ສິນ227

ປາຣາຊິກ ໔
໑. ພິກສຸໃດ ເສບເມຖຸນທຳ ໂດຍທີ່ສຸດແມ່ນໃນສັດເດຍລະສານໂຕ້ເມຍ ເປັນປາຣາຊິກ.
໒. ພິກສຸໃດ ຖືເອົາຊັບອັນເຈົ້າຂອງເຂົາບໍ່ໄດ້ໃຫ້ ມີລາຄາ 4 ມາສົກຂຶ້ນໄປ ເປັນປາຣາຊິກ.
໓. ພິກສຸໃດແກ້ງຂາສິ່ງທີມີຊີວິດໃຫ້ຕາຍ ເປັນປາຣາຊິກ.
໔. ພິກສຸໃດ ບໍ່ຮູ້ສະເພາະ ກ່າວອວດອຸດຕະຣິມະນຸດສະທັມ ອັນຜູ້ໃດຜູ້ໜຶ່ງ ເຊື່ອກໍຕາມ ບໍ່ເຊື່ອກໍຕາມ ພິກສຸນີ້ເປັນປາຣາຊິກ. ເວັ້ນໄວ້ແຕ່ວ່າໄດ້ບັນລຸແທ້ຈິງ.
ສັງຄາທິເສດ ໑໓
໑. ພິກສຸແກ້ງປ່ອຍນໍ້າອະສຸຈິອອກດ້ວຍຄວາມຈົ່ງໃຈ ເປັນສັງຄາທິເສດ. ເວັ້ນໄວ້ແຕ່ຝັນ
໒. ພິກສຸໃດ ກຳໜັດແລ້ວ ມີຈິດປັ່ນປ່ວນແລ້ວ ຈັບຕ້ອງກາຍກັບມາຕຸຄາມ ຈັບມືກໍຕາມ ຈັບຊ້ອງຜົມກໍຕາມ ລູບຄຳອະໄວຍະວະອັນໃດອັນໜຶ່ງກໍຕາມ ເປັນສັງຄາທິເສດ.
໓. ພິກສຸໃດກຳໜັດແລ້ວ ມີຈິດປັ່ນປ່ວນແລ້ວ ເວົ້າກ້ຽວມາຕຸຄາມດ້ວຍວາຈາຊັ່ວຫຍາບເໝືອນຊາຍໜຸ່ມເວົ້າກ້ຽວຍິງສາວ ເປັນສັງຄາທິເສດ.
໔. ພິກສຸໃດກຳໜັດແລ້ວ ມີຈິດປັ່ນປ່ວນແລ້ວ ເວົ້າກ້ຽວມາຕຸຄາມ ໃຫ້ບຳເລີຕົນດ້ວຍກາມ ເປັນສັງຄາທິເສດ.
໕. ພິກສຸໃດ ເຖິງຄວາມເປັນຜູ້ທ່ຽວບອກຄວາມປະສົງຂອງຊາຍແກ່ຍິງສາວກໍດີ ບອກຄວາມປະສົງຂອງຍິງສາວແກ່ຊາຍກໍດີ ໃຫ້ເປັນຜົວເມຍກັນ ເປັນສັງຄາທິເສດ.
໖. ພິກສຸຈະເຮັດກຸດີທີ່ຕ້ອງກໍ່ ແລະ ທາ ດ້ວຍປູນ ຫລື ດິນ ບໍ່ມີໃຜເປັນເຈົ້າຂອງ ຈໍາເພາະທີ່ຢູ່ຂອງຕົນເອງ ດ້ວຍອາການຂໍເອົາເອງເພິ່ງເຮັດໃຫ້ໄດ້ປະມານນີ້ຄື:ຍາວ ໑໒ ຄືບ ກວ້າງ ໗ ຄືບ ແລະ ຕ້ອງໃຫ້ສົງຊີ້ບອກສະຖານທີ່ບ່ອນຈະສ້າງໃຫ້ກ່ອນ ຖ້າບໍ່ໃຫ້ສົງຊີ້ບອກໃຫ້ກໍດີ ເຮັດໃຫ້ເກີນປະມານກໍດີ ເປັນສັງຄາທິເສດ.
໗. ຖ້າບ່ອນພິກສຸຈະສ້າງຂຶ້ນນັ້ນ ມີທາຍົກເປັນເຈົ້າຂອງ ເຮັດໃຫ້ເກີນປະມານນັ້ນໄດ້ ແຕ່ຕ້ອງໃຫ້ສົງຊີ້ບອກບ່ອນໃຫ້ກ່ອນ ຖ້າບໍ່ໃຫ້ສົງຊີ້ບອກບ່ອນໃຫ້ກ່ອນ ເປັນສັງຄາທິເສດ.
໘. ພິກສຸໃດ ຂັດເຄືອງໃຈໃຫ້ກັນແລ້ວ ມີໂທສະ ແກ້ງໂຈດພິກສຸດ້ວຍອາບັດປາຣາຊິກ ອັນຫາມູນບໍ່ໄດ້ ອັນຜູ້ໃດຜູ້ໜຶ່ງເຊື່ອ ຫລື ບໍ່ເຊື່ອກໍຕາມ ເປັນສັງຄາທິເສດ.
໙. ພິກສຸ ຄຽດເຄືອງໃຫ້ກັນແລ້ວ ແກ້ງໂຈດພິກຂຸອື້ນວ່າຕ້ອງອາບັດປາຣາຊິກ ອັນບໍ່ມີມູນຄວາມຈິງ ຕ້ອງສັງຄາເສດ.
໑໐. ພິກສຸ ພະຍາຍາມເພື່ອຈະທຳລາຍສົງໃຫ້ແຕກກັນ ພິກຂຸອຶ່ນຫ້າມບໍ່ຟັງ ສົງສູດກຳຕັກເຕືອນເພື່ອຈະໃຫ້ລະຂໍ້ປະພຶດກັນ ຖ້າບໍ່ລະຕ້ອງສັງຄາທິເສດ
໑໑. ພິກສຸ ປະພຶດຕາມພິກສຸຜູ້ທຳລາຍສົງນັ້ນ ພິກສຸອື່ນຫ້າມບໍ່ຟັງ ສົງສູດຄຳຕັກເຕືອນເພື່ອຈະໃຫ້ລະຂໍ້ທີ່ປະພຶດນັ້ນ ຖ້າບໍ່ລະ ຕ້ອງສັງຄາທິເສດ.
໑໒. ພິກສຸ ເວົ້າຍາກສອນຍາກ ພິກສຸອື່ນຫ້າມບໍ່ຟັງ ສົງສູດຄຳຕັກເຕືອນເພື່ອຈະໃຫ້ລະຄວາມປະພຶດນັ້ນ ຖ້າບໍ່ລະ ຕ້ອງສັງຄາທິເສດ.
໑໓. ພິກຂຸປະທຸດສະຮ້າຍສະກຸນ ຄື ເວົ້າປະຈົບຄະຫັດ ໃຫ້ພໍໃຈໃນຕົນ ສົງໄລ່ອອກຈາກວັດ ກັບເວົ້າຕິຕຽນສົງ ພິກຂຸອື່ນຫ້າມບໍ່ຟັງ ສົງສູດຄຳຕັກເຕື່ອນເພື່ອຈະໃຫ້ລະຄວາມປະພຶດນັ້ນ ຖ້າບໍ່ລະຕ້ອງສັງຄາທິເສດ.
ອະນິຍົດ ໒
໑. ພິກສຸໃດ ນັ່ງໃນທີ່ລັບຕາກັບມາຕຸຄາມໜຶ່ງຕໍ່ໜຶ່ງ. ຖ້າມີບຸກຄົນທີ່ຄວນເຊື່ອຖືໄດ້ ເວົ້າຂຶ້ນດ້ວຍທຳ ໓ ປະການຢ່າງໃດຢ່າງໜຶ່ງ ຄື ດ້ວຍປາຣາຊິກກໍດີ ດ້ວຍສັງຄາທິເສດກໍດີ ດ້ວຍປາຈິດຕີກໍດີ ຢ່່່າງໃດຢ່າງໜຶ່ງ ພິກສຸຮັບຢ່າງໃດໃຫ້ປັບຢ່າງນັ້ນ ຫລື ເຂົາວ່າຢາງໃດໃຫ້ປັບຢ່າງນັ້ນ.
໒. ພິກສຸໃດນັ່ງໃນທີ່ລັບຫູກັບມາຕຸຄາມ ຖ້າມີບຸກຄົນທີ່ຄວນເຊື່ອຖືໄດ້ເວົ້າຂຶ້ນດ້ວຍທຳ ໒ ປະການ ຢ່າງໃດຢ່າງໜຶ່ງ ຄື ດ້ວຍສັງຄາທິເສດກໍດີ ດ້ວຍປາຈິດຕີກໍດີ ພິກສຸຮັບຢ່າງໃດໃຫ້ປັບຢ່າງນັ້ນ ຫລື ເຂົາວ່າຢາງໃດໃຫ້ປັບຢ່າງນັ້ນ
ນິດສັກຄີປາຈິດຕີ ໓໐
ແບ່ງອອກເປັນ ໓ ວັກ ມີວັກລະ ໑໐ ສິກຂາບົດ
ໝວດຈີວະຣະວັກທີ ໑
໑. ຜ້ານອກຈາກຜ້າອະທິຖານ ເອີ້ນວ່າ ອະຕິເຣກຈີວອນ ໄດ້ແກ່ຜ້າຈີວອນທີ່ເຫລືອໃຊ້ ຜ້າຈີວອນທີ່ເຫລືອໃຊ້ນັ້ນ ພິກສຸເກັບໄວ້ ໄດ້ພຽງ 10 ວັນເປັນຢ່າງຫລາຍ ຖ້າເກັບໄວ້ໃຫ້ລວງເກີນ 10 ວັນໄປ ຕ້ອງນິດສັກຄີປາຈິດຕີ.
