດກາບທູນວ່າ ຂໍພຣະອົງຊ່ວຍໃຫ້ບິດາຂອງຂ້າພະເຈົ້າ ຜູ້ປວດທ້ອງຈະອອກລູກມາເຖິງ 7 ວັນແລ້ວ ຄອດລູກດ້ວຍເຖີດຂະນ້ອຍ ຖ້າພຣະອົງຕັດສັ່ງວ່າ ທ່ານນີ້ບ້າ ຫຼື ດີ ມີຢູ່ໃສຈະໃຫ້ຜູ້ຊາຍຄອດລູກຈຶ່ງກາບທູນວ່າ ຖ້າເຊັ່ນນັ້ນ ຈະໃຫ້ຊາວບ້ານປາຈີນນະຍະມັດຊະຄາມທຳໃຫ້ ອຸສຸພະຣາຊຄອດລູກໄດ້ ຢ່າງໃດຂະນ້ອຍ”

ຄັນຕັດສັ່ງດັ່ງນີ້ ສົ່ງຊາຍຄົນນັ້ນໄປເຝົ້າ ເມື່ອພຣະອົງໄດ້ຊົງສະດັບແລ້ວ ຊົງຊັກຖາມຄວາມວ່າ ເປັນອຸບາຍຂອງມະໂຫສົດ ແລ້ວກໍຊົງໂສມະນັດດັ່ງທີ່ເຄີຍມີມາ…

ພຣະເຈົ້າວິເທຫະຣາຊຮັບສັ່ງໃຫ້ຊາວບ້ານຕົ້ມເຂົ້າສົ້ມ ປະກອບດ້ວຍອົງ 8 ປະການເຂົ້າໄປຖວາຍ ຖ້າບໍ່ໄດ້ຈະຕ້ອງປັບໃໝໜຶ່ງພັນຕຳລຶງ ອົງ 8 ນັ້ນຄື. ບໍ່ໃຫ້ຕົ້ມດ້ວຍເຂົ້າສານ, 2. ບໍ່ໃຫ້ຕົ້ມດ້ວຍນ້ໍາ, 3. ບໍ່ໃຫ້ຕົ້ມດ້ວຍໝໍ້, 4. ບໍ່ໃຫ້ຕົ້ມດ້ວຍເຕົາ, 5. ບໍ່ໃຫ້ຕົ້ມດ້ວຍໄຟ, 6. ບໍ່ໃຫ້ຕົ້ມດ້ວຍຟືນ, 7. ເມື່ອຕົ້ມເສັດແລ້ວ ຫ້າມບໍ່ໃຫ້ຍິງຊາຍນຳເຂົ້າໄປຖວາຍ, 8. ຢ່າໃຫ້ນຳໄປຕາມທາງ.

ມະໂຫສົດ ເມື່ອໄດ້ຊາບ ເຊັ່ນນັ້ນ ກໍຊີ່້ແຈ້ງແກ່ຊາວບ້ານວ່າ

ຂໍ້ທີ່ຫ້າມບໍ່ໃຫ້ຕົ້ມດ້ວຍເຂົ້າສານນັ້ນ ມີພຣະປະສົງຈະໃຫ້ຕົ້ມດ້ວຍປາຍເຂົ້າ

ຂໍ້ທີ່ຫ້າມບໍ່ໃຫ້ດ້ວຍນ້ຳ ມີພຣະປະສົງຈະໃຫ້ຕົ້ມດ້ວຍນ້ຳຄ້າງ

ຂໍ້ທີ່ຫ້າມບໍ່ໃຫ້ຕົ້ມດ້ວຍໝໍ້ນັ້ນ ຊົງຫ້າມຕົ້ມດ້ວຍໝໍ້ເກົ່າ ໃຫ້ຕົ້ມດ້ວຍໝໍ້ໃໝ່

ຂໍ້ທີ່ຊົງຫ້າມບໍ່ໃຫ້ຕົ້ມດ້ວຍເຕົານັ້ນ ມີພຣະປະສົງໃຫ້ຂຸດຂຸມຕົ້ມ

ຂໍ້ທີ່ຫ້າມບໍ່ໃຫ້ຕົ້ມດ້ວຍໄຟນັ້ນ ໝາຍເຖິງໄຟປົກກະຕິ ມີພຣະປະສົງຈະໃຫ້ເອົາໄມ້ມາສີໄຟ ແລ້ວເອົາໄຟນັ້ນຕິດຕົ້ມ

ຂໍ້ທີຫ້າມບໍ່ໃຫ້ຕົ້ມດ້ວຍຟືນນັ້ນ ມີພຣະປະສົງຈະໃຫ້ຕົ້ມດ້ວຍໃບໄມ້

ຂໍ້ທີ່ຫ້າມບໍ່ໃຫ້ຍິງ ຫຼື ຊາຍນຳໄປນັ້ນ ມີພຣະປະສົງຈະໃຫ້ກະເທີຍນຳໄປ

ຂໍ້ສຸດທ້າຍທີ່ຫ້າມບໍ່ໃຫ້ນຳໄປຕາມຫົນທາງນັ້ນ ມີພຣະປະສົງຈະໃຫ້ເດີນລັດປ່າໄປ ໃຫ້ຫຼີກທາງໃຫຍ່

ສ່ວນໝໍ້ນັ້ນ ໃຫ້ໃຊ້ໝໍ້ຂາວຜູກປາກຕີກາເສຍໃຫ້ດີ”

ຊາວບ້ານໄດ້ປະຕິບັດຕາມຄົບຖ້ອຍທຸກປະການ ກໍເປັນອັນຖືກຕ້ອງຕາມພຣະປະສົງວັນຮຸ່ງຂຶ້ນ…

ພຣະເຈົ້າວິເທຫະຣາຊຊົງຈະທົດລອງ ສະຕິປັນຍາຂອງມະໂຫສົດອີກ ຈຶ່ງຊົງຮັບສັ່ງໃຫ້ຊາວບ້ານຝັນເຊືອກສຳລັບຜູກຊິງຊ້າດ້ວຍຊາຍ ແລ້ວນໍາເຂົ້າໄປຖວາຍແທນເຊືອກຊາຍເກົ່າ ສຳລັບຜູກຊີງຊ້າໃນພຣະຣາຊະວັງໃຫ້ຈົງໄດ້ ຫາກບໍ່ໄດ້ຈະຕ້ອງຖືກປັບໃໝ ພັນຕຳລືງທອງເຊັ່ນດຽວກັນ

ມະໂຫສົດ ເມື່ອໄດ້ຊາບເຊັ່ນນັ້ນ ກໍຫາຄົນສະຫຼາດມາ 20 ຄົນສັ່ງໃຫ້ໄປທູນພຣະເຈົ້າແຜ່ນດິນ ວ່າ

“ພວກເຈົ້າຈົ່ງເຂົ້າໄປຂໍເຊືອກຊາຍເກົ່າ ເພື່ອເອົາມາເບິ່ງເປັນຕົວຢ່າງ ໃນການຝັ້ນເຊືອກຊາຍເສັ້ນໃໝ່ ຫາກບໍ່ມີ ຈົ່ງທູນວ່າ ຖ້າເຊັ່ນນັ້ນ ຈະໃຫ້ຊາວບ້ານຝັ້ນເຊືອກເສັ້ນໃໝ່ ຖວາຍໄດ້ຢ່າງໃດ?”

ຊາຍທັງ 20 ຄົນໄດ້ປະຕິບັດຕາມຄຳແນະນຳແລ້ວ ກໍເປັນພໍພຣະທັຍຂອງພຣະເຈົ້າວິເທຫະຣາຊຍິ່ງໜັກ

ວັນຕໍ່ມາອີກ…

ພຣະເຈົ້າວິເທຫະຣາຊຮັບສັ່ງໃຫ້ຊາວບ້ານສົ່ງສະໂບກຂະຣະນີ ມີດອກປະທຸມ 5 ຊະນິດເຂົ້າໄປຖວາຍ ຖ້າບໍ່ໄດ້ຈະຖືກປັບໃໝອີກ ມະໂຫສົດສັ່ງໃຫ້ໃຫ້ຄົນສະຫຼາດ ໃນການເວົ້າເຂົ້າໄປຫາ ແລ້ວສັ່ງວ່າ

“ພວກທ່ານຈົ່ງຫຼິ້ນນ້ຳຈົນຕາແດງ ແລ້ວຫົ່ມຜ້າປຽກ ຖືເຊືອກ ແລະ ໄມ້ຄ້ອນກ້ອນດິນເຂົ້າໄປເຝົ້າພຣະເຈົ້າແຜ່ນດິນ ກາບທູນວ່າ ພວກຂ້າພະເຈົ້າໄດ້ຊຸກສະໂບກຂະຣະນີມາຈົນເຖິງພຣະນະຄອນແລ້ວ ແຕ່ມັນຢ້ານບ້ານເມືອງ ຈິ່ງດິ້ນຈົນເຊືອກຂາດກັບໄປຢູ່ທີ່ເກົ່າເສຍ ຂໍໃຫ້ພຣະອົງໄດ້ໂປດສົ່ງສະໂບກຂະຣະນີໃນພຣະນະຄອນອອກໄປລໍ້ມັນມາເຖີດ”

ຄົນເຫຼົ່ານັ້ນໄດ້ທຳຕາມຄຳສັ່ງ ແກ້ບັນຫາຂອງພຣະອົງໄດ້ຕາມປະສົງ…

ແຕ່….

ພໍວັນຮຸ້ງຂຶ້ນ ຊາວບ້ານໄດ້ຮັບກະແສ ຮັບສັ່ງອີກກວ່າ ໃຫ້ສົງສວນດອກໄມ້ເຂົ້າໄປຖວາຍມະໂຫສົດ ຈິ່ງໃຫ້ຄົນເຂົ້າໄປທູນແກ້ປິດສະນາດັ່ງເຊັ່ນເລື່ອງສະໂບກຂະຣະນີນັ້ນອີກ ເມື່ອພຣະຈົ້າວິເທຫະຣາຊໄດ້ຊົງທົດລອງມະໂຫສົດ ຈົນເປັນທີ່ແນ່ພຣະທັຍວ່າ ມະໂຫສົດ ເປັນນັກປາດຕ້ອງຕາມພຣະສຸບິນນິມິດຂອງພຣະອົງຄ໌ໂດຍແທ້ແລ້ວ ດ້ວຍຫວັງຈະມະໂຫສົດເຂົ້າໄປຢູ່ໃນພຣະຣາຊະວັງ ແຕ່ບັງເອີ້ນຕີຍມ້າພຣະທີ່ນັ່ງແຕກແຫງ ກີບແຕກເສຍໃນຣະວ່າງທາງ ຈິ່ງສະເດັດກັບພຣະຣາຊະວັງດ້ວຍຄວາມເສຍພຣະທັຍ…

ວັນຕໍ່ມາ…

ພຣະອົງຊົງປຶກສາກັບເສນນະກະວ່າ

“ທ່ານອາຈານ ເຮົາຈະທຳຢ່າງໃດ ຈຶ່ງຈະໄດ້ຕົວມະໂຫສົດ?”

ເສນນະກະທູນວ່າ

“ຂໍໃຫ້ພຣະອົງຮັບສັ່ງໃຫ້ມະໂຫສົດສົົ່ງມ້າສິນທົບມາໃຫ້ພຣະອົງຄ໌ເສຍກ່ອນ ໂດຍອ້າງວ່າ ວັນກ່ອນໄປບໍ່ເຖິງ ກັບມາໄດ້ແຕກເສຍກ່ອນ ຫາກມະໂຫສົດມີປັນຍາຈິງ ກໍຈະເຂົ້າມາເຝົ້າພຣະອົງຄ໌ຕາມພຣະຣາຊະປະສົງເປັນແນ່ຂະນ້ອຍ”

ພຣະເຈົ້າວິເທຫະຣາຊໄດ້ຊົງທຳຕາມຄຳແນະນຳຂອງເສນນະກະແລ້ວ…

ມະໂຫສົດ ຊາບພຣະບໍຣົມຣາຊະໂອງການ ແລ້ວບອກໃຫ້ບິດາກັບເສດຖີບໍຣິວານອີກພັນຄົນເຂົ້າໄປເຝົ້າກ່ອນ ຝ່າຍຕົນເອງພ້ອມກັບບໍຣິວານພັນ ໄດ້ນັ່ງຣົດເຂົ້າໄປທີ່ຫຼັງ ສົ່ງໃຫ້ບໍຣິວານຈັບເອົາລາຕົວນຶ່ງ ຫໍ່ຫຸ່ມດວ້ຍເສື່ອລຳແພນ ບັນທຸກຣົດໄປດ້ວຍ

ຄັນເຖິງທີ່ເຝົ້າແລ້ວ ບິດາກໍລຸກໃຫ້ມະໂຫສົດນັ່ງແທນທີ່ ຂະນະນັ້ນ ນັກປາດທັງ 4 ຕ່າງພາກັນຕົບມືຫົວຂວັນຊອບໃຈວ່າ

“ເບິ່ງນັກປາດຄົນໃໝ່ຂອງພຣະເຈົ້າແຜນດິນຕີ ຊ່າງບໍ່ເຄົາລົບບິດາເສຍເລີຍ ບໍ່ສົມຄວນເປັນນັກປາດ”

ພຣະເຈົ້າວິເທຫະຣາຊເຫັນດັ່ງນັ້ນ ກໍຊົງເສຍພຣະທັຍ ເຖິງກັບອຶ້ງ ຕັດຖາມອັນໃດບໍ່ອອກ

ມະໂຫສົດຈິງທູນຖາມວ່າ

“ຂໍເດຊະ ມາຣດາບິດາຍ່ອມດີກວ່າບຸດສະເໝີໄປ ຫຼື ຂະນ້ອຍ?”

“ຢ່າງນັ້ນຕິລູກ “ພຣະເຈົ້າວິເທຫະຣາຊຕັດຕອບ

ມະໂຫສົດ ຈຶ່ງໃຫ້ບໍຣິວານເອົາລາເຂົ້າໄປຍັງທີ່ເຝົ້າ ແລ້ວທູນຖາມວ່າ

“ລາຕົວນີ້ ຣາຄາເທົ່າໃດ ຂະນ້ອຍ”

“ຖ້າຍັງໃຊ້ງານໄດ້ດີ ມີຣາຄາພຽງ 8 ຕໍາລຶງເທົ່ານັ້ນ “ ຊົງຮັບສັ່ງຕອບ

“ມ້າອັດສະດອນ ທີີ່ເປັນລູກຂອງລາຕົວນີ້ ມີຣາຄາເທົ່າໃດ ຂະນ້ອຍ”

“ຫາຄ່າບໍ່ໄດ້”

“ຖ້າເຊັ່ນນັ້ນ ບິດາກໍບໍ່ດີກວ່າບຸດສະເໝີໄປ ຫຼື ຫາກພຣະອົງຍັງເຫັນວ່າ ບິດາຍັງດີກວ່າບຸດຢູ່ແລ້ວ ໄດ້ໂປດຮັບບິດາຂອງຂ້າພະເຈົ້າໄວ້ ແລ້ວສັ່ງໃຫ້ຂ້າພະເຈົ້າໄປເຖີດ”

ພຣະເຈົ້າວິເທຫະຣາຊ ເມື່ອຊົງສະດັບຄຳເວົ້າອັນເປືອງປາດເຊັ່ນນັ້ນ ກໍຊົງໂສມະນັດບິດາຍິ່ງໜັກ ຕັດອອກໄປວ່າ

“ເມື່ອກີ້ນີ້ ເຮົາຫຼົງເຂົ້າໃຈຜິດຕາມຄໍາຂອງນັກປາດທັງ 4”

ແລ້ວຕັດຂໍມະໂຫສົດເປັນບຸດບຸນທັມຈາກສິຣິວັດທະນະກະເສດຖີຜູ້ບິດາ ແລ້ວໂປດໃຫ້ຮັບຣາຊະການຢູ່ໃນສຳນັກຂອງພຣະອົງໃນຖານະນັກປາດຄົນທີ 5

ເປັນອັນວ່າ ມະໂຫສົດໄດ້ເຂົ້າມາຮັບຣາຊະການສະໜອງພຣະເດດ ພຣະຄຸນ ພຣະເຈົ້າວິເທຫະຣາຊ ນັບແຕ່ບັດນັ້ນ…

ຢູ່ມາວັນໜຶ່ງ…

ມີຄົນໄປກາບທູນພຣະເຈົ້າວິເທຫະຣາຊ ວ່າ

“ມີແກ້ວມະນີ ຢູ່ທີ່ສະໂບກຂະຣະນີ ຂະນ້ອຍ”

ພຣະເຈົ້າວິເທຫະຣາຊໂປດໃຫ້ເສນນະກະໄປພິຈາຣະນາເບິ່ງ ເສນນະກະເຂົ້າໃຈວ່າແກ້ວມະນີຢູ່ໃນນ້ຳ ຈິ່ງໃຫ້ຄົນວິດນ້ຳໃນສະນັ້ນເສຍ ແຕ່ກໍບໍ່ພົບ ຈຶ່ງໄດ້ເລີກລາກັນກັບໄປ ທໍາຢູ່ຢ່າງນັ້ນຫຼາຍຄັ້ງ ຫຼາຍຄາວ ແຕ່ບໍ່ໄດ້ຜົນ ພຣະເຈົ້າວິເທຫະຣາຊ ຈຶ່ງຮັບສັ່ງໃຫ້ມະໂຫສົດໄປກວດເບິ່ງ ພໍມະໂຫສົດໄປເຖິງ ກໍຮູ້ໄດ້ວ່າ

“ແກ້ວມະນີ ຕ້ອງຢູ່ບົນຍອດຕານແນ່ນອນ”

ຈຶ່ງໃຫ້ຄົນຂຶ້ນໄປເບິ່ງ ກໍໄດ້ພົບແກ້ວມະນີທີ່ຮັງກາ ແລ້ວນໍາເອົາລົງມາຖວາຍພຣະເຈົ້າວິເທຫະຣາຊ ສົມປະສົງ

ການທັງນີ້ ປະຊາຊົນຕ່າງພາກັນເຍາະເຍີ້ຍ ເສນນະກະວ່າ ທຳໃຫ້ຕົນວິດນ້ຳລຳບາກຝ່າຍມະໂຫສົດໄດ້ຮັບພຣະຣາຊທາແກ້ວມຸກດາ ເຄື່ອງປະດັບພຣະສໍຂອງພຣະອົງເປັນລາງວັນ ແລະ ຕັ້ງໃຫ້ມະໂຫສົດເປັນເສນາບໍດີແຫ່ງກຸງມິຖີລາສືບຕໍ່ໄປ

ຫຼັງຈາກທີ່ມະໂຫສົດ ໄດ້ເປັນເສນາບໍດີແລ້ວ ພຣະເຈົ້າວິເທຫະຣາຊ ໄດ້ສະເດັດປະພາດພຣະຣາຊະອຸດທະຍານ ພ້ອມກັບມະໂຫສົດ ໄດ້ພົບກິ້ງກ່າຕົວໜຶ່ງເກາະຢູ່ປາຍເສົາ ຮີມປະຕູພຣະຣາຊະອຸດທະຍານ ພໍມັນເຫັນພຣະຣາຊາສະເດັດມາ ກໍລົງໄປໝອບຕິດກັບພື້ນ

ພຣະເຈົ້າວິເທຫະຣາຊຊົງທອດພຣະເນດເຫັນດັ່ງນັ້ນ ຈຶ່ງຕັດຖາມມະໂຫສົດວ່າ

“ມະໂຫສົດ! ກິ້ງກ່າມັນທໍາອັນໃດ ນັ້ນ?”

ມະໂຫສົດ ທູນວ່າ

“ມັນມີຄວາມປະສົງຈະຂໍເປັນຂ້າເຝົ້າພຣະອົງ ຂະນ້ອຍ”

“ຖ້າເຊັ່ນນັ້ນ ຈົ່ງຈັດແຈງຊັບພຣະຣາຊທານໃຫ້ມັນ”

“ມັນເປັນສັດເດຍຣະສານ ບໍ່ຕ້ອງການສົມບັດອັນໃດ ມັນຕ້ອງການພຽງກິນເທົ່ານັ້ນຂະນ້ອຍ”

“ແລ້ວມັນກິນອັນໃດແດ່?” ພຣະເຈົ້າວິເທຫະຣາຊຮັບສັ່ງຖາມຕໍ່ໄປ

“ມັນກິນຊີ້ນ ຂະນ້ອຍ”

ຖ້າຢ່າງນັ້ນ ເຮົາຈະໃຫ້ຊັບເປັນຄ່າຊີ້ນຂອງມັນວັນລະເຄິ່ງມາສົກ” ພຣະເຈົ້າວິເທຫະຣາຊຊົງຮັບສັ່ງໃຫ້ໃນທີ່ສຸດ ແລ້ວຊົງຕັ້ງໃຫ້ບຸຣຸດຄົນໜຶ່ງ ເປັນຜູ້ຈັດຫາຊີ້ນໃຫ້ກີ້ງກ່າກິນທຸກວັນໄປ ຈົນກະທັງເຖິງວັນອຸໂປສົດວັນໜຶ່ງ ບໍ່ມີຜູ້ໃດ ນຳຊີ້ນ ແລະ ປາໄປຂາຍທີ່ຕະຫຼາດ ຊາຍຄົນນັ້ນບໍ່ສາມາດຫາຊີ້ນໄປໃຫ້ກີ້ງກ່າໄດ້ ຄັນຈະເກັບຊັບໄວ້ ກໍຢ້ານຈະຖືກຫາຍັກຍອກຂອງຫຼວງ ຈິ່ງເອົາຊັບເຄິ່ງມາສົກນັ້ນ ຜູກຕິດຄໍກີ້ງກ່າໄວ້ ກີ້ງກ່າມີຄວາມມານະທະນົງຕົວ ນຶກກະຫຍິ່ມຕົວ ທີ່ຕົນມີຊັບເໝືອນກັບພຣະມະຫາກະສັດ ຕໍ່ມາ ໃນວັນຮຸ່ງຂຶ້ນ ພຣະເຈົ້າວິເທຫະຣາຊໄດ້ສະເດັດປະພາດພຣະຣາຊະອຸດທະຍານອີກ ເມື່ອກີ້ງກ່າຕົວນັ້ນແລເຫັນພຣະຣາຊແລ້ວ ບໍ່ໄດ້ລົງໄປໝອບສະແດງຄວາມເຄົາລົບເຊັ່ນວັນກ່ອນ ເປັນພຽງຜະຫງົກຫົວບົນເສົາໄມ້ ພຣະຣາຊາຈິ່ງຕັດຖາມເຫດ

ມະໂຫສົດ ກາບທູນວ່າ

“ເພາະມັນເປັນຊາດຕ່ໍ່າຊ້າ ຄົງມີມານະຂຶ້ນດ້ວຍເຫດໃດ ເຫດນຶ່ງ ຂະນ້ອຍ”

ຄັນທູນດັ່ງນີ້ແລ້ວ ຈິ່ງພິຈາລະນາເບິ່ງ ເມື່ອໄດ້ເຫັນຊັບເຄິ່ງມາສົກຕິດຢູ່ທີ່ຄໍກີ້ງກ່າຈິ່ງທູນໃຫ້ຊາບ

ພຣະເຈົ້າວິເທຫະຣາຊ ຊົງໂກດ ວ່າ

“ກີ້ງກ່ານີ້ ອະຫັງກາ ຈະຂ້າມັນເສຍ”

ມະໂຫສົດທູນຄັດຄ້ານວ່າ

“ໄດ້ໂປດເຖີດ ຂະນ້ອຍ ທັມມະດາສັດເດຍຣະສານ ຍ່ອມບໍ່ຮູ້ຈັກຜິດຊອບໜັກເບົາ ຢ່າໄດ້ລົງພຣະອາຍາມັນເລີຍ ພຽງແຕ່ໃຫ້ງົດຈ່າຍຄ່າຊີ້ນສຳລັບມັນ ກໍພໍແລ້ວ”

ພຣະເຈົ້າວິເທຫະຣາຊຊົງອະນຸມັດຕາມທີ່ມະໂຫສົດທູນແນະນຳ…

ຂໍກ່າວເຖິງມານົບ ຊາວເມືອງມີຖິລາຄົນໜຶ່ງ…

ຊາຍຜູ້ນີ້ ມີນາມວ່າ ປີງຄຸດຕະຣະມານົບ ໄດ້ໄປສຶກສາເລົ່າຮຽນສິນລະປະວິດທະຍາ ໃນສຳນັກອາຈານທິສາປາໂມກ ເມືອງຕັກກະສີລາ ແລ້ວໄດ້ເປັນສິດຜູ້ໃຫຍ່ຂອງອາຈານ ຄັນສຳເລັດການສຶກສາ ແລ້ວອາຈານໄດ້ຍົກລູກສາວຄົນໃຫຍ່ໃຫ້ເປັນພັນລະຍາ

ແຕ່ເພາະລູກສາວຂອງອາຈານເປັນຜູ້ມີບຸນຍາພິນິຫານມາກ ຝ່າຍໜຸ່ມປີງຄຸດຕະຣະເປັນພຽງຜູ້ມີສິນລະປະວິດທະຍາເທົ່ານັ້ນ ດັ່ງນັ້ນ ຈຶ່ງເຮັດໃຫ້ທັງສອງບໍ່ເປັນອັນຢູ່ຮ່ວມກັນ ປີງຄຸດຕະຣະຫາໂອກາດທີ່ຈະທອດຖິ້ມພັນລະຍາຢູ່ສະເໝີ ຈົນວັນໜຶ່ງ…