໒. ພິກສຸຢູ່ປັດສະຈາກໄຕຈີວອນ ຜ້າໄຕຈີວອນຜື້ນໃດຜື້ນໜຶ່ງແມ່ນແຕ່ຜື້ນດຽວ ຕ້ອງນິດສັກຄີປາຈິດຕີ, ເວັ້ນໄວ້ແຕ່ໄດ້ສົມມຸຕິ.
໓. ຜ້າເກີດຂຶ້ນແກ່ພິກສຸໆ ປະສົງຈະເຮັດຈີວອນແຕ່ຍັງບໍ່ພໍ ຖ້າມີທີີ່ຫວັງວ່າຈະໄດ້ມາອີກ ເພິ່ງເກັບຜ້ານັ້ນໄວ້ໄດ້ພຽງເດືອນຫນຶ່ງເປັນຢ່າງຍິ່ງ ຖ້າເກັບໄວ້ໃຫ້ເກີນເດືອນຫນຶ່ງໄປ ແມ່ນຍັງມີທີ່ຫວັງຈະໄດ້ຢູ່ ຕ້ອງນິດສັກຄີປາຈິດຕິ.
໔. ພິກສຸໃຊ້ນາງພິກສຸນີ ທີ່ບໍ່ແມ່ນຍາດ ໃຫ້ຊັກກໍ່ດີ ໃຫ້ຍອມກໍ່ດີ ໃຫ້ທັບກໍ່ດີ ເຊິ່ງຜ້າຈີອອນເກົ່າ ຕ້ອງນິດສັກຄີປາຈິດຕິ.
໕. ພິກສຸຮັບຈີວອນແຕ່ມືນາງພິສຸນີ ທີ່ບໍ່ແມ່ນຍາດ ຕ້ອງນິດສັກຄີປາຈິດຕິ; ເວັ້ນໄວ້ແຕ່ແລກປຽນກັນ.
໖. ພິກສຸຂໍຈີວອນນຳຄະຫັດ ຜູ່ທີ່ບໍ່ແມ່ນຍາດ ບໍ່ແມ່ນປະວະລະນາ ໄດ້ມາ ຕ້ອງນິດສັກຄີປາຈິດຕີ.ເວັ້ນໄວ້ແຕ່ມີສະໄຫມທີ່ຈະຂໍໄດ້ ຄື ເວລາພິກສຸຈີວອນ ຖືກໂຈນລັກໄປ ຫລື ມີຈີວອນອັນຈິບຫາຍເສີຍ.
໗. ໃນສະໃໝເຊັ່ນນັ້ນ ຈະຂໍເຂົາໄດ້ກໍແຕ່ພຽງຜ້ານຸ່ງຜ້າຫົ່ມທໍ່ນັ້ນ ຖ້າຂໍໃຫ້ເກີນກວ່ານັ້ນ ໄດ້ມາ ເປັນນິດສັກຄີປາຈິດຕີ.
໘. ຖ້າຄະຫັດ ທີ່ຜູ້ບໍ່ແມ່ນຍາດ ເວົ້າວ່າຈະຖວາຍຈີວອນ ແກ່ພິກສຸຊື່ນີ້, ຖ້າພິກສຸນັ້ນ ຮູ້ຄວາມແລ້ວເຂົ້າໄປຫາແລ້ວ ເຂົ້າໄປເວົ້າໃຫ້ເຂົາຖວາຍຈີວອນແນວນັ້ນແນວນີ້ ທີ່ມີລາຄາແພງກວ່າ ດີກວ່າ ທີ່ເຂົາກຳນົດໄວ້ແຕ່ເດີມ ໄດ້ມາ ເປັນນິດສັກຄີປາຈິດຕີ.
໙. ຖ້າຄະຫັດຜູ້ຈະຖວາຍຈີວອນແກ່ພິກສຸຫລາຍອົງ ແຕ່ເຂົາບໍ່ແມ່ນຍາດ ບໍ່ແມ່ນປະວາຣະນາ ພິກສຸເຂົ້າໄປເວົ້າໃຫ້ເຂົາໂຮມທຶນເຂົ້າເປັນອັນດຽວກັນ ເພື່ອຊື້ຈີວອນທີ່ແພງກວ່າ ດີກວ່າ ທີ່ເຂົາກຳນົດໄວ້ແຕ່ເດີມ ໄດ້ມາ ເປັນນິດສັກຄິຍປາຈິດຕີ.
໑໐. ຖ້າຜູ້ໃດຜູ້ໜຶ່ງເອົາຊັບມາເພື່ອໃຫ້ເປັນຄ່າຈີວອນ ແລ້ວຖາມພິຂຸວ່າໃຜເປັນໄວຍະວັດຈະກອນ (ຕົວແທນ) ຂອງທ່ານຖ້າພິກສຸຕ້ອງການຈີວອນ ກໍເພິງສະແດງຄົນວັດຫຼືອຸບາສົກວ່າ ຜູ່ນີ້ເປັນໄວຍະວັດຈະກອນຂອງພິກສຸທັງຫຼາຍ ຄັນເຂົາມອບໝາຍໃຫ້ໄວຍະວັດຈະກອນ (ຜູ້ຮັບໃຊ້ຫຼືຕົວແທນ) ແລ້ວສັ່ງພິກສຸວ່າ ຖ້າຕ້ອງການຈີວອນ ໃຫ້ເຂົາຫາໄວຍະວັດຈະກອນ ພິກສຸນັ້ນເພິງເຂົາໄປຫາແລ້ວ ທວງວ່າເຮົາຕ້ອງການຈີວອນດັ່ງນີ້ໄດ້ສາມຄັ້ງ ຖ້າບໍ່ໄດ້ຈີວອນໄປຢືນແຕ່ພໍເຂົາເຫັນໄດ້ຫົກຄັ້ງ ຖ້າບໍ່ໄດ້ຂຶ້ນໄປທວງເກີນສາມຄັ້ງ ຢືນເກີນຫົກຄັ້ງ ໄດ້ມາ ຕ້ອງນິດສັກຄີປາຈິດຕີ.
ຖ້າໄປທວງ ແລະ ຢຶນຄົບກຳນົດແລ້ວຍັງບໍ່ໄດ້ຈີວອນ ຈຳເປັນຕ້ອງໄດ້ບອກເຈົ້າຂອງເດີນມາ ຂອງນັ້ນບໍ່ສຳເລັດປະໂຫຍດແກ່ຕົນໃຫ້ເຂົາທວງເອົາຂອງເຂົາຄືນມາເສັຽ.
ໂກສິຍະວັກ ທີ ໒
໑໑. ພິກສຸໃຫ້ເຮັດຜ້າປູນັ່ງດ້ວຍຂົນຈຽມ ( ຂົນແກະ ) ແກມໄໝ ເປັນນິດສັກຄີປາຈິດຕີ.
໑໒. ພິກສຸໃຫ້ເຮັດຜ້າປູນັ່ງດ້ວຍຂົນຈຽມ( ຂົນແກະ ) ດໍາລ້ວນ ເປັນນິດສັກຄີປາຈິດຕີ.
໑໓. ພິກສຸໃຫ້ເຮັດຜ້າປູນັ່ງໃໝ່ ຕ້ອງເອົາຂົນຈຽມດຳລ້ວນ ໒ ສ່ວນຂົນຈຽມຂາວສ່ວນໜຶ່ງ, ຂົນຈຽມແດງສ່ວນໜຶ່ງ, ຖ້າພິກສຸເອົາຂົນຈຽມດຳລ້ວນເກີນ໒ສ່ວນຂຶ້ນໄປ ເປັນນິດສັກຄີປາຈິດຕີ.
໑໔. ພິກສຸໃຫ້ເຮັດຜ້າປູນັ່ງໃໝ່ແລ້ວ ຕ້ອງນຳໃຊ້ໃຫ້ໄດ້ ໖ ປີ ຖ້າບໍ່ຮອດ ໖ ປີ ເຮັດຜ້າປູນັ່ງໃໝ່ ເປັນນິດສັກຄີປາຈິດຕີ.ເວັ້ນໄວ້ແຕ່ພິກສຸໄດ້ສົມມຸຕິ.
໑໕. ພິກສຸໃຫ້ເຮັດຜ້າປູນັ່ງຕ້ອງຕັດເອົາຜ້າປູນັ່ງເກົ່າຄືບໜຶ່ງໂດຍອ້ອມຮອບຜ້າປູນັ່ງທີ່ເຮັດໃໝ່ ເພື່ອເຮັດໃຫ້ເສຍສີ, ຖ້າພິກສຸບໍ່ເຮັດດັ່ງນີ້ ເປັນນິດສັກຄີປາຈິດຕີ.
໑໖. ຂົນຈຽມເກີດຂຶ້ນແກ່ພິກສຸຜູ້ເດິນທາງ ພິກສຸຕ້ອງການ ເພິງຮັບໄດ້, ຄັ້ນຮັບແລ້ວ ເມື່ອຄົນຖືບໍ່ມີ ເພິງຖືໄປດ້ວຍມືຂອງຕົນເອງ ຕະຫລອດໄລຍະທາງ ໓ ໂຍດ ເປັນຢ່າງຫລາຍ ຖ້າຖືເອົາໄປຍິ່ງກວ່ານັ້ນ ເປັນນິດສັກຄີປາຈິດຕີ.
໑໗. ພິກສຸໃດຍັງພິກສຸນີຜູ້ບໍ່ແມ່ນຍາດໃຫ້ຊັກກໍດີ ໃຫ້ຍ້ອມກໍດີ ໃຫ້ສາງກໍດີ ຊຶ່ງຂົນຈຽມ ເປັນນິດສັກຄີປາຈິດຕີ.
໑໘. ພິກສຸໃດ ຮັບກໍດີ ໃຫ້ຜູ້ອື່ນຮັບກໍດີ ເຊິ່ງທອງ ແລະ ເງິນ ຫລື ຍິນດີໃນທອງ ແລະ ເງິນ ອັນທ່ານເກັບໄວ້ໃຫ້ກໍດີ ເປັນນິດສັກຄີປາຈິດຕີ.
໑໙. ພິກສຸໃດ ເຮັດການແລກປ່ຽນຊື້-ຂາຍດ້ວຍຣູປິຍະ ( ເງິນ ) ມີປະການຕ່າງໆ ເປັນນິດສັກຄີປາຈິດຕີ.
໒໐. ພິກສຸໃດ ເຮັດການຊື້ແລະການຂາຍມີປະການຕ່າງໆ ເປັນນິດສັກຄິີປາຈິດຕີ.
ປັດຕະວັກ ທີ ໓
໒໑. ພິກສຸເອົາອະຕິເຣກບາດໄວ້ໄດ້ ໑໐ ມື້ເປັນຢ່າງຫລາຍ ຖ້າພິກສຸລ່ວງກຳນົດນັ້ນໄປ ເປັນນິດສັກຄີປາຈິດຕີ.
໒໒. ພິກສຸໃດ ມີບາດເປັນຮອຍແຕກນ້ອຍກວ່າ ໕ ນິ້ວ ຂໍບາດໃໝ່ນຳຄະຫັດທີ່ ບໍ່ແມ່ນຍາດ ບໍ່ແມ່ນປະວາຣະນາ ເປັນນິດສັກຄິຍປາຈິດຕີ.
໒໓. ພິກສຸມີເພສັດ ຄື ເນີຍໃສ ເນີຍຂຸ້ນ ນ້ຳມັນ ນ້ຳເຜິ້ງ ນ້ຳອ້ອຍ ພິກສຸຮັບ (ປະເຄນ) ຂອງນັ້ນແລ້ວ ເພິງເກັບໄວ້ສັນໄດ້ ໗ ມື້ ເປັນຢ່າງຫລາຍ, ພິກສຸເຮັດໃຫ້ລ່ວງກຳນົດນັ້ນໄປ ເປັນນິດສັກຄີປາຈິດຕີ.
໒໔. ພິກສຸ (ຮູ້) ວ່າລະດູຮ້ອນຍັງເຫຼືອອີກ ໑ ເດືອນ ເພິງສະແຫວງຫາຈີວອນ ຄືຜ້າອາບນ້ຳຝົນໄດ້ (ຮູ້) ວ່າລະດູຮ້ອນຍັງເຫຼືອອີກເຄິ່ງເດືອນ ເພິງເຮັດນຸ່ງໄດ້, ຖ້າພິກສຸສະແຫວງຫາ ຫລືນຸ່ງກ່ອນກຳນົດນັ້ນ ເປັນນິດສັກຄີປາຈິດຕີ.
໒໕. ພິກສຸໃດ ໃຫ້ຈີວອນແກ່ພິກສຸອື່ນແລ້ວ ຄຽດນ້ອຍໃຈແລ້ວຍາດເອົາຄືນມາກໍດີ ໃຫ້ເຂົາຍາດເອົາຄືນມາກໍດີ ເປັນນິດສັກຄີປາຈິດຕີ.
໒໖. ພິກສຸໃດ ຂໍດ້າຍມາເອງແລ້ວ ໃຫ້ຊ່າງຫູກຕໍ່າເປັນຈີວອນ ເປັນນິດສັກຄີປາຈິດຕີ.
໒໗. ຖ້າຄະຫັດ ຜູ້ບໍ່ແມ່ນຍາດ ສັ່ງໃຫ້ຊ່າງຫູກຕໍ່າຈີວອນ ຖວາຍສະເພາະພິກສຸ ຖ້າພິກສຸນັ້ນ ທ່ານບໍ່ໄດ້ປະວາຣະນາໄວ້ກ່ອນ ເຂົ້າໄປຫາຊ່າງຫູກແລ້ວ ກຳນົດໃຫ້ເຂົາເຮັດຈີວອນໃຫ້ດີຂຶ້ນ ເພື່ອຈະໃຫ້ລາງວັນແກ່ເຂົາເປັນນິດສັກຄີປາຈິດຕີ.
໒໘. ຖ້າຍັງອີກ ໑໐ ມື້ຈະຮອດວັນປະວາຣະນາ ຂອງເດືອນ໑໑ ຖ້າຄະຫັດຖວາຍຈີວອນແກ່ພິກສຸ ພິກສຸ ເພິງຮັບໄວ້ໄດ້, ຄັ້ນຮັບໄວ້ແລ້ວ ເພິງເກັບໄວ້ໄດ້ຈົນຕະຫລອດສະໄໝທີ່ເປັນຈີວະຣະການ ຖ້າເກັບໄວ້ຫລາຍມື້ກວ່ານັ້ນ ເປັນນິດສັກຄີປາຈິດຕີ.
໒໙. ໃນລະດູຝົນ ພິກສຸຢູ່ໃນເສນາສະນະປ່າທີ່ຮູ້ກັນວ່າເປັນບ່ອນປ່ຽວ ປາດຖະຫນາຈະເກັບມ້ຽນຈີວອນ ໓ ຜືນໆ ໃດຜືນໜຶ່ງໄວ້ໃນໝູ່ບ້ານໄດ້ ແລະ ເມື່ອມີເຫດເພິງຢູ່ປາດສະຈາກຈີວອນນັ້ນໄດ້ ໖ ຄືນເປັນຢ່າງຫລາຍ, ຖ້າຢູ່ປາສະຈາກຍິ່ງກວ່ານັ້ນ ເປັນນິດສັກຄີປາຈິດຕີ.ເວັ້ນໄວ້ແຕ່ພິກສຸໄດ້ສົມມຸຕິ.
໓໐. ພິກສຸຮູ້ຢູ່ ນ້ອມລາບທີ່ທ່ານໄວ້ເປັນຂອງທີ່ຈະຖວາຍສົງມາເພື່ອຕົນ ເປັນນິດສັກຄີປາຈິດຕີ.

ປາຈິດຕີ ໙໒ ແບ່ງເປັນ ໙ ວັກ
ມຸສາທະວັກ ທີ ໑ ມີ ໑໐ ສິກຂາບົດ
໑. ພິກສຸ ເວົ້າຕົວະ ເປັນປາຈິດຕີ.
໒. ພິກສຸດ່າພິກສຸ ເປັນປາຈິດຕີ.
໓. ພິກສຸເວົ້າສໍ່ສຽດພິກສຸ ເປັນປາຈິດຕີ.
໔. ພິກສຸໃດ ສອນທຳແກ່ ອະນຸປະສັມບັນ ເປັນປາຈິດຕີ.
໕. ພິກສຸໃດ ສຳເລັດການນອນຮ່ວມກັບອະນຸປະສັມບັນຍິ່ງກວ່າ໓ ຄືນເປັນປາຈິດຕີ.
໖. ພິກສຸໃດ ສຳເລັດການນອນຮ່ວມກັບມາຕຸຄາມ ເປັນປາຈິດຕີ.
໗. ພິກສຸໃດ ສະແດງທຳແກ່ມາຕຸຄາມ ຍິ່ງກວ່າ ໕-໖ ຄຳ ເປັນປາຈິດຕີ. ເວັ້ນໄວ້ແຕ່ມີບຸລຸດຜູ້ຮູ້ຄວາມຢູ່ນຳ.
໘. ພິກສຸໃດ ບອກອຸດຕະຣິມະນຸດສະທຳຂອງຕົນ ແກ່ ອະນຸປະສັມບັນ ເປັນປາຈິດຕີ.
໙. ພິກສຸໃດ ບອກອາບັດຊັ່ວຫຍາບຂອງພິກສຸ ແກ່ອະນຸປະສັມບັນ ເປັນປາຈິດຕີ. ເວັ້ນໄວ້ແຕ່ພິກສຸໄດ້ຮັບສົມມຸຕິ.
໑໐. ພິກສຸໃດ ຂຸດກໍດີ ໃຫ້ຜູ້ອື່ນຂຸດກໍດີ ຊຶ່ງແຜ່ນດິນເປັນປາຈິດຕີ.
ພູຕະຄາມະວັກ ທີ ໒ ມີ ໑໐ ສິກຂາບົດ
໑໑. ພິກສຸຕັດຕົ້ນໄມ້ຕົ້ນຫຍ້າຂອງຂຽວ ເປັນປາຈິດຕີ.