ເຂົາໄດ້ລາອາຈານ ພາພັນລະຍາເດີນທາງກັບບ້ານໃນເມືອງມີຖິລາ ຄັນພົບຕົ້ນໝາກເດື່ອ ມີໝາກສຸກເຕັມຕົ້ນ ຈຶ່ງຂຶ້ນໄປກິນໝາກເດື່ອຢູ່ເທິງຕົ້ນພຽງຄົນດຽວ ແມ້ພັນລະຍາໄດ້ຮ້ອງຂໍຂຶ້ນໄປກໍຮ້ອງຕອບລົງມາວ່າ

“ມື້ຕີນຂອງທ່ານມີ ເປັນຫຍັງ ຈຶ່ງບໍ່ຂຶ້ນເອົາເອງ ເຊີນຂຶ້ນມາເກັບກິນເອງເຖີດ”

ນາງເກີດຂັດໃຈຍິ່ງໜັກ ຈຶ່ງປີນຂຶ້ນໄປເທິງຕົ້ນໝາກເດື່ອ ໃນທັນໃຈ ເມື່ອນາຍປີງຄຸດຕະຣະເຫັນເປັນໂອກາດ ຈຶ່ງຮີບລົງໄປຂ້າງລຸ່ມ ຫາໝາມມາທຶບໃສ່ຕົ້ນໝາກເດື່ອໄວ້ແລ້ວ ເດີນໜີໄປຢ່າງໜ້າຕາເສີຍ ປ່ອຍໃຫ້ຍິງສາວນັ່ງຮ້ອງໄຫ້ຢູ່ລຳພັງຄົນດຽວ ເທິງຕົ້ນ ໝາກເດື່ອນັ້ນ

ພໍດີ ວັນນັ້ນ ພຣະເຈົ້າວິເທຫະຣາຊສະເດັດກັບຈາກພຣະຣາຊອຸດທະຍານ ໄດ້ຜ່ານມາທາງນັ້ນ ພໍໄດ້ທອດພຣະເນດເຫັນນາງ ກໍຊົງສະເໜ່ຫາ ຈຶ່ງໃຫ້ອຳມາດໄປສໍາພາດ ຊາບວ່າ ມີສາມີແລ້ວ ແຕ່ສາມີໄດ້ຖິ້ມເສຍ ຈຶ່ງໂປດໃຫ້ຮັບລົງຈາກຕົ້ນໝາກເດື່ອ ນໍາມາອະພິເສກເປັນອັກຄະມະເຫສີ ພຣະຣາຊທານພຣະນາມວ່າ ພຣະນາງອຸທຸມພອນຣາຊເທວີ

ຄັນຕໍ່ມາ ພຣະຣາຊເທວີໄດ້ທອດພຣະເນດເຫັນຕ່ຽວ ຖາງຫຍ້າຢູ່ຮິມທາງ ກໍຊົງພຣະສວນ

ພຣະຣາຊາຕັດຖາມເຖິງເຫດ ພຣະນາງໄດ້ທູນວ່າ

“ຂະນ້ອຍເຫັນ ສາມີເກົ່າຜູ້ຖິ້ມຂະນ້ອຍໄວ້ ທີ່ຕົ້ນໝາກເດື່ອແລ້ວໜີມາແຜ້ວຖາງຖະໜົນຢູ່ນີ້ ນຶກວ່າແກເປັນກາລະກີນີບໍ່ອາດຮັບເອົາ ຜູ້ເປັນຄົນມີສິຣິໄວ້ໄດ້ ຂະນ້ອຍ”

ແຕ່…ພຣະເຈົ້າວິເທຫະຣາຊບໍ່ຊົງເຊື່ອ ພຣະອົງຊົງລະແວງໄປວ່າ ພຣະນາງຈະຫົວຂວັນເພາະຄວາມດີໃຈທີ່ໄດ້ເຫັນສາມີເກົ່າມາກກວ່າ  ຈຶ່ງຊັກພຣະຂັນອອກມາຂູ້ໃຫ້ບອກຄວາມຈິງ

“ຖ້າພຣະອົງບໍ່ຊົງເຊື່ອ ກໍຖາມບັນດິດຂອງພຣະອົງ ເບິ່ງເຖີດ ຂະນ້ອຍ “

ພຣະນາງທູນຢ່າງໝົດຫົນທາງ

“ວ່າຢ່າງໃດ ທ່ານອາຈານ “ພຣະເຈົ້າວິເທຫະຣາຊ ຫັນມາຖາມເສນນະກະ

“ຈິ່ງຢ່າງນາງອຸທຸມພອນວ່າ ຫຼື ບໍ່?”

ເສນນະກະທູທັນທີວ່າ

“ຊາຍໜຸ່ມ ຫຼື ຈະຖິ້ມເມຍສາວສວຍໄດ້ ຂະນ້ອຍ”

ຂ້າກໍວ່າຢ່າງນັ້ນ ພຣະເຈົ້າວິເທຫະຣາຊຊົງພະຍັກພັດເຫັນດ້ວຍ ແລ້ວຫັນໄປທາງມະໂຫສົດ” ວ່າຢ່າງໃດ ມະໂຫສົດ ເຈົ້າເຫັນເປັນປະກາໃດ?”

ມະໂຫສົດ ທູນວ່າ

“ສິຣິ ກັບ ກາລະກີນີ ໄກກັນ ເໝືອນ ຟ້າດິນ ເຂົ້າກັນບໍ່ໄດ້ ຂະນ້ອຍ” ໂປດເຊື່ອເຖີດວ່າ ຊາຍຄົນນີ້ເປັນຄົນກາລະກີນີ ສ່ວນພຣະນາງເຈົ້າເປັນຜູ້ມີສິຣິ ພຣະນາງເຈົ້າບໍ່ໄດ້ຫົວຂວັນເພາະເຫດອື່ນ ດອກຂະນ້ອຍ”

ພຣະເຈົ້າວິເທຫະຣາຊ ຊົງເຊື່ອເຊື່ອຕາມມະໂຫສົດ ຈິ່ງໄດ້ພຣະຣາຊທານອະໄພ ແກ່ພຣະນາງ ທັງນີ້ທຳໃຫ້ພຣະນາງພໍພຣະທັຍ ໃນມະໂຫສົດຍິ່ງໜັກ ຈິ່ງກາບທູນພຣະເຈົ້າວິເທຫະຣາຊ ສາມີວ່າ

“ພຣະນ້ອງນາງໄດ້ພົ້ນຄວາມຕາຍ ເພາະມະໂຫສົດ ດ້ວຍເຫດນີ້ ພຣະນ້ອງນາງຂໍຮັບມະໂຫສົດເປັນນ້ອງຊາຍ ສະເໝືອນກັບຮ່ວມອຸທອນດຽວກັນ ຕັ້ງແຕ່ບັດນີ້ເປັນຕົ້ນໄປ ຂະນ້ອຍ”

“ໄດ້ ຕີ ບໍ່ເປັນຫຍັງດອກ “ ພຣະເຈົ້າວິເທຫະຣາຊຕັດຕອບ

“ເຮົາພຣະອົງກໍເປັນໜີ້ບຸນຄຸນມະໂຫສົດຢູ່ເໝືອນກັນ ຫາກບໍ່ມີມະໂຫສົດ ເຮົາພຣະອົງ ອາດຈະເສຍເມຍຮັກໄປກໍໄດ້”  ຕັດແຕ່ຍິ້ມແດ່ ດ້ວຍຄວາມພໍພຣະທັຍ

ພຣະນາງອຸທຸມພອນ ຈຶ່ງທູນຂໍພອນຕໍ່ໄປອີກວ່າ

“ຕັ້ງແຕ່ບັດນີ້ເປັນຕົ້ນໄປ ຂໍໃຫ້ມະໂຫສົດເຂົ້າວັງໄດ້ທຸກເວລາ ແລະ ຂໍໃຫ້ພຣະນ້ອງນາງໄດ້ສົ່ງຂອງກິນແຊບອອກໄປໃຫ້ມະໂຫສົດໄດ້ທຸກເວລາ ຢ່າໃຫ້ນາຍປະຕູຫ້າມປາມເປັນອັນຂາດທັງນີ້ ເພື່ອພຣະນ້ອງນາງຈະໄດ້ຕອບແທນ ບຸນຄຸນ ຂອງມະໂຫສົດ ບັນດິດ ຂະນ້ອຍ”

“ຕົກລົງ ເຮົາພຣະອົງອະນຸຍາດ” ພຣະເຈົ້າວິເທຫະຣາຊຕັດໃນທີ່ສຸດ…

ຢູ່ມາວັນໜຶ່ງ…

ພຣະເຈົ້າວິເທຫະຣາຊສະເດັດພຣະລາຊະດຳເນີນໄປໆມາໆຢູ່ທີ່ໜ້າມຸກແຫ່ງປະສາດ ໄດ້ທອດພຣະເນດເຫັນແກະເຂົ້າໄປຄາບເອົາຊີ້ນ ແລະ ປາໃນຄົວມາໃຫ້ໝາ ແລະ ໝາໄດ້ເຂົ້າໄປຄາບເອົາຫຍ້າໃນໂຮງຊ້າງມາໃຫ້ແກະ ທັງນີ້ເພາະໃນວັນກ່ອນ ແກະເຂົ້າໄປກິນຫຍ້າໃນໂຮງຊ້າງ ຖືກຄວາມຊ້າງຕີໄດ້ຮັບຄວາມທຸກຂະເວທະນາ ສ່ວນໝາເຂົ້າໄປລັກກິນຊີ້ນປາໃນເຮືອນຄົວ ກໍຖືກພໍ່ຄົວຕີໄດ້ຮັບຄວາມເຈັບປວດແສນສາຫັດ ສັດທັງສອງໄດ້ແລ່ນອອກໄປຫຼັງປະສາດ ແລ້ວທຳສັນຍາຊ່ວຍເຫຼືອກັນ ແລະ ກັນ ໂດຍໄປຫາອາຫານແລກປ່ຽນກັນດັ່ງທີ່ພຣະເຈົ້າວິເທຫະຣາຊຊົງທອດພຣະເນດເຫັນນັ້ນ ຄັນແລ້ວ ພຣະອົງຄ໌ຮູ້ສຶກແປກພຣະທັຍນຳໄປຜູກເປັນບັນຫາ ຮຽກປະຊຸມນັກປາດທັງ 5 ແລ້ວຖາມບັນຫານັ້ນ ໂດຍຄາດໂທດໄວ້ລ່ວງໜ້າວ່າ

“ຫາກຜູ້ໃດ ຊີ້ແຈ້ງບໍ່ໄດ້ ຈະເນຣະເທດເສຍ ຖ້າຫາກຜູ້ໃດຊີ້ແຈ້ງໄດ້ກໍຈະຊຸບລ້ຽງຕໍ່ໄປ”

ນັກປາດທັງ 5 ພາກັນກາບທູນ ຂໍພຣະບໍຣົມຣາຊະວະໂຣກາດນໍາບັນຫານັ້ນໄປຄິດກ່ອນ ແລ້ວຈະມາກາບທູນຊີ້ແຈ້ງຕໍ່ພາຍຫຼັງ ພຣະອົງຄ໌ອະນຸມັດຕາມທີ່ທູນຂໍ ໂດຍພຣະຣາຊທານໃຫ້ໂອກາດເປັນເວລາ 3 ວັນນັກປາດທັງ 5 ໄດ້ພາກັນອອກຈາກທີ່ເຝົ້າ

ຝ່າຍມະໂຫສົດໄດ້ເຂົ້າໄປເຝົ້າພຣະນາງອຸທຸມພອນຣາຊເທວີ ເມື່ອພຣະນາງຕັດເລົ່າສູ່ຟັງວ່າ

“ເມື່ອວານນີ້ ນາຍຫຼວງສະເດັດໄປໆມາໆຢູ່ທີ່ໜ້າມຸກມະຫາປາສາດ”

ມະໂຫສົດ, ຈຶ່ງຮີບໄປເບິ່ງ ໄດ້ເຫັນແກະ ແລະ ໝາກຳລັງທຳກິຣິຍາເຊັ່ນນັ້ນອີກ ຈຶ່ງເປັນອັນປະຈັກແຈ້ງໃນບັນຫາແລ້ວກັບໄປ ຍັງບ້ານຂອງຕົນ ອາບນ້ຳຊຳຣະກາຍແລ້ວ ບໍຣິໂພກອາຫານໂດຍຜາສຸກສຳຣານ

ສ່ວນນັກປາດທັງ 3 ຄື ປຸກກຸສະ ກາມິດ ເທວິນ ເມື່ອກັບໄປເຖິງບ້ານ ຕ່າງກໍພາກັນຄິດເມື່ອບໍ່ເຫັນເຫດຜົນຕົ້ນປາຍ ຈຶ່ງພາກັນໄປຫາເສນນະກະຜູ້ເປັນອາຈານໃຫຍ່ ເມື່ອເສນນະກະບອກວ່າ

“ຂ້າເອງກໍຍັງຄິດບໍ່ໄດ້ເໝືອນກັນ ຫວະ! ບໍ່ຮູ້ວ່າມັນຈະເປັນຢ່າງໃດ ແນ່?”

“ຖ້າຢ່າງນັ້ນ ຂ້າວ່າໄປຖາມມະໂຫສົດດີກວ່າ ອາຈານ”

ນັກປາດທັງ 3 ຜູ້ຢ້ານເນຣະເທດ ກ່າວຊວນ ຊຶ່ງອາຈານເສນນະກະ ກໍເຫັນດີດ້ວຍ ຈຶ່ງເຂົ້າໄປຫາມະໂຫສົດ

ມະໂຫສົດນັ້ນ ເມື່ອເຫັນນັກປາດທັງ 4 ເຂົ້າໄປຫາ ກໍສົງສານ ຈຶ່ງບອກໃຫ້ເປັນໃຈຄວາມຄົນລະຢ່າງພຽງຫຍໍ້ໆ ແກ່ເສນນະກະວ່າ

“ຊີ້ນແກະເປັນທີ່ພໍໃຈ ຂອງລູກອໍາມາດ ແລະ ລູກພວກຫຼວງທັງປວງ ສ່ວນເນື້ອໝາບໍ່ເປັນທີ່ພໍໃຈຂອງລູກອຳມາດ ແລະ ລູກຫຼວງທັງປວງ ບັດນີ້ ທັງສອງສັດ ແກະກັບໝາໄດ້ເປັນມິດກັນແລ້ວ”

ແລ້ວຫັນມາບອກ ປຸກກຸສະ ວ່າ

“ໜັງແກະໃຊ້ເປັນເຄື່ອງລາດຫຼັງຊ້າງ ຫຼັງມ້າໄດ້ ສ່ວນໜັງໝາບໍ່ມີໃຜໃຊ້ເປັນເຄື່ອງລາດ ບັດນີ້ ສັດທັງສອງໄດ້ເປັນມິດກັນແລ້ວ”

ບອກແກ່ ກາມິນ ວ່າ

“ແກະມີເຂົາໄປ່ແປ້ໄປຂ້າງຫຼັງ ແລະ ກິນຫຍ້າເປັນອາຫານ ບັດນີ້ ທັງສອງສັດໄດ້ເປັນມິດກັນແລ້ວ”

ຄັນແລ້ວບອກແກ່ ເທວິນ ເປັນຄົນສຸດທ້າຍວ່າ

“ແກະກິນຫຍ້າ ແລະ ໃບໄມ້ເປັນອາຫານ ສ່ວນໝາບໍ່ກິນຫຍ້າ ແລະ ໃບໄມ້ ກິນແຕ່ກະຕ່າຍ ຫຼື ແມວ ເປັນອາຫານ ບັດນີ້ ສັດທັງສອງໄດ້ເປັນມິດກັນແລ້ວ”

ເມື່ອບອກໃຫ້ດັ່ງນີ້ແລ້ວ ກໍສົ່ງນັກປາດທັງ 4 ນັ້ນກັບໄປ

ຄັນຮຸ່ງເຊົ້າມາ ກໍພາກັນເຂົ້າເຝົ້າພຣະເຈົ້າວິເທຫະຣາຊ ພຣະອົງຄ໌ຊົງພຣະກະແສຮັບສັ່ງຖາມນັກປາດທັງ 4 ໂດຍລຳດັບ ນັກປາດເຫຼົ່ານັ້ນ ກໍກາບທູນຕາມ ທີ່ຕົນໄດ້ຮຽນມາຈາກມະໂຫສົດ ພຣະອົງຄ໌ຊົງເຂົ້າພຣະທັຍວ່າ ນັກປາດເຫຼົ່ານີ້ ຮູ້ແຈ່ມແຈ້ງດ້ວຍປັນຍາຂອງຕົນແລ້ວໆຖາມມະໂຫສົດ ເປັນຄົນສຸດທ້າຍ

ມະໂຫສົດ ກາບທູນວ່າ

“ທັມມະດາແກະມີ 4 ເທົ້າ ມີກີບ 8 ກີບ ມັນໄປລັກຊີ້ນ ແລະ ປາມາໃຫ້ໝາກິນ ສ່ວນໝາໄດ້ໄປຫາຄາບເອົາຫຍ້າມາໃຫ້ແກະກິນ ພຣະອົງຄ໌ໄດ້ທອດພຣະເນດເຫັນມັນທັງສອງແລກປ່ຽນໄມຕຣີກັນດ້ວຍອາການຢ່າງນີ້ ຂະນ້ອຍ”

ພຣະເຈົ້າວິເທຫະຣາຊຊົງພິຈາລະນາເຫັນວ່າ ນັກປາດທັງ 5 ຄົນແກ້ບັນຫາໄດ້ຖືກຕ້ອງຕາມພຣະຣາຊປະສົງ ຈຶ່ງຊົງປຶ້ມໃຈ ພໍພຣະທັຍຍິ່ງໜັກ ໄດ້ພຣະຣາຊທານຮົດທຽມດ້ວຍມ້າອັດສະດອນ ໃຫ້ນັກປາດທັງ 5 ຄົນລະຄັນ ໄດ້ພຣະຣາຊທານບ້ານສ່ວຍອີກຄົນລະ 1 ພັນແລ້ວນັກປາດທັງ 5 ກໍໄດ້ກາບທູນລາກັບໄປ…

ເນື້ອຄວາມນີ້ ຊາບເຖິງພຣະນາງເຈົ້າອຸທຸມພອນຣາຊເທວີ ພຣະນາງຈຶ່ງທູນວ່າ

“ພຣະອົງຄ໌ບໍ່ຄວນ ພຣະຣາຊທານ ລາງວັນ ແກ່ນັກປາດທັງ 5 ນັ້ນສະເໝີກັນເລີຍ ຄວນໃຫ້ມະໂຫສົດມາກກວ່າ ເພາະນັກປາດທັງ 4 ແກ້ບັນຫາໄດ້ ດ້ວຍອາໄສມັນສະໝອງ ຂອງຊາຍພຣະນ້ອງນາງແທ້

ຄັນພຣະເຈົ້າວິເທຫະຣາຊຊົງຊາບຄວາມຈິງເຊັ່ນນັ້ນ ກໍບໍ່ຊາບ ຈະເຮັດໃຫ້ປະການໃດ ນອກຈາກຮັບສັ່ງວ່າ

“ເຮົາຜິດໄປແລ້ວ ແຕ່ເອົາເຖິີດ ເຮົາຈະແກ້ໄຂໃນວັນຫຼັງ”

ຢູ່ມາວັນໜຶ່ງ…

ພຣະເຈົ້າວິເທຫະຣາຊໄດ້ຕັດຖາມເສນນະກະໃຈຄວາມວ່າ

“ຄົນມີປັນຍາຢ່າງດຽວ ບໍ່ມີຊັບເລີຍກັບຄົນມີແຕ່ຊັບຢ່າງດຽວ ບໍ່ມີປັນຍາເລີຍ ທັງສອງຈຳພວກ ຢ່າງໃດຈະດີກວ່າກັນ?”

ເສນນະກະ ທູນທັນທີ່ວ່າ

“ຄົນໃນໂລກນີ້ເປັນນັກປາດກໍຕາມ ເປັນພານກໍຕາມ ມີສິລະປະວິທຍາ ຫຼື ບໍ່ ກໍຕາມຕະກູນສູງ ຫຼື ຕ່ຳກໍຕາມ ຫາກບໍ່ມີຊັບແລ້ວ ຕ້ອງເປັນທາດຂອງຄົນມີຊັບ ສ່ວນຄົນມີຊັບເຖິງແມ້ຈະເປັນຄົນໄງ່ ຕະກຸນຕ່ຳຕ້ອຍສັກປານໃດ ກໍສາມາດເປັນນາຍຂອງຄົນບໍ່ມີຊັບ ດັ່ງນັ້ນ ຄົນມີຊັບຈຶ່ງດີກ່າວຄົນມີປັນຍາ ຂະນ້ອຍ”

ເມື່ອພຣະເຈົ້າວິເທຫະຣາຊ ຊົງລະດັບຄຳແກ້ຂອງເສນນະກະ ດັ່ງນັ້ນແລ້ວ ຊົງຫ້າມນັກປາດທັງ 3 ເຊິ່ງນັ່ງຢູ່ໃນຖັດໄປຈາກເສນນະກະ ພຣະສົງຄ໌ເລີຍໄປຖາມມະໂຫສົດ

“ຢ່າງໃດ ມະໂຫສົດ ຄົນມີປັນຍາກັບມີຊັບ ຈໍາພວກໃດດີກວ່າກັນ?”

ມະໂຫສົດ ທູນວ່າ

“ທັມມະດາ ຄົນທີ່ມີແຕ່ຊັບຢ່າງດຽວ ບໍ່ມີປັນຍາປະກອບດ້ວຍ ຍ່ອມທໍາແຕ່ສິ່ງທີ່ເປັນໂທດ ທັງໃນປັດຈຸບັນ ແລະ ອະນາຄົດ ສ່ວນຄົນທີ່ມີປັນຍາຍ່ອມເຫັນເຫັນສິ່ງທີ່ເປັນໂທດ ແລະ ຄຸນແລ້ວທຳແຕ່ສິ່ງທີ່ເປັນຄຸນທັງໃນໂລກນີ້ ແລະ ໂລກໜ້າ ດັ່ງນັ້ນ ຄົນມີປັນຍາຢ່າງດຽວ ຈິ່ງດີກວ່າຄົນມີຊັບຢ່າງດຽວ ຂະນ້ອຍ”

“ວ່າຢ່າງໃດ ທ່ານເສນນະກະ?” ພຣະເຈົ້າວິເທຫະຣາຊ ຫັນມາຖາມເສນນະກະຕໍ່ໄປ

ເສນນະກະ ທູນແຍ້ງຢ່າງເຊື່ອໝັ້ນວ່າ

“ຢ່າເຊື່ອມະໂຫສົດເລີຍ ເພາະທ່ານຍັງນ້ອຍຫຼາຍ ໂປດຟັງຖ້ອຍຄໍາຂອງພະເຈົ້າເຖີດ ໂຄວິນທະກະເສດຖີ ບໍ່ມີຄວາມຮູ້ອັນໃດເລີຍ ທັງລູກຊາຍລູກສາວກໍຮູບຮ່າງເລວຊາມ ແຕ່ທ່ານມີຊັບເຖິງ 80 ໂກດ ມີຄົນຢ້ານກົວ ມີສັດຕຣີຮູບຮ່າງງາມດັ່ງນາງຟ້າຖືດອກບົວຄອຍຮອງຮັບ ນ້ຳລາຍຂອງທ່ານຢູ່ຂ້າງລະຄົນ ເມື່ອຮັບນໍ້າລາຍຂອງທ່ານແລ້ວເອົາໄປໂຍນລົງທາງໜ້າຕ່າງໆ ພວກນັກເລງຍັງພາກັນເກັບເອົາໄປລ້າງນ້ຳແລ້ວ ເອົາເອ້ຫູໄປໂຮງສຸຣາ ພວກພະນັກງານຂາຍສຸຣາເຂົ້າໃຈວ່າ  ເປັນຄົນໃຊ້ຂອງໂຄວິນທະກະເສດຖີ ກໍຕັກສຸຣາໃຫ້ກິນຕາມປະສົງດ້ວຍເຫດຢ້ານປາຣະມີຂອງໂຄວິນທະກະເສດຖີ ເຫດນີ້ຄົນມີຊັບຈຶ່ງດີກວ່າຄົນມີປັນຍາ”

“ລູກມະໂຫສົດ ເຫັນເປັນປະການໃດ?” ຊົງຫັນມາທາງມະໂຫສົດອີກ

ມະໂຫສົດ ທູນຢ່າງບໍ່ຫວັ່ນວ່າ

“ຄົນບໍ່ມີປັນຍາຍ່ອມບໍ່ຮູ້ຈັກ ອະນິຈຈັງ ທຸກຂັງ ອະນັຕຕາ ເມື່ອໄດ້ຊັບແລ້ວ ຍ່ອມມົວເມົາໝົກໝຸ່ນໃນສິ່ງທີ່ໄຮ້ສາຣະ ເມື່ອປະສົບທຸກຂະພັຍ ຍ່ອມດິນຣົນຢູ່ຝ່າຍດຽວ ບໍ່ຮູ້ຈັກຫົນທາງແກ້ໄຂ ສ່ວນຄົນມີປັນຍາຮູ້ຈັກຫຼັກ ບໍ່ມົວເມົາໃນເບນຈະກາມຄຸນ ບໍ່ທໍາສິ່ງທີ່ໄຮ້ສາຣະ ຮູ້ຈັກຫາອຸບາຍ ເອົາຕົວຣອດເມື່ອປະສົບທຸກຂະພັຍ ຄົນມີປັນຍານັ້ນແຫຼະດີ ກວ່າຄົນທີ່ມີຊັບ ຂະນ້ອຍ”

“ເສນນະກະ! ທ່ານເປັນປະການໃດ?”