໑໒. ພິກສຸປະພຶດອະນາຈານ ສົງຮຽກຕົວມາຖາມ ແກ້ງເວົ້າລົບເລືອນ ມິດເສັຽບໍ່ປາກກໍດີ ຖ້າສົງສູດປະກາດຂໍ້ຄວາມນັ້ນຈົບ ເປັນປາຈິດຕີ.
໑໓. ພິກສຸຕິຕຽນພິກສຸອື່ນ ທີ່ສົງສົມມຸຕິໃຫ້ເຮັດວຽກການສົງ ຖ້າເພິ່ນເຮັດໂດຍຊອບແລ້ວ ແກ້ງຕິຕຽນລ້າໆ ເປັນປາຈິດຕີ.
໑໔. ພິກສຸໃດ ວາງໄວ້ແລ້ວກໍດີ ໃຫ້ວາງໄວ້ແລ້ວກໍດີ ເຊິ່ງຕຽງກໍດີ ຕັ່ງກໍດີ ຟູກກໍດີ ເກົ້າອີ້ກໍດີ ອັນເປັນຂອງສົງໃນທີ່ແຈ້ງ. ເມື່ອຫຼີກໄປ ບໍ່ເກັບມ້ຽນໄວ້ກໍດີ ບໍ່ໃຫ້ຜູ້ອື່ນເກັບມ້ຽນໄວ້ກໍດີ ຊຶ່ງເສນາສະນະທີ່ວາງໄວ້ນັ້ນ ຫລື ບໍ່ບອກສັ່ງ ຈາກໄປເສີຍ ເປັນປາຈິດຕີ.
໑໕. ພິກສຸໃດ ປູແລ້ວກໍດີ ໃຫ້ຜູ້ອື່ນປູແລ້ວກໍດີ ຊຶ່ງທີ່ນອນ ໃນວິຫານ ເປັນຂອງສົງ ເມື່ອຫຼີກໄປ ບໍ່ເກັບໄວ້ກໍດີ ບໍ່ໃຫ້ຜູ້ອື່ນເກັບໄວ້ກໍດີ ຊຶ່ງທີ່ນອນອັນປູໄວ້ນັ້ນ ຫລືບໍ່ບອກສັ່ງ ໄປເສັຽ ເປັນປາຈິດຕີ.
໑໖. ພິກສຸໃດຮູ້ຢູ່ ສຳເລັດການນອນ ບຽດພິກສຸຜູ້ເຂົ້າໄປຢູ່ກ່ອນ ໃນວິຫານຂອງສົງ ດ້ວຍໝາຍວ່າ ຄວາມຄັບໃຈຈະມີແກ່ຜູ້ນັ້ນ ແລ້ວຈະຫຼີກໄປເອງ ເປັນປາຈິດຕີ.
໑໗. ພິກສຸໃດ ຄຽດຂັດໃຈໃຫ້ພິກສຸອື່ນແລ້ວລາກແກ່ເອງກໍດີ ໃຫ້ຜູ້ອື່ນລາກແກ່ໄລjອອກກໍດີ ເຊິ່ງພິກສຸ ຈາກວິຫານຂອງສົງເປັນປາຈິດຕີ.
໑໘. ພິກສຸໃດ ນັ່ງທັບກໍດີ ນອນທັບກໍດີ ຊຶ່ງຕຽງກໍດີ ຊຶ່ງຕັ່ງກໍດີ ອັນມີຕີນສຽບໃນຕັວຕຽງເທິງຮ້ານຣ່າງ ໃນວິຫານເປັນຂອງສົງເປັນປາຈິດຕີ.
໑໙. ພິກສຸຜູ້ໃຫ້ເຮັດຊຶ່ງວິຫານໃຫຍ່ ເອົາດິນຫລືປູນ ພອກຫລັງຄາກຸດີ ເພິງພອກໃຫ້ໄດ້ ໒ – ໓ ຊັ້ນຖ້າໃຫ້ພອກຍິ່ງກວ່ານັ້ນ ເປັນປາຈິດຕີ.
໒໐. ພິກສຸໃດຮູ້ຢູ່ວ່າ ນ້ຳມີຕົວສັດ ເອົາຫົດຫຍ້າຫລືດິນກໍດີ ໃຫ້ຜູ້ອື່ນເຮັດກໍດີ ເປັນປາຈິດຕີ.
ໂອວາທະວັກ ທີ ໓ ມີ ໓໐ ສິກຂາບົດ
໒໑. ພິກສຸໃດ ບໍ່ໄດ້ຮັບສົມມຸຕິສັ່ງສອນພວກພິກສຸນີ ເປັນປາຈິດຕີ.
໒໒. ຖ້າພິກສຸໄດ້ຮັບສົມມຸຕິແລ້ວ ເມື່ອພະອາທິດຕົກແລ້ວ ໄປສັ່ງສອນພວກພິກສຸນີ ເປັນປາຈິດຕີ.
໒໓. ພິກສຸໃດ ເຂົ້າໄປສູ່ທີ່ອາໄສແຫ່ງພິກສຸນີແລ້ວ ສັ່ງສອນ ພວກພິກສຸນີ ເປັນປາຈິດຕີ.ເວັ້ນໄວ້ແຕ່ສະໄໝ ພິກສຸນີເຈັບໄຂ້.
໒໔. ພິກສຸໃດ ກ່າວຕິຕຽນພວກພິກສຸອື່ນວ່າ ສັ່ງສອນພວກພິກສຸນີ ເພາະອາມິດ ເປັນປາຈິດຕີ.
໒໕. ພິກສຸໃດ ໃຫ້ຈີວອນແກ່ພິກສຸນີ ທີ່ຜູ້ບໍ່ແມ່ນຍາດ ເປັນປາຈິດຕີ. ເວັ້ນໄວ້ແຕ່ແລກປ່ຽນ.
໒໖. ພິກສຸໃດ ຫຍິບກໍດີ ໃຫ້ຜູ້ອື່ນຫຍິບກໍດີ ເຊິງຈີວອນເພື່ອພິກສຸນີ ຜູ້ບໍ່ແມ່ນຍາດ ເປັນປາຈິດຕີ.
໒໗. ພິກສຸໃດ ຊັກຊວນກັນແລ້ວ ເດິນທາງຮວມກັນກັບພິກສຸນີ ໂດຍທີ່ສຸດແມ່ນສິ້ນໄລຍະບ້ານໜຶ່ງເປັນປາຈິດຕີ. ເວັ້ນໄວ້ແຕ່ທາງປ່ຽວ.
໒໘. ພິກສຸໃດ ຊັກຊວນກັນແລ້ວ ຂຶ້ນເຮືອລຳດຽວກັບພິກສຸນີ ຂຶ້ນນ້ຳໄປກໍດີ ລ່ອງນ້ຳໄປກໍດີ ເປັນປາຈິດຕີ. ເວັ້ນໄວ້ແຕ່ຂ້າມຟາກ.
໒໙. ພິກສຸໃດ ຮູ້ຢູ່ສັນບິນດະບາດອັນພິກສຸນີແນະນຳໃຫ້ຄະຫັດຖວາຍ ເປັນປາຈິດຕີ. ເວັ້ນໄວ້ແຕ່ເຂົາຫ້າງໄວ້ກ່ອນ.
໓໐. ພິກສຸໃດສຳເລັດການນັ່ງ ໃນທີ່ລັບຕາກັບພິກສຸນີໜຶ່ງຕໍ່ໜຶ່ງ ເປັນປາຈິດຕີ.
ໂພຊະນະວັກ ທີ ໔ ມີ ໑໐ ສິກຂາບົດ
໓໑. ພິກສຸຜູ້ບໍ່ມີອາພາດ ເພິງສັນອາຫານໃນໂຮງທານໄດ້ເທື່ອໜຶ່ງ ຖ້າສັນຍິ່ງກວ່ານັ້ນ ເປັນປາຈິດຕີ
໓໒. ພິກສຸສັນເປັນໝູ່ ຄືຕັັ້ງແຕ່ ໔ ອົງ ຂຶ້ນໄປ ເປັນປາຈິດຕີ. ເວັ້ນໄວ້ແຕ່ສະໄໝ ຄືເວລາອາພາດ, ເວລາທີ່ເປັນລະດູຖວາຍຈີວອນ, ເວລາທີ່ເຮັດຈີວອນ, ເວລາທີ່ເດິນທາງໄກ, ເວລາທີ່ຂຶ້ນໄປທາງເຮືອ, ເວລາປະຊຸມໃຫຍ່.
໓໓. ພິກສຸຮັບນິມົນບ່ອນໜຶ່ງ ແລ້ວບໍ່ໄປສັນໃນທີ່ນິມົນນັ້ນ ໄປສັນທີ່ອື່ນເສັຽ ເປັນປາຈິດຕີ. ເວັ້ນໄວ້ແຕ່ສະໄໝ ຄື ເວລາເປັນໄຂ້ ເວລາຖວາຍຈີວອນ ເວລາເຮັດຈີວອນ.
໓໔.ພິກສຸໄປບິນດະບາດໃນບ້ານ ທາຍົກເອົາເຂົ້າໜົມມາຖວາຍ ເພິງຮັບໄດ້ເຕັມ ໒ – ໓ ບາດເທົ້ານັ້ນ ຖ້າຮັບຍິ່ງກວ່ານີ້ ເປັນປາຈິດຕີ. ຄັ້ນຮັບເຕັມ ໒ – ໓ ບາດແລ້ວ ຕ້ອງແບ່ງປັນກັບພິກສຸທັງຫຼາຍ.
໓໕. ພິກສຸ ສັນບໍ່ທັນແລ້ວ ມີຜູ້ເອົາໂພຊະນະມາປະເຄນ ຫ້າມແລ້ວ ລຸກຈາກທີ່ນັ່ງນັ້ນ ແລ້ວໄປສັນຂອງກິນເຊິ່ງບໍ່ເປັນເງື່ອນໄຂພິກຂຸໄຂ້ ຫລື ບໍ່ໄດ້ທຳວິໄນກຳນົດໄວ້ ເປັນປາຈິດຕີ.
໓໖. ພິກສຸຮູ້ຢູ່ວ່າ ພິກສຸອື່ນຫ້າມແລ້ວ ຄິດຈະຍົກໂທດເພິ່ນ ແກ້ງເອົາຂອງຂົບຂອງກິນທີ່ເປັນເງື່ອນພິກສຸໄຂ້ໄປລໍ້ ໃຫ້ເພິ່ນສັນ ຖ້າເພິ່ນສັນແລ້ວ ເປັນປາຈິດຕີ.
໓໗. ພິກສຸໃດ ຫຍ້ຳກໍດີ ສັນກໍດີ ເຊິ່ງຂອງຫຍ້ຳກໍດີ ເຊິ່ງຂອງສັນກໍດີ ໃນເວລາວິການ ເປັນປາຈິດຕີ.
໓໘. ພິກສຸໃດ ຫຍ້ຳກໍດີ ສັນກໍດີ ເຊິ່ງຂອງຫຍ້ຳກໍດີ ເຊິ່ງຂອງສັນກໍດີ ເຊິ່ງຮັບປະເຄນໄວ້ຄ້າງຄືນ ເປັນປາຈິດຕີ.
໓໙. ພິກສຸໃດ ບໍ່ແມ່ນຜູ້ອາພາດ ຂໍໂພຊະນະອັນປະນີດເຊັ່ນ: ເນີຍໃສ ເນີຍຂຸ້ນ ນ້ຳມັນ ນ້ຳເຜິ້ງ ນ້ຳອ້ອຍ ປາ ຊີ້ນ ນົມສົດ ນົມສົ້ມ ເພື່ອປະໂຫຍດແກ່ຕົນ ແລ້ວສັນ ເປັນປາຈິດຕີ.
໔໐. ພິກສຸໃດ ກິນອາຫານທີ່ທ່ານຍັງບໍ່ໃຫ້ ຄືຍັງບໍ່ໄດ້ປະເຄນໃຫ້ ລ່ວງຊ່ອງປາກ ເປັນປາຈິດຕີ.ເວັ້ນໄວ້ແຕ່ນ້ຳແລະໄມ້ສີແຂ້ວ
ອະເຈລະກະວັກທີ ໕ ມີ ໑໐ ສິກຂາບົດ
໔໑. ພິກສຸໃດ ໃຫ້ຂອງຫຍ້ຳກໍດີ ຂອງກິນກໍດີ ແກ່ນັກບວດນອກສາສະໜາກໍດີ ດ້ວຍມືຂອງຕົນ ເປັນປາຈິດຕິີ.
໔໒. ພິກສຸໃດ ກ່າວຊວນພິກສຸວ່າທ່ານຈົ່ງມາ ເຂົ້າໄປສູ່ບ້ານຫລືສູ່ນິຄົມ ເພື່ອບິນດະບາດນຳກັນ ເພື່ອຫວັງຈະປະພຶດອະນາຈານ ແລ້ວໄລ່ເພິ່ນກັບມາເສັຽ ເປັນປາຈິດຕີ.
໔໓. ພິກສຸໃດ ສຳເລັດການນັ່ງແຊກແຊງໃນສະກຸນທີ່ກຳລັງບໍລິໂພກອາຫານຢູ່ ເປັນປາຈິດຕີ.
໔໔. ພິກສຸໃດ ສຳເລັດການນັ່ງໃນທີ່ລັບ ຄື ໃນອາສະນະກຳບັງກັບມາຕຸຄາມ ເປັນປາຈິດຕີ.
໔໕. ພິກສຸໃດ ຜູ້ດຽວສຳເລັດການນັ່ງໃນທີ່ແຈ້ງກັບມາຕຸຄາມໜຶ່ງຕໍ່ໜຶ່ງ ເປັນປາຈິດຕີ
໔໖. ພິກສຸໃດ ຮັບນິມົນແລ້ວ ຈະໄປໃນທີ່ສັນອື່ນ ໃນເວລາກ່ອນສັນ ສັນກັບມາແລ້ວກໍດີ ບໍ່ບອກລາພິກສຸເຊິ່ງຢູ່ໃນວັດກ່ອນຈະໄປ ເປັນປາຈິດຕີ. ເວັ້ນໄວ້ສະໄໝຄືເວລາທີ່ຖວາຍຈີວອນ ເວລາທີ່ເຮັດຈີວອນ.
໔໗. ພິກສຸໃດ ບໍ່ແມ່ນຜູ້ອາພາດ ເພິງຂໍນຳ ຜູ້ທີ່ປະວາຣະນາປັດໃຈໄດ້ພຽງ ໔ ເດືອນ ຕາມທີ່ກຳນົດໄວ້ ເວັ້ນໄວ້ແຕ່ເຂົາປະວາຣະນາອີກ ຫລື ປະວາຣະນາເປັນນິດ ຖ້າຍິນດີຍິ່ງກວ່ານັ້ນ ເປັນປາຈິດຕີ.
໔໘. ພິກສຸໃດ ໄປເພື່ອຈະເບິ່ງກອງທັບອັນຍົກອອກແລ້ວເປັນປາຈິດຕີ. ເວັ້ນໄວ້ແຕ່ມີເຫດ.
໔໙. ຖ້າມີເຫດບາງຢ່າງ ເພື່ອຈະໄປສູ່ກອງທັບມີແກ່ພິກສຸນັ້ນ ພິກສຸນັ້ນເພິງຢູ່ໄດ້ໃນກອງທັບພຽງ ໓ ຄືນ ຖ້າຢູ່ຍິ່ງກວ່ານັ້ນ ເປັນປາຈິດຕີ.
໕໐. ຖ້າພິກສຸຢູ່ໃນກອງທັບ ໓ ຄືນໄປເບິ່ງສະນາມຮົບກໍດີ ໄປເບິ່ງເຂົາກວດພົນກໍດີ ໄປສູ່ທີ່ຈັດຂະບວນທັບກໍດີ ເປັນປາຈິດຕີ.
ສຸຣາປານະວັກ ທີ ໖ ມີ ໑໐ ສິກຂາບົດ
໕໑. ພິກສຸ ດື່ມສຸຣາ ເປັນປາຈິດຕີ.
໕໒. ພິກສຸຈີ້ພິກສຸ ດ້ວຍນິ້ວມື ເປັນປາຈິດຕີ.
໕໓. ພິກສຸ ລອຍນໍ້າຫລິ້ນເປັນປາຈິດຕີ.
໕໔. ພິກສຸ ບໍ່ສະແດງຄວາມເອື້ອເຟື້ອໃນພຣະວິໄນ ເປັນປາຈິດຕີ.
໕໕. ພິກສຸໃດ ຫຼອກພິກສຸໃຫ້ຢ້ານຜີ ເປັນປາຈິດຕີ.
໕໖. ພິກສຸໃດ ບໍ່ແມ່ນຜູ້ອາພາດ ດັງເອງກໍດີ ໃຫ້ຜູ້ອື່ນດັງກໍດີ ຊຶ່ງໄຟ ເປັນປາຈິດຕີ. ເວັ້ນໄວ້ແຕ່ມີເຫດ.
໕໗. ພິກສຸໃດ ເຄິ່ງເດືອນຕ້ອງອາບນ້ຳໄດ້ຄັ້ງໜຶ່ງ ຖ້າຍັງບໍ່ຮອດ ແລ້ວອາບນໍ້າ ເປັນປາຈິດຕີ. ເວັ້ນໄວ້ແຕ່ສະໄໝ ໒ ເດືອນເຄິ່ງນີ້ ເປັນເວລາຮ້ອນ ເວລາເຈັບໄຂ້ ເວລາເຮັດການງານ ເວລາເດີນທາງໄກ ເວລາຝົນມາກັບພາຍຸ.
໕໘. ພິກສຸ ໄດ້ຈີວອນມາໃໝ່ເພິງຖືເອົາວັດຖຸສຳລັບເຮັດໃຫ້ເສຍສີ ໓ ຢ່າງ ຢ່າງໃດຢ່າງໜຶ່ງຄື ຂຽວຄາມ ສີຕົມ ດຳຄໍ້າຖ້າພິກສຸບໍ່ຖືເອົາວັດຖຸສຳລັບເຮັດໃຫ້ເສຍສີ ໓ ຢ່າງໆ ໃດຢ່າງໜຶ່ງ ໃຊ້ເຮັດຈີວອນໃໝ່ ເປັນປາຈິດຕີ.
໕໙. ພິກສຸໃດ ວິກັບ (ຝາກ) ຈີວອນເອງ ແກ່ພິກສຸກໍດີ ແກ່ພິກສຸນີກໍດີ ແກ່ນາງສິກຂະມານາກໍດີ ແກ່ສາມະເນນກໍດີ ແກ່ນາງສາມະເນຣີກໍດີ ແລ້ວໃຊ້ສອຍຈີວອນນັ້ນ ບໍ່ໃຫ້ທ່ານຖອນກ່ອນ ເປັນປາຈິດຕີ.