“ຂໍຢ່າເຊື່ອມະໂຫສົດ ມະໂຫສົດເວົ້າອອມຄອມ ທັມມະດາ ຕົ້ນໄມ້ມີຜົນດົກ

ຂອງຫມູ່ນັກ ສັນໃດ ຄົນມີຊັບກໍຍອມ ເປັນທີ່ອາສັຍຂອງຄົນຈົນທັງຫລາຍ ມີແຕ່ປັນຍາປຽບເຫມືອນຕົນໄມບໍ່ມີຜົນ ດັ່ງນັ້ນ ຄົນທີ່ມີຊັບນັ້ນ ແຫລະດີກວ່າ ຄົນມີແຕປັນຍາ

ຂະນ້ອຍ ” ເສນນະກະ ວາ

“ລູກມະໂຫສົດ ຈະວ່າຢ່າງໃດ?”

“ຄົນມີແຕ່ຊັບ ບໍ່ມີປັນຍາ ປຽບເຫມືອນຕົ້ນໄມ້ມີຜົນເປັນພືດ ທໍາໃຫ້ນົກທີ່ກິນເຂົ້າໄປໃຫ້ ຕາຍໄດ້ ສ່ວນຄົນທີ່ມີແຕປັນຍາບໍ່ມີຊັບ ບໍ່ໄດທໍາໃຫ້ຜູ້ຄົບຫາສະມາຄົມເຖິງຄວາມພິນາດແນະນໍາໃຫ້ລະຄວາມຊົ່ວ ປະພຶດຄວາມດີ ດັ່ງນັ້ນ ຄົນມີປັນຍານັ້ນ ແຫລະດີກ່ວາ ຄົນມີຊັບ ຂະນ້ອຍ” ມະໂຫສົດ ວ່າ

“ເສນນະກະ! ທ່ານຈະເຫັນເປັນປະການໃດ ມະໂຫສົດເຂົາວ່າມາຢ່າງນີ້ ? “

ພຣະ ເຈົ້າວິເທຫະຣາຊ ຊົງກະຕຸ້ນເສນນະກະຕໍ່ໄປ

“ທັມມະດາ ນໍ້າໃນແມ່ນໍ້າທັງຫລາຍ ຍອມໄຫລໄປຮວມ ທີ່ແມ່ນ້ໍາຄົງຄາ ແລວໄຫລລົງສູ່ມະຫາສະໝຸດ ຄັນເຖິງມະຫາສະມຸດແລວ ຍອມຫມົດຊື່ວາ ເປັນນ້ໍາໃນແມ່ນໍ້ານັ້ນ ແມ່ນໍ້ານີ້ ທັງສີແລະຣົດເດີມ ຍ່ອມອັນຕະທານໄປສັນໃດ ຄົນມີປັນຍາຢ່າງດຽວ ເມື່ອເຂົ້າໄປຫາຜູມີຊົບຍ່ອມ ອັບເສົາ ບໍ່ອົງອາດຜິງຜາຍສັນນັ້ນ ດ້ວຍເຫດນີ້ ຄົນມີຊັບຈຶ່ງດີກ່ວາຄົນມີປັນຍາ ຂະນ້ອຍ ” ເສນ ນະກະເຂົາວ່າຢ່າງນັ້ນ

“ມະໂຫສົດເອີຍ! ລູກຈະວາ ຢາງໃດຕໍ່ໄປ ? ”

ມະໂຫສົດ ທູນຢາງຫມັ້ນໃຈ ຕໍ່ໄປວ່າ

“ເສນນະກະ ເວົ້າບໍ່ຖືກກັບຄວາມຈິງເລີຍ ທັມມະດາ ນ້ໍາໃນມະຫາສມຸດ ເຖິງຈະມາກ ພຽງໃດກໍຕາມ ມີຄືນເປັນຫມື່ນ ໆ ແສນ ໆ ກໍຕາມ ຍ່ອມບໍ່ລົ້ນຝັ່ງມະຫາສະໝຸດໄປໄດ້ ສັນໃດ ຄົນມີ ຊັບເຖິງແມ້ ຈະມີຊັບເທົ່າໃດ ກໍບໍ່ສາມາດລ່ວງພົ້ນຄົນມີປັນຍາໄປໄດ້ ສັນນັ້ນ ກ່າວຄື ເມື່ອມີ ເຫດການສໍາຄັນເກີດຂຶ້ນ ແລ້ວ ຊັບນັ້ນຍອມຄິດອ່ານບໍ່ໄດ້ ຈໍາຕ້ອງແລ່ນຫາຄົນມີປັນຍາໂດຍແທ້ ດັ່ງນັ້ນ ຄົນມີປັນຍານັ້ນແຫລະດີກ່ວາ ຄົນມີຊັບ ຂະນ້ອຍ”

“ເອີ! ຟັງມະໂຫສົດເວົ້າກໍ່ເຂົ້າທີ ນະ ເສນນະກະ ”

ພຣະເຈົ້າວິເທຫະຣາຊ ຊົງພຣະສວນ

“ເຂົ້າທີ່ຢາງໃດໄດ້ ຂະນ້ອຍ”

ເສນນະກະ ທູນຄັດຄ້ານ

“ຄົນມີຊັບນັ້ນ ເຖິງຈະຕັດສີນ ຖ້ອຍຄວາມບໍ່ເປັນຍຸຕິທັມກໍດີ ຈະກິນສິນບົນກໍດີ ຈະເວົ້າຜິດ ໆ ຖືກໆ ກໍດີ ໃຜໆ ກໍຄັດຄ້ານບໍ່ໄດ້ ສ່ວນຄົນມີປັນຍາ ເຖິງຈະທໍາຖືກ ເວົ້າຖືກ ຄຶດຖືກ ກໍຍອມບໍ່ມີໃຜເຊື່ອຖືດວຍ ເຫັນເປັນຄົນຈົນ ດັ່ງນັ້ນ ຄົນມີຊັບນັ້ນ ແຫລະດີກ່ວາ ຄົນມີປັນຍາ ຂະນ້ອຍ”

“ເອີ! ກໍເຂົ້າທີເຫມືອນກັນ ແຫລະ ທ່ານເສນນະກະເວົ້າ ”

ພຣະເຈົ້າວິເທຫະຣາຊຮັບສັ່ງ

“ມະໂຫສົດ ຈະວ່າຢ່າງໃດ?”

“ຢາເຊື່ອ ເສນນະກະເລີຍ ຂະນ້ອຍ ເພາະ ເສນນະກະເຫັນແຕ່ໃກ້ ໆ ເທົ່ານັ້ນ ບໍ່ມອງ ໃນການໄກ ທີ່ເຂົາເວົ້ານັ້ນ ບໍ່ເປັນຄວາມຈິງເລີຍ ຖ້າຄົນມີປັນຍາຢູ່ທີ່ນັ້ນ ແລ້ວ ເຂົາຍອມ

ອ່ານໂຕ້ຖຽງຂຶ້ນທີ່ດຽວ ອັນນຶ່ງ ຖ້າມີຊັບເຊັ່ນນັ້ນ ຍ່ອມຈະໄດ້ຮັບຄວາມຕິຕຽນກຽດຊັງທັງຕໍ່ໜ້າແລະລັບຫລັງ ທັງໃນເວລາທີ່ຍັງມີຊີວິດແລະຕາຍໄປແລ້ວ ສ່ວນຄົນມີປັນຍາ ຈະຕັດຕາມຫລື ທໍາອັນໃດ ກໍເປັນຄະຕິທັມສະເໝີ ໄດ້ຮັບສັນຣະເສີນຝ່າຍດຽວ ທັງຕໍ່ຫນາ ແລະລັບຫລັງ ທັງໃນເວລາທີ່ຍັງມີຊີວິດຢູ່ ແລະຕາຍໄປແລ້ວ ດ້ວຍເຫດນີ້ ຄົນມີປັນຍາດີກວ່າ ຄົນມີຊັບ ຂະນ້ອຍ ”

“ເສນນະກະ ເອີຍ! ທ່ານຈະວ່າຢ່າງໃດ ຕໍ່ໄປ ”

“ຄົນມີຊັບຍອມອົງອາດໃນຫມູ່ປະຊາຊົນ ຄົນຈົນຊຶ່ງມີແຕປັນຍາ, ຍອມບໍ່ອົງອາດອອກໜ້າອອກຕາເຫມືອນຄົນມີຊັບ ຖ້າເຂົ້າໄປຫາຄົນມີຊັບ ແລ້ວຍ່ອມອັບເສົາເໝືອນຫິ້ງຫ້ອຍຫມົດແສງໃນເວລາກາງວັນສະນັ້ນ ດັ່ງນັ້ນ ຄົນມີຊັບ ຈຶ່ງດີກວາຄົນມີປັນຍາ ຂະນ້ອຍ ກະ ຖຽງຄໍ ເປັນເອັນຂຶ້ນ

“ຕາເສນນະກະນີ້ ເຫັນ ແຕ່ເຫລື້ອງໃກ ໆ ເທົ່ານັ້ນ ບໍ່ມອງເຫັນການໄກເລີຍ ຂະນ້ອຍ! ມະໂຫສົດ ແຍ້ງຕໍ່ໄປ ”

“ທັມມະດາ ຄົນມີປັນຍາຍ່ອມເທົ່າກັບໄຟດວງໃຫຍ ຫລື ດວງຈັນ ດວງອາທິດອັນຮຸ່ງເຮື່ອງໃນເວລາກາງຄືນ ແລະກາງວັນສະນັ້ນ ຄົນມີປັນຍາຢູໃນທີ່ໃດ ຍອມສະຫງ່າ ຜ່າເຜີຍກ່ວາຄົນໂງຫລາຍຮອຍເທົ້າ ຍອມເປັນທີ່ພໍໃຈ ຄົບຫາສະມາຄົມ ນັບຖືຂອງປະຊາຊົນ ທົ່ວໄປ ດັ່ງນັ້ນ ຄົນມີປັນຍານັ້ນແຫລະ ດີກ່ວາຄົນມີຊັບ ຂະນ້ອຍ”

ເສນນະກະ ໂຕ້ຕໍ່ໄປວ່າ

“ຄົນມີຊັບ ຍອມສົມບູນດ້ວຍຊ້າງ ມ້າ ງົວ ຄວາຍ ຣົດລາພາຫະນະ ເຄື່ອງໃຊ້ສອຍ ບ່າວໄພ່ບໍຣິວານ ສ່ວນຄົນມີປັນຍາ ບໍ່ມີອັນໃດເລີຍ ດ້ວຍເຫດນີ້ ຄົນມີຊັບຈຶ່ງດີກ່ວາ ຄົນມີປັນຍາ ຂະນ້ອຍ”

“ແຕ່ຄົນມີປັນຍາຍ່ອມຮັກສາຊັບໄວໄດ້”

ມະໂຫສົດແຍ່ງ

“ຊັບຍອມບໍ່ຢູ່ກັບຄົນໂງ ຍ່ອມໜີຈາກຄົນໂງໄປເຫມືອນກັບງູຖີ້ມຄາບໄປສະນັ້ນ ສ່ວນຄົນມີປັນຍາຍ່ອມຮັກສາຊັບໄວໄດ້ ແລະ ຍອມຮູຈັກທາງຫາຊັບ ຮູຈັກຈາຍຊັບໃຫ້ ເປັນປະໂຍດ ເຫດນີ້ ຄົນມີປັນຍາ ຈຶ່ງຈັດວ່າເປັນຄົນດີ ກາວຄົນມີຊັບ ຂະນ້ອຍ”

ເສນນະກະ ເມື່ອໄດ້ຍິນດັ່ງນັ້ນ ກໍຄຶດວ່າ ເຮົາຈະຕ້ອງໃຫ້ມະໂຫສົດຫມົດປັນຍາຄາວນີ້ໃຫ ຈົ່ງໄດ ຈຶ່ງທູນຕໍ່ໄປວ່າ

” ຂ້າພະເຈົ້າທັງ 5 ລ້ວນເປັນຄົນມີປັນຍາ ຫາກມະໂຫສົດຖືວ່າ ຄົນມີປັນຍາດີກ່ວາຄົນມີ ຊັບແລວ ເຫດໃດ ຈຶ່ງມາເປັນຂ້າຮັບໃຊ້ຂອງພຣະອົງຄ໌ ຜູ້ມີຊັບເຊັ່ນນີ້ເດ ດັ່ງນັ້ນ ຄົນມີຊັບນັ້ນ ແຫລະດີກ່ວາ ຄົນມີປັນຍາ ຂະນ້ອຍ ”

ເມື່ອເຫັນເສນນະກະປ່ອຍໄມ້ຕາຍເຊັ່ນນັ້ນ ມະໂຫສົດກໍຫລີ້ນປ່ອຍໄມ້ຕາຍ ແກ່ຂຶ້ນວ່າ

” ເສນນະກະນີ້ ຊ່າງບໍ່ຮູ້ຈັກຄຸນປັນຍາຂອງຕົນ ຄົນບໍ່ມີປັນຍາ ເຖິງຈະມີຊັບມາກພຽງໃດ ກໍປຽບເຫມືອນຄົນໃຊ້ຂອງຄົນມີປັນຍາ ທັງຕ້ອງເພິ່ງຜູ້ມີປັນຍາໃນເວລາມີເຫດການສໍາຄັນເກີດຂຶ້ນ ສ່ວນຄົນມີປັນຍາ ເວລາຕ້ອງການຊັບ ກໍຄຶດຫາໄດ້ໂດຍງ່າຍ ເວລາມີເຫດສໍາຄັນເກີດຂຶ້ນ ກໍບໍ່ຕອງຫັນຫນ້າໄປຫາໃຜ ທັງບໍ່ຕິດຢູ່ໃນເບນຈະກາມຄຸນ ຖືຜິດ ຖືຊົ່ວດີເປັນປະມານ ຈະທໍາສິ່ງ ໃດກໍຖືກຕ້ອງເປັນທີ່ນິຍົມຊົມຊອບຂອງຄົນທົ່ວໄປ ເພາະປັນຍາທໍາໃຫ້ສໍາເລັດຄວາມປາຖະນາທັງປວງ ສິ່ງທັງປວງໃນໂລກນີ້ ລ້ວນເກີດຂຶ້ນດ້ວຍປັນຍາ ສົມບັດທັງປວງກໍ່ເກີດຂຶ້ນດ້ວຍປັນຍາ ທັງນັ້ນ ແຮ່ຕາງໆ ຈະສໍາເຣັດຮູບເປັນເງິນເປັນທອງໄດກໍດວຍປັນຍາ ທັງນັ້ນ ແກ້ວຕ່າງໆ ຄົນກໍໄດມາດ້ວຍປັນຍາ ປັນຍາເປັນມູນຮາກໃຫ້ເກີດຊັບສົມບັດທັງມວນ ດ້ວຍເຫດນີ້ ຂໍພຣະອົງຄ໌ຈົງຊາບເຖີດວ່າ ຄົນມີປັນຍາດີກ່ວາ ຄົນມີຊັບ ຂະນ້ອຍ ”

ພຣະເຈົ້າວິເທຫະຣາຊຕັດຖາມເສນນະກະອີກ ແຕເສນນະກະຈົນປັນຍາ ນັ່ງກົ້ມຫນ້າ.

ເມື່ອເຫັນເສນນະກະຈົນປັນຍາ,ເປັນອັນວ່າ ມະໂຫສົດຊະນະເສນນະກະດວຍປະການສະນີ້ ພຣະເຈົ້າວິເທຫະຣາຊ ຕັດຊົມເຊີຍມະໂຫສົດ ແລະ ແລ້ວພຣະຣາຊທານງົວນຶ່ງພັນຕົວ ມີງົວອຸສຸພະຣາຊເປັນນາຍຝູງ ກັບ … ລົດທຽມດ້ວຍມ້າອາຊາໄນ 10 ຄັນ ບານສວຍອີກ 10 ບານ.

ເມື່ອອາຍຸຄົບ 16 ປີ ມະໂຫສົດໄດປອມຕົວເປັນຊ່າງຂຸນອອກຈາກພຣະນະຄອນ ໄປທາງດ້ານທິດອຸດອນ , ໂດຍລໍາພັງຜູ້ດຽວທ່ຽວໄປຈົນກະທັງເຖິງບ້ານອຸດຕະຣະວະຍະມັດຊະ ລະວ່າງທາງນັ້ນເອງ ມະໂຫສົດໄດສວນທາງກັບນາງອະມອນ ຜູ່ມີບຸນຍາທິການ ທີ່ໄດ້ເຮັດແຕ່ອະດິດ ເປັນທິດາຕະກຸນເສດຖີທຸກຍາກ ກໍາລັງນໍາເຂົ້າຕົ້ມໄປສົ່ງບິດາ ຊຶ່ງອອກໄປນອກບ້ານ ມະໂຫສົດໄດ້ພິຈາຣະນາທົດສອບ ຈົນຮູ້ວ່ານາງເປັນຜູ້ສະຫລາດ ເປືອງປາດດ້ວຍປັນຍາ ເໝາະສົມທີ່ຈະເປັນຄູ່ຄອງຂອງຕົນແລ້ວ ຈຶ່ງເຂົ້າໄປກາບທູນພຣະນາງອຸທຸມພອນໃຫ້ຊົງຊາບ ….

ນາງອຸທຸມພອນໄດກາບທູນພຣະເຈົ້າວິເທຫະຣາຊ ແລ້ວໄດພຣະຣາຊະທານເຄື່ອງປະດັບຕ່າງໆ ຢ່າງ ພ້ອມກັບອອກໄປຮັບນາງອະມອນເຂົ້າສູ່ພຣະຣາຊວັງ ຈັດການແຕ່ງງານໃຫ້ ຢ່າງສົມກຽດ ຕັ້ງແຕ່ນັ້ນມາ ນາງອະມອນ ແລະມະໂຫສົດ ກໍຢູ່ດ້ວຍກັນໂດຍຜາສຸກ…

ຄັນໃນເວລາຕໍ່ມາ ……..

ນັກປາດທັງ 4 ມີເສນນະກະເປັນຫົວຫນ້າ ເກີດຣິສຍາມະໂຫສົດ ຈິ່ງພາກັນວາງ ແຜນການໃສຄວາມວ່າ ມະໂຫສົດເປັນກະບົດ ໂດຍເສນນະກະໄດ້ໄປຂະໂມຍເອົາ ແກ້ວມະນີ ປູກກະສະ ໄດໄປຂະໂມຍເອົາດອກໄມ້ທອງ ກາມິນ ໄດໄປຂະໂມຍເອົາເກີບຂອງພຣະເຈົ້າ ແຜ່ນດິນ ແລ້ວສົ່ງໃຫ້ທາສີໄປຂາຍທີ່ບ້ານມະໂຫສົດ ທີ່ລະຢ່າງໆ ນາງອະມອນໄດ້ຮັບຊື້ໄວ້ ພ້ອມຈົດຊື່ວັນເດືອນປີ ແລະຊື່ບິດາມານດາຕະລອດຈົນທີ່ຢູ່ຂອງນາງທາສີຄົນນັ້ນໄວໂດຍຕະລອດ. ເມື່ອນໍາຂອງທັງ 4 ຢ່າງນັ້ນໄປໄວ້ທີ່ບ້ານມະໂຫສົດຮຽບຮ້ອຍແລ້ວ ກໍພາກັນເຂົ້າ ເຝົ້າພຣະເຈົ້າວິເທຫະຣາຊ ທູນວາ

“ເຫດໃດ ພຣະອົງຄ໌ ຈຶ່ງບໍ່ປະດັບປະດາຈຸລາມະນີ ເດ?”

ເມື່ອພຣະອົງຄ໌ຮັບສັ່ງໃຫ້ນໍາ ແກ້ວຈຸລາມະນີມາ ຈຶ່ງໄປທໍາເປັນຄົ້ນຫາຢູ່ຫນ້ອຍນຶ່ງ ແລ້ວ ກັບມາທູນວາ

“ຂໍເດຊະ ພຣະຈຸລາມະນີຫາຍເສຍແລ້ວ ດອກໄມ້ທອງ ຜ້າກັມພົນ ເກີບ ແກ້ວຂອງ ພຣະອົງຄ໌ ກໍພອຍຫາຍໄປດ້ວຍ ຂະນ້ອຍ ” ແລ້ວ ພາກັນທູນຕໍມະໂຫສົດ ຫາວ່າ ມະໂຫສົດ ເປັນຄົນລັກໄປ ແລະທີ່ມະໂຫສົດທໍາການເຊັ່ນນີ້ ຕ້ອງຫວັງເພື່ອຈະໄດ້ເປັນພຣະຣາຊາ ແທນພຣະອົງຄ໌ແນ.

ຝາຍຄົນສອດແນມຂອງມະໂຫສົດ ໄດ້ກັບໄປລາຍງານໃຫ້ມະໂຫສົດຊາບ ມະໂຫສົດ ລະວັງຕົວ ຫວັງຈະເຂົ້າເຝົ້າ ແຕ່ພຣະເຈົ້າວິເທຫະຣາຊໄດ້ຮັບການຍຸຍົງຈາກນັກປາດທັງ 4 ພຣະອົງລີ້ເສຍ ບໍ່ໃຫ້ມະໂຫສົດມີໂອກາດທີ່ຈະເຂົ້າ ເຝົ້າໄດ້ ມະໂຫສົດຢ້ານເປັນອັນຕະລາຍ ຈຶ່ງກັບໄປບ້ານຂອງຕົນ

ຄັນມະໂຫສົດໄປແລ້ວ ພຣະເຈົ້າວິເທຫະຣາຊໄດ້ອອກລີ້ແລວ ຕັດຮັບສັງນັກປາດທັງ 4 ມະໂຫສົດ ພໍດີຄົນສອດແນມໄດ້ໄປແຈ້ງໃຫ້ມະໂຫສົດຊາບ ມະໂຫສົດເຫັນທ່າບໍ່ດີ ໄດ້ແຕ່ງຕົວອອກເປັນຄົນຂໍທານ ຫນີອອກຈາກພຣະນະຄອນໄປອາໄສເປັນລູກມືຊ່າງໝໍ ຢູ່ໃນບ້ານ ທັກສິນວະຍະມັດຊະຄາມ

ໃນຄາວນັ້ນ … .

ເກີດເລົ່າລືກັນວ່າ ມະໂຫສົດຫລົບຫນີໄປແລວ ນັກປາດທັງ 4 ຕາ ໄດປະຊຸມວາງແຜນຈະຍືດເມຍມະໂຫສົດ ໂດຍສົງທູດໄປຕິດຕໍ່ກ່ອນ ແຕ່ງຕົວກັນໄປຫາ ນາງອະມອນທີລະຄົນ ຊຶ່ງໃນທີ່ສຸດ ໄດ້ຖືກນາງອະມອນທໍາໃຫ້ຕົກເຂົ້າໄປໃນຂຸ່ມຂີ້ໄດ້ຮັບຄວາມອັບອາຍຂາຍຫນ້ານາງອະມອນໄດ້ໃຫບ່າວໄພນໍານັກປາດທັງ 4 ນັ້ນ ໄປຍັງພຣະຣາຊະວັງ ສ່ວນນາງຕາມໄປກາບທູນໃຫພຣະເຈົ້າວິເທຫະຣາຊຕະລອດແລ້ວກັບໄປຍັງບ້ານຂອງຕົນ

ໃຝ່າຍພຣະເຈົ້າວິເທຫະຣາຊເຫັນເຊັ່ນນັ້ນ ບໍ່ຊາບຈະທໍາປະການໃດນອກຈາກ ນັກປາດທັງ 4 ກັບໄປຍັງບານເຮືອນຂອງຕົນ ບໍ່ໄດລົງໂທດ ດວຍກົວເກງພຣະທັຍວ່າ

“ເວລານີ້ ມະໂຫສົດກໍຫນີໄປແລ້ວ ເຮົາຍັງບໍ່ຮູວ່າ ມະໂຫສົດ ຈະຄິດອ່ານປະການໃດ ກັບເຮົາ”

ຂໍກ່າວເຖິງເທວະດາ ຜູສິງ ຢູ່ໃຕ້ເສດຕະສັດ ຂອງພຣະເຈົ້າວິເທຫະຣາຊ ຊົງເຄີຍຟັງທັມຈາກມະໂຫສົດສະເໝີ ເມື່ອມະໂຫສົດຫນີໄປແລ້ວ ກໍຂາດການຟັງທັມ ເພື່ອໃຫ້ພຣະເຈົ້າວິເທຫະຣາຊ ອັນເຊີນມະໂຫສົດກັບມາອີກ ໃນເວລາກາງຄືນວັນນຶ່ງໄດ້ຈິງເຂົ້າໄປຖາມ ບັນຫາ 4 ຂໍ້ຕໍ່ພຣະເຈົ້າວິເທຫະຣາຊ ວ່າ

  1. ໃຜເອີຍ ຍິ່ງເຕະ ຍິ່ງຊົກ ຍິ່ງຕ່ອຍ ຍິງຕີ ກໍຍັງເປັນທີ່ຮັກ
  2. ໃຜເອີຍ ຍິ່ງດ່າ ຍິ່ງແຊງຊັກ ກໍຍິ່ງເກີດຄວາມຮັກໃຄ ອິນດູ
  3. ໃຜເອີຍ ຍິ່ງກ່າວຮ້າຍໃສໂທດ ກໍຍ່ອມເປັນທີ່ຮັກຂອງກັນແລະກັນ
  4. ໃຜເອີຍ ຍິ່ງຂົນເອົາສິ່ງຂອງໄປ ກໍຍິ່ງເປັນທີ່ຮັກໃຄຂອງເຈົ້າຂອງ

ຝ່າຍພຣະເຈົ້າວິເທຫະຣາຊ ເມື່ອຊົງສະດັບປັນຫາ ເທວະດາແລ້ວ ຈຶ່ງພິຈາຣະນາເບິ່ງ ສຸດພຣະປັນຍາທີ່ຈະແກ້ໄດ້ ຈິງຍ່ອມຈໍານົນກັບເທວະດາວ່າ

“ເທວະດາເອີຍ ເຮົາຄິດຈົນສຸດປັນຍາແລ້ວ ບໍ່ສາມາດຈະແກ້ໄດ້ ເຮົາຂໍເວລາຈັກນຶ່ງວັນ ເພື່ອຖາມນັກປາດທັງ 4 ເບິ່ງກ່ອນ”

ເທວະດາ ອະນຸຍາດແກ່ພຣະຣາຊາແລ້ວ ກໍຫາຍວັບໄປ

ວັນຮຸ່ງຂຶ້ນ ພຣະເຈົ້າວິເທຫະຣາຊຊົງຮັບສັ່ງໃຫ້ນັກປາດທັງ 4 ເຂົ້າເຝົ້າ ແຕ່ນັກປາດທັງ 4 ຍັງຫົວໂລ້ນຢູ ຮູ້ສຶກອາຍຄົນເປັນກໍາລັງ ໃນການທີ່ຈະເດີນໄປຕາມທາງ

ພຣະເຈົ້າວິເທຫະຣາຊໄດ້ ພຣະຣາຊທານຫມວກ ສານດ້ວຍໃບຫມາກພ້າວ 4 ໃບ ມີຮູບຮ່າງຄ້າຍທະນານຕວງເຂົ້າໄປໃຫ້ ນັກປາດທັງ 4 ພາກັນສວມຫມວກນັ້ນເຂົ້າໄປເຝົ້າ ຄັນສະດັບປັນຫາຈາກພຣະເຈົ້າວິເທຫະຣາຊ ແລວ ກໍບໍ່ສາມາດແກ້ໄດ້..