໖໐. ພິກສຸໃດ ເຊື່ອງກໍດີ ໃຫ້ຜູ້ອື່ນເຊື່ອງກໍດີ ຊຶ່ງບາດກໍດີ ຈີວອນກໍດີ ຜ້າປູນັ່ງກໍດີ ກ່ອງເຂັມກໍດີ ປະຄົດແອວກໍດີ ແຫ່ງພິກສຸ ໂດຍທີ່ສຸດແມ່ນເພື່ອຄວາມສະໜຸກສະໜານ ເປັນປາຈິດຕີ.
ສັບປານະວັກ ທີ ໗ ມີ ໑໐ ສິກຂາບົດ
໖໑. ພິກສຸໃດ ແກ້ງຂ້າສັດຈາກຊີວິດ ເປັນປາຈິດຕີ.
໖໒. ພິກສຸໃດ ຮູ້ຢູ່ບໍລິໂພກນ້ຳທີ່ມີຕົວສັດ ເປັນປາຈິດຕີ.
໖໓. ພິກສຸໃດ ຮູ້ຢູ່ວ່າ ອະທິກອນນີ້ທີ່ສົງເຮັດສຳເລັດແລ້ວໂດຍຊອບທຳ ເລີກຖອນເສັຽໃໝ່ ເປັນປາຈິດຕີ.
໖໔. ພິກສຸໃດ ຮູ້ຢູ່ ປິດອາບັດຊັ່ວຫຍາບຂອງພິກສຸ ເປັນປາຈິດຕີ.
໖໕. ພິກສຸໃດ ຮູ້ຢູ່ ບຸກຄົນມີອາຍຸບໍ່ຄົບ ໒໐ ປີ ບວດພຣະບໍ່ໄດ ແລ້ວໃຫ້ອຸປະສົມບົດແກ່ບຸກຄົນນັ້ນເປັນປາຈິດຕີ.
໖໖. ພິກສຸໃດ ຮູ້ຢູ່ເດິນທາງດຽວກັນກັບ ພໍ່ຄ້າຜູ້ຈະຫລີກໜີພາສີ ໂດຍທີ່ສຸດແມ່ນສິ້ນໄລຍະບ້ານໜຶ່ງ ເປັນປາຈິດຕີ.
໖໗. ພິກສຸໃດ ຊັກຊວນແລ້ວເດິນທາງໄກສາຍດຽວກັນກັບມາຕຸຄາມໂດຍທີ່ສຸດແມ່ນສິ້ນໄລຍະບ້ານໜຶ່ງ ເປັນປາຈິດຕີ.
໖໘. ພິກສຸໃດ ກ່າວຂັດຄ້ານທຳມະເທດສະໜາ ຂອງພຣະພຸດທະເຈົ້າ ພິກສຸອື່ນຫ້າມບໍ່ຟັ່ງ ສົງສູດປະກາດຂໍ້ຄວາມນັ້ນຈົບ ເປັນປາຈິດຕີ.
໖໙. ພິກສຸໃດຮູ້ຢູ່ ກິນຮ່ວມກັນກໍດີ ຢູ່ຮ່ວມກັນກໍດີ ສຳເລັດການນອນນຳກັນກໍດີ ກັບພິກສຸຜູ້ກ່າວຢ່າງນັ້ນ ເປັນປາຈິດຕີ.
໗໐. ພິກສຸກ້ຽວກ່ອມສາມະເນນ ທີ່ພິກສຸໃຫ້ຈິບຫາຍແລ້ວ ເພາະໂທດທີ່ກ່າວຂັດຄ້ານທຳມະເທດສະໜານັ້ນ ໃຫ້ອຸປະຖາກກໍດີ ກິນຮ່ວມກັນກໍດີ ນອນຮ່ວມກໍດີເປັນ ປາຈິດຕີ.
ສະຫະທຳມິກະວັກ ທີ ໘ ມີ ໑໒ ສິກຂາບົດ
໗໑. ພິກສຸໃດ ອັນພິກສຸທັງຫຼາຍວ່າກ່າວຢູ່ໂດຍຊອບທຳ ແລ້ວໄດ້ກ່າວຕອບວ່າ ຂ້ອຍຈະຍັງບໍ່ສຶກສາໃນສິກຂາບົດນີ້ ຈົນກວ່າຈະໄດ້ຖາມພິກສຸອື່ນຜູ້ສະຫລາດຜູ້ຊົງວິນັຍ ເປັນປາຈິດຕີ.
໗໒. ພິກສຸໃດ ເມື່ອມີໃຜສວດປາຕິໂມກຢູ່ ກ່າວວາຈາໃຫ້ເພິ່ນຄາຍຄວາມພຽນພະຍາຍາມ ເປັນປາຈິດຕີ.
໗໓. ພິກສຸ ເປັນອາບັດແລ້ວ ແກ້ງເວົ້າວ່າ ຂ້າພະເຈົ້າເພິງຮູ້ດຽວນີ້ເອງວ່າ ທຳຂໍ້ນີ້ ມາໃນປາຕິໂມກ ຖ້າພິກສຸທັງຫຼາຍອື່ນຮູ້ຈັກພິກສຸນັ້ນວ່າເຄີຍຮູ້ມາກ່ອນແລ້ວ ແຕ່ແກ້ງເວົ້າກັນ ເພິ່ນວ່າເພິງສູດປະກາຄວາມຂໍ້ນັ້ນ ເມື່ອສົງສູດປະກາດແລ້ວ ຕັ້ງແກ້ງເຮັດບໍ່ຮູ້ຕື່ມ ເປັນປາຈິດຕີ.
໗໔. ພິກສຸໃດ ຄຽດ ນ້ອຍໃຈທຳຮ້າຍ ພິກສຸ ເປັນປາຈິດຕີ.
໗໕. ພິກສຸໃດ ຄຽດ ນ້ອຍໃຈງ້າຝ່າມືຂຶ້ນໃສ່ພິກສຸອື່ນ ເປັນປາຈິດຕີ.
໗໖. ພິກສຸໂຈດຟ້ອງພິກສຸອື່ນດ້ວຍອາບັດສັງຄາທິເສດຫາມູນບໍ່ໄດ້ ເປັນປາຈິດຕີ.
໗໗. ພິກສຸໃດ ແກ້ງກໍ່ຄວາມລຳຄານແກ່ພິກສຸອື່ນ ເປັນປາຈິດຕີ.
໗໘. ເມື່ອພິກສຸທັງຫຼາຍ ເກີດຜິດຖຽງກັນ ເຖິງການວິວາດກັນ ພິກສຸໄປຢືນລີ້ຟັງເພື່ອຈະໄດ້ຮູ້ວ່າ ເຂົາວ່າຢ່າງໃດແກ່ຕົນ ເປັນປາຈິດຕີ.
໗໙. ພິກສຸໃດ ໃຫ້ສັນທະ ຄືມອບໃຫ້ສົງເຮັດສັງຄະກໍາອັນເປັນທຳແລ້ວ ພາຍຫຼັງກັບຕິຕຽນສົງຜູ້ເຮັດກຳນັ້ນ ເປັນປາຈິດຕີ.
໘໐.ເມື່ອເລື່ອງອັນຈະເພິງພິຈາລະນາ ຍັງເປັນໄປຢູ່ໃນສົງ ບໍ່ໃຫ້ສັນທະກ່ອນ ແລ້ວລຸກຈາກອາສະນະ ຫຼີກໄປເສັຽ ເປັນປາຈິດຕີ.
໘໑. ພິກສຸພ້ອມໃຈດ້ວຍສົງໃຫ້ຈີວອນແກ່ພິກສຸ ແລ້ວພາຍຫຼັງກັບຕິຕຽນພິກສຸອື່ນວ່າ ໃຫ້ເພາະເຫັນໜ້າກັນ ເປັນປາຈິດຕີ.
໘໒. ພິກສຸໃດຮູ້ຢູ່ນ້ອມລາບທີ່ທ່ານນ້ອມໄປຈະຖວາຍສົງມາເພື່ອບຸກຄົນ ເປັນປາຈິດຕີ.
ຣະຕະນະວັກ ທີ ໙ ມີ ໑໐ ສິກຂາບົດ
໘໓. ພິກສຸໃດ ບໍ່ໄດ້ຮັບອະນຸຍາດກ່ອນ ກ້າວລ່ວງເຂົ້າໄປໃນຫ້ອງ ຂອງພະເຈົ້າແຜນດິນ ເປັນປາຈິດຕີ.
໘໔. ພິກສຸໃດ ເກັບເອົາກໍດີ ໃຫ້ຜູ້ອື່ນເກັບເອົາກໍດີ ຊຶ່ງເຄື່ອງໃຊ້ຂອງຄະຫັດ ເປັນປາຈິດຕີ ເວັ້ນໄວ້ແຕ່ໃນວັດທີ່ຢູ່ກໍດີ ໃນທີ່ຢູ່ພັກກໍດີ ແລ້ວເພິງເກັບໄວ້ຄືນໃຫ້ແກ່ເຈົ້າຂອງ.
໘໕. ພິກສຸໃດ ບໍ່ອຳລາພິກສຸຜູ້ມີຢູ່ແລ້ວ ເຂົ້າໄປສູ່ບ້ານໃນເວລາວິການ ເປັນປາຈິດຕີ. ເວັ້ນໄວ້ແຕ່ກິດຮີບດ່ວນ.