ເມື່ອເຖິງເວລາໃກ້ຮຸ່ງຄືນນັ້ນ ເທວະດາ ກໍມາຖາມພຣະເຈົ້າວິເທຫະຣາຊອີກ ພຣະອົງຄ໌ຊົງແຈ້ງໃຫ້ຊາບເຖິງຂໍ້ທີ່ ບັນຫານັ້ນ ແມ່ນັກປາດທັງ 4 ກໍບໍ່ສາມາດແກ້ໄດ້ ເທວະດາຈຶ່ງຟ້າວໃຫ້ພຣະເຈົ້າວິເຄາະ ຫາຕົວມະໂຫສົດມາໃຫ້ຈົງໄດ້ ທັງຂູ່ວ່າ ຫາກບໍ່ໄດ້ຕົວມະໂຫສົດມາ ແລ້ວ ຈະຕ້ອງຕີຫົວຂອງພຣະອົງຄ໌ດ້ວຍຄ້ອນເຫລັກ ອັນລຸກເປັນໄຟນີ້

ພຣະເຈົ້າວິເທຫະຣາຊ ຊົງສະດຸ້ງຕໍ່ມໍຣະນະພັຍ ຈຶ່ງສົງອໍາມາດອອກໄປຕາມຫາມະໂຫສົເມື່ອພົບຕົວມະໂຫສົດແລວ ກັບມາກາບທູນໃຫ້ພຣະອົງຄ໌ຊາບ ພຣະອົງຄ໌ໂປດໃຫ້ ມະໂຫສົດອາບນໍ້າຊໍາລະກາຍ ແລ້ວເຂົ້າເຝົ້າໄດ້ເຊັ່ນເຄີຍ …

ຮັບພຣະກະແສຮັບສັ່ງແລ້ວ ໄດ້ຂັບຣົດອອກໄປຮັບມະໂຫສົດກັບເຖິງບ້ານໂດຍ ອາບນ້ໍາຊໍາຣະກາຍຮຽບຮ້ອຍແລ້ວແຕ່ງກາຍເຂົ້າເຝົ້າຕາມຮັບສັ່ງທັນທີ.

ເຈົ້າວິເທຫະຣາຊ ເມື່ອເຫັນມະໂຫສັດເຂົ້າມາເຝົ້າ ເຊັ່ນນັ້ນ ກໍຕັດຖາມເປັນປະໂຫຍກແຮກ ເປັນເຊິງລອງໃຈມະໂຫສົດວາ ້

“ມະໂຫສົດ! ຄົນບາງພວກຢູ່ເປັນສຸກ ແລະ ບໍ່ທໍາຄວາມຊົ່ວ ບາງພວກທໍາຄວາມຊົ່ວ ຢ້ານຖືກຕິສິນນິທາ ບາງພວກບໍ່ທໍາຊົ່ວ ເພາະບໍ່ມີປັນຍາ ຕົວເຈົ້າມີປັນຍາຍິ່ງຫນັກເປັນຫຍັງບໍ່ຄິດປະທຸສຮາຍ “.

 

ມະໂຫສົດ ຟັງເຊັ່ນນັ້ນ ກໍຮູ້ທັນທີວ່າ ພຣະເຈົ້າວິເທຫະຣາຊ ລອງໃຈຕົນ ຈຶ່ງທູນວ່າ

” ນັກປາດຍອມບໍ່ທໍາຊົ່ວ ເພື່ອຫາຄວາມສຸກໃສຕົວເລີຍ ເຖິງ ແມ້ຈະຕົກທຸກໄດ້ຮັບ ຝາກລໍາບາກຢ່າງໃດ ກໍບໍ່ຍອມທໍາຄວາມຊົ່ວ ທໍາ ແຕ່ຄວາມດີໂດຍສ່ວນດຽວ ບໍ່ລໍາອຽງດ້ວຍເຫດໃດ ເຫດນຶ່ງ ”

ພຣະເຈົ້າວິເທຫະຣາຊ ຕັດຕໍ່ໄປວ່າ

” ເຈົ້ານັກປາດ ! ຄົນມີປັນຍາ ເມື່ອຕົກທຸກໄດ້ຍາກ ຕ້ອງຄິດເອົາຕົວຣອດ ແມ້ຈະທໍາຄວາມຊົ່ວກໍຍອມທໍາໂດຍຄິດວ່າ ເມື່ອມີຄວາມສຸກແລ້ວ ຍ່ອມທໍາຄວາມດີປະກອບສຸຈະຣິດ ພາຍຫລັງ ”

” ຂໍເດຊະ ການທໍາເຊັ່ນນີ້ ບໍ່ແມ່ນວິໄສນັກປາດ ນັກປາດຢາງຂ້າພະເຈົ້າຍ່ອມບໍ່ທໍາ ຄວາມຊົ່ວເລີຍ ແມ້ໃນຄາວທີ່ຕົກທຸກໄດ້ຍາກ ບໍ່ຄິດທໍຣະຍົດຕໍ່ຜູ້ມີພຣະຄຸນ ມີແຕ່ຄິດຕອບແທນ ບຸນຄຸນສະເໝີ ແມ້ເຂົ້າໄປອາໄສຮົ່ມໄມ້ພຽງຄັ້ງດຽວ ກໍບໍ່ຍອມຫັກກິ່ງກ້ານຮານໃບເລີຍ ເພາະການ ປະທຸສຮ້າຍຕໍ່ຜູ້ມີພຣະຄຸນ ຍ່ອມມີໂທດໃຫຍ່ຫລວງ ບຸກຄົນ 4 ຈໍາພວກຄື ຄະຣືຫັດກຽດຄ້ານ ບັນພະຊິດບໍ່ສໍາຣວມ ພຣະມະຫາກະສັດຂາດການພິຈາຣະນາ ນັກປາດຂີ້ໂກດ ເຫລົ່ານີ້ບໍ່ດີ ເລີຍ ຂະນ້ອຍ ”

ເມື່ອມະໂຫສົດທູນຈົບ ພຣະເຈົ້າວິເທຫະຣາຊຄອຍແຊ່ມຊື່ນພຣະທັຍ ຈຶ່ງອັງເຊີນ ມະໂຫສົດໃຫ້ນັ່ງບົນບັນລັງໃຕ້ເສດຕະສັດ ສ່ວນພຣະອົງປະທັບນັ່ງໃນທີ່ຕ່ໍາກ່ວາ ແລ້ວຍົກ ບັນຫາ 4 ຂໍ້ນັ້ນ ຂຶ້ນມາຖາມທີ່ລະຂໍ້ ມະໂຫສົດໄດ້ແກ້ປັນຫາລໍາດັບ ດັ່ງນີ້ :

  1. ບຸກຄົນທີ່ຍິ່ງເຕະ ຍິ່ງຕອຍ ຍິ່ງຕີ ກໍຍັງເປັນທີ່ຮັກນັ້ນໄດ້ແກ່ ເດັກນ້ອຍໆ ອັນ ນອນຢູ່ບົນຕັກຂອງມາຣດາ ຊື່ນຊົມກັບມາຣດາ ແລວເຕະທຸບຕີມາຣດາ ດ້ວຍມື ແລະຕີນຂອງ ຕົນແດ່ ຖອນຜົມຂອງມາຣດາດ້ວຍປາກຂອງຕົນແດ່ ຕົບປາກມາຣດາດ້ວຍກໍາປັ້ນແດ່ ມາຣດາ ກໍຍິ່ງຮັກຂຶ້ນ.
  2. ຄົນທີ່ຍິ່ງດາ ຍິ່ງແຊງຊັກ ກໍຍັງເປັນທີ່ຮັກນັ້ນ ໄດ້ແກ່ມາຣດາ ຜູ້ແຊ່ງຊັກບຸດ ຂອງຕົນ ດ້ວຍຖ້ອຍຄໍາຕ່າງໆ ແລ້ວເກີດຄວາມເມດຕາຮັກໃຄຂຶ້ນ.
  3. ຄົນທີ່ຍິ່ງກ່າວຮ້າຍໃສໂທດກັນແລະກັນແລ້ວ ຍິ່ງເປັນທີ່ຮັກຂອງກັນແລະກັນໄດ້ແກ່ສາມີພັນລະຍາທີຢູ່ດ້ວຍກັນໃຫມ່ ໆ ເມືອຢູໃນທີ່ສະຫງັດຍ່ອມແກ້ງໃສໂທດກັນວ່າ ອ້າຍບໍ່ຮັກນ້ອງ ໃຈຂອງອ້າຍຢູ່ກັບຄົນອື່ນ ໂຕ້ຕອບກັນໄປມາຢາງນີ້ເປັນຕົ້ນ.
  4. ຄົນທີ່ຍິງຂົນຂອງໄປ ກໍຍັງເປັນທີ່ຮັກ ແຫ່ງເຈົ້າຂອງນັ້ນ ໄດ້ແກ່ສະມະນະ

 

 

ພຣາມຜູ້ມີສີລ ຊຶ່ງນໍາເອົາປັຈຈັຍ 4 ຂອງຊາວບ້ານໄປ.

ເມື່ອມະໂຫສົດແກ້ບັນຫາຈົບລົງ ແຕ່ລະຂໍ້ໆ ເທວະດາໄດ້ສະແດງກາຍໃຫ້ເຫັນເຄິ່ງນຶ່ງແລ້ວຊ້ອງສາທຸການ ດ້ວຍສຽງອັນໄພເຣາະບູຊາມະໂຫສົດ ດ້ວຍດອກໄມ້ທິບເຕັມພະອົບແກ້ວ ຝ່າຍພຣະເຈົ້າວິເທຫະຣາຊບູຊາດ້ວຍດອກໄມຕ່າງໆທຸກຄັ້ງໄປ ໃນຂໍ້ສຸດທ້າຍ ເທວະດານັ້ນໄດຖີ້ມຜະອົບທອງເຕັມດ້ວຍແກ້ວ 7 ປະການ ລົງມາບູຊາມະໂຫສົດແລ້ວ ກໍອັນຕະທານຫາຍໄປ ສ່ວນພຣະເຈົ້າວິເທຫະຣາຊໄດຊົງ ເຜີ້ມອິສຣິຍະຍົສ ໃຫ້ແກ່ມະໂຫສົດຍິງຂຶ້ນກ່ວາແຕ່ກອນ…

ຄັນທຸກຢ່າງກັບກາຍເປັນດັ່ງນີ້ ນັກປາດທັງ 4 ກໍຍິ່ງພາກັນຣິສຍາຫນັກຂຶ້ນ ແລ້ວຄິດຫາ ອຸບາຍໃສຄວາມມະໂຫສົດອີກ ໂດຍພາກັນເຂົ້າໄປຫາມະໂຫສົດ ແລະສົນທະນາ ປາໄສໄຕ່ຖາມມະໂຫສົດວ່າ

“ມະໂຫສົດ ຄົນເກີດມາໃນໂລກນີ້ ຄວນຕັ້ງຢູ່ໃນທັມ ຂໍ້ໃດ ຈຶ່ງຈະເປັນການດີ?” ມະໂຫສົດ ຕອບວ່າ

“ຄວນຕັ້ງຢູ່ໃນສັດຈະທັມ ຄວາມຊື່ສັດ ຈຶ່ງຈະເປັນການດີ”

“ມະໂຫສົດ! ເມືອຕັ້ງຢູໃນສັດຈະທັມ ຄວນທໍາຢ່າງໃດຕໍ່ໄປ ? ”

ເສນນະກະຖາມຕໍ່

” ຄວນຂົນຂວາຍຫາຊັບສິນເງິນທອງມາກຂຶ້ນ ”

” ແລວຄວນທໍາຢ່າງໃດ ຕໍ່ໄປອີກ ”

” ຄວນຫາຄວາມຄິດ ອັນສໍາຄັນຕໍ່ໄປ ”

” ແລວຄວນທໍາຢ່າງໃດ ຕໍ່ໄປ ? ”

” ຄວນປົກປິດໄວ້ ຢ່າໃຫ້ຜູ້ໃດ ຜູ້ນຶ່ງຮູ້ ”

ມະໂຫສົດຕອບໃນທີ່ສຸດ

ຄັນມະໂຫສົດຕອບດັ່ງນັ້ນ ນັກປາດທັງ 4 ເຫັນໄດ້ຊ່ອງໂຈມຕີ ຈຶ່ງກັບໄປຍັງບ້ານຂອງຕົນ ຄັນຮຸ່ງເຊົ້າ ກໍພາກັນເຂົ້າ ເຝົ້າພຣະເຈົ້າວິເທຫະຣາຊ ທູນໃສ່ຄວາມວ່າ

” ມະໂຫສົດ ຄິດກະບົດອີກແລ້ວ ຂະນ້ອຍ ” ພຣະເຈົ້າວິເທຫະຣາຊບໍ່ຊົງເຊື່ອ ; ນັກປາດທັງ 4 ຈິ່ງທູນ ວ່າ

” ຖ້າເຊັ່ນນັ້ນ ຂໍໄດໂປດຕັດຖາມຕໍ່ ຂ້າພະເຈົ້າທັງ 4 ແລະມະໂຫສົດວ່າ ບໍ່ມີຄວາມລັບ ຈະປົກປິດ ໃຫ້ເປີດເຜີຍຄວາມລັບແກ່ຜູນີ້ສະເໝີ ແຕ່ຖ້າເຂົາເປັນກະບົດຈິງຈະທູນວ່າ ຄວາມລັບ ຂອງເຮົາ ເຂົາບອກໃຜບໍ່ໄດ້ ”

ພຣະເຈົ້າວິເທຫະຣາຊ ເຫັນຈິງຕາມນັ້ນ ຈິງໂປດໃຫມະໂຫສົດເຂົ້າເຝົ້າ ຕັດຖາມ ປັນຫາວ່າ

” ດູກ່ອນ ນັກປາດທັງ 5 ຄວາມລັບທີ່ຄວນຕິຕຽນ ສັນຣະເສີນກໍດີ ເຮົາຄວນຈະບອກແກໃຜ ? ”

ເສນນະກະ ອຸບາຍທູນຍ້ອນຖາມທັນທີ ວ່າ

” ຂໍພຣະອົງຄ໌ໄດ້ໂປດສະເລີຍກ່ອນເຖີດ ແລ້ວຂ້າພະເຈົ້າທັງຫຼາຍ ຈະແກ້ຖວາຍຕໍ່

ພາຍຫລັງ ”

” ເຮົາເຫັນວ່າ ຄວນບອກຄວາມລັບແກ້ພັນລະຍາ ຜູ້ຊື່ສັດ ”

ພຣະເຈົ້າວິເທຫະຣາຊ ຕອບ

” ແຕ່ຂ້າພະເຈົ້າເຫັນວ່າ ຄວນບອກແກ່ສະຫາຍທີ່ຮັກຈິງ ໆ ”

ເສນນະກະ

 

 

” ຂ້າພະເຈົ້າເຫັນວ່າ ຄວາມລັບຄວນບອກແກ່ພີ່ຊາຍ ຫລືນ້ອງຊາຍ ຜູ້ມີສີລາຈາຣະວັດ

ອັນດີ ”

ປຸກກຸສະ ທູນຕໍ່ໄປ

” ແຕ່ຂ້າພະເຈົ້າວ່າ ຄວນບອກແກ່ລູກຊາຍ ຜູ້ຢູ່ໃນໂອວາດ ”

ກາມິນທູນຕໍ່ໄປອີກ

” ຂ້າພະເຈົ້າ ຄວນບອກແກ່ມາຣດາ ”

ເທວິນ ທູນອີກ

ຄາວນີ້ ເຖິງມະໂຫສົດແດລະ

ມະໂຫສົດທູນດ້ວຍສຽງຫນັກແຫນ້ນວ່າ

” ແຕ່ຂ້າພະເຈົ້າເຫັນວ່າ ຄວາມລັບນັ້ນ ບໍ່ຄວນຈະບອກແກ່ໃຜທັງສິ້ນ ຂະນ້ອຍ ”

” ຫະ . . ມະໂຫສົດ ! ເຈົ້າເຫັນຢາງນີ້ຈິງ ໆ ຫລື ? ”

ພຣະເຈົ້າວິເທຫະຣາຊຕົກພຣະທັຍ ດ້ວຍບໍ່ເຊື່ອວ່າມະໂຫສົດ ຈະທູນເຊັ່ນນັ້ນ

” ແນວໃດ ເຈົ້າລອງວາອີກເບິ່ງດູ ? ”

” ຂ້າພະເຈົ້າເຫັນວ່າ ຄວາມລັບບໍ່ຄວນບອກແກ່ໃຜ ຂະນ້ອຍ ”

ມະໂຫສົດ ຊໍ້າດ້ວຍຄວາມຫມັ້ນໃຈ !

ພຣະເຈົ້າວິເທຫະຣາຊ ເມື່ອຊົງສະດັບ ມະໂຫສົດເວົ້າເຊັ່ນນັ້ນ ເປັນຄັ້ງທີສອງ ກໍ ນ້ອມພຣະທັຍເຊື່ອວ່າ ມະໂຫສົດກະບົດຈິງ ຕາມຖ້ອຍຄໍາຂອງນັກປາດທັງ 4 ຈຶງຊົງທອດພຣະ ເນດເບິ່ງ ເສນນະກະ ໆ ກໍທອດຕາມາຍັງພຣະອົງຄ໌ ເປັນເຊິງອາດສັນຍາກັນແລະກັນ

ຝ່າຍມະໂຫສົດ ເມື່ອໄດ້ອາກັບກິຣິຍາດັ່ງນັ້ນ ກໍຮູ້ແນ່ແກ່ໃຈວ່າ

” ນັກປາດທັງ 4 ໄດ້ທູນຍຸຍົງພຣະເຈົ້າວິເທຫະຣາຊ ວ່າ ເຮົາເປັນກະບົດເສຍແລວ ພຣະອົງຄ໌ ຈຶ່ງຕັດຖາມປັນຫາເຊັ່ນນີ້ ເພື່ອທົດລອງວ່າ ເຮົາເປັນກະບົດຈິງ ຫລືບໍ່ ເວລານີ້ ກໍຄໍາມືດແລ້ວ ເຮົາບໍ່ຄວນຈະຢູໃຫ້ຊັກຊ້າ ເພາະໃຜເດ ຈະຮູ້ວ່າອັນໃດ ຈະເກີດຂຶ້ນພຣະຣາຊະຖານ ເປັນຂອງບໍ່ຄວນປະມາດ ເຮົາຄວນຮີບອອກໄປເສຍໂດຍໄວ ”

ແລ້ວໄດ້ລຸກຂຶ້ນຖວາຍບັງຄົມລາ ອອກຈາກທີ່ເຝົ້າໃນທັນທີ ແລ້ວນຶກເຖິງຄໍາເວົ້າຂອງ ນັກປາດທັງ 4 ວ່າ

” ຕົນໄດ້ບອກຄວາມລັບແກຄົນນັ້ນຄົນນີ້ ຄິດສົງໄສວ່າ ຂໍ້ນີ້ ຈັກເປັນຢ່າງໃດຫນໍ ຄວາມລັບ ເຫລົ່ານັ້ນ ເຂົາຈັກໄດ້ຮູ້ມາແລ້ວ ຫລືໄດ້ເຫັນມາແລ້ວ ຫລືໄດ້ທໍາເອົາປະການໃດ ເຮົາຈັກຕ້ອງ ສືບໃຫ້ຮູໃນວັນນີ້ຈົນໄດ້ ”

ແລ້ວອອກໄປລີ້ ຢູ່ຮີມຖັງໃສ່ເຂົ້າ ຮີມປະຕູພຣະຣາຊວັງ ຊຶ່ງເປັນທີ່ສົນທະນາຂອງ ນັກປາດທັງ 4 ຫລັງຈາກອອກ ຈາກທີ່ເຝົ້າແລວ ໂດຍສັງໃຫ້ບໍຣິວານຂອງຕົນ ຍົກຖັງເຂົ້າໃບນັ້ນຂຶ້ນແລ້ວ ເຂົ້າໄປລີ້ຢູ່ຂ້າງໃນໃຫ້ບໍຣິວານຫລົບຢູ່ ນະ ທີ່ອື່ນ ດ້ວຍສັ່ງວ່າ

” ເມື່ອນັກປາດທັງ 4 ມານັ່ງຄຸຍກັນ ນະ ທີ່ນີ້ແລ້ວ ລຸກໄປ ພວກເຈົ້າຈົ່ງເປີດໃຫ້ເຮົາ ອອກດ້ວຍ ”

ເມື່ອມະໂຫສົດ ອອກຈາກທີ່ເຝົ້າແລວ …..