໘໖. ພິກສຸໃດ ໃຫ້ເຮັດກ່ອງເຂັມແລ້ວດ້ວຍກະດູກກໍດີ ແລ້ວດ້ວຍງາກໍດີ ແລ້ວດ້ວຍເຂົາກໍດີ ເປັນປາຈິດຕີ. ໃຫ້ທຸບຖິ້ມເສັຽ ຈຶ່ງສະແດງອາບັດຕົກ.
໘໗. ພິກສຸ ເຮັດຕຽງກໍດີ ຕັ່ງກໍດີໃໝ່ ພຶງເຮັດໃຫ້ມີຕີນພຽງ ໘ ນິ້ວສຸຄົດ ເວັ້ນໄວ້ແຕ່ແມ່ຕຽງເບື້ອງຕ່ຳຖ້າລ່ວງປະມານນັ້ນໄປ ເປັນປາຈິດຕີ. ທີ່ໃຫ້ຕັດເສັຽກ່ອນ ແລ້ວຈຶງສະແດງອາບັດຕົກ.
໘໘. ພິກສຸໃດ ໃຫ້ເຮັດຕຽງກໍດີ ຕັ່ງກໍດີເປັນຂອງຫຸ້ມງິ້ວ ເປັນປາຈິດຕີ. ຕ້ອງໃຫ້ຮື້ຖິ້ມເສັຽ.
໘໙. ພິກສຸ ເຮັດຜ້າສຳລັບນັ່ງໃຫ້ເຮັດໃຫ້ໄດ້ປະມານນີ້ຄືຍາວ ໒ ຄືບ ກວ້າງຄືບໜຶ່ງ ຕີນຄືບເຄິ່ງສຸຄົດ ຖ້າເຮັດໃຫ້ລ່ວງປະມານນັ້ນໄປ ເປັນປາຈິດຕີ.
໙໐. ພິກສຸ ເຮັດຜ້າປິດບາດແຜໃຫ້ເຮັດໃຫ້ໄດ້ປະມານນີ້ ຍາວ ໔ ຄືບ ກວ້າງ ໒ ຄືບເຄິ່ງ ຖ້າເຮັດໃຫ້ລ່ວງປະມານນັ້ນໄປ ເປັນປາຈິດຕີ.
໙໑. ພິກສຸ ເຮັດຜ້າອາບນ້ຳຝົນຕ້ອງເຮັດໃຫ້ໄດ້ປະມານນີ້ ຍາວ ໖ ຄືບ ກວ້າງ ໒ ຄືບເຄິ່ງ ຖ້າເຮັດໃຫ້ລ່ວງປະມານນັ້ນໄປ ເປັນປາຈິດຕີ.
໙໒. ພິກສຸໃດ ເຮັດຈີວອນ ມີປະມານເທົ່າສຸຄົດຈີວອນ ຫລື ຍິ່ງກວ່າ ເປັນປາຈິດຕີ. ໃຫ້ຕັດເສັຽ. ປະມານແຫ່ງສຸຄົດຈີວອນຂອງພຣະສຸຄົດຍາວ ໙ ຄືບ ໂດຍກວ້າງ ໖ ຄືບ.
ປາຕິເທສະນີຍະ ໔
໑. ພິກສຸໃດ ຮັບຂອງຫຍ້ຳກໍດີ ຂອງສັນກໍດີ ດ້ວຍມືຂອງຕົນ ຈາກມືຂອງນາງພິກສຸນີຜູ້ບໍ່ແມ່ນຍາດ ມາສັນ ເປັນປາຕິເທສະນີຍະ.
໒. ພິກສຸທັງຫຼາຍຮັບນິມົນຢູ່ໃນສະກຸນ ຖ້າມີພິກສຸນີມາຢືນສັ່ງທາຍົກ ວ່າ ຈົ່ງເອົາຂອງສິ່ງນີ້ມາຖວາຍ ທ່ານຕ້ອງໄລ່ນາງພິກສຸນີນັ້ນໃຫ້ຖອຍອອກໄປເສັຽ ຖ້າບໍ່ໄລ່ຕ້ອງປາຕິເທສະນີຍະ.
໓. ພິກສຸໃດ ບໍ່ໄດ້ຮັບນິມົນກ່ອນ ບໍ່ແມ່ນຜູ້ອາພາດ ຮັບຂອງຫຍ້ຳກໍດີ ຂອງສັນກໍດີ ໃນສະກຸນທີ່ສົງສົມມຸຕິວ່າເປັນເສຂະ ດ້ວຍມືຂອງຕົນແລ້ວ ຫຍ້ຳກໍດີ ສັນກໍດີ ເປັນປາຕິເທສະນີຍະ.
໔. ພິກສຸໃດ ຢູ່ໃນເສນາສະນະປ່າ ທີ່ຮູ້ກັນວ່າເປັນບ່ອນປ່ຽວ ຮັບຂອງຫຍ້ຳກໍດີ ຂອງສັນກໍດີ ອັນທ່ານບໍ່ໄດ້ບອກໃຫ້ຮູ້ໄວ້ກ່ອນ ດ້ວຍມືຂອງຕົນ ໃນວັດທີ່ຢູ່ບໍ່ແມ່ນຜູ້ອາພາດ ຫຍ້ຳກໍດີ ສັນກໍດີ ເປັນປາຕິເທສະນີຍະ.

ເສຂິຍະວັດ ໗໕
ສາຣູບ ທີ ໑ ມີ ໒໖
໑. ພິກສຸເພິງສຶກສາວ່າ “ເຮົາຈັກ ນຸ່ງ ເປັນປະຣິມົນຖົນ.”
໒. ພິກສຸເພິງສຶກສາວ່າ “ເຮົາຈັກ ຫົ່ມ ເປັນປະຣິມົນຖົນ”.
໓. ພິກສຸເພິງສຶກສາວ່າ “ເຮົາຈັກ ປົກປິດກາຍດ້ວຍດີ ໄປ ໃນບ້ານ”.
໔. ພິກສຸເພິງສຶກສາວ່າ “ເຮົາຈັກ ປົກປິດກາຍດ້ວຍດີ ນັ່ງ ໃນບ້ານ
໕. ພິກສຸເພິງສຶກສາວ່າ “ເຮົາຈັກ ສຳລວມມືຕີນດ້ວຍດີ ໄປ ໃນບ້ານ”.
໖. ພິກສຸເພິງສຶກສາວ່າ “ເຮົາຈັກ ສຳລວມດ້ວຍດີ ນັ່ງ ໃນບ້ານ.”
໗. ພິກສຸເພິງສຶກສາວ່າ “ເຮົາຈັກ ມີຕາທອດລົງຕໍ່າ ໄປ ໃນບ້ານ.”
໘. ພິກສຸເພິງສຶກສາວ່າ “ເຮົາຈັກ ມີຕາທອດລົງຕໍ່າ ນັ່ງ ໃນບ້ານ.”
໙. ພິກສຸເພິງສຶກສາວ່າ”ເຮົາຈັກບໍ່ຈ້ອນຜ້າ ໄປ ໃນບ້ານ. “
໑໐. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ຈ້ອນຜ້າ ນັ່ງ ໃນບ້ານ. “
໑໑. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ໄປ ໃນບ້ານ ພ້ອມທັງປາກສຽງດັ່ງ.”
໑໒. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ນັ່ງ ໃນບ້ານ ພ້ອມທັງປາກສຽງດັງ “
໑໓. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ຫົວສຽງດັງ ໄປ ໃນບ້ານ.”
໑໔. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ຫົວສຽງດັງ ນັ່ງ ໃນບ້ານ.”
໑໕. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ໂຢກກາຍ ໄປໃນ ບ້ານ.”
໑໖. ພິກສຸເພິງ ສຶກສາວ່າ”ເຮົາຈັກບໍ່ໂຢກກາຍ ນັ່ງໃນ ບ້ານ.”
໑໗. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ໄກວແຂນ ໄປໃນ ບ້ານ.”
໑໘. ພິກສຸເພິງສຶກສາວ່າ”ເຮົາຈັກບໍ່ໄກວແຂນ ນັ່ງໃນ ບ້ານ”
໑໙. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ໂຄງຫົວ ໄປ ໃນບ້ານ.”
໒໐. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ໂຄງຫົວ ນັ່ງ ໃນບ້ານ.”
໒໑. ພິກສຸເພິງສຶກສາວ່າ”ເຮົາຈັກບໍ່ເຮັດຄ້ຳແອວ ໄປ ໃນບ້ານ.”
໒໒. ພິກສຸເພິງສຶກສາວ່າ”ເຮົາຈັກບໍ່ເຮັດຄ້ຳແອວ ນັ່ງ ໃນບ້ານ.”
໒໓. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ເອົາຜ້າປົກຫົວ ໄປ ໃນບ້ານ.”
໒໔. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ເອົາຜ້າປົກຫົວ ນັ່ງ ໃນບ້ານ.”
໒໕. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ຢ່າງແຢ່ງແຢ້ ໄປ ໃນບ້ານ.”
໒໖. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ກອດຫົວເຂົ່າ ນັ່ງ ໃນບ້ານ .”