ເສນນະກະ ຈຶ່ງທູນຍຸຍົງ ພຣະເຈົ້າວິເທຫະຣາຊ ໃຫ້ ແນ່ພຣະທັຍວ່າ ມະໂຫສົດເປັນ ກະບົດອີກຄັ້ງນຶ່ງ ພຣະເຈົ້າວິເທຫະຣາຊ ຊົງເຫັນຊອບດ້ວຍ ຈຶ່ງມອບພຣະຂັນໃຫ້ເສນນະກະເພື່ອຈະໃຫ້ຈັດການຂ້າມະໂຫສົດເສຍ ທີ່ປະຕູວັງໃນເວລາມື້ອື່ນເຊົ້າ ເສນນະກະຮັບອາສາແລ້ວພາເພື່ອນອອກຈາກທີ່ເຝົ້າໄປນັ່ງຄຸຍກັນທີຖັງໃສ່ເຂົ້າ ຊຶ່ງມະໂຫສົດແອບຢູ່ໃນນັ້ນ. ຈາກການສົນທະນາ ນັກປາດທັງ 4 ໄດ້ເປີດເຜີຍຄວາມລັບແກ້ກັນໂດຍຕລອດ ດັ່ງນີ້ ເສນນະກະ ເອີຍຂຶ້ນເປັນຄົນແຮກ ວ່າ

 

 

 

” ເຮົາໄດ້ພາຍິງຫາເງິນຄົນນຶ່ງໄປຮວມອະພິຣົມທີ່ສາລະວະໂນທະ ເແລ້ວຂ້າເອົາຄື່ອງປະດັບໄປແຂວນໄວ້ທີ່ປາຍຕີນຫ້ອງເຮືອນຂອງເຮົາ ເລື່ອງນີ້ເປັນຄວາມລັບບອກແກ່ສະຫາຍຂອງເຮົາພຽງຄົນດຽວເທົ່ານັ້ນ ”

ປຸກກຸສະ ເຫັນລູກພີເອີຍຂຶ້ນເຊັ່ນນັ້ນ ກໍຂະຫຍາຍຄວາມລັບຂອງຕົນ ແດ່ ວ່າ

” ເຮົາຄົນໂຣກເຮືອນທີ່ຂາ ເຮົາໃຫ້ນ້ອງຊາຍຊໍາລະ ແຜ ແລະທາຢ່າໃຫ້ແລ້ວ ເອົາຜ້າພັນໄວ ແລ້ວເຮົາກໍນຸ່ງຜ້າປິດເສຍທຸກໆ ເຊົ້າ ເລື່ອງນີ້ຮູ້ແຕ່ນ້ອງຊາຍຂອງເຮົາຄົນດຽວ ເຂົ້າເຝົ້າພຣະເຈົ້າແຜ່ນດິນຊອບຕັດຮຽກໃຫນັງໃກ້ໆ ແລ້ວເອນພຣະອົງຄ໌ລົງບົນເຮົາສະເໝີ ໆ ຕັດຊົມວ່າ ຂາຂອງເຮົາອ່ອນນຸ່ມດີ ທັງນີ້ ເປັນດ້ວຍຜ້າພັນນັ້ນເອງ ເລື່ອງນີ້ຊາບເຖິງພຣະເຈົ້າແຜ່ນດິນແລ້ວ ເຮົາກໍຕາຍເທົ່ານັ້ນ ”

ກາມິນ ຂະຫຍາຍຄວາມລັບຂອງຕົນອອກໄປ ເປັນຄົນທີ່ 3

” ເຮົາເປັນບ້າຜີສິງ ທຸກວັນເດືອນດັບ ຄື ຜີ ຊື່ ນະຣະເທວະຍັກ ເຂົ້າສິງຕົວເຮົາ ໃນ ເວລາເດືອນດັບ ແລ້ວເຮົາກໍຮ້ອງ ເປັນສຽງຫມາບ້າ ເລື່ອງນີ້ຮູສະເພາະ ແຕ່ລູກຊາຍຂອງເຮົາ ເທົ່ານັ້ນ ທຸກຄັ້ງທີ່ຜີສິງແລ້ວ ລູກຊາຍຂອງເຮົາກໍໃຫ້ ເຮົາເຂົ້າຫ້ອງນອນ ແລ້ວດິດສີຕີເປົ່າຢາງຄຶກຄື້ນ ເພື່ອກົບສຽງຂອງເຮົາເສຍ”

ເມື່ອກາວິນເວົ້າຈົບ ເທວິນ ກໍເອີຍຂຶ້ນ ວ່າ

” ເຮົາໄດ້ຂະໂມຍ ແກ້ວມະນີ ຊື່ ສິຣິປະເວສະນະມົງຄຸນ ທີ່ພຣະອິນປະທານ ແກ່ພຣະ ເຈົ້າກຸສຣາຊ ຊຶ່ງເປັນພຣະອັຍຍະກາຂອງພຣະເຈົ້າວິເທຫະຣາຊ ແລ້ວເອົາໄປໄວ້ໃນບ້ານ ເວລາຈະເຂົ້າ ເຝົ້າ ເຮົາໄດ້ເຊື່ອງ ແກ້ວມະນີນັ້ນ ຮຽກສິຣິເຂົ້າໄປໃນຕົວກ່ອນແລ້ວ ຈຶ່ງເຂົ້າເຝົ້າດ້ວຍອໍານາດແກ້ວມະນີນີ້ແຫລະ. ພຣະມະຫາກະສັດຈຶ່ງມັກຕັດກັບເຮົາກ່ອນພວກທ່ານ ສະເໝີໆ ແລ້ວພຣະຣາຊທານຊັບໃຫເຮົາວັນລະມາກໆສະເໝີໄປ ເລື່ອງນີ້ ຮູ້ສະເພາະແຕ່ ມາຣດາຂອງເຮົາເທົ່ານັ້ນ ດ້ວຍເຫດນີ້ ເຮົາຈິ່ງບອກວ່າ ຄວາມລັບນັ້ນ ຕ້ອງບອກແກ່ມາຣດາ ຄົນດຽວເທົ່ານັ້ນ ”

ຄັນນັກປາດທັງ 4 ໄດ້ຂະຫຍາຍຄວາມລັບ ແກ່ກັນ ແລະກັນ ພໍຫອມປາກຫອມຄໍ ແລ້ວ ກໍກໍາຊັບໃຫ້ມາດັກຂ້າມະໂຫສົດທີ່ປະຕູວັງ ໃນມື້ອື່ນເຊົ້ານີ້ໂດຍພອມກັນ ຄັນແລ້ວ ກໍພາກັນລຸກໄປ ໂດຍບໍ່ໄດ້ສະລຽວໃຈວ່າ ບັດນີ້ ຄວາມລັບຂອງຕົນໄດ້ຮູ້ໄປເຖິງຫູຂອງມະໂຫສົດເສຍແລ້ວ…

ເມື່ອນັກປາດທັງ 4 ໄປແລ້ວ ພວກບໍຣິວານຂອງມະໂຫສົດ ຈຶ່ງໄປເປີດຫນັງໃສ່ເຂົ້າ ໃຫ້ ມະໂຫສົດອອກ ມະໂຫສົດຄັນກັບເຖິງບ້ານອາບນໍ້າຊໍາລະກາຍ ແລະບໍຣິໂພກອາຫານແລວ ຄິດວ່າ

” ຄືນວັນນີ້ ພຣະນາງເຈົ້າອຸທຸມພອນ ຄົງຈະສົ່ງຂ່າວໃຫ້ເຮົາ”

ຈຶ່ງສັ່ງພວກຄົນໃຊ້ ໃຫ້ຄ່ອຍພາກັນເອົາຄົນຈາກພຣະຣາຊະວັງ ເຂົ້າໄປຫາໄດ້ໂດຍໄວທີ່ສຸດ ແລວເຂົ້າຫ້ອງນອນ

ຄືນ…ວັນນັ້ນ !

ພຣະເຈົ້າວິເທຫະຣາຊ ຊົງຫວນຣະລຶກເຖິງຄວາມດີຂອງມະໂຫສົດ ຊົງສົງສານເສຍດາຍທີ່ຈະຕ້ອງຖືກຂາ ຈຶ່ງຊົງສະລົດພຣະທັຍກະສັບກະສາຍຈົນເຖິງກັບພຣະເສໂທໄຫລ ເມື່ອພຣະນາງເຈົ້າອຸທຸມພອນທູນຖາມ ຈຶ່ງຕັດເລົ່າໃຫ້ຟັງໂດຍຕະຫຼອດ ພຣະນາງເຈົ້າໄດ້ທູນປະເຂົ້າປະໂລມ ກໍຊົງຄາຍຄວາມເສົ້າໂສກເສຍພຣະທັຍ ແລ້ວບັນທົມຫລັບໄປ…

 

ພຣະນາງອຸທຸມພອນຮີບ ເຝົ້າຕາມເວລາທີ່ເຄີຍມາບໍ່ເຫັນນະໂຫສົດມາ ຈຶ່ງຮີບສົ່ງສານໄປຍັງມະໂຫສົດໂດຍໄວ ຮຸ່ງເຊົ້າ ມະໂຫສົດກໍບໍ່ໄດ້ເຂົ້າເຝົ້າຕາມເວລາທີ່ເຄີຍມາ…

ຄັນນັກປາດທັງ 4 ຄອຍເສຍເວລານານ ຈົນເລີຍເວລາເຂົ້າເຝົ້າແລ້ວ ບໍ່ເຫັນມະໂຫສົດມາ ຈຶ່ງພາກັນເຂົ້າເຝົ້າ ກາບທູນໃຫ້ຊົງຊາບ

ຝ່າຍມະໂຫສົດຮວບຮວມກໍາລັງຄົນໄວ້ໃນກໍາມືແລ້ວ ໃຫ້ຊາວພຣະນະຄອນກັບບໍຣິວານຂຶ້ນຣົດຕາມໄປຍັງພຣະຣາຊະວັງເມື່ອເຖິງທີໃກ້ແລ້ວໄດ້ຖວາຍບັງຄົມ ພຣະເຈົ້າວິເທຫະຣາຊ ຜູ້ທອດພະເນດເບິ່ງຢູ່ທາງຊ່ອງປ່ອງຢ້ຽມ.

ເຈົ້າວິເທຫະຣາຊທອດພຣະເນດ ເຫັນເຊັ່ນນັ້ນ ກໍດໍາຣິວ່າ

“ມະໂຫສົດ ບໍ່ເປັນກະບົດແນ່ ເພາະຖ້າເປັນກະບົດຈິງ ເປັນຫຍັງເຂົາຈຶ່ງມາຖວາຍບັງຄົມເຮົາ”

ຄັນແລ້ວ ໄດ້ຕັດຮຽກມະໂຫສົດຂຶ້ນເຝົ້າ ມະໂຫສົດໄດ້ທູນເລົ່າເລື່ອງໃຫ້ຊົງສະດັບ ຕາມທີ່ຖາມ ແລະໄດ້ເປີດເຜີຍຄວາມລັບຂອງນັກປາດທັງ 4 ໂດຍຕະຫຼອດ ເມື່ອພຣະເຈົ້າວິ ເທຫະຣາຊໄດ້ຕັດຖາມນັກປາດທັງ 4 ໄດ້ຄວາມເປັນຈິງແລ້ວ ໃຫ້ນໍານັກປາດທັງ 4 ໄປຂັງໄວ້ໃນ ເຮືອນຈໍາ

ມະໂຫສົດ ຈຶ່ງຍົກຂໍທັມຂຶ້ນສະ ແດງ ເພື່ອແກ້ຄວາມເຂົ້າພຣະທັຍ ຜິດຂອງພຣະມະຫາກະສັດ ວ່າ

” ຂໍເດຊະ ຄວາມລັບຄວນປົກປິດໄວ ຈົນກວ່າສິ່ງທີ່ຈະທໍາສໍາເຣັດລົງດັ່ງຄວາມຄິດ ແລ້ວ ວ່າເປີດເຜີຍຕໍ່ພາຍຫລັງ ເມື່ອນັກປາດເຫັນວ່າຜູ້ໃດ ຮູ້ຄວາມລັບຂອງຕົນແລ້ວ ກໍຢ້ານຜູ້ນັ້ນ ຍິງກ່ວາຄົນອື່ນໆ ທັງຫມົດ ເຖິງຜູ້ນັ້ນຈະດ່າວ່າຂຽນຕີ ກໍຍອມເປັນທາດ ນັກປາດຍອມຮັກສາຄວາມລັບບໍ່ໃຫ້ແພ່ງພາຍ ຖ້ານັກປາດຈະປຶກສາຄວາມລັບກັບເພື່ອນນັກປາດດ້ວຍກັນ ກໍຕ້ອງປຶກສາກັນໃນທີ່ແຈ້ງ ”

ພຣະເຈົ້າວິເທຫະຣາຊຊົງສະດັບດັ່ງນັ້ນ ກໍຫາຍຂຸ້ນຂ້ອງພຣະທັຍໃນມະໂຫສົດ ແລະໃຫ້ເດືອດດານນັກປາດທັງ 4 ເປັນກໍາລັງ ຈິ່ງສັງໃຫ້ປະຫານຊີວິດນັກປາດທັງ 4 ນັ້ນເສຍ.

ແຕ່…ວາ ……

ຍັງເຄາະດີ ທີ່ມະໂຫສົດໄດ້ທູນ ຂໍພຣະຣາຊະທານຊີວິດໄວ້ ເພາະເຫັນວ່າ ຈະເປັນບາບ ກໍາແກ່ຕົນຕໍ່ໄປ ພຣະເຈົ້າວິເທຫະຣາຊ ຈຶ່ງຮັບສັ່ງໃຫ້ມະໂຫສົດຮັບຄົນທັງ 4 ໄປເປັນຄົນໃຊ້ໃນບ້ານ ແຕ່ມະໂຫສົດໄດ້ທູນໃຫ້ຊົງພຣະກະຣຸນາ ແຕ່ງຕັ້ງໃຫ້ຄົນທັງ 4 ເປັນນັກປາດເຫມືອນທີ່ ເຄີຍມາ ຊຶ່ງພຣະອົງ ກໍຊົງອະນຸມັດຕາມ.

ເລື່ອງນີ້ ທໍາໃຫ້ພຣະເຈົ້າວິເທຫະຣາຊແນ່ພຣະທັຍວ່າ ມະໂຫສົດບໍ່ເປັນກະບົດຈິງ ຊົງ ເຫັນວ່າ ມະໂຫສົດເປັນຜູ້ມາກໄປດ້ວຍຄວາມເມດຕາສົງສານ ແມ້ນັກປາດທັງ 4 ຜູ້ເປັນສັດຕູ ຈາກນັ້ນ ພຣະອົງກໍຊົງໂປດປານມະໂຫສົດຍິ່ງແຕ່ກອນ ນັກປາດທັງ 4 ກໍຫມົດພະຍົດຮ້າຍ ບໍ່ຄິດຣິດສະຫຍາມະໂຫສົດອີກຕໍ່ໄປ ເພາະຣະລຶກເຖິງຄຸນທີ່ມະໂຫສົດ ຂໍຊີວິດຕົນໄວອີກ ທັງບໍ່ທຸບໝໍ້ເຂົ້າ ໝໍ້ນໍ້າຂອງຕົນ…..

ຕໍ່ແຕ່ນັ້ນມາ ມະໂຫສົດທໍາຫນ້າທີ່ສອນອັດຖະທັມ ແກ່ພຣະເຈົ້າວິເທຫະຣາຊ ເປັນນິດສະເໝີມາ ຕໍ່ກາລະນານມາ ກໍໄດ້ຄິດຈັດການບ້ານເມືອງໄດ້ຕໍ່ສູ້ສັດຕູພາຍນອກ ໃຫ້ຮຽບຮ້ອຍເປັນອັນດີທຸກປະການ ທັງໄດ້ຕິດຕໍ່ກັບພໍ່ຄ້າຕ່າງປະເທດ ເພື່ອຮູຈັກເຫດພາຍນອກແລະໃຫ້ທໍາຣາຊູປະໂພກ ຄື ກຸນທົນ, ເກີບພຣະເຈົ້າແຜ່ນດິນ, ດອກໄມ້ທອງ, ພຣະຂັນ ໃຫຄົບກະສັດໃນຊົມພູທະວີບ ແລ້ວຈາຣີກ ຊີ່ລົງໃນ ເຄືອງຣາຊຸປະໂພກ ນັ້ນແລ້ວ ອະທິດຖານ

” ຂໍໃຫ້ອັກສອນເຫລົ່ານີ້ ຈົ່ງຢ່າປາກົດຕາບເທົ່າທີ່ຂ້າພະເຈົ້າຍັງບໍ່ຕ້ອງການ ໃຫ້ປາກົດ”

ແລ້ວໃຫ້ບໍຣິວານຂອງຕົນນໍາເຄື່ອງ ຣາຊຸປະໂພກເຫລົ່ານັ້ນໄປຖວາຍ ແກ່ກະສັດຮ້ອຍເອັດພຣະນະຄອນ ແລະໃຫ້ບໍຣິວານເຫລົ່ານັ້ນຢູເປັນຂ້າເຝົ້າຂອງກະສັດນັ້ນໆ ຕໍ່ໄປ…

ໃນຄັ້ງນັ້ນ … …

ກະສັດສັງຂະພະລະ ໃນກັມພົນນະຄອນໄດ້ຕຽມສັບພາວຸດ ແລະພົນໂຍທາໄວ້ເປັນ ອັນມາກ ບຸຣຸດສອດແນມ ກໍ່ແອບສົ່ງຂ່າວໃຫ້ມະໂຫສົດຊາບ ມະໂຫສົດກໍສົ່ງນົກແຂກເຕົ້າ ໄບສືບຂ່າວເບິ່ງໃຫ້ເປັນທີ່ແນ່ນອນ ນົກແຂກເຕົ້າໄດ້ໄປສືບເບິ່ງເຫດການໃນກັມພົນນະຄອນ ຕະໜັກແນ່ແລ້ວ ກໍທ່ຽວເສາະສືບຂ່າວໃນຫົວເມືອງອື່ນໆ ອີກຕໍ່ໄປ ຈົນເຖິງອຸດຕະຣະປັນຈາລະນະຄອນ ນະຄອນຫລວງຂອງພຣະເຈົ້າຈຸລນີພຣົມມະທັດ

ອັນວ່າ ພຣະເຈົ້າຈຸລນີພຣົມມະທັດນີ້ ມີນັກປາດຄົນນຶ່ງ ຊື່ ເກດວັດຕະພຣາມ ຊຶ່ງນັກປາດ ຄົນນີ້ໄດ້ຄິດການໃຫຍ່ໃຄ່ຢາກປາບປາມ ກະສັດໃນຊົມພູທະວີບ ຈຶ່ງທູນຊັກຊວນໃຫ້ພຣະເຈົ້າຈຸລນີ້ສະເດັດໄປປະພາດຣາຊະອຸດທະຍານ ຈັດການຣະມັດຣະວັງເປັນອັນດີ ອັນເຊີນພຣະເຈົ້າ ຈຸລນີໃຫ້ປະທັບນັ່ງບົນພຣະແທນສີລາອາດສອງຕໍ່ສອງກັບຕົນ ເມື່ອນົກແຂກເຕົ້າເຫັນອາການ ດັ່ງນັ້ນ ຈຶ່ງຕິດຕາມໄປສັງເກດການໂດຍບິນໄປລີ້ຢູ່ກິ່ງໄມ້ຮັງຕົງທີ່ປະທັບ

ເມື່ອເກດວັດຕະພຣາມທູນຄວາມລັບຊີ້ແຈງອຸບາຍ ແກ່ພຣະເຈົ້າຈຸລນີ້ແລ້ວ ນົກແຂກເຕົ້າ ກໍຂີ້ຮົດຫົວນັກປາດທັນທີແລະພໍ ເກດຕະພຣາມແຫງນຫນ້າຂຶ້ນເບິ່ງ ກໍາລັງອາປາກຈະເວົ້າວ່າ

” ນົກອັນນີ້ ຂີ້ຮົດຫົວເຮົາ ? ”

ກໍຂີ້ຮົດປາກ ເກດວັດຕະພຣາມເຂົ້າອີກ ແລ້ວກໍບິນຈັບກິ່ງໄມນັ້ນ ຮ້ອງເປັນພາສາມະນຸດວ່າ

” ເກດວັດຕະ ! ເຈົ້າເຂົ້າໃຈວ່າ ຄວາມຄິດວັນນີ້ຮູ້ພຽງ 4 ຫູ ເທົ່ານັ້ນຫລື ຄາວນີ້ກາຍເປັນ 6 ຫູ ແລ້ວ ບໍ່ຊ້າກໍຈະກາຍເປັນ 8 ຫູ 100 ຫູ 1.000 ຫູຂຶ້ນໄປອີກ ”

ຝ່າຍພຣະເຈົ້າຈຸລນີ້ ແລະເກວັດຕະ ກໍສັ່ງໃຫ້ທະຫານຈັບນົກແຂກເຕົ້າທັນທີ ແຕ່ ນົກແຂກເຕົ້າໄດ້ອອກບິນຫນີໄປເສຍກ່ອນ ຈົນກະທັງເຖິງມະໂຫສົດ ຈັບທີ່ບາຂອງມະໂຫສົດ ແລ້ວເລົ່າເຫດການໃຫ້ຟັງໂດຍຕະຫຼອດ

ມະໂຫສົດ ເມື່ອຊາບດັ່ງນັ້ນ ກໍຄິດວ່າ

” ເກວັດຕະພຣາມນີ້ ບໍ່ຮູ້ຊື່ ແລະກິດຕິສັກຂອງເຮົາ ເຮົາຈະຕ້ອງທໍາລາຍ ແຜນການ ຂອງມັນ ໃຫ້ຈົງໄດ້ ”

ແລ້ວໄດ້ຈັດການປ້ອງກັນ  ໂດຍເສີມກໍາລັງໃຫ້ ແຂງແຮງຂຶ້ນອີກ ໃຫ້ອົບພະຍົບພົນລະເມືອງທີ່ ຍາຈົກ ເຂັນໃຈ ໄປຢູພາຍນອກພຣະນະຄອນ ໃຫ້ຄົນມັ່ງຄັ່ງບໍຣິບູນເຂົ້າໄປຢູ່ ໃນພຣະນະຄອນ ປ່າວຮ້ອງໃຫ້ພົນລະເມືອງທໍາໄຮ່ນາ ສະສົມເຂົ້າປາອາຫານ ທັງໃນສາງຣາຊ ແລະສາງຫລວງ

ຄັນໃນເວລາຕໍ່ມາ….

ພຣະເຈົ້າຈຸລນີພຣົມມະທັດ ຜູ້ຊົງເຊື່ອຖືຖ້ອຍຄໍາ ຂອງເກວັດຕະພຣາມ ຈຶ່ງຍົກທັບ ໄປຕີເມືອງນ້ອຍໃຫຍ່ ໄດ້ເຖິງຮ້ອຍເອັດຫົວເມືອງ ຝາຍບຸຣຸດສອດແນມທີ່ ມະໂຫສົດ ຣາຊະສໍານັກແຫ່ງກະສັດ ທັງຮ້ອຍເອັດພຣະນະຄອນນັ້ນ ກໍຣາຍງານສະຖານະການມະໂຫສົດຊາບເປັນໄລຍະ…ໆ

ພຣະເຈົ້າຈຸລນີທໍາສົງຄາມຢູເປັນເວລາເຖິງ 7 ປີ 7 ເດືອນ 7 ວັນ ໄດ້ສົມບັດໃນຊົມພູທະວີບ ທະວີບຮ້ອຍເອັດ ພຣະນະຄອນແລ້ວ ກໍຊວນເກວັດຕະພຣາມໄປຕີເມືອງມິຖິລາ ແຕ່ ເກວັດຕະພຣາມທູນຫາມເສຍ ດ້ວຍກາວວ່າ ” ຢາໄປເລີຍ ກັບໄປດື່ມເຫລົ້າສະລອງໄຊກັນດີກວາ ອັນເມືອງມິຖິລານັ້ນ ຈະໄປຕີເອົາເມື່ອໃດກໍໄດ້ ”

ແລ້ວພາກັນຍົກທັບກັບໄປຍັງເມືອງອຸດຕະຣະປັນຈາລະນະຄອນ ຈັດການລ້ຽງສະລອງໄຊ ກັນມະໂຫລານ ຝ່າຍຄົນສອດແນມຂອງມະໂຫສົດ ສົ່ງສານພຣະຣາຊາທັງຮ້ອຍເອັດພຣະນະຄອນກໍລາຍງານໃຫ້ມະໂຫສົດຊາບ ມະໂຫສົດສົງສານພຣະຣາຊາທັງຮ້ອຍເອັດພຣະນະຄອນທີ່ຈະຕ້ອງຕາຍ ເພາະເຫລົ້າເຈືອດ້ວຍຜິດ ຈຶ່ງສົ່ງທະຫານຂອງຕົນໄປທໍາລາຍພິທີເສຍ.

ທະຫານເຫລົ່ານັ້ນ ໄດ້ໄປທໍາລາຍພິທີຕາມຮັບຟັງ ຍັງຄວາມຂັດເຄື່ອງໃຫ້ ແກ່ພຣະເຈົ້າ ເກວັດຕະ ແລະພຣະຣາຊາຮ້ອຍເອັດພຣະນະຄອນບໍ່ແມ່ນນ້ອຍ ຈຶ່ງໃນເວລາຕໍ່ມາ ໄດ້ ຍົກທັບໄປ ຫວັງຈະຕີເມືອງມິຖິລາ ຄົນສອດແນມໄດ້ລາຍງານຂ່າວໃຫ້ມະໂຫສົດຕຽມປ້ອງກັນບ້ານເມືອງໄວ້ ມະໂຫສົດຮັບຊາບ ແລ້ວຈັດການປ້ອງກັນເມືອງໄວ້ຢ່າງກວດຂັນ

ໃນເວລາພົບຄໍ່າ ວັນນຶ່ງ ພຣະເຈົ້າຈຸລນີ ໄດ້ຍົກທັບລ່ວງລໍ້າເຂົ້າໄປໃນກຸງມິຖິລາ

ນັກປາດທັງ 4 ຕ່າງຕື່ນເຕັ້ນຕົກໃຈກົວ ບໍ່ຮູ້ຈະທໍາປະການໃດ ຈຶ່ງເຂົ້າເຝົ້າທູນເຫດການ ແດ່ ພຣະເຈົ້າວິເທຫະຣາຊພຣະອົງຊົງຕະໜົກຕົກປະຫມ່າ ເມື່ອຊົງທອດພຣະເນດທາງຊ່ອງ ປ່ອງຢ້ຽມ ເຫັນກອງທັບພຣະເຈົ້າຈຸລນີ້ແລ້ວ ກໍຍິ່ງຕົກໃຈຫນັກຂຶ້ນຕັດປັບກັບນັກປາດທັງ 4 ວ່າ

” ຄັ້ງນີ້ ຊີວິດຂອງຂ້າຄົງບໍ່ມີແລ້ວ ມື້ອື່ນເຊົ້ານີ້ ພຣະເຈົ້າຈຸລນີຄົງຕ້ອງບຸກເຂົ້າມາຈັບ ພວກເຮົາໄປຂ້າເສຍສີ້ນ ໂດຍບໍ່ຕ້ອງສົງໄສ ”

ສ່ວນມະໂຫສົດ ເມື່ອເຫັນພຣະເຈົ້າຈຸລນີຍົກທັບມາປະຊິດເມືອງ ດັ່ງນັ້ນ ຈຶ່ງເຂົ້າກາບ ທູນພຣະເຈົ້າວິເທຫະຣາຊ ເພື່ອອາສາສູ້ຈົນສຸດກໍາລັງຄວາມສາມາດ ເມື່ອໄດ້ຮັບພຣະບໍຣົມຣາຊານຸຍາດ ແລ້ວ ຈຶ່ງໃຫ້ຊາວເມືອງຫລີ້ນມະຫໍຣະສົບຢາງເອິກກະເລີກໂກລາຫົນ ຫ້າມບໍ່ໃຫຜູໃດສະແດງຄວາມທຸກຮ້ອນ ພຣະເຈົ້າຈຸລນີ ໄດ້ຊົງສະດັບສຽງກຶກກ້ອງໃນພຣະນະຄອນ ຈຶ່ງຕັດຖາມອໍາມາດວ່າ

“ເຮົາຍົກທັບມາປະຊິດຕິດພຣະນະຄອນ ແຕ່ເຫດໃດ ຊາວເມືອງຈຶ່ງບໍ່ຕົກໃຈກົວ ຕ່າງເມົາມົວຫລີ້ນມະຫໍຣະສົບເອິກກະເລີກໂກລາຫົນ ສະໜຸກສະໜານຢູເຊັ່ນນີ້?”

ອໍາມາດ ທີ່ຕອບບັງເອີນເປັນຄົນສອດແນມ ຂອງມະໂຫສົດ ຈິ່ງທູນວ່າ

“ນັບວ່າ ເປັນຄວາມປາຖະນາຂອງພຣະເຈົ້າແຜ່ນດິນ ຄື ພຣະອົງຄ໌ທ່ານປາຖະນາໄວ້ວ່າເມື່ອກອງທັບທ້າວພະຍາໃນຊົມພູຍົກມາລ້ອມເມືອງເມື່ອໃດ ຈະໃຫ້ຊາວເມືອງຫລີ້ນມະຫໍຣະສົບໃຫ້ສະໜຸກສະໜານເມື່ອນັ້ນ ຂະນະນີ້ໄດ້ຊາບວ່າ ພຣະເຈົ້າ ແຜ່ນດິນ ກໍາລັງປະທັບ ດື່ມນໍ້າຈັນຢູ່ ທີ່ທ້ອງພະໂຮງຫລວງ ພ້ອມດ້ວຍອໍາໝາດຣາຊະເສນາທັງປວງ ຂະນ້ອຍ ”

ເມື່ອພຣະເຈົ້າຈຸລນີໄດ້ຊົງສະດັບດັ່ງນັ້ນ ກໍຊົງຍົກທັບເຂົ້າໄປໃນພຣະນະຄອນ ແຕ່ຖືກ ພົນຣົບຂອງມະໂຫສົດ ຊຶ່ງປະຈໍາຢູ່ບົນຫໍຣົບ ແລະເຊິງເທິນ ຕີແຕກ ກະຈ່າຍ ຖ່ອຍກັບໄປຢ່າງ ບໍ່ເປັນຂະບວນ

ຄັນຕໍ່ມາ ເກດວັດຕະພຣາມ ເຫັນແມ່ນໍ້າຢູ່ນອກເມືອງ ຈຶ່ງວາງແຜນການລ້ອມເມືອງໄວ້ຫວັງຈະໃຫ້ຊາວເມືອງມິຖິລາອົດນໍ້າເສຍກອນແລ້ວ ຈິງເຂົ້າຕີ

ຄົນສອດແນມ ຈຶ່ງລາຍງານຂ່າວໄປໃຫ້ມະໂຫສົດຊາບ ມະໂຫສົດຈຶ່ງໃຫ້ໄປຕັດໄມ້ໄຜ່ ຍາວ 60 ສອກ ມາຜ່າເປັນ 2 ຊີກ ແລ້ວເລາະ ຂໍ້ຂາງໃນອອກແລ້ວ ມັດຕິດໃຫ້ແຫນ້ນ ອັດດ້ວຍດິນຫນຽວ ເອົາເມັດບົວປູກລົງໄປ ໃນສະໂບກຂະຣະນີ ເອົາສວມພືດບົວໄວ້ ເທນໍ້າລົງໄປໃຫ້ເຕັມທຸກລໍາແລ້ວ ຊົງອະທິດຖານໃຫ້ສາຍບົວຍາວສຸດໄມ້ໄຜ່ໃນເວລາຄືນນັ້ນ ດ້ວຍອໍານາດບາຣະມີຂອງມະໂຫສົດ ສາຍບົວກໍຍາວຂຶ້ນຈົນສຸດ ເວລາພຽງຄືນດຽວ ເຊົ້າຂຶ້ນ ຈຶ່ງໃຫ້ພວກທະຫານໂຍນສາຍບົວເຫລົ່ານັ້ນ ອອກໄປໃຫ້ກອງທັບໆ ກໍນໍາໄປແຈ້ງ ແກ່ພຣະເຈົ້າຈຸລນີ

“ສາຍບົວເຫລົ່ານີ້ ຢູ່ທີ່ໃດ?”

ພຣະເຈົ້າຈຸລນີຖາມຄົນສອດແນມຂອງມະໂຫສົດ ເປັນຄໍາຕົວະວ່າ

” ສາຍບົວເຫລົ່ານີ້ເກີດຢູ ໃນສະໂບກຂະຣະນີພາຍໃນເມືອງ ”

ພຣະເຈົ້າຈຸລນີ ຊົງ ເຂົ້າພຣະໃທວາ ມີສະເລິກຢູໃນເມືອງ ຈຶ່ງຕັດປຶກສາເກດວັດຕະ

ພາມ ເພື່ອໃຫ້ປ່ຽນກົນລະຍຸດໃຫມ່

ຄາວນີ້ ເກດວັດຕະພຣາມ ວາງແຜນລ້ອມເມືອງໄວ້ ເພື່ອໃຫ້ຊາວເມືອງອົດເຂົ້າເສຍກ່ອນ ແລ້ວຄ່ອຍຕີ.

ພວກຄົນສອດແນມກໍຣາຍງານ ເຫດການໃຫ້ມະໂຫສົດຊາບ ມະໂຫສົດໄດ້ຈັດການປູກ ເຂົ້າບົນເຊິ່ງເທິນ ເຂົ້າກາຂຶ້ນສູງພົ້ນກໍາແພງ ດ້ວຍອໍານາດບາຣະມີຂອງມະໂຫສົດ

ພຣະເຈົ້າຈຸລນີ ຊົງທອດພຣະເນດເຫັນແລ້ວ ຕັດຖາມ ວ່າ:

” ນັ້ນ ແມ່ນອັນໃດ ກັນ ? “

ຄົນສອດແນມຂອງມະໂຫສົດທູນ ວ່າ

” ນັ້ນ ຄືເຂົ້າທີ່ເຫລືອຈາກຍຸ້ງສາງ ຊຶ່ງເຂົາເທໄວ້ຕາມເຊິງເທິນ ຖືກນໍ້າຝົນ ເຂົ້າຈຶ່ງອອກ ງາມຂຶ້ນເປັນເຂົ້າກ້າ ຂະນ້ອຍ ”

ເມື່ອພຣະເຈົ້າຈຸລນີ ສະດັບດັ່ງນັ້ນແລ້ວ ຈຶ່ງຕັດໃຫ້ເກວັດຕະພຣາມປ່ຽນກົນລະຍຸດເສຍໃຫມ່ ເກດວັດຕະພຣາມ ທູນວ່າ.

” ຕ້ອງລ້ອມໄວ້ ຈົນຊາວເມືອງຫມົດຟືນເສຍກອນ ”

ຄົນສອດແນມ ກໍທູນຕົວະພຣະເຈົ້າຈຸລນີ ວ່າ .

” ມະໂຫສົດ ຕຽມຮັບສະຖານະການໄວ້ ຢ່າງພ້ອມມູນ ເຂົ້າ ນໍ້າ ຟືນ ຜັກ ບໍ່ອຶດຢາກ ຂະນ້ອຍ ”

ພຣະເຈົ້າຈຸລນີ ເມື່ອໄດ້ຊົງສະດັບດັ່ງນັ້ນ ຈຶ່ງທໍ້ພຣະໃທວ່າ:

” ການທີ່ຈະລ້ອມເມືອງນີ້ ຈົນໃຫ້ຫມົດໝໍ້ ຫມົດເຂົ້າ ຫມົດຟືນນັ້ນ ຍາກຫນັກ ເຮົາຍົກທັບ ກັບໄປເສຍດີກ່ວາ ”

ແຕ່ເກດຕະພຣາມ ໄດ້ທູນຄັດຄ້ານ ວ່າ:

” ເມື່ອເອົາຊະນະດ້ວຍສາດຕາວຸດບໍ່ໄດ້ ຂ້າພະເຈົ້າ ຂໍສູ້ຣົບດ້ວຍໂຕທັມກັບມະໂຫສົດ ມະໂຫສົດນັ້ນຫນຸ່ມກວ່າ ຂ້າພະເຈົ້າເປັນຄົນແກ່ກ່ວາມະໂຫສົດ ຈະຕ້ອງໄຫວ້ຂ້າພະເຈົ້າ ຂໍໃຫ້ພຣະອົງແຈ້ງໄປ ໃຫ້ພຣະເຈົ້າວິເທຫະຣາຊສົ່ງມະໂຫສົດອອກມາ ສົນທະນາກັນພາຍນອກ ພຣະນະຄອນເຖີດ ຂະນ້ອຍ ”

ພຣະເຈົ້າຈຸລນີ້ ຊົງເຫັນຊອບດ້ວຍ ຈິງສົ່ງທູດໄປກາບທູນພຣະເຈົ້າວິເທຫະຣາຊ

ພຣະເຈົ້າວິເທຫະຣາຊແຈ້ງໃຫ້ມະໂຫສົດຊາບຊຶ່ງມະໂຫສົດກໍຮັບອາສາທັນທີ ແລ້ວໃຫ້ອໍາມາດໄປຈັດສະຖານທີ່ ສົນທະນາທັມໄວ້ ພາຍນອກພຣະນະຄອນ

ພຣະມະໂຫສົດບັນດິດ ທູນຂໍ ແກ້ວມະນີດວງໃຫຍ່ຈາກພຣະເຈົ້າວິເທຫະຣາຊ ແລ້ວ ຂຶ້ນຣົດທີພຣະເຈົ້າຈຸລນີພ້ອມດ້ວຍພຣະຍາຮ້ອຍເອັດຫົວເມືອງ ກໍສະເດັດປະທັບຍັງ ເພື່ອທອດພຣະເນດນັກປາດທັງ 2 ສົນທະນາກັນ

ເມື່ອມະໂຫສົດໄປເຖິງແລ້ວ ລົງຈາກຣົດ ປາໄສກັບເກວັດຕະພຣາມ ວ່າ

“ຂ້າພະເຈົ້າໄດ້ນໍາເອົາ ແກ້ວມະນີມາໃຫ້ທ່ານອາຈານດວງນຶ່ງ ”

ແລ້ວຊູແກ້ວຂຶ້ນທັນທີ ເຫມືອນຈະສົ່ງໃຫ້ ເກວັດຕະພຣາມ ພໍເກວັດຕະພຣາມ ແບມືຮັບ ກໍຖິ້ມແກ້ວມະນີລົງໄປໂດຍແຮງ ແກ້ວມະນີພັດຕົກຈາກມື ຂອງ ເກວັດຕະພຣາມລົງໄປທີ່ພື້ນດິນ

ພໍເກດຕະພຣາມກົ້ມລົງຫຍິບ ແກ້ວ ມະໂຫສົດກໍ່ຄວ້າການຄໍກົດລົງໄວ້ລະຫວ່າງຂາ ແລ້ວປະກາດຮ້ອງ 3 ຄັ້ງວ່າ

” ເກວັດຕະພຣາມ ຢາໄຫວ້ຂ້າພະເຈົ້າເລີຍ ໆ ໆ ໆ ! ”

ພຣະເຈົ້າຈຸລນີ ພອມທັງກະສັດຮ້ອຍເອັດຫົວເມືອງ ເຫັນດັ່ງນັ້ນ ຈຶ່ງຊົງເຫັນວ່າ ເກວັດຕະພຣາມແພ້ແລ້ວ ຕ່າງຕົກໃຈ ພາກັນແລ່ນຂຶ້ນມ້າຄວບຫນີໄປເປັນອົນລະໝ່ານ ພວກທະຫານຂອງມະໂຫສົດ ກໍພາກັນໄຊໂຍ ໂຫຮ້ອງກ້ອງກັງວານ ວ່າ

” ພຣະເຈົ້າຈຸລນີຫນີໄປແລ້ວ ! ພຣະເຈົ້າຈຸລນີໄປແລ້ວ ”

ເວລານັ້ນ ທະຫານຂອງພຣະເຈົ້າຈຸລນີກໍອົກສັ່ນຂັວນຫາຍ ຈຶ່ງພາກັນແຕກກະຈັດ ກະຈາຍຫນີໄປ ຢາງບໍ່ເປັນລະບຽບ…

ສ່ວນມະໂຫສົດຈັບຄໍຂອງ ເກວັດຕະພຣາມຖູໄປມາກັບພື້ນ ຈົນຫນ້າຕາສີດເລືອດໄຫລ ໂຊມ ແລ້ວສໍາທັບວ່າ

” ອັນຕະພານເອີຍ ! ເຮົາຮູ້ທັນອຸບາຍຂອງເຈົ້າແລ້ວ ເຮົາຄື ມະໂຫສົດ ປາກົດທົ່ວທັງ ແຜ່ນດິນວາ ມີປັນຍາ ແກ້ວກ້າ ”

ແລ້ວຍູ້ ເກດຕະພຣາມກະເດັນໄປ ພໍ ເກດຕະພຣາມລຸກຂຶ້ນໄດ ຈຶ່ງປະຄອງກາຍ ແລ່ນຕາມກອງທັບໄປ. ຝ່າຍມະໂຫສົດ ກໍຍົກທັບ ກັບເຂົ້າສູ່ພຣະນະຄອນ ດ້ວຍຄວາມດີໃຈຍິງ …

ເມື່ອເກດວັດຕະພຣາມຄວບມ້າໄປກ່ວາຈະທັນກອງທັບ ກໍເປັນໄລຍະທາງ 7 ໂຍດ ຈຶ່ງ ຮ້ອງບອກໃຫ້ຢຸດ ແຕ່ພົນໂຍທາບໍ່ໄດ້ຢຸດ ກັບດ່າວ່າເກວັດຕະພຣາມຕ່າງໆ ນານາ ເກດວັດຕະພຣາມໄດ້ຊີແຈງ ຂໍ້ເທັດຈິງໃຫ້ຊາບແລ້ວ ທູນພຣະເຈົ້າຈຸລນີໃຫ້ນໍາກອງທັບກັບມາລ້ອມພຣະນະຄອນມິຖິລາອີກ ….

ຄາວນີ້ ເກດວັດຕະພຣາມ ແນະນໍາໃຫ້ປິດປະຕູນ້ອຍໃຫຍ່ ແຫ່ງພຣະນະຄອນເສຍສີ້ນ ພາຍໃນບໍ່ໃຫ້ອອກ ພາຍນອກບໍ່ໃຫ້ເຂົ້າ ຄົນສອດແນມຂອງມະໂຫສົດ ໄດ້ລາຍງານໃຫ້ມະໂຫສົດຊາບ ມະໂຫສົດໄດ້ຮຽກອະນຸເກວັດຕະອໍາໝາດມາຊີ້ແຈງ ກຸສະໂລບາຍ ໃຫ້ຟັງແລ້ວ ສົ່ງໃຫ້ໄປເປັນຈາຣບຸຣຸດ ໃນຣາຊສໍານັກ ພຣະເຈົ້າຈຸລນີ ຊຶ່ງພຣະເຈົ້າຈຸລນີ ມອບໃຫ້ອະນຸເກວັດຕະເປັນຜູ້ນໍາທັບເຂົາຕີພຣະນະຄອນ

ອະນຸເກວັດຕະ ນໍາທະຫານລົງໄປໃນຄູທີ່ມີຂີ້ແຂ້ຮ້າຍ ໆ ກໍໄດ້ກັດທະຫານລົ້ມຕາຍເປັນອັນມາກ ທະຫານຂອງມະໂຫສົດ ຊຶ່ງປະຈໍາຢູບັ້ນຫໍຣົບ ກໍລະດົມຍິງທະນູເກົ້າທັນໜ້າໄມ້ ປືນຍາວ ພຸງຫອກ ແຫລມ ຫລາວ ລົງມາດັ່ງຫາຝົນ ຖືກຕ້ອງທະຫານພຣະເຈົ້າຈຸລນີ ເປັນອັນມາກ ພົນທະຫານຕ່າງພາກັນຢ້ານກົວ ບໍ່ກ້າເຂົ້າຕີພຣະນະຄອນເລີຍ

ອະນຸເກວັດຕະ ກໍເຂົ້າກາບທູນພຣະເຈົ້າຈຸລນີວ່າ ທະຫານທັງປວງກັບກະສັດ ພຣະອົງ ແລະ ເກດວັດຕະພຣາມ ລ້ວນໄດ້ຮັບສິນບົນມະໂຫສົດທັງນັ້ນ ຫາກພຣະ ເຊື່ອ ໂປດໃຫ້ກະສັດທັງຮ້ອຍເອັດພຣະອົງຊົງ ເຄື່ອງປະດັບສັບພາພອນເຂົ້າເຝົ້າເກີດ ພຣະອົງຈັກໄດ້ທອດພຣະເນດເຫັນຊື່ມະໂຫສົດຢູ່ ທີ່ເຄື່ອງປະດັບຂອງອົງກະສັດເຫລົ່ານັ້ນ.

ພຣະເຈົ້າ ໂປດໃຫ້ກະສັດທັງຮ້ອຍເອັດພຣະອົງ ຊົງອາພອນເຂົ້າເຝົ້າຕາມຄໍາແນະນໍາຂອງອະນຸເກວັດຕະ ພຣະເຈົ້າຈຸລນີທອດພຣະເນດເຫັນຈິງດັ່ງທີ່ອະນຸເກວັດຕະທູນ ກໍ ຕົກພຣະທັຍ ຊົງຫວາດຫວັ່ນຕໍ່ຄວາມຕາຍ ຈຶ່ງໃຫ້ກະສັດທັງຮອຍເອັດພຣະອົງ ກັບອອກຈາກ ທີ່ເຝົ້າ ແລ້ວ ຕັດຖາມ ອະນຸເກວັດຕະ ວ່າ

” ຈະທໍາຢ່າງໃດດີ ອະນຸເກວັດຕະ ? ”

ອະນຸເກວັດຕະ ທູນວາ

” ທາງທີ່ດີທີ່ສຸດ ຄືພຣະອົງຫລົບຫນີໄປເສຍໃນຄືນວັນນີ້ ຢ່າໃຫ້ໃຜຮູ້ເຂົ້າ ຂ້າພະເຈົ້າຈະ ຂໍຕາມສະເດັດໄປດ້ວຍ ຂະນ້ອຍ ”

ຕົກກາງຄືນ ພຣະເຈົ້າຈຸລນີ ກໍຄວບມ້າຫນີໄປໂດຍມີອະນຸເກວັດຕະ ຕາມໄປດ້ວຍ ພໍໄປ ເຖິງຫນ້ອຍນຶ່ງ ອະນຸເກວັດຕະ ກໍກັບມາບອກແກ່ພົນໂຍທາທັງປວງວ່າ

” ພຣະເຈົ້າຈຸລນີຫນີໄປແລ້ວ ”

ຝ່າຍຈາຣະບຸຣຸດຂອງມະໂຫສົດກໍຮ້ອງສັ່ງຕໍ່ ໆ ເມື່ອກະສັດຮ້ອຍເອັດພຣະນະຄອນ ໄດ້ຊົງສະດັບແລ້ວ ຊົງເຂົ້າພຣະໃທວ່າ:

” ມະໂຫສົດ ຍົກທັບອອກມາແລ້ວ ”

ຕ່າງຕະຫນັກຕົກພຣະໃທຢ້ານວ່າມະໂຫສົດຈະຂ້າເສຍ ຕ່າງພາກັນສະເດັດຫນີອອກ ຈາກກອງທັບໄປ ໂດຍບໍ່ຄວ້າສິ່ງໃດໄປດ້ວຍເລີຍ

ຂະນະດຽວກັນ ພວກຈາຣະບຸຣຸດຂອງມະໂຫສົດ ກໍຮ້ອງສັ່ງຕໍ່ ໆ ໄປອີກວ່າ ” ກະສັດຮ້ອຍເອັດພຣະອົງ ຫນີໄປແລ້ວ ”

ໃນຂະນະນັ້ນ ພົນໂຍທາຂອງມະໂຫສົດ ຊຶ່ງປະຈໍາການ ຢູບົນຫໍຣົບ ແລະເຊິງເທິນ ກໍສົ່ງ ສຽງຮ້ອງໂຮຢ່າງສະໜັ່ນຫວັ່ນໄຫວ ພວກພົນໂຍທາຂອງພຣະເຈົ້າຈຸລນີແລະກະສັດທັງຫມົດ ເຂົ້າໃຈວ່າ ມະໂຫສົດຍົກທັບອອກຈັບພຣະເຈົ້າຈຸລນີ ແລະກະສັດທັງຮ້ອຍເອັດພຣະອົງໄປແລ້ວ ຕ່າງຕົກໃຈກົວຖີ້ມສາດຕາວຸດ ແລະສິ່ງຂອງຕາງ ໆ ຫນີໄປ ໂດຍທີ່ສຸດ ແມ້ຜ້າພັນທຸ່ງ ກໍບໍ່ອາດເອົາຫນີໄປດ້ວຍ ເລີຍໄດ້ຫນີໄປຢ່າງບໍ່ເປັນຂະບວນ ຈົນກະທັ່ງເຖິງເມືອງອຸດຕະຣະປັນຈາລະນະຄອນ.

ຝ່າຍມະໂຫສົດ ໂປດໃຫ້ຊາວເມືອງອອກໄປຂົມ ທັບພະສັມພາຣະທີ່ຖິ້ມເກື່ອນກາດ ຖານທັບຂອງພຣະເຈົ້າຈຸລນີ ເຂົ້າໄປໄວໃນພຣະນະຄອນ ໄດ້ຈັດສິ່ງຂອງໄວ້ເປັນ ຂອງກະສັດ ກໍນໍາຂຶ້ນທູນຖວາຍແດ່ພຣະເຈົ້າວິເທຫະຣາຊ ນອກນັ້ນ ກໍຍົກໃຫ້ພວກ ພົນໂຍທາທັງສິ້ນ ການຂົນສິ່ງຂອງກິນເວລາ 4 ເດືອນ ຈຶ່ງຫມົດ….ໆລໆ

ຄັນແລ້ວ ພຣະມະໂຫສົດບັນດິດ ກໍໃຫ້ບໍາເຫນັດຄວາມຊອບ ແກ່ ອະນຸເກວັດຕະອໍາມາດເປັນການໃຫຍ່

ຕັ້ງແຕ່ນັ້ນມາ ເມືອງມິຖິລາ ຈິ່ງເປັນເມືອງທີບໍຣິບູນດ້ວຍເງິນທອງ ແກ້ວແຫວນ ຊ້າງ ມ້າ ສາດຕຣາວຸດຍິງກວ່າເມືອງອື່ນໆ ທັງສິ້ນ ໃນຊົມພູທະວີບ……

ພຣະເຈົ້າຈຸລນີ ກັບກະສັດຮ້ອຍເອັດພຣະອົງ ໄດ້ຮວມກໍາລັງ ຕັ້ງຂັດຕາທັບຢູ່ ເມືອງອຸດຕະຣະປັນຈາລະນະຄອນ ເປັນເວລາ 1 ປີ ດ້ວຍຢ້ານວ່າມະໂຫສົດ ຈະຍົກທັບຕິດຕາມໄປ

ວັນນຶ່ງ ເກວັດຕະພຣາມເຫັນ ແຜທີ່ຫນ້າໃນແວ່ນແລ້ວ ໄດ້ໂມໂຫ ມະໂຫສົດ ເປັນກໍາລັງຄິດຂຶ້ນໄດ້ວ່າ

“ພຣະທິດາແຫ່ງພຣະເຈົ້າແຜ່ນດິນ ຊົງພຣະຮູບໂສມດັ່ງນາງເທພະທິດາ ເຮົາຈະລໍ້ ເອົາພຣະທິດາ ພຣະເຈົ້າວິເທຫະຣາຊກັບມະໂຫສົດ ໃຫ້ຫລົງເຂົ້າມາໃນເມືອງຂອງເຮົາ ແລ້ວຈັບຂ້າ ເສຍ ”

ຈິ່ງເຂົ້າເຝົ້າ ທູນໃຫ້ຊົງຊາບ ວ່າ

” ຂ້າພຣະເຈົ້າຈະໃຫ້ຄົນແຕ່ງກອນໂຄງສັນຣະເສີນພຣະຮູບໂສມແຫ່ງສົມເດັດພຣະ ຄາປັນຈາຣະຈັນທີ ຜູ້ເປັນຣາຊະທິດາ ຂອງພຣະອົງຄ໌ໃຫ້ໄພເຣາະທີ່ສຸດ ແລ້ວໃຫ້ຄົນໄປຮ້ອງ ປາວໃນ ເມືອງມິຖິລາ ເພື່ອໃຫ້ພຣະເຈົ້າວິເທຫະຣາຊໄດ້ຊົງສະດັບ ຖ້າພຣະອົງຄ໌ຊົງຫລຸ່ມຫລົງ ໃນພຣະຣາຊະທິດາ ແລ້ວ ຂ້າພະເຈົ້າຈະເປັນຣາຊທູດ ຈໍາທູນພຣະຣາຊສານວ່າ ພຣະເຈົ້າຈຸລນີ ນີພຣະປະສົງຈະຖວາຍພຣະຣາຊທິດາແດ່ພຣະອົງຄ໌ ພ້ອມທັງກໍານົດວັນ ແລະຄືນທີ່ຈະ ຖວາຍ ເມື່ອພຣະເຈົ້າວິເທຫະຣາຊສະເດັດມາ ມະໂຫສົດກໍ່ຈະຕ້ອງມາດ້ວຍ ເຮົາຈະຈັບພຣະ ເຈົ້າວິເທຫະຣາຊ ແລະມະໂຫສົດຂ້າເສຍ ”

ພຣະເຈົ້າຈຸລນີໄດ້ສະດັບດັ່ງນັ້ນ ຊົງເຫັນຊອບດ້ວຍ ຈຶ່ງຮັບສັ່ງໃຫ້ດໍາເນີນການໄດ້ ຕໍ່ມາ ພຣະເຈົ້າຈຸລນີຈິ່ງ ແຕ່ງຕັ້ງໃຫ້ ເກດຕະພາມເປັນທູດ ໃຫ້ທູນສານໄປຍັງກຸງມິຖິລານະຄອນ ໃຈຄວາມໃນສານນັ້ນມີ.