ໂພຊະນະປະຕິສັງຍຸດ ທີ ໒ ມີ ໓໐
໒໗. ພິກສຸເພິງສຶກສາວ່າ “ເຮົາຈັກ ຮັບບິນດະບາດໂດຍເອື້ອເຟື້ອ”
໒໘. ພິກສຸເພິງສຶກສາ”ເຮົາຈັກຈ້ອງເບິ່ງຢູ່ໃນບາດ”
໒໙. ພິກສຸເພິງສຶກສາວ່າ”ເຮົາຈັກຮັບບິນດະບາດມີສູປະສະເໝີກັນ”
໓໐. ພິກສຸເພິງສຶກສາວ່າ “ເຮົາຈັກ ຮັບບິນົດບາດສະເໝີຂອບປາກບາດ”
໓໑. ພິກສຸເພິງສຶກສາວ່າ “ເຮົາຈັກ ສັນບິນດະບາດໂດຍເອື້ອເຟື້ອ.”
໓໒. ພິກສຸເພິງສຶກສາວ່າ “ເມື່ອສັນ ເຮົາຈັກຈ້ອງເບິ່ງຢູ່ໃນບາດ.”
໓໓. ພິກສຸເພິງສຶກສາວ່າ “ເຮົາຈັກ ຂ້ອຍບິນດະບາດບໍ່ໃຫ້ເປັນກະປັກກະປໍ່າ.”
໓໔.ພິກສຸເພິງສຶກສາວ່າ”ເຮົາຈັກສັນບິນດະບາດມີສູປະສະເໝີກັນ”
໓໕. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ສັນຫຽາມເຂົ້າສຸກແຕ່ຍອດລົງໄປ. “
໓໖. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ເຊື່ອງແກງຫລືຂອງກິນດ້ວຍເພາະຄວາມຢາກໄດ້ຫລາຍ.”
໓໗. ພິກສຸເພິງສຶກສາວ່າ “ເຮົາບໍ່ອາພາດ ຈັກບໍ່ຂໍສູປະ ເຂົ້າສຸກ ເພື່ອປະໂຫຍດແກ່ຕົນ ມາສັນ.”
໓໘. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ເພ່ງໂພນທະນາແລເບິ່ງບາດຂອງຜູ້ອື່ນ.”
໓໙. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ເຮັດຄຳເຂົ້າໃຫ້ໃຫຍ່ຫລາຍ.”
໔໐. ພິກສຸເພິງສຶກສາວ່າ “ເຮົາຈັກ ເຮັດຄຳເຂົ້າໃຫ້ກົມ.”
໔໑. ພິກສຸເພິງສຶກສາວ່າ “ເມື່ອຄຳເຂົ້າຍັງບໍ່ນຳມາຮອດປາກ ເຮົາຈັກບໍ່ອ້າຊ່ອງປາກ.”
໔໒. ພິກສຸເພິງສຶກສາວ່າ “ເມື່ອເຮົາສັນຢູ່ ຈັກບໍ່ສອດມືເຂົ້າໃນປາກ
໔໓. ພິກສຸເພິງສຶກສາວ່າ “ປາກຍັງມີຄຳເຂົ້າເຮົາຈັກບໍ່ເວົ້າ.”
໔໔. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ສັນໂຍນຄຳເຂົ້າເຂົ້າປາກ.”
໔໕. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສັນກັດຄຳເຂົ້າ.”
໔໖. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ສັນເຮັດໃຫ້ແກ້ມຕຸ່ຍອກ”
໔໗. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ສັນດີດນິ້ວມື.”
໔໘. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ສັນເຮັດເມັດເຂົ້າຕົກ.”
໔໙. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສັນແລບລິ້ນ
໕໐. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ສັນເຮັດສຽງຈັບໆ”
໕໑. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ສັນເຮັດສຽງຊູດໆ
໕໒. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ສັນເລຍມື.”
໕໓. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ສັນຂອດບາດ.”
໕໔. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ຂ້ອຍເລຍຮິມຝີປາກ.”
໕໕. ພິກສຸເພິງສຶກສາວ່າ “ເຮົາຈັກ ບໍ່ຮັບໂອນ້ຳດ້ວຍມືເປື້ອນ.”
໕໖. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ເທນ້ຳລ້າງບາດທີ່ມີເມັດເຂົ້າລົງໃນບ້ານ.
ທໍາມະເທສະໜາປະຕິສັງຍຸດ ທີ ໓ ມີ ໑໖
໕໗. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ ກັ້ງຄັນຮົ່ມໃນມື.”
໕໘. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ ມີໄມ້ຄ້ອນໃນມື.”
໕໙. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ ມີຂອງມີຂົມໃນມື.”
໖໐. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບ ໄຂ້ມີອາວຸດໃນມື.”
໖໑. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ໃສ່ເກີບແຕະ.”
໖໒. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ ໃສ່ເກີບໜັງ.”
໖໓. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ໄ ປໃນຍານພາຫະນະ.”
໖໔. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ ຢູ່ເທິງທີ່ນອນ.”
໖໕ ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ ນັ່ງກອດຫົວເຂົ່າ.”
໖໖. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ ຜ້າພັນຫົວ.”
໖໗. ພິກສຸເພິງສຶກສາວ່າ “ເຮົາຈັກບໍ່ສະແດງທຳແກ່ບຸກຄົນບໍ່ແມ່ນຜູ້ເຈັບໄຂ້ ຜ້າປົກຫົວ.”
໖໘. ພິກສຸເພິງສຶກສາວ່າ “ເຮົານັ່ງຢູ່ທີ່ແຜ່ນດິນຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ ຜູ້ນັ່ງເທິງອາສະນະ.”
໖໙. ພິກສຸເພິງສຶກສາວ່າ “ເຮົານັ່ງເທິງອາສະນະຕ່ຳຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ ຜູ້ນັ່ງເທິງອາດນະສູງ.”
໗໐. ພິກສຸເພິງສຶກສາວ່າ “ເຮົາຢືນຢູ່ ຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ ຜູ້ນັ່ງຢູ່.”
໗໑. ພິກສຸເພິງສຶກສາວ່າ “ເຮົາຍ່າງໄປຂ້າງຫຼັງຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ ຜູ້ຍ່າງໄປຂ້າງໜ້າ.”
໗໒. ພິກສຸເພິງສຶກສາວ່າ “ເຮົາຍ່າງໄປນອກທາງຈັກບໍ່ສະແດງທຳແກ່ຄົນບໍ່ເຈັບໄຂ້ ຜູ້ໄປຢູ່ໃນທາງ.”
໗໓. ພິກສຸເພິງສຶກສາວ່າ “ເຮົາບໍ່ອາພາດ ຈັກບໍ່ຢືນຖ່າຍອຸດຈາຣະຫລືຍ່ຽວ.”
໗໔. ພິກສຸເພິງສຶກສາວ່າ “ເຮົາບໍ່ອາພາດ ຈັກບໍ່ຖ່າຍອຸດຈາຣະ ຍ່ຽວ ຫລື ຖົ່ມນໍ້າລາຍເທິງຂອງສົດຂຽວ.”
໗໕. ພິກສຸເພິງສຶກສາວ່າ “ເຮົາບໍ່ອາພາດ ຈັກບໍ່ຖ່າຍອຸດຈາຣະ ຍ່ຽວ ຫລື ຖົ່ມນໍ້າລາຍໃນນ້ຳ’’



ອະທິກະຣະນະສະມະຖະ ມີ ໗
໑. ສັມມຸຂາໄນ ໄດ້ແກ່: ການລະງັບອະທິກອນທັງ ໔ ນັ້ນ ໃນທີ່ພ້ອມໜ້າສົງ, ພ້ອມໜ້າບຸກຄົນ, ພ້ອມໜ້າວັດຖຸ ແລະ ພ້ອມໜ້າທຳ.
໒. ສະຕິວິໄນ ໄດ້ແກ່: ການທີ່ສົງສູດປະກາດໃຫ້ສົມມຸຕິ ແກ່ພຣະອະຣະຫັນ ວ່າເປັນຜູ້ມີສະຕິສົມບູນ ເພື່ອຈະບໍ່ໃຫ້ຜູ້ໃດໂຈດເພິ່ນດ້ວຍອາບັດ.
໓. ອະມູລະຫະວິໄນ ໄດ້ແກ່: ການທີ່ສົງສູດປະກາດໃຫ້ສົມມຸຕິແກ່ພິກສຸຜູ້ຫາຍເປັນບ້າແລ້ວ ເພື່ອຈະບໍ່ໃຫ້ຜູ້ໃດໂຈດດ້ວຍອາບັດທີ່ເພິ່ນເຮັດໃນເວລາເປັນບ້ານັ້ນ.
໔. ປະຕິນຍາຕະກະຣະນະ ໄດ້ແກ່: ການປັບອາບັດຕາມຄວາມຮັບຂອງຈໍາເລີຍຜູ້ຮັບວ່າຈິງ.
໕. ເຍພຸຍຍະສິກາ ໄດ້ແກ່: ການຕັດສິນຄວາມ ເອົາຕາມສຽງສ່ວນຫລາຍເປັນປະມານ.
໖. ຕັດສະປາປິຍະສິກາ ໄດ້ແກ່: ການລົງໂທດຜູ້ເຮັດຜິດ.
໗. ຕິນະວັດຖາຣະກະວິໄນ ໄດ້ແກ່: ການປະນິປະນອມກັນທັງສອງຝ່າຍ ບໍ່ຕ້ອງຊຳລະຄວາມເກົ່າ.

This site uses Akismet to reduce spam. Learn how your comment data is processed.