” ພຣະເຈົ້າຈຸລນີມີພຣະປະສົງຈະພຣະຣາຊທານ ພຣະຣາຊທິດາແດ່ພຣະເຈົ້າວິ ເທຫະຣາຊ ຜູ້ເປັນກະສັດຍິ່ງໃຫຍ່ ”

ຂ່າວນີ້ໄດ້ເລົ່າລືໄປເຖິງມະໂຫສົດ ມະໂຫສົດຈຶ່ງໄດ້ສົ່ງກອງສາດແນມໄປສືບເບິ່ງເຫດ ການທາງອຸດຕະຣະປັນຈາລະນະຄອນ ພວກກອງສອດແນມລາຍງານວ່າ

” ການຄັ້ງນີ້ ພຣະເຈົ້າຈຸລນີແລະ ເກວັດຕະພຣາມ ໄດ້ຄິດອ່ານສອງຕໍ່ສອງບົນປາສາດ ໂປດສົງນົກສາຣິກາສອບສວນຄວາມຈິງ ຈາກນາງນົກສາຣິກາ ຊຶ່ງຮັກສາຫ້ອງບັນທົມຂອງ ພຣະເຈົ້າຈຸລນີເຖີດ ”

ມະໂຫສົດ ຄິດວ່າ

” ເກດຕະພຣາມມາຄັ້ງນີ້ ຄົງມີອຸບາຍທຸຈະຣິດແນ່ນອນ … ເຮົາບໍ່ຄວນຈະໃຫ້ ເຫັນພຣະນະຄອນຂອງເຮົາ ຊຶ່ງຕົກແຕ່ງໄວ້ເປັນຢ່າງດີ ”

ແລ້ວ ໃຫ້ຕົກແຕ່ງມັກຄາ ຈໍາເດີມແຕ່ພຣະນະຄອນ ຈົນເຖິງພຣະຣາຊວັງ ຈາກພຣະ ຣາຊວັງເຖິງປາສາດໃຫ້ ແປກປະຫລາດຄື ສອງຂ້າງ ທາງກັ້ນດ້ວຍ ເຮືອລໍາແພນວາດລວດລາຍຕ່າງໆ ໃຫ້ປູກຕົ້ນກ້ວຍ ຕົ້ນອ້ອຍ ສອງຂ້າງທາງປະດັບທຸງຊາດທຸງໄຊ ຕັ້ງຫມໍ້ນໍ້າຮຽງຮາຍໄວ້ເປັນແຖວ ເບື້ອງບົນດາດດ້ວຍເພດານ ອັນງາມດ້ວຍຮູບດາວຕ່າງໆ ໃຫ້ໂປຍເຂົ້າຕອກດອກ ໄມ້ທົ່ວໄປ

ເມື່ອເກວັດຕະພຣາມໄປເຖິງກໍດີໃຈວ່າ ຕົນໄດ້ຮັບການປະຕິສັນຖານຈາກພຣະເຈົ້າ ວິເທຫະຣາຊ ເປັນຢ່າງດີ ບໍ່ຮູ້ວ່າ ເປັນອຸບາຍຂອງມະໂຫສົດ ຄັນເຂົ້າເຖິງພຣະນະຄອນ ແລ້ວ ເຂົ້າທູນຖວາຍບັນນາການ ແລະພຣະຣາຊສານ ເມື່ອຖວາຍ ແລະ ກໍ່ກາບທູນເພີ້ມ ເຕີມເປັນທີ່ ໃຫ້ໂສມະນັດຍິ່ງຫນັກ ແລ້ວນິ່ງຟັງຄໍາຕັດຕອບຈາກພຣະເຈົ້າວິເທຫະຣາຊ

ຝາຍພຣະເຈົ້າວິເທຫະຣາຊ ເມື່ອໄດ້ຊາບພຣະຣາຊສານ ກໍໂສມະນັດວ່າ

” ເຮົາຈະໄດ້ຂັດຕິຍະນາຣີ ຜູ້ຊົງໂສມອັນເລີເລີດ ” ແລ້ວຮັບສັ່ງໃຫ້ ເກວັດຕະພຣາມ ໄປ ເຈຣະຈາກັບມະໂຫສົດ

ເກວັດຕະພຣາມທູນລາໄປບ້ານມະໂຫສົດ ມະໂຫສົດແນ່ໃຈວ່າ ເກວັດຕະພຣາມຈະ ຕ້ອງໄປຫາທີບ້ານ ຈິ່ງທໍາອຸບາຍບໍ່ຍອມເວົ້າກັບເກວັດຕະພຣາມ ເມື່ອເກວັດຕະພຣາມໄປເຖິງ ແລະພະຍາຍາມເຂົ້າໄປຈົນເຖິງຕົວມະໂຫສົດ ບໍ່ເຫັນມີທີ່ຈະນັງ ແລະບໍ່ໄດ້ຮັບການສົນທະນາທັກທາຍປາໄສຈາກມະໂຫສົດ ຢືນເກີ້ຢູ່ຫນ້ອຍນຶ່ງ ແລ້ວ ຍ່າງອອກມາ ຄັນແລ້ວ ກໍຖືກຄົນຂອງມະໂຫສົດຊ້ອມເສຍຈົນເກືອບຕາຍ

ຝາຍພຣະເຈົ້າວິເທຫະຣາຊ ນັ່ງຄ່ອຍເກວັດຕະພຣາມຢູ ເມືອເກວັດຕະພຣາມແລ່ນ ໂອດໂອຍມາເຖິງ ກໍຮັບສັ່ງຖາມວ່າ

” ໄດ້ສົນທະນາ ກັບມະໂຫສົດແລ້ວ ຫລື ? ”

ເກວັດຕະພຣາມໄດ້ທູນໃຫ້ຊົງຊາບ ເຖິງພຶດຕິການຂອງມະໂຫສົດ ແລະຍຸຍົງບໍ່ໃຫ້ພຣະ ເຈົ້າວິເທຫະຣາຊຊົງນັບຖືຕໍ່ໄປ ພຣະເຈົ້າວິເທຫະຣາຊຊົງຫນິ່ງຢູ່ຄູນຶ່ງ ແລ້ວພຣະຣາຊະທານເບ້ຍ ລ້ຽງລາງວັນ ແກ່ເກວັດຕະພຣາມ ໂປດໃຫ້ຈັດການຮັບຮອງ ແລະໃຫ້ໄປພັກໃນພຣະຣາຊະມົນທຽນຫລັງນຶ່ງ ແລ້ວດໍາຣິວ່າ

” ມະໂຫສົດສະຫຼາດໃນການຕ້ອນຮັບປາໄສຍິງ ແຕ່ຢ່າງໃດ ຄາວນີ້ຈຶ່ງທໍາເຊັ່ນນີ້ ? ແນວໃດ ເຂົາຈະຕ້ອງລ່ວງເຮົາໄປຂ້າເສຍ ຢ່າງໃດກໍຕາມ ເຮົາຈະງົມງາຍອັນໃດຫນັກຫນາ ເຖິງກັບຈະຖີ້ມບ້ານ ເມືອງ ໄປຢູໃນເງື້ອມມືຂອງຂ້າເສິກ ”

ຂະນະນັ້ນ ນັກປາດທັງ 4 ກໍພາກັນເຂົາເຝົ້າ ພຣະເຈົ້າວິເທຫະຣາຊຈຶ່ງຕັດປຶກສາ ເຖິງການທີ່ ພຣະເຈົ້າຈຸລນີ້ ຈະພຣະຣາຊທານພຣະທິດາແກ່ພຣະອົງ ນັກປາດເຫລົ່ານັ້ນ ຕ່າງພາກັນລົງຄວາມເຫັນໃຫ້ພຣະອົງສະເດັດໄປ ແລະພັນລະນາເຫດຜົນອັນດີຕ່າງໆ ມາກມາຍ

ຈາກນັ້ນ ມະໂຫສົດໄດ້ເຂົ້າເຝົ້າ ເມື່ອພຣະເຈົ້າວິເທຫະຣາຊຊົງຕັດປຶກສາ ຈຶ່ງໄດ້ກາບ ທູນ ຫ້າມບໍ່ໃຫ້ພຣະອົງສະເດັດໄປດ້ວຍຢ້ານຈະເປັນອັນຕະລາຍ ແຕ່ພຣະເຈົ້າວິເທຫະຣາຊບໍ່ຊົງພໍພຣະໃທ ຫາວ່າມະໂຫສົດດູຖູກ ແລ້ວຊົງຮັບສັ່ງໃຫ້ໄສຫົວມະໂຫສົດເນຣະເທດເສຍ

ແຕ່ ມະໂຫສົດພິຈາຣະນາເຫັນວ່າ ພຣະຣາຊກໍາລັງພິໂຣດນັກ ຈຶ່ງຮີບທູນ ເສຍກອນທີ່ຈະມີໃຜມາສຸດອອກໄປ ຄັນກັບເຖິງບ້ານ ແລ້ວ ໄດ້ສົງສານພຣະເຈົ້າວິເທຫະຣາດ ເປັນກໍາລັງ ຄິດຈະຊ່ວຍໃຫ້ພົ້ນໄພອັນຕະລາຍ ຈຶ່ງໄດ້ສົ່ງນົກແຂກເຕົ້າໄປສືບຄວາມລັບຈາກນາງນົກແຂກເຕົ້າຂອງພຣະເຈົ້າຈຸລນີ ນົກແຂກເຕົ້ານັ້ນໄດ້ໄປສົນທະນາກັບນາງນົກແຂກເຕົ້າດ້ວຍ ສັນທະວະໄມຕີອັນດີ ແລ້ວກັບມາລາຍງານວ່າ

” ພຣະເຈົ້າຈຸລນີບໍ່ມີພຣະປະສົງຈະຜູກໄມຕີກັບພຣະເຈົ້າວິເທຫະຣາຊ ແຕ່ມີພຣະປະສົງຈະຫລອກຂ້າພຣະເຈົ້າວິເທຫະຣາຊ ແລະມະໂຫສົດຕ່າງຫາກ ”

ມະໂຫສົດ ເມື່ອຊາບເຊັ່ນນັ້ນຮູ້ສຶກສໍານຶກໃນຄຸນຂອງພຣະເຈົ້າວິເທຫະຣາຊທີ່ໄດ້ຊຸບລ້ຽງແຕ່ນ້ອຍຈົນໃຫຍ່ ຈຶ່ງຄິດທີ່ຈະໄປເມືອງອຸດຕະຣະປັນຈາລະນະຄອນ ເພື່ອຕົກແຕ່ງ ພຣະນະຄອນ

ພຣະຣາຊນິເວດໃຫ້ເປັນທີ່ປະທັບຂອງພຣະອົງ ແລ້ວຂຸດອຸໂມງໃຫຍ່ໄວ້ເປັນ ອັນສໍາຄັນ ໃນເວລາທີ່ພຣະເຈົ້າຈຸລນີຍົກກອງທັບລ້ອມພຣະນະຄອນໄວ້ ຈັດໃຫ້ທະຫານນໍາເອົາພຣະຣາຊະທິດາຂອງພຣະເຈົ້າຈຸລນີມາອະພິເສກກັບພຣະເຈົ້າ ແຜນດິນຂອງຕົນແລ້ວສົ່ງກັບຍັງເມືອງມິຖິລານະຄອນ ແລ້ວເຂົາເຝົ້າກາບທູນລາກ່ອນ ເພື່ອດໍາເນີນງານຕາມທີ່ຄິດໄວ້

ເມື່ອພຣະເຈົ້າວິເທຫະຣາຊຊົງສະດັບດັ່ງນັ້ນ ກໍຊົງໂສມະນັດຍິນດີຍິ່ງໜັກ ຊົງອະນຸຍາດໃຫ້ມະໂຫສົດໄປຈັດການກ່ອນ ໄດ້ດັ່ງປະສົງ

ມະໂຫສົດໄດ້ໄປຈັດການທຸກສິ່ງທຸກຢ່າງ ເສັດຮຽບຮ້ອຍ ກິນເວລາ 4 ເດືອນເຕັມ ຄັນແລ້ວ ຈຶ່ງຈັດສົ່ງຄົນໄປທູນເຊີນພຣະເຈົ້າວິເທຫະຣາຊ

ພຣະເຈົ້າກຸງມິຖິລານະຄອນ ຊົງສະເດັດມາພ້ອມດ້ວຍຈະຕຸຣົງຄະເສນາໂດຍຫົນທາງ ອັນຍາວ ຈົນກະທັງເຖິງຝັງ ແມ່ນໍ້າ ມະໂຫສົດໄດ້ຈັດຮັບສົ່ງລົງສູ່ເຮືອ ຂ້າມແມ່ນໍ້າໄປປະທັບ ໃນພຣະນະຄອນສ້າງໃຫມ່

ຄັນ ເຖິງເວລາ ແລງວັນນັ້ນ ພຣະເຈົ້າວິເທຫະຣາຊ ກໍໂປດໃຫ້ຣາຊະທູດ ເຂົ້າໄປທູນ ພຣະເຈົ້າຈຸລນີ ໃຫ້ຊົງຊາບວ່າ ພຣະອົງໄດ້ສະເດັດມາເຖິງ ແລ້ວ ຊຶ່ງພຣະ ເຈົ້າຈຸລນີ້ ຊົງ ໂສມະນັດຍິງວ່າ

ແລ້ວ ຕັດສັ່ງທູດ ວ່າ

” ພຣະເຈົ້າວິເທຫະຣາຊສະເດັດມາໃນຄັ້ງນີ້ ເປັນການດີ ເຮົາຈະຫາເລີກດີແລ້ວ ຈະ ສົ່ງພຣະຣາຊະທິດາອອກໄປຖວາຍ ໃຫ້ສົມພຣະປະສົງ ”

ຣາຊະທູດຖວາຍບັງຄົມ ໄປກາບທູນພຣະເຈົ້າວິເທຫະຣາຊ ພຣະອົງຕັດວ່າ ” ວັນດີ ເລີກດີແລ້ວ ຣາຊະທູດຈົ່ງກັບໄປທູນໃຫ້ພຣະເຈົ້າວິເທຫະຣາຊ ຊາບເຖີດ ”

ຊິ່ງເມື່ອຣາຊະທູດ ໄປທູນພຣະເຈົ້າຈຸລນີອີກ ພຣະເຈົ້າຈຸລນີ້ ກໍຕັດວ່າ ” ຖ້າຢ່າງນັ້ນ ເຮົາຈະຈັດສົ່ງພຣະຣາຊະທິດາອອກໄປດຽວນີ້ ”

ຄັນແລ້ວ ພຣະອົງໄດ້ໃຫ້ສັນຍາແກ່ກະສັດທັງຮ້ອຍເອັດພຣະອົງ ໃຫ້ຕຽມເຄື່ອນທັບ ໄປລອມພຣະນະຄອນພຣະເຈົ້າວິເທຫະຣາຊໂດຍໄວ

ກະສັດຮ້ອຍເອັດນະຄອນ ກໍຍົກພົນອອກໄປໂດຍພ້ອມພຽງກັນ ສວນພຣະເຈົ້າຈຸລນີໄດ້ ແຫ່ພຣະຣາຊຊົນນີ ພຣະອັກຄະມະເຫສີ ພຣະຣາຊະໂອຣົດແລະທິດາໄປຮວມຢູປາສາດ ຫລັງໃຫຍ່ຂອງພຣະອົງ ຕົກມື້ແລງມາ ພຣະອົງກໍສະເດັດຍົກທັບຫລວງອອກໄປລ້ອມ ພຣະນະຄອນຂອງພຣະເຈົ້າວິເທຫະຣາຊໄວ້ .

ຝ່າຍ ມະໂຫສົດ ຈັດການຖວາຍພຣະກະຍາຫານ ແດ່ ພຣະເຈົ້າວິເທຫະຣາຊ ແລະລ້ຽງພົນໂຍທາ ແລ້ວ ກໍໄປພັກຜ່ອນຕາມສະບາຍ ສ່ວນພຣະເຈົ້າຈຸລນີໄດ້ລ້ອມພຣະນະຄອນໄວ້ດ້ວຍກໍາລັງມາກມາຍ ຕົກກາງຄືນ ກໍຈຸດທວນໄຟສະຫວ່າງສະໄຫວປະໜຶ່ງກາງວັນ

ເມືອມະໂຫສົດຮູ້ເຫດການດັ່ງນັ້ນ ແລ້ວ ສັ່ງໃຫ້ພົນໂຍທາ 100 ຄົນລົງອຸໂມງນ້ອຍໄປຈັບກະສັດທັງ 4 ຄື ພຣະຣາຊຊົນນີ ຂອງພຣະເຈົ້າຈຸລນີ ອັກຄະມະເຫສີ ພຣະຣາຊໂອຣົດ ແລະພຣະ

ຮາຊທິດາ ມາຄຸມຕົວໄວ້ທີ່ໃກ້ປະຕູອຸໂມງຮີມ ແມ່ນໍ້າໂດຍໄວ ຈວນເວລາທີ່ພຣະເຈົ້າ

ວິເທຫະຣາຊ ຈະສະເດັດ ຈິງໃຫ້ ເຊີນອອກໄປທີ່ທ້ອງພຣະໂຣງຮີມປະຕູອຸໂມ ພວກພົນໂຍທາໃດ້ປະຕິບັດການຕາມຄໍາສັ່ງໃນສັບພະລັນ ເມືອຮຽບຮອຍແລ້ວ ໄດ້ໄປບອກມະໂຫສົດ ມະໂຫສົດໃດ້ໄປທູນພຣະເຈົ້າວິເທຫະຣາຊ ຜູ້ຊຶ່ງຄອຍທອດພຣະເນດພຣະນາງປັນຈາລະຈັນທີ ຢູ່ທີ່ຊ່ອງປອງຢຽມວ່າ ບັດນີ້ແລ ພຣະເຈົ້າຈຸລນີ້ຈະສົ່ງພຣະຣາຊທິດາມາໃຫ້ ເຮົາ ແຕ່ເມື່ອພຣະອົງໃດ້ຊົງທອດພຣະເນດເຫັນພົນໂຍທາລ້ອມພຣະນະຄອນຢູ່ຢ່າງ ແໜ້ນໜ້າ ຈຶ່ງຊົງປະຫລາດ ແລະຊົງຊາບວ່າ ເປັນກອງທັບທີ່ຈະມາລອມຈັບພຣະອົງ ຈຶ່ງທໍາໃຫ້ພຣະອົງ ຕົກພຣະໄທຢ້ານຍິ່ງຫນັກ

ມະໂຫສົດ ທໍາເປັນບໍ່ຮູ້ອຸບາຍຈະຊ່ວຍ ທູນຖາມນັກປາດທັງ 4 ຕັດປຶກສາ ທາງເອົາ ຕົວລອດກັບນັກປາດທັງ 4 ກໍບໍ່ມີຜູສາມາດຖວາຍຄວາມເຫັນເປັນທີ່ຫນ້າໄວ້ວາງພຣະໄທໄດ້ ເສນນະກະ ທູນວ່າ

” ເຮົາຄວນປິດປະຕູປາສາດເສຍ ແລ້ວເອົາໄຟຈູດປາສາດຂຶ້ນເສັດແລ້ວ ພວກເຮົາຖືມີດ ຄົນລະເຫຼັ້ມ ພັນກັນໃຫ້ຕາຍເສຍ ດີກ່ວາທີ່ຈະໃຫ້ພຣະເຈົ້າຈຸລນີຈັບໄປຂາ ເຮົາເອົາປາສາດນີ້ແຫລະ ເປັນ ເຕົາລໍ ”

ພຣະເຈົ້າວິເທຫະຣາຊ ເມື່ອຊົງຟັງ ວິທີການແກ້ໄຂ ໂດຍການຂາຕົວຕາຍເຊັ່ນນັ້ນ ກໍຮ້ອງໄຫ້ຄ່ໍາຄວນ ວ່າ:

” ທັມມະດາ ຄົນຫາແກ່ນໄມ້ຈາກຕົ້ນກ້ວຍ ຫລືຕົ້ນງິ້ວ ຍອມບໍ່ໄດ້ດັ່ງປະສົງ ສັນໃດ ເຮົາກໍຫາອຸບາຍໃຫ້ພົ້ນຈາກຄວາມຕາຍຈາກຄົນໂງບໍ່ໄດ້ ສັນນັ້ນ ເຮົາຄົບກັບພວກເສນນະກະ ເຫມືອນຄົບຊ້າງສານອັນຕົກຢູໃນທີ່ຫານໍ້າບໍ່ໄດ້ ມີແຕ່ຈະຕາຍເປົ່າ ໆ ໂອ ! ຕົວເຮົານີ້ລ້ຽງ ນັກປາດ ໄວ້ 5 ຄົນ ແຕ່ກໍເອົາເປັນທີ່ເພິ່ງບໍ່ໄດ້ຈັກຄົນເລີຍ ”

ມະໂຫສົດ ເມື່ອເຫັນພຣະເຈົ້າວິເທຫະຣາຊຊົງຮ້ອງໄຫ້ ດັ່ງນັ້ນ ຈິ່ງເຂົ້າໄປປອບພຣະ ອົງໃຫ້ຫາຍສະດຸ້ງພຣະທັຍ ແລ້ວພາພຣະອົງລົງໄປໃນທີ່ອຸໂມງ ຈັດການອະພິເສກພຣະ ນາງໃນຈາລະຈັນທີ່ກັບພຣະອົງ ທີ່ໂຮງກົມອັນກ້ວາງໃຫຍ່ ແລ້ວຈັດສົ່ງພຣະອົງ ພຣະ ມະເຫສີ ພຣະຊົນນີຂອງພຣະເຈົ້າຈຸລນີ ແລະປັນຈາລະກຸມານໄປຍັງເມືອງມິຖິລານະຄອນ ແລ້ວກັບໄປນອນພັກຜ່ອນ ຢູໃນນະຄອນທີ່ສ້າງໃຫມ່.

ຝ່າຍພຣະເຈົ້າຈຸລນີໄດ້ໃຫ້ພົນໂຍທາລ້ອມພຣະນະຄອນໄວ້ຢ່າງຫມັ້ນຄົງ ພ້ອມທີ່ຈະບຸກ ເຂົ້າໄປໃນນະຄອນ ເມື່ອໄດ້ຮັບຄໍາສັ່ງທຸກເມືອ ຫນວຍແຊກຊຶມຂອງມະໂຫສົດເຂົ້າໄປອາສາ ພຣະເຈົ້າຈຸລນີ້ ກໍຍົກພົນເຂົ້າບຸກໄປກອນ ເພື່ອປ້ອງກັນພວກອື່ນເສຍ

ວັນຮຸ່ງຂຶ້ນ ..

ມະໂຫສົດ. ຕື່ນຂຶ້ນອາບນໍ້າຊໍາຣະກາຍແລ້ວ ແຕ່ງຕົວດ້ວຍເຄື່ອງອາພອນອັນງົດງາມ ສໍາແດງອົງແກ່ພຣະເຈົ້າຈຸລນີ ພຣະເຈົ້າຈຸລນີທອດພຣະເນດເຫັນແລ້ວ ພິໂຣດຍິ່ງຫນັກ ຊົງ ໄຊ້ຊ້າງເຂົ້າໄປຕົງຫນ້າມະໂຫສົດ ດ້ວຍຫວັງຈະຂ້າເສຍໃຫ້ຕາຍ ຊຶ່ງມະໂຫສົດເຫັນດັ່ງນັ້ນ ກໍສົ່ງ ສຽງຮ້ອງເຍາະເຍີ້ຍພຣະຈຸລນີ ວ່າ

ຂ້າແຕ່ພຣະເຈົ້າຈຸລນີ ເຫດໃດພຣະອົງຈິງດ່ວນໄຊ້ຊ້າງເຂົ້າມາ ຫວັງພຣະທັຍວ່າ ຈະຈັບພຣະເຈົ້າວິເທຫະຣາຊ ແລະຕົວຂ້າພະບາດຫລື ປະການໃດ ພຣະແສງທະນຸ ກັບແລ່ງ ທະນູ ແລະເກາະທີ່ຊົງນັ້ນຂອງພຣະອົງ ໄດ້ຖິ້ມມັນເສຍເຖີດ ເພາະມັນບໍ່ອໍານວຍປະໂຍດ ອັນໃດ ແກ່ພຣະອົງເລີຍ ຂໍພຣະອົງສະເດັດກັບສຸພຣະນະຄອນຂອງພຣະອົງເຖີດ

ພຣະມະໂຫສົດບັນດິດ ພຣະະເຈົ້າຈຸລນີ ເມື່ອໄດ້ສະດັບດັ່ງນັ້ນ ກໍຍິ່ງພິໂຣດຫນັກຂຶ້ນ .

ມະໂຫສົດ ! ເຮົາເບິ່ງສີຫນ້າເຈົ້າວັນນີ້ ເຫມືອນຈວນຕາຍ ເຕັມທີ່ ແລ້ວ ວັນນີ້ ແຫລະ ເຮົາຈະ ຂ້າເຈົ້າ ແລ້ວດື່ມນໍ້າໄຊຍະບານໃຫ້ສໍາຣານໃຈ ”

ພຣະອົງຂູ່ເປົ່າ ໆ ຈະທໍາອັນໃດໄດ້ ແຜນການຂອງພຣະອົງທີ່ຊົງດໍາຣິຮວມກັບເກວັດຕະໃນຫ້ອງບັນທົມ ໄດ້ທໍາລາຍເສຍແລ້ວ ” ມະໂຫສົດວ່າ ” ຂ້າພະເຈົ້າຮຸໂດຍຕະຫຼອດ ພຣະກະຣາຊນັ້ນ ຂ້າພະເຈົ້າໄດ້ສົ່ງຂ້າມແມ່ນໍ້າກັບໄປແຕ່ວານນີ້ ພ້ອມພົນໂຍທາ ແວດລ້ອມຢ່າງຫນາ ແໜ້ນ ພຣະອົງຈະໄດ້ຕິດຕາມໄປກໍບໍ່ທັນ ”

ເມື່ອພຣະເຈົ້າຈຸລນີ້ໄດ້ສະດັບດັ່ງນັ້ນແລ້ວ ຈຶ່ງສັ່ງທະຫານໃຫ້ເຂົ້າໄປຈັບຕົວມະໂຫສົດ ໃຫ້ສົມກັບໂທດທີ່ປອຍ ພຣະເຈົ້າວິເທຫະຣາຊໄປ ”

ມະໂຫສົດ ຈຶ່ງທູນ ວ່າ:

” ຫາກວ່າ ພຣະອົງທໍາກັບຂ້າພະ ເຈົ້າຢ່າງໃດແລ້ວ ພຣະເຈົ້າວິເທຫະຣາຊ ກໍຈະທໍາ ແກ່ຣາຊບຸດແລະຣາຊທິດາ ອັກຄະມະເຫສີ ຕະຫຼອດຈົນພຣະຊົນນີຂອງພຣະອົງຢາງນັ້ນເຫມືອນກັນ ເຫລື້ອງນີ້ຂ້າພະເຈົ້າໄດ້ທູນພຣະເຈົ້າວິເທຫະຣາຊໄວ້ແລ້ວ ”

” ຫມາຍຄວາມວ່າ? ”

” ຖ້າພຣະອົງບໍ່ຊົງເຊື່ອ ໂປດໃຫ້ຄົນໄປເບິ່ງຕີ ຂະນ້ອຍ ” ມະໂຫສົດຫົວເຣາະ ” ວາ ກະສັດທັງ 4 ຂອງພຣະອົງ ຄື ຣາຊບຸດ ທິດາ ມະເຫສີ ແລະຊົນນີຂອງພຣະອົງຍັງຢູ່ຫລືບໍ ຂໍ ທູນໃຫ້ຊາບເສຍເລີຍວ່າ ຂ້າພະເຈົ້າໄດ້ໃຫ້ຄົນໄປຈັບກະສັດທັງ 4 ມາທີ່ນີ້ ຕັ້ງ ແຕ່ແລງວານນີ້ ແລ້ວ ແລ້ວສົ່ງໄປກັບພຣະເຈົ້າວິເທຫະຣາຊ ແລ້ວ ”

” ພຣະເຈົ້າຈຸລນີສະດັບດັ່ງນັ້ນ ກໍຊົງສະດຸ້ງພຣະທັຍ ແຕ່ເພື່ອໃຫ້ຊາບຄວາມຈິງ ຈິ່ງສົ່ງ ທະຫານໃຫ້ໄປເບິ່ງ ຄັນຊາບວ່າ ເປັນຄວາມຈິງ ຍິງເພີ່ມຄວາມໂກດເປັນທະວີຄູນ ເຫມືອນ ອະສໍຣະພິດຖືກຕີດ້ວຍທ່ອນໄມ້ ”

ມະໂຫສົດເຫັນດັ່ງນັ້ນ ຈຶ່ງພັນລະນາຮູບໂສມແຫ່ງພຣະນາງນັນທາຣາຊເທວີ ໂດຍ

ເດັດນໍາຫນ້າຈະໃຫ້ເຂົ້າທອດພຣະຊົນມີກັບໄປເຖິງ ເມືອງອະເນກປະຣິຍາຍ ແລ້ວທູນປອບພຣະທັຍວ່າ:

” ຂໍເດຊະ ຂໍພຣະອົງຢ່າໄດ້ຊົງວິຕົກໄປເລີຍ ເມື່ອຂ້າພະເຈົ້າກັບໄປເຖິງເມືອງມິຖິລາ ແລ້ວ ກໍຈະສົ່ງກະສັດທັງ 3 ຄື ອັກຄະມະເຫສີ ໂອຣົດ ແລະພຣະຊົນນີ້ກັບມາຖວາຍ ”

ຄັນແລ້ວ ກໍເຊີນສະເດັດພຣະເຈົ້າຈຸລນີໃຫ້ເຂົ້າທອດພຣະເນດໃນອຸໂມງ ຊຶ່ງພຣະເຈົ້າ ຈຸລນີພໍຈະຫາຍໂກດແດ່ ໄດ້ສະເດັດນໍາຫນ້າຂະບວນເຂົ້າໄປໃນອຸໂມງ ມະໂຫສົດຕາມໄປຂ້າງ ຫລັງພໍໄປເຖິງປະຕູອຸໂມງຮີມນໍ້າ ພຣະເຈົ້າຈຸລນີກໍສະເດັດອອກທາງປະຕູອຸໂມງ ມະໂຫສົດຈຶ່ງ ຕາມສະເດັດອອກໄປ ແລ້ວຫຍຽບສະລັກຍົນໃຫ້ ແລ່ນເຖິງກັນ ປິດປະຕູຫ້ອງໃຫຍ່ນ້ອຍ ແລະ ຫ້ອງໄຟ ທໍາໃຫ້ບັນຍາກາດພາຍໃນອຸໂມງມືດມິດໄປຫມົດ ຄົນທັງປວງທີ່ຕິດຕາມໄປ ຕ່າງພາກັນ ສົ່ງສຽງຕົກໃຈຮ້ອງໄຫ້ ອືອຶ້ງ ຢູ່ໃນອຸໂມງນັ້ນ.

ສ່ວນ ມະໂຫສົດ ໄດ້ສວຍດາບທີ່ຫມົກຊາຍໄວ້ໃກ້ປະຕູອຸໂມງນັ້ນ ແລ້ວເລງເຂົ້າໄປຈັບ ພຣະຫັດພຣະເຈົ້າຈຸລນີໄວ້ ເອື້ອມດາບຂຶ້ນຂູ່ ວ່າ: ” ສົມບັດ ໃນຊົມພູທະວີບທັງສິ້ນ ເປັນຂອງຜູ້ໃດ ?”

ພຣະເຈົ້າຈຸລນີ້ ຕົກໃຈຕົວສັ່ນ ຕອບມາວ່າ. ” ມະໂຫສົດ.ສົມບັດໃນຊົມພູທະວີບນີ້ ເປັນຂອງທ່ານທັງນັ້ນ ຂໍທ່ານຈົ່ງໃຫ້ອະໄພແກ່ເຮົາເຖີດ ”

ມະໂຫສົດ ເຫັນວ່າພຣະອົງຫມົດພະຍົດຮ້າຍແລ້ວ ຈຶ່ງທູນວ່າ,

” ການທີ່ ຂ້າພະເຈົ້າ ທໍາເຊັ່ນນັ້ນ ບໍ່ໄດ້ຫມາຍຈະປົງພຣະຊົນພຣະອົງເລີຍ ແຕ່ທໍາ ສະແດງອານຸພາບປັນຍາໃຫ້ເປັນທີ່ປາກົດເທົ່ານັ້ນ ”

ວ່າແລ້ວ ກໍຖວາຍດາບນັ້ນແກ່ພຣະເຈົ້າຈຸລນີ

” ຫາກພຣະອົງຈະຂ້າ ໆພະເຈົ້າແລ້ວ ໂປດຂ້າດ້ວຍດາບນີເຖີດ ຖາບໍ່ຂ້າແລ້ວ ອະໄພໃຫ້ຂ້າພະເຈົ້າ ”

ພຣະເຈົ້າຈຸລນີ ໄດ້ຟັງດັ່ງນັ້ນ ກໍເຫລື້ອມໃສ ຈິ່ງຕັດວ່າ ” ເຮົາຍິນດີອະໄພໃຫ້ທ່ານ ທ່ານຢາໄດ້ວິຕົກໄປເລີຍ ” ແລ້ວຕ່າງກໍຈັບດາບສາບານ ຈະບໍ່ທໍາອັນຕຣາຍ ແກ່ກັນແລະກັນຕໍ່ໄປ ພຣະເຈົ້າຈຸລນີ ຕັດຖາມວ່າ ” ມະໂຫສົດ ! ເປັນຫຍັງ ເຈົ້າບໍ່ຄິດເອົາສົມບັດໃນຊົມພູທະວີບເສຍ ” ” ການຄິດເອົາສົມບັດຜູ້ອື່ນ ນັກປາດບໍ່ສັນຣະເສີນເລີຍ ຂະນອຍ ” ມະໂຫສົດທູນຕອບ

” ຖ້າເຊັ່ນນັ້ນດີແລ້ວ ເຈົ້າຈົ່ງໃຫ້ຊີວິດແກ່ພວກທີ່ຢູ່ໃນອຸໂມງນີ້ ກອນເຖີດ ” ພຣະເຈົ້າ ຈຸລນີ ຕັດຕອບ

ມະໂຫສົດ ຈຶ່ງເປີດປະຕູອຸໂມງອອກ ທໍາໃຫ້ມີແສງສະຫວ່າງທົ່ວກັນ ທໍາໃຫ້ທຸກຄົນ ຫາຍໃຈໂລງ ພວກພົນໂຍທາຂອງພຣະເຈົ້າຈຸລນີ້ທັງຫມົດ ຮວມທັງກະສັດຮ້ອຍເອັດພຣະ ນະຄອນດ້ວຍ ຕ່າງພາກັນຊື່ນບານ ຍິ່ງຫນັກ ແລ້ວພາກັນອອກໄປຮວມໃກ້ມະໂຫສົດ ຊຶ່ງຢູ່ ນະ ທີ່ໃກໂຮງກົມ ອັນກ້ວາງໃຫຍ່ກັບພຣະເຈົ້າຈຸລນີ

ລໍາດັບນັ້ນ ມະໂຫສົດ ທູນພຣະ ເຈົ້າຈຸລນີ ວ່າ

” ຂ້າພະເຈົ້າໄດ້ ຈັດການອະພິເສກ ພຣະເຈົ້າວິເທຫະຣາຊ ກັບພຣະຣາຊທິດາ ຂອງພຣະອົງ ກອງແກ້ວ ຢູເທິງ ໃນໂຮງກົມນີ້ແລ້ວ ສົ່ງສະເດັດໄປ ”

” ເອີ ! ດີແລ້ວ ເຮົາດີໃຈຫລາຍ ” ພຣະເຈົ້າຈຸລນີຕັດຕອບ ພໍດີ ກະສັດທັງຮ້ອຍເອັດພຣະອົງ ໄດ້ຕັດຂຶ້ນ ວ່າ

” ມະໂຫສົດ ! ພວກຂ້າພະເຈົ້າໄດ້ມີຊີວິດຢູ່ ເພາະທ່ານຄົນດຽວ ຖ້າທ່ານບໍ່ເປີດອຸໂມງ ພຽງອີກບໍ່ເທົ່າໃດນາທີ ພວກເຮົາກໍຕາຍຫມົດ ”

” ພວກໃຕ້ຝາພຣະບາດ ຈະໄດ້ມີຊີວິດ ເພາະຂ້າພະເຈົ້າໃນຄັ້ງນີ້ ຄັ້ງດຽວກໍຫາບໍ່ໄດ້ ແຕ່ຄັ້ງ ກອນກໍເຫມືອນກັນ ”

ມະໂຫສົດທູນ ແລ້ວເລົ່າເຫລື້ອງທີ່ພຣະເຈົ້າຈຸລນີລ້ຽງເຫລົ່າ ໄຊຍະບານໃນພຣະຣາຊ ອຸດທະຍານໃຫ້ສະດັບໂດຍຕະຫຼອດ ຊຶ່ງພຣະເຈົ້າຈຸລນີກໍຮັບວາ ຈິງ ກະສັດທັງຫມົດ ຕ່າງພາກັນ ບູຊາມະໂຫສົດເປັນການໃຫຍ່

ມະໂຫສົດ ໃຫ້ພຣະເຈົ້າຈຸລນີ້ຂໍໂທດກະສັດທັງປວງ ແລ້ວຕໍ່ຈາກນັ້ນ ພຣະເຈົ້າຈຸລນີໂປດ ໃຫ້ລ້ຽງດູກະສັດເຫລົ່ານັ້ນ ແລ້ວສະເດັດເຂົ້າສູ່ພຣະນະຄອນ ເປັນອັນມາກ ຊົງຊັກຊວນໃຫ້ມະໂຫສົດຮັບຣາຊະການ ຢູໃນສໍານັກຂອງພຣະອົງດ້ວຍ ແຕ່

ຊົງສັກກາຣະບູຊາມະໂຫສົດ ມະໂຫສົດທູນປະຕິເສດເສຍ ໄດ້ທູນລາກັບລູມິຖິລາໃນວັນທີ 8 ນັບແຕ່ວັນນັ້ນໄປ ແລະສັນຍາ ວ່າ ຈະກັບມາອີກ ເມື່ອສິ້ນບຸນພຣະເຈົ້າວິເທຫະຣາຊແລ້ວ….

ພາຍຫລັງທີ່ມະໂຫສົດ ກັບສູນະຄອນມິຖິລາ ແລະຕໍ່ມາ ພຣະເຈົ້າວິເທຫະຣາຊ ຊົງສະຫວັນນະຄົດແລ້ວ ມະໂຫສົດກໍໄດ້ຈັດການອະພິເສກພຣະຣາຊກຸມານ ພັນຈາລະຈັນທີເປັນກະສັດ ຄອງເມືອງມິຖິລາຮຽບຮ້ອຍ ກໍກັບໄປຮັບຣາຊການທີ່

ຊຶ່ງເກີດຈາກ ພຣະເຈົ້າຈຸລນີຕາມຄໍາສັນຍາ ຊຶ່ງພຣະເຈົ້າຈຸລນີດີພຣະທັຍຢ່າງຍິ່ງ

ມະໂຫສົດໄດ້ຮັບຣາຊການສະໜອງ ພຣະເດດພຣະຄຸນພຣະເຈົ້າຈຸລນີ ມາເປັນເວລານານ ແລະ ເມື່ອໄປຢູໃນຣາຊສໍານັກພຣະເຈົ້າຈຸລນີກໍໄດຖືກເພັ່ງເລັງດູ ຄອຍຈັບຜິດຈາກພຣະຄານັນທາເທວີ ພຣະອັກຄະມະເຫສີຂອງພຣະເຈົ້າຈຸລນີ້ ດ້ວຍພຣະນາງຊົງພິໂຣດໃນການທີ່ ນະໂຫສົດ ເອົາພຣະຣາຊທິດາພາກໄປເສຍຈາກພຣະອົງ ພຣະນາງໄດ້ຕັດກໍາຊັບສັຕຕີ ຈໍານວນນຶ່ງໃຫ້ຄອຍເບິງຄວາມເຄື່ອນໄຫວຂອງມະໂຫສົດຢູ່ສະເໝີດັ່ງນັ້ນ ເມື່ອສັຕຕຣີເຫລົ່ານັ້ນ ໄດ້ເຫັນມະໂຫສົດ ສົນທະນາກັບນາງເພຣີປະຣິບພາຊົກ ຈຶ່ງພາກັນໄປກາບທູນຍຸຍົງ ພຣະ ເຈົ້າຈຸລນີວ່າ:

” ມະໂຫສົດ ເປັນກະບົດເສຍແລ້ວ ”

ເມື່ອພຣະເຈົ້າຈຸລນີໄດ້ສະດັບດັ່ງນັ້ນ ກໍຊັກສົງໄສໃນພຶດຕິການຂອງຄົນທັງສອງ ແຕ່ຕໍ່ ມາໄດ້ຕັດຖາມຄົນທັງສອງ ໄດ້ຄວາມຕົງກັນ ແລ້ວ ຈຶ່ງຄາຍຄວາມສົງໄສ ແລະຊົງພຣະກະຣຸນາ ໃຫ້ມະໂຫສົດຮັບຕໍາແໜ່ງເສນາບໍດີຕໍ່ໄປ …

ແຕ່ມະໂຫສົດ ຄິດສົງໄສວ່າ ການທີ່ພຣະເຈົ້າຈຸລນີໄດ້ຊົງແຕ່ງຕັ້ງໃນຄາວນີ້ ຈະເປັນກຸດສະໂລບາຍຄິດຂ້າເຮົາເສຍຫລື ຢ່າງໃດ ? ຈຶ່ງມອບໃຫ້ນາງເພຣີປະຣິບພາຊົກຄິດອ່ານໃນເຫລື້ອງ ນີ້ ເມື່ອນາງຮັບວ່າ ຈະຊ່ວຍເຫລືອແລ້ວ ຈຶ່ງກັບຍັງນິວາດສະຖານຂອງຕົນ ຮຸ່ງເຊົ້າຂຶ້ນ ນາງ ປະຣິພາຊົກ ເຂົ້າທູນຖາມປັນຫາ ເພື່ອຫຍັງນໍ້າພຣະທັຍຂອງພຣະມະຫາກະສັດ ເປັນໃຈ ຄວາມວ່າ.

” ຂໍເດຊະ ຖ້າຄົນທັງ 8 ຄືພຣະຣາຊຊີນີ ຕິກຂະນະມົນຕີ ທະນຸເສກຂະ ເກວັດຕະ ພຣາມ ມະໂຫສົດ ແລະພຣະອົງ ຮວມ 8 ຄົນດ້ວຍກັນ ລົງເຮືອສໍາເພົາດ້ວຍກັນ ແລ່ນອອກໄປ ຍັງມະຫາສະໝຸດແລ້ວ ເກີດມີຜີເສືອຫວາຍນໍ້າຂຶ້ນມາ ຂໍກິນຄົນໃນສໍາເພົາຂອງພຣະອົງ ໆ

ຈະພຣະຣາຊທານ ໃຜໃຫ້ຜີເສືອນໍ້າກິນເປັນທີ່ນຶ່ງ – ສອງ – ສາມ .. ໂດຍລໍາດັບ ຂະນ້ອຍ ”

” ເຮົາຈະພຣະຣາຊທານມາຣດາຂອງເຮົາກອນ ຕໍ່ມາກໍເປັນອັກຄະມະເຫສີ ຕິກຂະນະ ມົນຕີ ທະນຸເສກຂະ ເກດຕະພຣາມ ແລະຕົວເຮົາ ສ່ວນມະໂຫສົດນັ້ນ ຈະບໍ່ຍອມໃຫຜີເສືອ ກິນເປັນອັນຂາດ ”

ນາງເພຣີໄດ້ຟັງດັ່ງນັ້ນແລ້ວ ກໍແນ່ໃຈວ່າ ພຣະເຈົ້າຈຸລນີບໍ່ໄດ້ຄິດຮ້າຍຕໍ່ມະໂຫສົດເລີຍ ເພື່ອປະກາດຄຸນຂອງມະໂຫສົດໃຫ້ປາກົດແກ່ຄົນທັງຫລາຍ ຈຶ່ງທູນໃຫ້ຮັບສັງປະຊຸມໃນພຣະ ຣາຊວັງທັງຫມົດແລ້ວ ທູນຖາມຫາເຫດຜົນ ໃນການທີ່ພຣະອົງຄ໌ຕັດດັ່ງນັ້ນ

ພຣະເຈົ້າຈຸລນີ ຕັດຕອບວ່າ

” ທີ່ຈະໃຫ້ພຣະຊົນນີແກຜີເສື້ອກິນເປັນຄົນແລກ ເພາະພຣະອົງທໍາໃຫ້ເຮົາໄດ້ຮັບ ຄວາມອັບປະຍົດອົດສູເປັນອັນມາກ ຄື ພຣະຣາຊຊົນນີຂອງເຮົາ ໄດ້ແຕ່ງພຣະອົງຄ໌ເຫມືອນກັບ ສາວນ້ອຍ ໆ ຊົງສອຍສະອີງສັງວານ ເດີນກິດກາຍໄປມາ ໃນເວລາເສນາອໍາມາດມາປະຊຸມ ທໍາກິຣິຍາກະຊິກກະຊີ້ໃຫ້ເຮົາເຫັນ ບໍ່ນຶກວ່າຕົວເປັນຄົນແກ່ ທັງບໍ່ນຶກວ່າຕົວເປັນມາຣດາຂອງ ກະສັດຜູປະເສີດ ເຮົາເຫັນແລ້ວ ຮູສຶກອົດສູມາກ

ສ່ວນເມຍຂອງເຮົາ ໄດ້ຮຽກບ່າວໄພ້ ເປັນຕົ້ນວ່າ ນາຍຊາງ ນາຍມາ ນາຍບ ເວົ້າຈາຫົວເຣາະຫລີ້ນ ເປັນການບໍ່ສົມຄວນແກນາງພຣະຍາ.

ຕິກຂະນະມົນຕີນັ້ນ ເປັນຜູ່ຖືຕົວ ຈັດວາເປັນນ້ອງຊາຍຂອງເຮົາ ຄອຍຫາໂອກາດ. ຂ້າເຮົາສະເໝີ ທະນຸເສກຂະຜູເປັນສະຫາຍ ມີຄວາມຜິດຖານທໍາຕົວຄຸນເຄີຍເກີນໄປ ແລະ ເວລາທີ່ພຣະອົງຄ໌ຢູໃນທີ່ປະທັບສອງຕໍ່ສອງກັບມະເຫສີ ກໍຈູ່ໆ ເຂົ້າໄປ ສວນເກວັດຕະພຣານ ນັ້ນມີຄວາມຜິດຖານມອງພຣະເນດ ເວລາກາບທູນບໍ່ຢານກົວພຣະຣາຊະອາຍາ ແລະພຣະອົງເອງ ຊົງເຫັນວ່າ ມີຄວາມດີນ້ອຍກວ່າ ມະໂຫສົດ ຈຶ່ງຂໍຕາຍແທນ ມະໂຫສົດ ສ່ວນມະໂຫສົດນັ້ນມີຄວາມດີ ຫາຜູສະເໝີເຫມືອນບໍ່ໄດ ຈິ່ງບໍ່ຄວນຕາຍ ”

ຄັນຕັດເຖິງເຫດຜົນຈົບ ກໍປະກາດໃຫ້ທຸກຄົນຊາບຕໍ່ໄປວ່າ ” ມະໂຫສົດ ເປັນ ຜູ້ ຊົງ ຄຸນ ອັນ ປະ ເສີດ ເຫນືອຜູ້ອື່ນໃດທັງສິ້ນ ”

ເປັນອັນວ່າ ມະໂຫສົດ ໄດ້ເປັນເສນາບໍດີຜູທີ່ທຸກຄົນ ຮວມທັງພຣະມະຫາກະສັດໃນ ເມືອງອຸດຕະຣະປັນຈາລະ ນັບຖືເປັນຢ່າງຍິ່ງ ເຂົາໄດຮັບຣາຊການສນອງພຣະເດດພຣະຄຸນ ພຣະເຈົ້າຈຸລນີມາຕາບຈົນອາຍຸໄຂຂອງຕົນ.

ມະໂນ ປຸບພັງຄະມາ ທັມມາ ມະໂນເສດຖາ ມະໂນມະຍາ ມະນະສາ ເຈ ປະທຸດເຖນະ ພາສະຕິ ວາ ກະໂຣຕິວາ ຕະໂຕ ນັງ ທຸກຂະມັນເວຕິ ຈັກກັງວະ ວະຫະໂຕ ປະທັງ.

ທັມທັງຫລາຍ ມີໃຈເປັນຫົວຫນ້າ ມີໃຈເປັນໃຫຍ່ ສໍາເລັດ ແລ້ວຍ້ອນໃຈ ຖ້າບຸກຄົນມີໃຈຊົ່ວແລ້ວ ພວມເວົ້າຢູ່ກໍຕາມ ພວມ ເຮັດຢູກໍຊ່າງ ( ກໍຊົ່ວ ຍ້ອນຄວາມຊົ່ວນັ້ນ ຄວາມທຸກຍ່ອມນໍາ ບຸກຄົນຜູ້ນັ້ນໄປ ໄດ້ດັ່ງຕີນກວຽນ ລ່ຽນນໍາຮອຍງົວ ຕົວແກ່ກວຽນ ໄປ ສະນັ້ນ …

This site uses Akismet to reduce spam. Learn how your comment data is processed.